ອະນາຄົດຂອງພູມປັນຍາທຽມຢູ່ຫວຽດນາມ

(VOVWORLD) -        ບັນດາຜະລິດຕະພັນເຕັກໂນໂລຊີ, ພູມປັນຍາທຽມໄດ້ ແລະ ພວມກາຍເປັນສິ່ງທີ່ລື້ງເຄີຍຂອງປະຊາຊົນ.
ອະນາຄົດຂອງພູມປັນຍາທຽມຢູ່ຫວຽດນາມ - ảnh 1 (ພາບປະກອບອີນເຕີແນັດ)

ຢູ່ຫວຽດນາມ, ເລື່ອງນຳໃຊ້ບັນດາຜະລິດຕະພັນເຕັກໂນໂລຊີ, ພູມປັນຍາທຽມນັບມື້ນັບກວ້າງຂວາງ, ປະກົດຕົວໃນທຸກໆຂົງເຂດໃນການດຳລົງຊີວິດ, ອັນໄດ້ຊ່ວຍໃຫ້ຊີວິດຂອງມະນຸດມີຄວາມສະດວກກວ່າ, ໄວກວ່າ. ສະນັ້ນ, ອະນາຄົດຂອງພູມປັນຍາທຽມ (Al) ຢູ່ຫວຽດນາມ ຈະເປັນຄືແນວໃດ?

       ເພື່ອມີການສັງເກດລົງເລິກກ່ຽວກັບບັນຫານີ້, ພວກຂ້າພະເຈົ້າຂໍແນະນຳແຂກຖືກເຊີນເຂົ້າຮ່ວມລາຍການກະຈາຍສຽງໃນມື້ນີ້, ນັ້ນແມ່ນທ່ານປະລິນຍາເອກ ດັ້ງມິງຕ໊ວນ, ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີກຸ່ມບໍລິສັດ CMC. ທ່ານແມ່ນຜູ້ມີປະສົບການມາເປັນເວລາຫຼາຍປີກ່ຽວກັບການເຄື່ອນໄຫວໃນຂົງເຂດພູມປັນຍາທຽມ.

    ໃນວິທະຍາສາດທາງດ້ານຄອມພິວເຕີ, ພູມປັນຍາທຽມ (Artificial Intellignence), ແມ່ນພູມປັນຍາທີ່ມີຄວາມສະຫຼາດໂດຍສະແດງອອກຜ່ານເຄື່ອງກົນຈັກ. ໃນໂລກນີ້, ພູມປັນຍາທຽມໄດ້ກາຍເປັນສ່ວນໜຶ່ງທີ່ຈຳເປັນຂອງຂະແໜງເຕັກໂນໂລຊີ, ຊ່ວຍແກ້ໄຂສິ່ງທ້າທາຍຫຼາຍຢ່າງໃນການດຳລົງຊີວິດ. ພູມປັນຍາທຽມພວມໄດ້ຮັບຄວາມເອົາໃຈໃສ່ຈາກສັງຄົມຫວຽດນາມ ທີ່ນັບມື້ນັບຫຼາຍຂຶ້ນ.

         “ພູມປັນຍາທຽມພວມແຊກຊຶມເຂົ້າໃນທຸກຂົງເຂດການດຳລົງຊີວິດ, ຊ່ວຍໃຫ້ຄົນເຮົາຫັນວຽກງານປະຈຳວັນທີ່ເຮັດດ້ວຍມືໃຫ້ໄດ້ດີທີ່ສຸດ. ຢູ່ຫວຽດນາມ, ເລື່ອງຄົ້ນຄວ້າ ແລະ ນຳໃຊ້ພູມປັນຍາທຽມໄດ້ຮັບການປະຕິບັດຢູ່ບັນດາມະຫາວິທະຍາໄລ ຫຼື ບັນດາບໍລິສັດໃຫຍ່. ພູມປັນຍາທຽມຈະພັດທະນາຢູ່ຫວຽດນາມ ຫຼາຍກວ່ານີ້ອີກ.”

 “ເລື່ອງນຳໃຊ້ພູມປັນຍາທຽມເຂົ້າໃນບັນດາຂົງເຂດທີ່ແຕກຕ່າງກັນຄື: ສາທາລະນະສຸກ, ສຳຫຼວດແຕ່ທາງໄກ… ໄດ້ປະກອບສ່ວນຍົກສູງຄຸນຄ່າ, ປະສິດທິຜົນວຽກງານ. ຕົວຢ່າງຄື: ການນຳໃຊ້ພາບຖ່າຍຈາກດາວທຽມເພື່ອຊອກຫາສະຖານທີ່ເກີດໄຟໄໝ້ປ່າ, ກວດພະຍາດ ແລະ ບົ່ງມະຕິພະຍາດ...”

