ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ສະຫະພັນລັດເຊຍເລິກເຊິ່ງກວ່າອີກ


​(vovworld) – ວັນ​ທີ 12/11, ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ໋ນຊາງ. ນີ້​ແມ່ນ​ເທື່ອ​ທີ 3 ທີ່​ທ່ານ Putin ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ແມ່ນ​ເທື່ອ​ທີ 2 ​ໃນ​ຖານະ​ເປັນ​ປະທານາທິບໍດີສະຫະພັນ​ລັດ​ເຊຍ. ການ​ຢ້ຽມຢາມ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈດ້ານ​ການ​ເມືອງ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ​ເທົ່າ​ນັ້ນ, ຫາກ​ຜ່ານ​ນັ້ນ​ຍັງ​ປະກອບສ່ວນເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ການ​ຮ່ວມ​ມືຮອບດ້ານຫວຽດນາມ - ສະຫະພັນ​ລັດ​ເຊຍ​​ໃນ​ໄລຍະ​ໃໝ່ເລິກ​ເຊິ່ງກວ່າ​ອີກ.

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ສະຫະພັນລັດເຊຍເລິກເຊິ່ງກວ່າອີກ - ảnh 1

ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin

(ພາບ: ອິນເຕີແນດ)

​ເມື່ອ​ເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໂຊ​ຫວຽດ (​ໃນ​ເມື່ອ​ກ່ອນ) ​ແລະ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃນ​ປະຈຸ​ບັນ, ປະຊາຊົນ​ສອງ​ປະ​ເທດ​ລ້ວນ​ແຕ່​​ເຄົາລົບ​ນັບຖື​ສາຍ​ພົວພັນ​ສາມັກຄີ ​ແລະ ການ​ຮ່ວມ​ມື​ທີ່​ມີ​ມາ​ແຕ່​ດົນ​ນານ, ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ທົດ​ລອງ​ຜ່ານ​ຊຸມ​ເດືອນ​ປີ​ອັນ​ທຸກ​ຍາກ​ລຳບາກ ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ສະຫງ່າ​ອົງອາດ​ຂອງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຂອງທັງ​ສອງ​ຊາດ.

ຂອບ​ເຂດ​ແຫ່ງ​ການ​ຮ່ວມ​ມື​ຮອບດ້ານ

​ໂດຍ​ສືບ​ທອດ​ມໍລະດົກ​ອັນ​ລຳ້​ຄ່າ​ນັ້ນ, ການ​ນຳ​ສອງ​ປະ​ເທດ​ຍາມ​ໃດ​ກໍ່​ສະຫງວນ​ບຸລິ​ມາ​ສິດ​ສູງສຸດ​ໃຫ້​ແກ່​ກັນ. ​ໃນ​ສະຖານະ​ການ​ທີ່ປະ​ເທດ​ລັດ​ເຊຍ ພວມ​ເອົາ​ໃຈ​ໃສ່​ເຖິງ​ທິດຕາ​ເວັນ​ອອກ ​ແລະ ພວມ​ເພີ່ມ​ທະວີ​ບົດບາດ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຝິກ ນັ້ນ, ລັດ​ເຊຍ​ ​ໄດ້​ຕີ​ລາຄາ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ. ​ໃນ​ຂະນະ​ນັ້ນ, ດ້ວຍ​ນະ​ໂຍບາຍ​​ເປີດ​ກວ້າງ​, ຫັນ​ການພົວພັນກັບ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ​ນັ້ນ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ຊຸກຍູ້​ການ​ພົວພັນ​ຮອບດ້ານ​ກັບ​ສະຫະພັນ​ລັດ​ເຊຍ ​ເຊິ່ງ​ແມ່ນ​ປະ​ເທດ​ມະຫາ​ອຳນາດ, ​ແມ່ນ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ມິດຕະພາບ​ກັບ​ຫວຽດນາມ.

