ເສດຖະກິດພາກເອກະຊົນປະກອບສ່ວນສ້າງພື້ນຖານເສດຖະກິດ ແບບຍືນຍົງແລະເປັນເຈົ້າຕົນເອງ

(vovworld)-      ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ແມ່ນ​ຫ​ນຶ່ງ​ໃນ​ສາມ​ພາກ​ສ່ວນ​​ຂອງພື້ນ​ຖານ​ເສດຖະ​ກິດຫວຽດ​ນາມ, ກວມ​ອັດ​ຕາ​ສ່ວນ​ໃຫ​ຍ່​ດ້ວຍ 95% ຍອດ​ຈຳ​ນວນ​ວິ​ສາ​ຫະ​ກິດ​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ. ນີ້​ກໍ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ຖ້າ​ຫາກ​ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ຢ່າງ​ສົມ​ຄູ່ ຫວຽດ​ນາມ ບໍ່​ສາ​ມາດ​ສ້າງ​ກຳ​ລັງ​ຫ​ນູນ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ ແລະ ລັກ​ສະ​ນະ​ເປັນ​ເຈົ້າ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ​ກໍ​ອ່ອນ​ແອ​ໄປ​ນຳ. ນີ້​ແມ່ນ​ສາຍ​ເຫດ ເຮັດ​ໃຫ້ການ​ພັດ​ທະ​ນາເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນກາຍ​ເປັນ​ຫົວ​ເລື່ອງ​​ນຳ​ມາປຶກ​ສາ​ຫາ​ລື​ຕົ້ນ​ຕໍ​ທີ່​ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ 2014(VDPF2014) ຈັດ​ຂຶ້ນ​ໃນ​ວັນ​ທີ 5/12 ຢູ່ ຮ່າ​ໂນ້ຍ.

        ລັດ​ຖະ​ທຳ​ມະ​ນູນ​ຂອງ​ຫວຽດ​ນາມ​ປີ 2013 ເປັນ​ຄັ້ງ​ທຳ​ອິດ​ໄດ້​ກຳ​ນົດ​ບົດ​ບາດ​ຂອງ​ນັກ​ທຸ​ລະ​ກິດ. ໃນ​ສະ​ພາ​ແຫ່ງ​ຊາດ​ປະ​ຈຸ​ບັນ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຖັນ​ແຖວ​ນັກ​ທຸ​ລະ​ກິດ ດ້ວຍ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 36 ຄົນ ແລະ ມີ​ສຽງ​ເວົ້າ​ໂດຍ​ກົງ​ໃນ​ອົງ​ການ​ສິ​ດ​ອຳ​ນາດ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ. ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ​ຄວາມ​ຈິງ​ແມ່ນ​ວິ​ວັດ​ການຢັ້ງ​ຢືນ​ການ​ຟື້ນ​ຕົວ​ບົດ​ບາດ​ຂອງ ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນໃນ​ພື້ນ​ຖານ​ເສດ​ຖະ​ກິດ. ເມື່ອ​ຫວຽດ​ນາມ ປະ​ຕິ​ບັດ​ວິ​ວັດ​ການ​ປ່ຽນ​ໃຫມ່, ບົດ​ບາດ​ຂອງ ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນຄ່ອຍ​ໆ​ໄດ້​ກຳ​ນົດ​ຄືນ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່ວ​ສັງ​ຄົມ, ໃນ​ນັ້ນ ມີ​ບົດ​ບາດ​ສຳ​ຄັນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ. ປີ 2000, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ​ໄດ້ກຳ​ນົດ​ກອບ​ກົດ​ໝາຍ​ຂອງ ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນ.