      ອາດເຫັນໄດ້ວ່າ, ບັນດາຜະລິດຕະພັນເຕັກໂນໂລຊີ, ພູມປັນຍາທຽມໄດ້ ແລະ ພວມກາຍເປັນສິ່ງທີ່ລື້ງເຄີຍຂອງປະຊາຊົນ. ເຊີນທ່ານຜູ້ຟັງຮັບຟັງບົດສາລະຄະດີທີ່ພາດຫົວຂໍ້ວ່າ “ສະພາບຕົວຈິງ ແລະ ທ່າອ່ຽງພັດທະນາພູມປັນຍາທຽມຢູ່ຫວຽດນາມ”.

        ພູມປັນຍາທຽມໄດ້ປະກົດຕົວຂຶ້ນ ແລະ ມີໜ້າຢູ່ເກືອບທຸກໆຂະແໜງອຸດສາຫະກຳ, ພິເສດແມ່ນຕະຫຼາດໂທລະສັບມືຖື. ໂທລະສັບມືຖື (smartphone) ໃນປະຈຸບັນໄດ້ປະກອບໂປຼແກຼມທີ່ມີຄຸນປະໂຫຍດ ເຊິ່ງໄດ້ຮັບການໜູນຊ່ວຍຈາກພູມປັນຍາທຽມຄື: Google Translate, Google Assistant, Siri… ໂດຍນອນໃນ top 20 ປະເທດມີຜູ້ນຳໃຊ້ອິນເຕີແນັດສູງທີ່ສຸດໃນໂລກ, ຊາວຫວຽດນາມ, ພິເສດແມ່ນລຸ້ນໜຸ່ມພວມນຳໃຊ້ບັນດາໂປຼແກຼມສະຫຼາດດັ່ງກ່າວເຂົ້າໃນຊີວິດການເປັນຢູ່ຢ່າງມີປະສິດທິຜົນ.

ອະນາຄົດຂອງພູມປັນຍາທຽມຢູ່ຫວຽດນາມ - ảnh 2(ພາບປະກອບອີນເຕີແນັດ)

ເຮັດວຽກຢູ່ຮ້ານຂາຍກາເຟ, ກິນດື່ມໃນມື້ໜຶ່ງນັ້ນ, ເອື້ອຍ ແທັງລຽນ ພວມແນະນຳໃຫ້ລູກຄ້າຈ່າຍດ້ວຍກະເປົາເອເລັກໂຕນິກ, scan ລະຫັດບັດຫຼຸດລາຄາດ້ວຍໂທລະສັບມືຖື. ຊາວຫວຽດນາມ ພວມມີທ່າອ່ຽງນຳໃຊ້ບັນດາຮູບແບບຈ່າຍເງິນຜ່ານໂທລະສັບມືຖືຄືແນວນັ້ນນັບມື້ນັບຫຼາຍຂຶ້ນ.

        ໄວ, ສະດວກ. ຂ້າພະເຈົ້າຄິດວ່າທ່າອ່ຽງໃນການນຳໃຊ້ເຕັໂນໂລຊີ, ຈາກການຊຳລະເງິນ, ຊີ້ເຄື່ອງຂອງຜ່ານອິນເຕີແນັດ ຈະນັບມື້ນັບພັດທະນາ, ປະຢັດເວລາຫຼາຍ.

        ພ້ອມກັນນັ້ນ, ກໍ່ມີຫຼາຍຄົນໄດ້ນຳໃຊ້ໂປຼແກຼມໃນໂທລະສັບມືຖືເພື່ອຫາເງິນ. ເມື່ອການບໍລິການຂອງ Grap, Uber ເຂົ້າມາຫວຽດນາມ, ມີຫຼາຍຄົນໄດ້ເລືອກເອົາການເປັນຜູ້ຂັບລົດ “ເຕັກໂນໂລຊີສູງ”. ບໍ່ຕ້ອງຊອກຫາລູກຄ້າ, ພຽງແຕ່ມີລົດໃຫຍ່ ຫຼື ລົດຈັກ ແລະ ໂທລະສັບມືຖືໜ່ວຍໜຶ່ງ, ເຂົາເຈົ້າກໍ່ສາມາດຫາເງິນໄດ້ເປັນລ້ານດົ່ງຜ່ານເລື່ອງລູກຄ້າຈ່ອງລົດຜ່ານໂປຼແກຼມ. ອ້າຍ ຮຸ່ງ, ຜູ້ຂັບລົດເຕັກໂນໂລຊີໃຫ້ຮູ້ວ່າ.

