ເສັ້ນທາງມຸ້ງໄປສູ່ສັນຕິພາບຢູ່ຕາເວັນອອກກາງ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ

ສັນຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຍັງ​ຄົງປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ສິ່ງ​ກີດຂວາງ​ຍາກທີ່​ຈະຜ່ານ​ຜ່າ​ໄດ້. ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ​ເພື່ອ​ແນ​ໃສ່​ຊ່ວຍ Palestin ​ແລະ Israel ​ເຂົ້າຮ່ວມ​​ໂຕ້ເຈລະຈານັ້ນພວມ​ຖືກ​ກີດຂວາງ​ດ້ວຍ​ການ​ປະ​ທະ​ກັນ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສອງ​ຝ່າຍ​ໃນ​ການ​ກໍ່ສ້າງ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ໃຫ້​ຊາວ​ຢີວ. ຊາວ Palestin ຢາກ​ໃຫ້ Israel ຢຸດຕິ​ການ​ກໍ່ສ້າງ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ເຂດ​ດິນ​ແດນ​ຍຶດຄອງ. ​ໃນ​ຂະນະ​ນັ້ນ, Israel ຖື​ວ່າ Jeruxalem ​ແມ່ນ​ນະຄອນຫຼວງ​ທີ່ “ບໍ່​ສາມາດ​ຕັດ​ແຍກ​ອອກ​ໄດ້ຢ່າງ​ຖາວອນ“ ຂອງ​ຕົນ ​ແລະ ສືບ​ຕໍ່​ເລື່ອງກໍ່ສ້າງ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຢູ່​ທາງ​ທິດຕາ​ເວັນ​ອອກ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ນີ້. ຕໍ່​ໄປ​​​ເຊີນ​​ແມ່ນ​ຂອງ​ນັກ​ຂ່າວ Anh Huyen ທີ່​ພາດ​ຫົວ​ເລື່ອງ​ວ່າ: ​ເສັ້ນທາງ​ມຸ້ງໄປ​ສູ່​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງຍັງ​ປະສົບ​ກັບ​ຄວາມຫຍຸ້ງຍາກສິ່ງ​ກີດ​ຂວາງຫຼາຍ​ຢ່າງ

ເສັ້ນທາງມຸ້ງໄປສູ່ສັນຕິພາບຢູ່ຕາເວັນອອກກາງ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 1

(ພາບ:hanoimoi.com.vn)

  ວັນ​ທີ 21/10, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຕຳ​ນິຕິ​ຕຽນ​ຢ່າງ​ຂ້ຽວຂາດ​ຂອງ​ສະຫະພາບ​ເອີ​ລົບ (EU), ທ່າ​ນນາຍົກລັດຖະມົນຕີ Israel Benjamin Netanyahu ປະກາດ​ຈະ​ສືບ​ຕໍ່​ການ​ເຄື່ອນ​ໄຫວກໍ່ສ້າງ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຢູ່ Jeruxalem. ກ່ອນ​ໜ້ານັ້ນ, ຄື​ໃນ​ວັນ​ທີ 18/10, ກະຊວງ​ພາຍ​ໃນ Israel ​ໄດ້​ໃຫ້​ສັດຕະຍາບັນ​ແຜນການ​ກໍ່ສ້າງ​ເຮືອນ​ເກືອບ 800 ຫຼັງ​ຢູ່ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ Gilo ຊື່​ງນອນ​ໃນ​ເຂດ​ທີ່​ລັດ​ຊາວ​ຢີວ ຍຶດຄອງ​ນັບ​ແຕ່​ປີ 1967 ​ທາງ​ການ ​ແລະ ຫລັງ​ຈາກ​ນັ້ນ​ໄດ້​ຖະ​ແຫຼ​ງວ່າ​ແມ່ນ​ສ່ວນ​ໜຶ່ງ​ໃນ​ເຂດ​ດິນ​ແດນ​ຂອງ Jeruxalem ​ແຕ່​ບໍ່​ໄດ້​ຮັບ​ການ​ຮັບ​ຮອງຈາກ​ປະຊາ​ຄົມ​ໂລກ.