ເສດຖະກິດພາກເອກະຊົນປະກອບສ່ວນສ້າງພື້ນຖານເສດຖະກິດ ແບບຍືນຍົງແລະເປັນເຈົ້າຕົນເອງ - ảnh 1

ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ 2013
(ພາບປະ​ກອບ: TQ)

        ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນ​ໃນ​ພື້ນ​ຖານ​ເສ​ດ​ຖະ​ກິດ​ຫວຽດ​ນາມ

        ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ກ່ອນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່ເມື່ອ​ປີ 1986, ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ປະ​ມານ 15.000 ແຫ່ງ. ​ຜ່ານ​ວິ​ວັດ​ການ​ພັດ​ທະ​ນາ, ປະ​ຈຸ​ບັນ ໄດ້​ເພີ່ມ​ຂຶ້ນ​ທົບ 40 ເທົ່າ. ໃນ​ຂະ​ນະ​ນັ້ນ, ກ່ອນ​ການ​ປ່ຽ​ນ​ແປງ​ໃຫມ່, ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດກວ່າ 10.000 ແຫ່ງ​ແມ່ນ​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ, ສ່ວນ​ໄລ​ຍະ​ປະ​ຈຸ​ບັນ ມີ​ພຽງ 1000 ແຫ່ງ.  ແລະ ຕາມ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ​ຮອດ​ປີ 2015, ຈຳ​ນວນ​ວິ​ສາ​ຫະ​ກິດ​ສືບ​ຕໍ່​ຫລຸດ​ລົງ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ຊື່ງ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ ກໍ​ຄ​ື​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເມື່ອ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ (WTO) ແລະ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ໃຫ​ຍ່​ຄື: ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊີ​ຟີກ (TPP).. ເປັນ​ອັນ​ວ່າ ຖ້າ​ເວົ້າ​ເຖິງ​ດ້ານ​ປະ​ລິ​ມານ, ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນພວມ​ກາຍ​ເປັນ​ກຳ​ລັງ​ກວມ​ເອົາ​ສ່ວນ​ຫລາຍ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ສ້າງວຽ​ກ​ເຮັດ​ງານ​ທຳ, ສ້າງ​ແຫລ່ງ​ລາຍ​ຮັບ​ໃຫ້​ແກ່​ງົບ​ປະ​ມານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ ກາງ​ສະ​ໄຫມ​ປີ 2014, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ ຫງວຽນ​ເຕີນ​ຢູງ ໄດ້​ຍົກ​ອອກ​ສານ​ທີ່​ວ່າ: “ລັດ​ຖະ​ບານ​ຫວຽດ​ນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ພັດ​ທະ​ນາ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ແລະ ຖື​ວ່າ ນີ້​ແມ່ນ​ກຳ​ລັງ​ຫ​ນູນ​ຕົ້ນ​ຕໍ​ເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ”. ສານ​ດັ່ງ​ກ່າວ​ອີກ​ຄັ້ງ​ຫ​ນຶ່ງ​ໄດ້​ຮັບ​ການຢັ້ງ​ຢືນ​ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ ທ້າຍ​ສະ​ໄຫມ​ປີ 2014 ຫາ​ກໍ​ດຳ​ເນີນ​ໄປ​ຫວ່າງ​ແລ້ວນີ້.

        “ລັດ​ຖະ​ບານ​ສຸມ​ໃສ່​ປະ​ຕິ​ບັດ 3 ຂອດ​ບຸກ​ທະ​ລຸ ນັ້ນ​ແມ່ນ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ດ້ວຍ​ໝາກ​ຜົນ​ສູງກວ່າ​ເມື່ອ​ທຽບ​ໃສ່​ປີ 2014 ໃນ​ບັນ​ດາ​ຂົງ​ເຂດລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ. ລັດ​ຖະ​ບານ ລະ​ດົມ​ບັນ​ດ​າ​ແຫລ່ງ​ກຳ​ລັງ​ພິ​ເສດ ນັ້ນ​ແມ່ນ​ແຫລ່ງ​ກຳ​ລັງ​ພາກ​ເອ​ກະ​ຊົນ, ແຫລ່ງ​ກຳ​ລັງ​ນອກ​ສັງ​ຄົມ, ແຫລ່ງ​ກຳ​ລັງ​ຈາກ​ຕ່າງ​ປະ​ເທດ ລົງ​ທຶນ​ເຂົ້າ​ພື້ນ​ຖານ​ໂຄງ​ລ່າງ. ລັດ​ຖະ​ບານ​ຫວຽດ​ນາມ ສຸມ​ໃສ່​ສົ່ງ​ເສີມ​ການ​ພັດ​ທະ​ນາ​ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ, ວິ​ສາ​ຫະ​ກິດ​ຂະ​ຫ​ນາດ​ກາງ ແລະ ນ້ອຍ​ຢ່າງ​ແຮງ, ດຶງ​ດູດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເຂົ້າ​ມາ​ລົງ​ທຶນ​ຢູ່​ຕະ​ຫລາດ​ຫວຽດ​ນາມ.”