        ໃນມື້ໜຶ່ງ, ເຮົາມີເວລາຫວ່າງຕອນໃດກໍ່ໄປຂັບລົດຮັບຈ້າງຕອນນັ້ນ. ນອກຈາກຄວາມເສລີໃນເວລາເຮັດວຽກແລ້ວ ຍັງໄດ້ເຮັດໃຫ້ຂ້າພະເຈົ້າບໍ່ຕ້ອງໄປເຮັດວຽກຖາວອນຢູ່ບ່ອນໃດບ່ອນໜຶ່ງ.

        ບໍ່ພຽງແຕ່ເທົ່ານັ້ນ, ບັນດາເພື່ອນໜຸ່ມຍັງນຳໃຊ້ພູມປັນຍາທຽມເຂົ້າໃນການຮ່ຳຮຽນ, ບັນເທິງທີ່ໄດ້ນຳມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າ. ນາງ ແຮ້ງຈາງ, ນັກສຶກສາທີ່ຮຽນຢູ່ຕ່າງປະເທດໃຫ້ຮູ້ວ່າ.

        ຂ້າພະເຈົ້າໄດ້ນຳໃຊ້ໂປຼແກຼທີ່ນຳໃຊ້ເຂົ້າໃນການຮຽນ ແລະ ເວັບໄຊທີ່ມີພູມປັນຍາທຽມຫຼາຍອັນ. ຕົວຢ່າງຄືບາງເວັບໄຊດັດແກ້ຕົວໜັງສືທີ່ຂຽຜິດໂດຍອັດຕະໂນມັດ. ຫຼືບັນດາໂປຼແກຼມທີ່ຮັບໃຊ້ການຮ່ຳຮຽນຄື monkey ໄດ້ຊ່ວຍໃຫ້ນ້ອງຮຽນດ້ວຍຕົນເອງ, ຍ້ອນມັນຮູ້ໄດ້ວ່າເຮົາຮຽຄືແນວໃດ, ຄວາມສາມາດຂອງເຮົາແມ່ນຄືແນວໃດ.

        ເປັນທີ່ຈະແຈ້ງແລ້ວວ່່າ, ພູມປັນຍາທຽມພວມນັບມື້ນັບປະກົດຕົວຂຶ້ນໃນຊີວິດປະຈຳວັນຢ່າງຈະແຈ້ງກວ່າ. ບໍ່ພຽງແຕ່ເປັນເລື່ອງປະຢັດເວລາເທົ່ານັ້ນ, ແຕ່ພູມປັນຍາທຽມຍັງຊ່ວຍໃຫ້ພວກເຮົາມີການຮ່ຳຮຽນ ແລະ ການດຳລົງຊີວິດ, ບັນເທິງທ່ີມີຜົນປະໂຫຍດກວ່າ.

        ໃນໂລກນີ້, ມາຮອດປະຈຸບັນ, ເຕັກໂນໂລຊີຮັບຟັງສຽງເວົ້າໄດ້ຢູ່ໃນລະດັບຊັດເຈນແມ່ນກວ່າ 90% ແລ້ວ, ຄືລະບົບ Siri ຂອງ Iphone, ລຳໂພງ Echo ຂອງ Amazon, ຄຸນສົມບັດໃນການຊອກຫາດ້ວຍສຽງເວົ້າຂອງ Google ດ້ວຍຫຼາຍພາສາທີ່ແຕກຕ່າງກັນ… ຢູ່ຫວຽດນາມ, ກຸ່ມບໍລິສັດ FPT ໄດ້ນຳໜ້າໃນຂົງເຂດພັດທະນາຜະລິດຕະພັນ FPT AI. ທ່ານ ລິ໊ຫວຽດທັ໊ງ, ຜູ້ອຳນວຍການຮັບຜິດຊອບການດຳເນີນທຸລະກິດ ແລະ ພັດທະນາຜະລິດຕະພັນ FPT AI, ກຸ່ມບໍລິສັດ FPT ແບ່ງປັນວ່າ.