ນັບ​ແຕ່​ສອງ​ປະ​ເທດ​ສ້າງ​ຕັ້ງ “ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ“ ​ເມື່ອ​ເດືອນ 3/2001 ​ແລະ ພິ​ເສດ​ແມ່ນ​ພາຍຫຼັງ​ຍົກ​ການ​ພົວພັນ​ຂຶ້ນ​ລະດັບ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ“ ​ເມື່ອ​ປີ 2012, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ຢ່າງ​ເປັນ​ທາງ​ການ, ທັງ​ຂະຫຍັນ​ຂັນ​ເຂື່ອນ, ທັງ​ມີ​ປະສິດ​ທິຜົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ຮ່ວມ​ມື​ລົງທຶນ ​ແລະ ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

ກາລະ​ໂອກາດ​ໃໝ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື

​ເຖິງ​ວ່າ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຂື່ອນ​ໃນ​ໄລຍະ​ຜ່ານ​ມາ​ແລ້ວ​ກໍ່ຕາມ, ​ແຕ່​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ທ່າ​ສະດວກ​ທີ່​ມີ​ຢູ່​ແລ້ວ​ໄດ້​ໝົດ​ເທື່ອ. ​ໃນ​ໄລຍະ​ປະຈຸ​ບັນ, ສາຍ​ພົວພັນ​ນີ້​ພວມ​ມີ​ບັນດາກາລະ​ໂອກາດ​ໃຫຍ່ ​ເມື່ອ​ລັດ​ເຊຍ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ຫວຽດນາມ​ເຂົ້າ​ຮ່ວມ​ສັນຍາ​ການ​ຄ້າ​ເສລີ (FTA) ກັບ​ພັນທະ​ມິດ​ພາສີ​ລັດ​ເຊຍ - ​ເບ​ລາ​ຣຸດ - ກາ​ຢັກ​ສະຖານ. ທ່ານ ​ເຈິ່ນດັງ​ຈູງ, ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ​ ຢູ່ ສະຫະພັນ​ລັດ​ເຊຍ , ຖື​ວ່າ:

​ເມື່ອ​ລັດ​ເຊຍ​ເຂົ້າ​ເປັນ​ສະມາຊິກ WTO ກາລະໂອກາດສົ່ງອອກສິນຄ້າຂອງຫວຽດນາມໄປຍັງລັດເຊຍ ຈະສະດວກສະບາຍກວ່າ ​ແລະ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່ສະຫະພັນ​ລັດ​ເຊຍ ກໍ່​ສາມາດ​ໝູນ​ໃຊ້​ກາລະ​ໂອກາດ​ນີ້​​ເປັນ​ຂົວ​ຕໍ່​ເພື່ອ​ແຈກ​ຢາຍ​ສິນຄ້າ, ກໍ່​ຄື​ເປັນ​ຂົວ​ຕໍ່​ກັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ​ເຊຍ ​ໃນ​ການຈຳໜ່າຍ​ສິນຄ້າ​ຂອງ​ຕົນ“.

​ເມື່ອ​ເຂົ້າ​ຮ່ວມ FTA ກັບ​ພັນ​ທະ​ມິດ​ພາສີ​ລັດ​ເຊຍ - ​ເບ​ລາ​ຣຸດ - ກາ​ຢັກ​ສະຖານ, ວິ​ສາ​ຫະກິດ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ມີ​ເງື່ອນ​ໄຂ​ເພີ່ມ​ຜົນ​ປະ​ໂຫຍ​ດກວ່າ​ອີກ​ຈາກ​ການ​​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ການ​ສົ່ງ​ອອກ. ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ ​ເຊິ່ງ FTA ນຳ​ມາ​ໃຫ້, ທ່ານ ຟ້າ​ມກວາງ​ນ້ຽມ, ທີ່​ປຶກສາ​ດ້ານ​ການ​ຄ້າ, ສະຖານທູດ​ຫວຽດນາມ​ ປະຈຳ ສະຫະພັນ​ລັດ​ເຊຍ , ຊີ້​ແຈ້ງວ່າ:

ທີ່​ໜຶ່ງ​ແມ່ນ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ດ້ານ​ອຸດສາຫະກຳ​ລະຫວ່າງ​ຫວຽດນາມ - ພັນທະ​ມິດ​ພາສີ. ທີ​ສອງ, ຫວຽດນາມ​ ຈະ​ໄດ້​ຮັບ​ເອົາ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ, ພື້ນຖານ​ພັດທະນາ​ວິທະຍາສາດ ​ເຕັກນິກ​ຢ່າງ​ແຮງ​ຈາກ​ພັນທະ​ມິດ​ພາສີ ​ເພື່ອ​ຫັນ​ພື້ນຖານ​ເສດຖະກິດ​ຂອງ​ຕົນ​ເປັນ​ທັນ​ສະ​ໄໝ. ທີ​ສາມ, ​ແມ່ນ​ສ້າງ​ວຽກ​ເຮັດ​ງານ​ທຳ, ພັດທະນາ​ຂະ​ແໜງ​ບໍລິການ, ທ່ອງ​ທ່ຽວ​ກັບ​ພັນທະ​ມິດ​ພາສີ ​ແລະ ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ລົງທຶນ​ຢ່າງ​ແຮງ​ລະຫວ່າງ​ພັນທະ​ມິດ​ພາສີ - ຫວຽດນາມ