        ຄວາມ​ຫວັງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໃນ​ອະ​ນາ​ຄົດ

        ຕາມ​ການ​ໃຫ້​ສັງ​ເກດ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ແລ້ວ, ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ຫລາຍ​ຢ່າງ ແລະ ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ, ບໍ່​ພຽງ​ແຕ່​ສະ​ແດງ​ຜ່ານ​ບັນ​ດາ​ດັດ​ຊະ​ນີ​ເສດ​ຖະ​ກິດ​ສູງ​ພໍ​ສົມ​ຄວນ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ກໍ​ຄື​ຊ່ວຍ​ຫລຸດ​ຜ່ອນ​ອັດ​ຕາ​ຜູ້​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ເພື່ອ​ໃຫ້​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ເສີມ​ຂະ​ຫ​ຍາຍ​ທ່າ​ແຮງ​ໃນ​ສະ​ພາ​ບ​ການ​ປະ​ຈຸ​ບັນ, ທ່ານ​ນາງ Wendy Werner, ຜູ້​ອຳ​ນວຍ​ການ​ພະ​ແນກ​ການ​ຄ້າ ແລະ ແກ້ງ​ແຍ້ງ, ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ - ປາ​ຊີ​ຟີກ ສັງ​ກັດ​ທະ​ນາ​ຄານ​ໂລກ ຖື​ວ່າ:

        “ກ່ອນນີ້​ສອງ​ສາມ​ປີ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ໄລ​ຍະ​ຫ​ຍຸ້ງ​ຍາກ, ແຕ່​ພວກ​ເຮົາ​ຍັງ​ຄົງ​ສາ​ມາດ​ເຫັນ​ໄດ້​ການ​ພັດ​ທະ​ນາ​ຂອງ​ເຂົາ​ເຈົ້າ. ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ຍາມ​ໃດ​ກໍ​ມີ​ຈິດ​ໃຈ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ແຮງ. ຈິດ​ໃຈ​ນີ້​ຄວນ​ໄດ້​ຮັບ​ການ​ສົ່ງ​ເສີມ ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ດີກວ່າ, ໄດ້​ສຳ​ພັດ​ກັບ​ແຫລ່ງ​ການ​ເງິນ​ດີກວ່າ ແລະ ​ກາຍ​ເປັນ​ພາກ​ສ່ວນ​ຫ​ນຶ່ງ​ຕາມ​​ກຳ​ນົດທິດ​ຂອງ​​ການຕະ​ຫລາດ​ໃຫ້​ແກ່ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ.”

