ໄຊຊະນະດ້ຽນບຽນຝູ: ຈາກອະດີດເຖິງປະຈຸບັນ

(VOVWORLD) -ກ່ອນນີ້ 69 ປີ (7 ພຶດສະພາ 1954 – 7 ພຶດສະພາ 2023), ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ຍາດເອົາໄຊຊະນະປະຫວັດສາດ ດ້ຽນບຽນຝູ. ໄຊຊະນະດັ່ງກ່າວໄດ້ນຳໄປສູ່ການລົງນາມໃນສັນຍາເຊີແນວກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ອິນດູຈີນ, ສ້າງປະຖົມປັດໄຈເພື່ອໃຫ້ປະຊາຊົນຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975. 69 ປີພາຍຫຼັງໄຊຊະນະ ດ້ຽນບຽນຝູ,  ປະຊາຊົນຫວຽດນາມ ແລະ ຝລັ່ງ ໄດ້ຮ່ວມກັນສ້າງສາຍພົວພັນມິດຕະພາບ, ການຮ່ວມມື ແລະ ພັດທະນາ.
ໄຊຊະນະດ້ຽນບຽນຝູ: ຈາກອະດີດເຖິງປະຈຸບັນ - ảnh 1ທຸງຊາດຂອງກອງທັບຫວຽດນາມປິວສະບັດ ຢູ່ເທິງຂຸມຫຼົບໄພຂອງນາຍພົນ De Castries

      ດ້ຽນບຽນຝູແມ່ນບັ້ນຮົບໃຫຍ່ສຸດໃນສົງຄາມອິນດູຈີນຄັ້ງທີໜຶ່ງ, ເຊິ່ງໄດ້ເກີດຂຶ້ນຢູ່ ເມື່ອງແທງ, ເມືອງດ້ຽນບຽນ, ແຂວງ ລາຍເຈົາ (ປະຈຸບັນແມ່ນນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ), ລະຫວ່າງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບສະຫະພັນຝະລັ່ງ.

     ບັ້ນຮົບ ດ້ຽນບຽນຝູ: ຂີດໝາຍ ແຫ່ງການປົດປ່ອຍຊາດ

     ຕີລາຄາກ່ຽວກັບຄວາມໝາຍປະຫວັດສາດຂອງໄຊຊະນະດ້ຽນບຽນຝູ, ປະທານ ໂຮ່ຈີມິນ ເຄີຍຖືວ່າ ນີ້ແມ່ນ “ຫຼັກໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ”; ແມ່ນ ບົດກອນລຳ ອະມະຕະຂອງສົງຄາມປະຊາຊົນ. ສ່ວນທ່ານ ພົນເອກ ຫວໍ້ງວຽນຢາບ ຢັ້ງຢືນວ່າ ຫວຽດນາມສາມາດ ເຮັດໄດ້ສິ່ງທີ່ຄິດ ວ່າເປັນເທບນິຍາຍ ແຕ່ພັດກາຍເປັນ ຄວາມຈິງ.

    ດ້ວຍໄຊຊະນະດ້ຽນບຽນຝູ, ສັນຍາເຊີແນວວ່າດ້ວຍການຢຸດຕິສົງຄາມ, ຟື້ນຟູສັນຕິພາບຢູ່ອິນດູຈີນ, ລົບລ້າງການປົກຄອງຂອງຝລັ່ງ, ການຮັບຮູ້ເອກະລາດຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ຮັບການລົງນາມ. ເຄິ່ງໜຶ່ງຂອງດິນແດນຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ, ເປີດໄລຍະປະຕິວັດໃໝ່, ກໍ່ສ້າງພາກເໜືອໃນ ສັນຕິພາບ, ຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ, ເປັນແນວຫຼັງອັນໃຫຍ່ຫຼວງ ແລະ ໝັ້ນແກ່ນໃຫ້ແກ່ພາລະກິດທ້ອນໂຮມປະເທດຊາດ ເປັນເອກະພາບ

      ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ວິວັດທະນາການປະຫວັດສາດ ຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນ ເຂົ້າໃນການປ່ຽນແປງຂອງ ສະພາບການໂລກ, ເປີດຊ່ອງທາງໃຫ້ແກ່ຂະບວນການຍາດຊີງເອົາເອກະລາດ ແຫ່ງຊາດຂອງບັນດາປະເທດທີ່ເປັນຫົວເມືອງຂຶ້ນ ແລະ ຂຶ້ນກັບ. ທ່ານ Jean Pouget, ທູດພິເສດຂອງພົນເອກ Henri Navarre (ຝະລັ່ງ), ໃຫ້ຮູ້ວ່າ, ບໍ່ມີການປະຕິວັດປົດປ່ອຍຊາດຢູ່ອາຊີ, ອາຟຣິກາ ຫຼື ທະວີບອາເມລິກາ ໂດຍບໍ່ໄດ້ກ່າວເຖິງໄຊຊະນະດ້ຽນບຽນຝູ. ຕາມທ່ານ ດຣ Christian C.Lentz (ມະຫາວິທະຍາໄລ North Carolina Chapel Hill, ອາເມລິກາ), ບັ້ນຮົບດ້ຽນບຽນຝູ ໄດ້ເຮັດໃຫ້ໂລກປ່ຽນແປງໄປ. ແຕ່ປີ 1954 ຫາ 1964, ມີ 17/22 ປະເທດຫົວເມືອງຂຶ້ນຂອງຝຣັ່ງໄດ້ຮັບເອກະລາດ. ສະເພາະຢູ່ອາຟຣິກາ, ໃນປີ 1960, ມີ ເຖິງ 17 ປະເທດໄດ້ປະກາດເອກະລາດ ແລະປະຫວັດສາດໄດ້ເອີ້ນເຫດການນີ້ວ່າ "ປີອາຟຣິກາ".