        ພວກຂ້າພະເຈົ້າໄດ້ຄົ້ນຄວ້າລະບົບ AI ຂອງ  FPT ເປັນເວລາປະມານ 5 ປີມານີ້. Module ທຳອິດແມ່ນ speech, ນີ້ແມ່ນ module ຍາທີສຸດສຳລັບພາສາຫວຽດນາມ. ປະຈຸບັນ,  Google ກໍ່ໄດ້ຮັບການພັດທະນາ, ແຕ່ສຳລັບ FPT ແລ້ວ ມີທ່າແຮງແມ່ນມີນັກວິທະຍາສາດຊາວຫວຽດນາມ, ມີຄວາມເຂົ້າໃຈກ່ຽວກັບໄວຍາກອນຫວຽດນາ, ສະນັ້ນຊອັບແວຈຶ່ງຮັບເອົາສຽງເວົ້າໄດ້ຊັດເຈນກວ່າ.

        ໃນຊຸມປີມໍ່ໆມານີ້, ປະຊາຄົມ start up ຫວຽດນາມ ໄດ້ລື້ງເຄີຍກັບຄຳວ່າ Abivin ຫວຽດນາມ. Abivin ແມ່ນ start up ໄດ້ນຳໃຊ້ພູມປັນຍາທຽມເຂົ້າໃນການສ້າງແຜນການ ແລະ ຫຼຸດຜ່ອນການອອກແຮງງານໃນການຂົນສົ່ງສິນຄ້າ. Abivin  ໄດ້ສະໜອງຊອັບແວຄຸ້ມຄອງການຂົນສົ່ງ, ເສັ້ນທາງໃຫ້ແກ່ລົດ, ອັນໄດ້ຊ່ວຍໃຫ້ບັນດາບໍລິສັດຂອງລູກຄ້າປະຢັດໄດ້ລາຍຈ່າຍ logistics 30%. ອ້າຍ ຟ້າມນາມລອງ, ຜູ້ສ້າງ Abivin, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາການເສັງປະດິດສ້າງຢ່າງຕໍ່ເນື່ອງ, ເລີ່ມທຸລະກິດ ແລະ ໄດ້ຮັບລາງວັນທີ 1 ໃນການເສັງ TechFest 2018. ກໍ່ຍ້ອນໄດ້ຮັບລາງວັນດັ່ງກ່າວ ພວກຂ້າພະເຈົ້າຈຶ່ງໄດ້ຕາງໜ້າປະເທດຫວຽດນາມ ໄປເຂົ້າຮ່ວມການເສັງ start up world cup 2019 ແລະ ຍາດໄດ້ລາງວັນທີ 1”.

 ສູນຄົ້ນຄວ້າ ແລະ ພັດທະນາ R&D ຂອງວິທະຍຸກະຈາຍສຽງ ຫວຽດນາມ ເມື່ອມໍ່ໆມານີ້ ກໍ່ໄດ້ຮ່ວມກັບບໍລິສັດ ລະບົບພູມປັນຍາທຽມ ຫວຽດນາມ VAIS ຜັນຂະຫຍາຍລາຍການຫັນສຽງເວົ້າກາຍເປັນລາຍລັກອັກສອນ ເພື່ອຊ່ວຍໃຫ້ວຽກງານຂອງນັກຂ່າວບັນນາທິການ ໃຫ້ວ່ອງໄວກວ່າ. ທ່ານ ໂດ໊ກັວກຈິງ ຜູ້ອຳ ນວຍການ ຮັບຜິດຊອບ ການດຳເນີນທຸລະກິດຂອງບໍລິສັດ ລະບົບພູມປັນຍາທຽມ ຫວຽດນາມ VAIS ໃຫ້ຮູ້ວ່າ:

       “VAIS ອາດສາມາດຊ່ວຍເຫຼືອທາງດ້ານວິຊາຊີບ ໃຫ້ແກ່ນັກຂ່າວໃນແຕ່ລະວັນ ຢ່າງມີປະສິດທິຜົນກວ່າເກົ່າ ແລະ ສາມາດຫຼຸດເວລາໃຫ້ແກ່ນັກຂ່າວ ທີ່ຈະຕ້ອງແກ້ເທບໃນແຕ່ລະວັນ. ປັດຈຸບັນນີ້ ບັນຫາຮັກສາຄວາມລັບທາງດ້ານຂໍ້ມູນຂ່າວສານ ກໍ່ແມ່ນບັນຫາໜຶ່ງ ຮັບບຸລິມະສິດແຖວໜ້າຂອງບັນດາຫົວໜ່ວຍ, ດັ່ງນັ້ນ ທ່າໄດ້ປຽບ ເມື່ອທຽບໃສ່ຫົວໜ່ວຍອື່ນໆທີ່ໄດ້ຜັນຂະຫຍາຍໃນໂຄງລ່າງຂອງຫົວໜ່ວຍຕົນ”            