        ບໍ່​ພຽງ​ແຕ່​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ສຽງ​ເວົ້າ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ມີ​ຄວາມ​ສຳ​ຄ​ັນ​ພິ​ເສດ​ໃນ​ວິ​ວັດ​ການ​​ວາງ​ແຜນກຳ​ນົດນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ. ປະ​ຈຸ​ບັນ ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ​ເຖິງ​ເສດ​ຖະ​ກິດ​ລ້ວນ​ແມ່ນ​ສະ​ພາ​ແຫ່ງ​ຊາ, ລັດ​ຖະ​ບານ ສະ​ເຫ​ນີ ກ່ອນ​ທີ່​ປະ​ກາດ​ໃຊ້​ຕ້ອງ​ມີ​ຄຳ​ເຫັນ​ປະ​ກອບ​ຂອງ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ຜ່ານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ. ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຖື​ວ່າ:

        “ພວກ​ເຮົາ​ພວມ​ເລີ່ມ​ຕົ້ນ​ໂຄງ​ການ​ສັງ​ລວມ​ເພື່ອ​ຟື້ນ​ຕົວ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດຄືນ​ໃຫມ່ ເພື່ອ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ພາກນີ້​ສາ​ມາດ​ໄປ​ຄຽງ​ຄູ່​ກັບ​ລັດ​ວິ​ສາ​ຫະ​ກິດ ກໍ​ຄື​ວິ​ສາ​ຫະ​ກິດ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ.”

        ດ້ວຍ​ປະ​ສົບ​ການ​​ເມື່ອເຮັດ​ວຽກ​ໃນ​ກວ່າ 20 ປະ​ເທດ, ທ່ານ Antony Nezic, ປະ​ທານ​ສະ​ຫະ​ສ​ະ​ມາ​ຄົມ​ວິ​ສາ​ຫະ​ກິດ ກາ​ນາ​ດາ (CACHAM) ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຊາວ​ຫວຽດ​ນາມ ມັກ​ເລີ່ມ​ດຳ​ເນີນ​ອາ​ຊີ​ບ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ມີ​ຫລາຍໂຄງ​ການ​ເລີ່ມ​ດຳ​ເນີນ​ອາ​ຊີບ​ກວ່າ ໂດຍ​ຊາວ​ຫວຽດ​ນາມ​ສ້າງ​ຂຶ້ນ. ແລະ​ປາດ​ຖະ​ຫ​ນາ​ວ່າ ບັນ​ດາ​ໂຄງ​ການ​ເອ​ກະ​ຊົນ​ສາ​ມາດ​ຄົງ​ຕົວ, ພັດ​ທະ​ນາ ແລະ ແກ້ງ​ແຍ້ງບໍ່​ພຽ​ງ​ແຕ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ພາກ​ພື້ນ ແລະ ສາ​ກົນ​ອີກ​ດ້ວຍ.”

        ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຫວ່າງ​ແລ້ວນີ້, ທ່ານ Jim Yong Kim ປະ​ທານ​ກຸ່ມ​ທະ​ນາ​ຄານ​ໂລກ ເວົ້າ​ວ່າ: “ຫວຽດ​ນາມ ພວມ​ສ້າງ​ອະ​ນາ​ຄົດ​ອັນ​ສົດ​ໃສ”. ຖ້າ​ຫາກ​ເສີມ​ຂະ​ຫ​ຍາຍ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ ແລະ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ​ຄວາມສາ​ມາດ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນ​ໄດ້, ຊາວ​ຫວຽດ​ນາມ​ນັບ​ລ້ານໆ​ຄົນ ຈະ​ມີ​ວຽກ​ເຮັດ​ງານ​ທຳ​​ທີ່ດີ ແລະ ພ້ອມ​ກັນ​ໄດ້​ຊົມ​ໃຊ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ປະ​ເທດ​ຊາດ. ບັນ​ດາ​ການ​ເຄື່ອນ​ໄຫວ, ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​ຕັ້ງ​ຫ​ນ້າ​ຈາກ​ລັດ​ຖະ​ບານ​ທີ່​ສະ​ຫງວນ​ໃຫ້​ແກ່ ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ພ​ັດ​ທະ​ນາ​ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນ​ເພື່ອ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ ແລະ ເປັນ​ເຈົ້າ​ຕົນ​ເອງ.


ຂ່າວ/ບົດ​ອື່ນ