ມາ​ຮອ​ດປະຈຸ​ບັນ, ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຈລະຈາ ສັນຍາ​ການ​ຄ້າ​ເສລີ (FTA) 3 ຄັ້ງ ກັບ​ພັນທະ​ມິດ​ພາສີ ລັ​ດ​ເຊຍ, ​ເບ​ລາຣຸດ ​ແລະ ກາ​ຢັກ​ສະຖານ ​ແລະ ນີ້​ກໍ່​ແມ່ນ​ເນື້ອ​​ໃນ​ປຶ​ກສາ​ຫາລືຕົ້ນ​ຕໍ່​​ຂອງ​ປະທານາທິບໍດີ ລັດ​ເຊຍ Putin ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້. ນອກ​ນັ້ນ, ທ່ານ​ປະທານາທິບໍດີ ລັດ​ເຊຍ V. Putin ຈະພ້ອມ​ກັບ​ບັນ​ດາ​ການ​ນຳ ຫວຽດນາມ ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຮ່ວມ​ມືໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ພະລັງງານ, ການ​ສຶກສາ​ບຳລຸງ​ສ້າງ ​ແລະ​ ພິ​ເສດ​ແມ່ນ​​ການ​ສົມທົບ​ກັນເຄື່ອນ​ໄຫວ ​ແລະ ການ​ສະໜັບສະ​ໜູນ​​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລ​ະ ພາກ​ພື້ນ.

​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວ​​ມມື​ຍຸດ​ທະ​ສາດ​ຮອບດ້ານ​ເລິກ​ເຊິ່ງກ່ວາ​ອີກ

        ກ່ອນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຫາງ​ສຽງ 2 ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຄັ້ງ​ນີ້, ​ເຊື່ອໝັ້ນ​ວ່າ ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານປະທານາທິບໍດີ ລັດ​ເຊຍ V. Putin  ຄັ້ງ​ນີ້​ຈະ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ ​ໂດ໋ຊວນ​ຮ່ວາງ, ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Mareven, ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່​ສະຫະພັນ ລັດ​ເຊຍ, ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ຫວຽດນາມ​ຂອງ​ທ່ານປະທານາທິບໍດີ V. Putin:

        ຂ້າພະ​ເຈົ້າ​ຄິດ​ວ່າ, ການ​ພົວພັນ 2 ປະ​ເທດ​ໄດ້​ໝັ້ນຄົງ​ເຂັ້​ມ​ແຂງ, ມີ​ຄວາມ​ເລິ​ກ​ເຊິ່ງດ້ານ​ປະຫວັດສາດ ​ແລະ ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທີ  3 ຂອງ​ທ່ານ Putin ຈະ​ເຮັດ​ໃຫ້ການ​ພົວພັນ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​, ​ເລິກ​ເຊິ່ງຂຶ້ນ​ຕື່ມ. ​ເຫດການ​ນີ້​ອີກ​ເທື່ອ​ໜຶ່ງກໍ່​ແມ່ນພະຍານ​ຫຼັກ​ຖານ​​ແຫ່ງ​ຄວາມ​ຕັດສິນ​ໃຈ​ກໍ່ສ້າງ, ປັບປຸງ ​ແລະ ພັດທະນາ​ກາ​ນພົວພັນ​ລະຫວ່າງ 2 ປະ​ເທດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພື້ນຖານ​ເສດຖະກິດ 2 ປະ​ເທດ​, ປະຊາຊົນ 2 ປະ​ເທດ ​ແລະ ບັນດາ​ວິ​ສາ​ຫະກິດ​ຂອງ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ”

        ດ້ວຍ​ພື້ນຖານ​ຂອງ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມ​ັກຄີ ​ແລະ ການ​ຮ່ວມ​ມືອັນ​ຍາວ​ນານ, ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມຂອງ​ທ່ານປະທານາທິບໍດີ ລັດ​ເຊຍ V. Putin  ປະກອບສ່ວນ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ ​ແລະ ລະອຽດ​ກ່ວາ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ວາງ​ອອກ​ບັນດາ​ມາດ​ຕະການ​ລະອຽດ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ຢ່າງ​​ແທດ​ຈິງ ​ແລະ ມີ​ປະສິທິຜົນ​ກ່ວາ​ອີກ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