     ຢູ່ ຫວຽດນາມ ນັບຕັ້ງແຕ່ປີ 2014, AI ໄດ້ຖືກນຳເຂົ້າສາລະບານເຕັກໂນໂລຢີສູງ ບຸລິມະສິດລົງທຶນ ເພື່ອພັດທະນາ. ລັດຖະບານ ຫວຽດນາມ ໄດ້ກຳນົດ AI ແມ່ນໜຶ່ງໃນບັນດາເຕັກໂນໂລຢີບຸກທະລຸ ແມ່ນປາຍແຫຼມຂອງການປະຕິວັດອຸດສາຫະກຳ 4.0 ຄວນຈັດຕັ້ງຜັນຂະຫຍາຍ ຄົ້ນຄວ້າບັນດາເນື້ອໃນລະອຽດ ເພື່ອຊຸກຍູ້ການພັດທະນາ. ທ້າຍປີ 2018 ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ປະກາດໃຊ້ແຜນການຜັນຂະຫຍາຍ “ຄົ້ນຄວ້າ ແລະ ພັດທະນາພູມປັນຍາທຽມເຖິງປີ 2025”. ໃນວັນບຸນພູມປັນຍາທຽມຄັ້ງທຳອິດທີ່ຈັດຂຶ້ນຢູ່ ຫວຽດນາມ ໃນປີ 2019, ທ່ານ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈູງັອກແອັງ ໄດ້ຢືນຢັນວ່າ:

        “ໃນສະພາບການສາກົນພວມມີປ່ຽນແປງຫຼາຍຢ່າງ ໂດຍອີງໃສ່ການພັດທະນາຂອງບາງຂະແໜງເຕັກໂນໂລຢີໃໝ່, ທາງກະຊວງໄດ້ເປັນເສນາທິການກ້າວເດີນກ່ອນ ແລະ ທັນການໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບບາງນະໂຍບາຍ ເພື່ອຊຸກຍູ້ການພັດທະນາເຕັກໂນໂລຢີ ໃນນັ້ນມີເຕັກໂນໂລຢີພູມປັນຍາທຽມ”.

     ລັດຖະບານ ຫວຽດນາມ ກໍ່ມີບັນດາກົນໄກນະໂຍບາຍດຶງດູດຜູ້ມີຄວາມເກັ່ງກ້າສາມາດໃນຂົງເຂດນີ້, ໄດ້ຮັບການຮອງຮັບຈາກວົງການປັນຍາຊົນ ຢ່າງຕັ້ງໜ້າ. ທ່ານ ຟ້າມກີມເກືອງ ຜູ້ເຄີຍເຮັດວຽກຢູ່ບໍລິສັດ ຊີລີກອນ, ສະຫະລັດອາເມລິກາ ໄດ້ມີປະສົບການເປັນເວລາ 10 ປີ ຢູ່ບັນດາກຸ່ມບໍລິສັດໃຫຍ່ໃນຂົງເຂດ AI ໃນໂລກ ແບ່ງປັນວ່າ:

    “ຂ້າພະເຈົ້າມີຄວາມໂຊກດີ ເມື່ອໄດ້ກັບຄືນປະເທດ ໄດ້ຮັບການຕ້ອນຮັບຢ່າງຈິງໃຈ ຂອງລັດຖະບານ, ບັນດາກະຊວງ, ຂະແໜງການ. ປັດຈຸບັນພວກຂ້າພະເຈົ້າມີໜ້າທີ່ໃໝ່, ນັ້ນແມ່ນ ເຊື່ອມຕໍ່, ສ້າງມູນຄ່າທາງດ້ານເສດຖະກິດພູມປັນຍາໃຫ້ແກ່ປະເທດຊາດ ຂ້າພະເຈົ້າພວມພ້ອມກັບປັນຍາຊົນຈຳນວນໜຶ່ງ ເພື່ອສ້າງປະຊາຄົມພູມປັນຍາ ແລະ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາອາດສາມາດສ້າງເຄືອຂ່າຍ ພູມປັນຍາໄດ້ຢ່າງ ວ່ອງໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