  ພ້ອມ​ກັນນັ້ນ, ອຳນາດ​ການ​ປົກຄອງ Tel Aviv ​ໄດ້​ມີ​ການ​ກະທຳອື່ນ​ໃນ​ຫຼາຍ​ດ້ານ. ວັນ​ທີ 20/10, ກຳປັ່ນ​ທີ່​ມີ​ຊື່ວ່າ MV Estelle ​ໄດ້​ຊັກທຸງຊາດ​ແຟງ​ລັງ  ​ແລະ ຂົນ​ສົ່ງບັນດາ​ນັກ​ເຄື່ອນ​ໄຫວ​ສັງຄົມ​ສະໜັບສະໜູນ Palestin ຖືກ​ບັນດາ​ກຳ​ປັ່ນ​ຂອງ Israel ບຸກ​ໂຈມ​ຕີ​ໃນ​ຂະນະ​ທີ່​ຫ່າງ​ຈາກ​​ເຂດຝັ່ງ​ທະ​ເລ​ເຂດ Gaza ປະມານ 35 ​ໄມ​ທະ​ເລ. ​ໃນ​ຂະນະນັ້ນ, ປະຕິກິລິຍາ​​ຕໍ່​ເລື່ອງ​ກະສັດ​ກາ​ຕາ ໄປ​ຢ້ຽມຢາມ​ເຂດ Gaza ຄັ້ງປະຫວັດສາດ, ວັນ​ທີ 23/10, ບັນດາ​ເຈົ້າໜ້າ​ທີ່ Tel Aviv ​ໄດ້​ກ່າວ​ຜູກ​ໂທດ​ກະສັດ​ກາ​ຕາ ວ່າ​ໄດ້ “ທຳລາຍ​ສັນຕິພາບ“ ​ເມື່ອ​ໄປ​ຢ້ຽມຢາມ​ເຂດ Gaza.

  ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຄວາມ​ຕັດສິນ​ໃຈ​ເພື່ອ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ມາດ​ຕະການ 2 ລັດ​ພ້ອມກັນ​ຄົງ​ຕົວ​ຍາກ​ທີ່​ຈະ​ປະກົດ​ຜົນ​ເປັນ​ຈິງ​ໄດ້​ຖ້າ​ຫາກ​ວ່າ Tel Aviv ສືບ​ຕໍ່​ມີ​ບັນດາ​ການ​ກະທຳ​ກີດຂວາງ. ຫາກ​ສຽງ​ຖື​ວ່າ, ບັນດາ​ການ​ກະທຳ​ນີ້​ຂອງ Tel Aviv ​ໄດ້ ​ແລະ ພວມ​ທຳລາຍ​ວິວັດ​ທະນະ​ການ​ສັນຕິພາບ​ທີ່​ຍັງ​ອ່ອນ​ດ້ອຍ​ທີ່​ສຸດ. ຍ້ອນ​ວ່າ: ກ່ອນ​ນັ້ນ, ທ່ານ​ປະທານາທິບໍດີ Palestin Mahmoud Abbas ​ໄດ້​ສົ່ງ​ຈົດໝາຍ​ຮຽກຮ້ອງ​​ໃຫ້ Israel ປະຕິບັດ 4 ບັນຫາ, ລວມມີ: ຫຼັກການ 2 ລັດ​ອີງ​ຕາມ​ບັນດາ​ເສັ້ນຊາຍ​ແດນ​ກ່ອນ​ປີ 1967, ຢຸດຕິ​ການ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວ​ຢີວ, ປ່ອຍ​ຕົວ​ນັກ​ໂທດ Palestin ທັງ​ໝົດ ​ແລະ ​ລົບ​ລ້າງທຸກໆ​ຂໍ້​ກຳນົດ​ທີ່​ໄປ​ຝືນ​ກັບ​ບັນດາ​ຄຳໝັ້ນສັນຍາ​ສອງ​ຝ່າຍທີ່​ໄດ້​ຮັບ​ການ​ເຊັນກັນ​​ແຕ່​ປີ 2000. ພຽງ​ແຕ່​ເຮັດ​ໄດ້​ຄື​ແນວ​ນັ້ນ, ວິວັດ​ທະນາ​ການ​ສັນຕິພາບຢູ່​ຕາ​ເວັນ​ອອກ​ກາງ​ຈຶ່ງ​ຈະສາມາດ​ສືບ​ຕໍ່​ຄືນ​ໃໝ່​ໄດ້. ວັນ​ທີ 17/10, ທ່ານ Mahmoud Abbas ຍັງ​ໄດ້​ຝາກ​ຈົດໝາຍ​​ເຖິງ​ປະທານາທິບໍດີ​ອາ​ເມ​ລິ​ກາ B.Obama ​ເພື່ອ​ປະກາດ​ເງື່ອນ​ໄຂ​ການເຊື່ອມ​ຕໍ່​ການ​ເຈລະຈາ​ກັບ Israel ຊື່​ງ​ແມ່ນ​ພັນທະ​ມິດ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ​ຂອງ​ອຳນາດ​ການ​ປົກຄອງ Palestin ​​ໄດ້​ຖືກ​ໂຕ້​ຕອບຢ່າງ​ແຮງ​ດ້ວຍ​ບັນດາ​ການ​ກະທຳ​ຂອງ Israel.
ເສັ້ນທາງມຸ້ງໄປສູ່ສັນຕິພາບຢູ່ຕາເວັນອອກກາງ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 2

ເຂດ​ຕັ້ງຖິ່ນຖານ​ຄົງ​ທີ່ຢູ່ Jerusalem

(ພາບ:vietnamplus.vn)

