ອາຊຽນ ພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຍຸກສະໄໝດີຈີຕອນ

(VOVWORLD) -  ໃນ 25 ປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈປະຕິບັດບັນດາເປົ້າໝາຍຂອງໂຄງການເຄື່ອນໄຫວ ປັກກິງ ແລະ ບັນດາຄຳໝັ້ນສັນຍາສາກົນອື່ນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນວິວັດການສ້າງສາ ແລະ ປັບປຸງກົດໝາຍ, ນະໂຍບາຍຂອງປະເທດ. 

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເປັນເທື່ອທຳອິດທີ່ຈະຈັດຕັ້ງວາລະປະຊຸມພິເສດ ກ່ຽວກັບການເພີ່ມສິດອຳນາດ ໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ ດ້ວຍການເຂົ້າຮ່ວມຂອງບັນດາການນຳ ອາຊຽນ. ນີ້ແມ່ນຂໍ້ລິເລີ່ມໂດຍ ຫວຽດນາມ ນຳສະເໜີ ເພືຶ່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາຂອງບັນດາການນຳ ອາຊຽນ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຍົກສູງບົດບາດຂອງແມ່ຍິງໃນວິວັດການກໍ່ສ້າງປະຊາຄົມ. ນີ້ກໍ່ແມ່ນການເຄື່ອນໄຫວທີ່ຢູ່ໃນຄວາມມານະພະຍາຍາມສັງລວມຂອງ ຫວຽດນາມ ກ່ຽວກັບການປົກປ້ອງສິດທິຂອງແມ່ຍິງ.

ອາຊຽນ ພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນຍຸກສະໄໝດີຈີຕອນ - ảnh 1 ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເປັນເທື່ອທຳອິດທີ່ຈະຈັດຕັ້ງວາລະປະຊຸມພິເສດ ກ່ຽວກັບການເພີ່ມສິດອຳນາດ ໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມວາລະພິເສດດັ່ງກ່າວ ເຊິ່ງຈະຈັດຂຶ້ນໃນວັນທີ 26 ມິຖຸນາ ຢູ່ຮ່າໂນ້ຍ ແລະ ແຂກຖືກເຊີນເຂົ້າຮ່ວມກອງປະຊຸມລວມມີທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ທ່ານເລຂາຝ່າຍບໍລິຫານຄະນະກຳມະການເສດຖະກິດສັງຄົມ ອາຊີ - ປາຊີຟິກ ຂອງສະຫະປະຊາຊາດ (UNESCAP) Armida Salsiah Alisjahbana.

ຂໍ້ລິເລີ່ມເປັນຄັ້ງທຳອິດໃນ ອາຊຽນ

       ປີ 2020 ມີຄວາມໝາຍສຳຄັນໃນຄວາມມານະພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນຂອບເຂດພາກພື້ນ ແລະ ທົ່ວໂລກ. ຢູ່ ອາຊຽນ, ການປະຕິວັດອຸດສາຫະກຳ 4.0 ພວມສ້າງການປ່ຽນແປງຢ່າງວ່ອງໄວ, ຮຽກຮ້ອງຕ້ອງມີວິທີສຳຜັດໃໝ່ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຍຸກສະໄໝດີຈີຕອນ. ໃນໄລຍະຜ່ານມາ, ບັນດາຄຳໝັ້ນສັນຍາ, ບຸລິມະສິດຂອງ ອາຊຽນ ໃນຂົງເຂດໜູນຊ່ວຍສັງຄົມ, ແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ຍູ້ແຮງ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນຢູ່ ອາຊຽນ, ມີນະໂຍບາຍຫລາຍສະບັບຍັງຄົງຄ້າງ, ເຮັດໃຫ້ແມ່ຍິງປະສົບກັບຄວາມຫຍຸ້ງຍາກໃນການຊົມໃຊ້ບັນດາບໍລິການໜູນຊ່ວຍສັງຄົມ. ອັດຕາແມ່ຍິງທີ່ເປັນແຮງງານນອກລະບົບຍັງສູງ, ລາຍຮັບຍັງຕ່ຳກ່ວາເມື່ອທຽບໃສ່ລາຍຮັບຂອງຜູ້ຊາຍ…