   ​ໃນ​ຂະນະ​ນັ້ນ, ສະ​ພາບ​ການ​ຢູ່ Palestin ພວມ​ປະກົດມີ​ບັນດາ​ການ​ກະທຳ​ໃໝ່. ວັນ​ທີ 21/10, ບັນດາ​ຜູ້​ສະໜັບສະໜູນຂະ​ບວນການ Fatah ຂອງປະທານາທິບໍດີ  Mahmoud Abbas ​​ປະກາດ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງທ້ອງ​ຖິ່ນ​ຄັ້ງທຳ​ອິດ​ນັບ​ແຕ່​ປີ 2006 ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ. ​ແຕ່​ວ່າຂະ​ບວນການ Hamas ​ໄດ້​ປະຕິ​ເສດ​ເຂົ້າຮ່ວມການ​ເລືອກ​ຕັ້ງນີ້ຍ້ອນ​ມີ​ການ​ໂຕ້​ຖຽງກັນກັບຂະ​ບວນການ Fatah  ຊື່​ງ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ແບ່ງ​ແຍກ​ໃນ​ອຳນາດ​ການ​ປົກຄອງ Palestin. ສິ່ງ​ດັ່ງກ່າວ​ໄດ້ ​ແລະ ພວມ​ຕໍ່​ຄວາມ​ຫຍຸ້ງຍາກ​ຕື່ມ​ອີກ​ໃຫ້​ອຳນາດ​ການ​ປົກຄອງ​ຂອງ​ທ່ານ Abbas ​ໃນ​​ການ​ບໍລິຫານ​ເສດຖະກິດ. ຍ້ອນ​ວ່າ​ກ່ອນ​ນັ້ນ, ຫົວ​ໜ້າ​ອົງການ​ຄຸ້ມ​ຄອງ​ເງິນຕາ Palestin, ທ່ານ Jihad Al Wazeer ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກຄອງຊົນ​ຊາດ Palestin ອາດ​ຈະ​ບໍ່​ສາມາດ​ຈາ​ຍ​ເງິນ​ເດືອນ​ໃຫ້​ບັນດາ​ພາລະ​ກອນຂອງ​ຕົນ​ໃນ​ເດືອນ​ໜ້າ​​ໄດ້​ຍ້ອນ​ບໍ່​ສາມາດ​ກູ້​ຢືມ​ເງິນ​ຕື່ມ​ອີກ​ຈາກ​ບັນດາ​ທະນາຄານ​ທ້ອງ​ຖິ່ນ....

   ອາດ​ຈະ​ເຫັນ​ໄດ້​ວ່າ, ການ​ປະ​ທະ​ກັນ​ລະຫວ່າງ Palestin-Israel ​ແມ່ນ​ການ​ປະທະ​ກັນຍາ​ວນານ ຊື່​ງ​ໄດ້​ແກ່ຍາວ​ທີ່​ສຸດ​ໃນ​ປະຫວັດສາດ​ໂລກ​ຍຸກ​ປະຈຸ​ບັນ. ​ເງື່ອນ​ໄຂ​ທີ່ Palestin ຍົກ​ອອກ​ມາ​ເພື່ອ​ເຊື່ອມ​ຕໍ່ການ​ເຈລະຈາ​ສັນຕິພາບ ​ແມ່ນ​ຍອມຮັບ​​ມາດ​ຕະການ 2 ລັດ​ອີງ​ຕາມ​ບັນດາ​ເສັ້ນຊາຍ​ແດນ​ປີ 1967 ​ແລະ ຢຸດຕິການ​ກໍ່ສ້າງ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຂອງຊາວ​ຢີວຢູ່ບັນດາ​ເຂດ​ພິພາດຢ່າງ​ສິ້ນ​ເຊິ​ງ​, ​ໃນ​ນັ້ນມີ Jeruxalem ຕາ​ເວັນ​ອອກ ຊື່​ງຖືກອຳນາດ​ການ​ປົກຄອງ Israel ​ລະ​ເມີດ​ຢ່າງ​ລຽນຕິດ. ​ໃນ​ຫຼາຍ​ປີຜ່ານມາ, ວິ​ວັດທະ​ການ​ການ​ເຈລະຈາ​ລະ​ຫວ່າ​ງ Palestin-Israel ​​ເຄີຍ​ຖືກ​ຕົກ​ເຂົ້າສູ່ສະພາບ​ບໍ່​ມີ​ທາງ​ອອກ. ນີ້​ແມ່ນ​ສາຍ​ເຫດ​ຕົ້ນຕໍ​ພາໄປ​ເຖິງ​ບັນດາ​ສະພາບ​ຂາດ​ສະຖຽນ​ລະ​ພາບ ​ແລະ ການ​ປະ​ທະ​ກັນ​ຢ່າງ​ຕໍ່​ເນື່ອງ​ໃນ​ພາກ​ພື້ນ. ດ້ວຍ​ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ, ຫາງ​ສຽງ​ຖື​ວ່າ, ​ເສັ້ນທາງ​ໃນ​ຕໍ່ໜ້າ​ຂອງ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຍັງ​ຈະ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງ​ຢູ່.

 



ຕອບກັບ

ຂ່າວ/ບົດ​ອື່ນ