        ໃນສະພາບການນັ້ນ, ດ້ວຍບົດບາດເປັນປະທານ ອາຊຽນ 2020, ປະທານຄະນະກຳມະການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ, ຫວຽດນາມ ສະເໜີຂໍ້ລິເລີ່ມຈັດຕັ້ງກອງປະຊຸມ ເພື່ອເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານໃນຂົງເຂດປົກປ້ອງສິດໃຫ້ແມ່ຍິງ. ທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ນີ້ແມ່ນຄັ້ງທຳອິດທີ່ບັນດາການນຳ ອາຊຽນ ຈະປຶກສາຫາລືກ່ຽວກັບແມ່ຍິງ, ກ່ຽວກັບເລື່ອງມອບສິດໃຫ້ແມ່ຍິງຢ່າງເປັນທາງການ. ສະເພາະສິ່ງດັ່ງກ່າວ ໄດ້ມີຄວາມໝາຍສຳຄັນສະເພາະ. ໂດຍຜ່ານການເຄື່ອນໄຫວນີ້ ເພື່ອໃຫ້ບັນດາການນຳ ອາຊຽນ ຮັບຟັງບັນດາ, ຍົກອອກແນວຄວາມຄິດລະອຽດ. ຂ້າພະເຈົ້າຖືວ່າ: ເພື່ອເພີ່ມສິດອຳນາດໃຫ້ແກ່ແມ່ຍິງນັ້ນ ກ່ອນອື່ນໝົດແມ່ນຕ້ອງສ້າງເອກະສານນິຕິກຳໃຫ້ສົມບູນແບບ. ໄປຄຽງຄູ່ກັນນັ້ນ ຄວນມີການຮ່ວມມືແບ່ງປັນບົດຮຽນໃນ ອາຊຽນ ເຮັດແນວໃດ ເພື່ອສ້າງເປັນວັດທະນະທຳຂອງ ອາຊຽນ ເມື່ອມີການປະພຶດກັບແມ່ຍິງໃນປະຊາຄົມ. ນັ້ນແມ່ນຄວາມໝາຍຂອງກອງປະຊຸມ ເຊິ່ງ ຫວຽດນາມ ປາດຖະໜາຢາກມຸ່ງໄປເຖິງ.

ຊຸກຍູ້ການຮ່ວມມືສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

       ປີ 2020, ໂລກຈະສະເຫຼີມສະຫຼອງ 25 ປີແຫ່ງການປະຕິບັດຖະແຫຼງການ ແລະ ໂຄງການເຄື່ອນໄຫວ ປັກກິງ, 5 ປີແຫ່ງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ຢູ່ ຫວຽດນາມ, ປີ 2020 ກໍ່ແມ່ນປີສຸດທ້າຍຂອງຍຸດທະສາດແຫ່ງຊາດທຳອິດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ລັດຖະບານຈະກະກຽມຍຸດທະສາດຄວາມສະເໝີພາບລະຫວ່າງຍິງ-ຊາຍໃໝ່ ໃນໄລຍະ 2021 – 2030.

        ໃນ 25 ປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈປະຕິບັດບັນດາເປົ້າໝາຍຂອງໂຄງການເຄື່ອນໄຫວ ປັກກິງ ແລະ ບັນດາຄຳໝັ້ນສັນຍາສາກົນອື່ນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃນວິວັດການສ້າງສາ ແລະ ປັບປຸງກົດໝາຍ, ນະໂຍບາຍຂອງປະເທດ. ຫວຽດນາມ ໄດ້ມານະພະຍາຍາມພໍສົມຄວນ ເພື່ອແນໃສ່ຫລຸດຜ່ອນຂໍ້ກຳນົດທີ່ມີລັກສະນະຈຳແນກການປະພຶດສຳລັບທັງເພດຍິງ ແລະ ເພດຊາຍ; ຄວາມມານະພະຍາຍາມໃນຂົງເຂດຄວາມສະເໝີພາບລະຫວ່າງຍິງ-ຊາຍຂອງ ຫວຽດນາມ ໄດ້ຮັບການປັບປຸງຖານະບົດບາດ ແລະ ທີ່ຕັ້ງຂອງແມ່ຍິງຢ່າງເຫັນໄດ້ຊັດ. ອັດຕາແມ່ຍິງເຂົ້າເປັນສະມາຊິກສະພາແຫ່ງຊາດບັນລຸ 27,1% ສູງກ່ວາລະດັບສະເລ່ຍຂອງທົ່ວພາກພື້ນ ແລະ ທົ່ວໂລກ. ຕາມການຕີລາຄາຂອງສາກົນ, ປັດຈຸບັນ, ອັດຕາແມ່ຍິງເປັນເຈົ້າຂອງວິສາຫະກິດຂອງ ຫວຽດນາມ ບັນລຸ 31,3% ໃນຈຳນວນເຈົ້າຂອງວິສາຫະກິດທັງໝົດ. ອັດຕາສ້າງວຽກເຮັດງານທຳໃໝ່ໃຫ້ແກ່ແຮງງານຍິງ ຍາມໃດກໍ່ບັນລຸລະດັບສູງກ່ວາ 48% ໃນໄລຍະ 5 ປີຜ່ານມາ. ທ່ານນາງ ດິງທິຕ໊ວຽດຍຸງ, ຮອງຫົວໜ້າຄະນະໜູນຊ່ວຍແມ່ຍິງພັດທະນາເສດຖະກິດ, ຢູ່ສູນກາງສະຫະພັນແມ່ຍິງ ຫວຽດນາມ ຢັ້ງຢືນວ່າ:

        “ໃນທ່າອ່ຽງລວມຂອງການປະຕິວັດອຸດສາຫະກຳ 4.0, ຫວຽດນາມ ໄດ້ສ້າງແຜນຮ່າງໜູນຊ່ວຍແມ່ຍິງ. ແມ່ຍິງ ຫວຽດນາມ ພວມສວມບົດບາດສຳຄັນ ບໍ່ພຽງແຕ່ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນຄວາມໝັ້ນຄົງດ້ານເສດຖະກິດ, ບັນດາບັນຫາສັງຄົມອີກດ້ວຍ ອັນໄດ້ປະກອບສ່ວນປະຕິບັດບັນດາຕົວເລກຄາດໝາຍພັດທະນາແບບຍືນຍົງເຖິງປີ 2030 ໂດຍສະຫະປະຊາຊາດວາງອອກ.

        ສຳລັບທ່າອ່ຽງຂອງການປະຕິວັດ 4.0, ເຊິ່ງແມ່ນພື້ນຖານເສດຖະກິດທີ່ກວມລວມກ່ວາ ແລະ ມີວັດທະນະທຳມະນຸດກ່ວານັ້ນ ບົດບາດຂອງແມ່ຍິງແມ່ນສຳຄັນທີ່ສຸດ. ພ້ອມກັບເລື່ອງມານະພະຍາຍາມສ້າງລະບົບກົດໝາຍພາຍໃນປະເທດກ່ຽວກັບການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດເວົ້າລວມ, ສິດທິແມ່ຍິງເວົ້າສະເພາະໃຫ້ສົມບູນແບບ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນເລື່ອງຊຸກຍູ້ການຮ່ວມມືສາກົນໃນຂົງເຂດນີ້, ພິເສດແມ່ນໃນ ອາຊຽນ. ສະນັ້ນ, ການສ້າງວິທີສຳຜັດແບບຮອບດ້ານ, ສັງລວມ, ມີຫົວຄິດປະດິດສ້າງ ແລະ ໝັ້ນຄົງກ່ຽວກັບແມ່ຍິງ, ບົນພື້ນຖານນັ້ນ ແມ່ນກຳນົດບັນດາຄວາມຕ້ອງການລວມຂອງພາກພື້ນ, ບັນດາທ່າແຮງ ແລະ ການປະກອບສ່ວນຂອງແຕ່ລະປະເທດ, ແມ່ນຄວາມຕ້ອງການທີ່ເໝາະສົມໃນສະພາບການປັດຈຸບັນຂອງ ອາຊຽນ. ໂດຍຜ່ານກອງປະຊຸມ ທີ່ ຫວຽດນາມ ມີຂໍ້ລິເລີ່ມຈັດຕັ້ງໃນຄັ້ງນີ້ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບບົດບາດ, ຄວາມໝາຍ, ການເຂົ້າຮ່ວມຂອງແມ່ຍິງໃນຍຸກສະໄໝດີຈີຕອນ ຈະໄດ້ຮັບການເພີ່ມທະວີຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