       ໜ້າປະຫວັດສາດໃໝ່ໃນການພົວພັນຫວຽດນາມ - ຝລັ່ງ

     19 ປີພາຍຫຼັງໄຊຊະນະດ້ຽນບຽນຝູ, ວັນທີ 12 ເມສາ 1973, ຝລັ່ງ ໄດ້ກາຍເປັນໜຶ່ງໃນບັນດາປະເທດຝ່າຍຕາເວັນຕົກທຳອິດທີ່ສ້າງການພົວພັນທາງການທູດກັບຫວຽດນາມ. ນັບແຕ່ທ້າຍຊຸມປີ 80 ຂອງສະຕະວັດທີ 20, ຝະລັ່ງ ໄດ້ນຳໜ້າ ໃນການຊ່ວຍເຫຼືອ ຫວຽດນາມ ແກ້ໄຂໜີ້ສິນກັບບັນດາປະເທດ ເຈົ້າໜີ້ທີ່ເປັນສະມາຊິກ ຂອງສະໂມສອນປາຣີ (ກຸ່ມ 22 ປະເທດທີ່ມີພື້ນຖານເສດຖະກິດໃຫຍ່ ແລະ ອຸດົມຮັ່ງມີ, ພິເສດແມ່ນສະໜອງ ການບໍລິການດ້ານການເງິນເຊັ່ນ: ໃຫ້ກູ້ຢືມທຶນເພື່ອສ້າງສາປະເທດຄືນໃໝ່, ຜ່ອນຜັນໜີ້ສິນຫຼືເລື່ອນກຳນົດເວລາຊຳລະ, ລົບລ້າງໜີ້ສິນໃຫ້ປະເທດທີ່ມີຄວາມຫຍຸ້ງຍາກໃນການຊຳລະ ເງິນ). ປີ 1993, ທ່ານ Francois Mitterrand ແມ່ນປະທານາທິບໍດີ ຝຣັ່ງ ຄົນທຳອິດມາ ຫວຽດນາມ ຊຶ່ງເປັນຂີດໝາຍບາດກ້າວຫັນປ່ຽນທີ່ສຳຄັນໃນການພົວພັນກັບ ຫວຽດນາມ, ພິເສດແມ່ນບັນດາຍຸດທະສາດ ແລະ ນະໂຍບາຍທີ່ຝລັ່ງ ປະຕິບັດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອາຊີ ປາຊີຟິກ. ທ່ານໄດ້ມາຮອດຮ່າໂນ້ຍ ແລະ ໄດ້ປະກາດວ່າ: “ຂ້າພະເຈົ້າມານີ້ເພື່ອປິດໜ້າປະຫວັດສາດ ແລະ ເປີດໜ້າປະຫວັດສາດໃໝ່ອີກ”.

       ປີ 2013, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 2 ປະເທດໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ. ມາຮອດປະຈຸບັນ, ຜ່ານ 5 ທົດສະວັດຜ່ານມາ, ການພົວພັນລະຫວ່າງຫວຽດນາມ ແລະ ຝລັ່ງ ນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ພິເສດແມ່ນໃນຂົງເຂດການຄ້າ, ດ້ວຍການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ວົງເງິນການຄ້າສອງຝ່າຍໄດ້ເຕີບໂຕຢ່າງຕໍ່ເນື່ອງ, ບັນລຸເກືອບ 7,45 ຕື້ USD ໃນປີ 2021 ແລະ ບັນລຸເຖິງ 8,5 ຕື້ USD ໃນປີກາຍ. ປະຈຸບັນ, ຝລັ່ງ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ ໃນສະຫະພາບເອີລົບ.

     ກ່ຽວກັບການຮ່ວມມືພັດທະນາ, ຝລັ່ງ ແມ່ນນັກອຸປະຖຳແຖວໜ້າຂອງ ເອີລົບ ໃຫ້ແກ່ ຫວຽດນາມ, ແລະ ຫວຽດນາມ ຢືນອັນດັບທີ 2 ໃນບັນດາປະເທດໄດ້ຮັບທຶນຊ່ວຍເຫຼືອ (ODA) ຂອງ ຝລັ່ງ ຢູ່ ອາຊີ ດ້ວຍຍອດຈຳນວນທຶນທີ່ໝັ້ນໝາຍຂຶ້ນເຖິງ 18,4 ຕື້ USD (ນັບແຕ່ປີ 1993). ທ່ານ Benoit Guidée, ຫົວໜ້າກົມອາຊີ-ອົດສະຕຣາລີ, ກະຊວງການຕ່າງປະເທດ ຝຣັ່ງ ເນັ້ນໜັກວ່າ:

       “ສິ່ງທີ່ສ້າງເປັນກຳລັງແຮງພິເສດໃຫ້ແກ່ ການພົວພັນຫວຽດນາມ - ຝລັ່ງ , ແມ່ນເໜືອກ່ວາທັງການເຈລະຈາດ້ານການເມືອງທີ່ມີຄຸນນະພາບ, ນັ້ນແມ່ນລະດັບຄວາມເຂັ້ມຂົ້ນຂອງການພົວພັນດ້ານມະນຸດ. ເໜືອກວ່າທຸກປະເທດອື່ນໃນອາຊີ, ການພົວພັນລະຫວ່າງຝຣັ່ງກັບຫວຽດນາມໃນຂອບເຂດສະມາຄົມ, ວັດທະນະທຳ, ຊາວໜຸ່ມ, ນັກສຶກສາ ຫຼື ນັກຄົ້ນຄ້ວາໃນທຸກຂົງເຂດນັບມື້ນັບແຂງແຮງເປັນພິເສດ. ນັບທັງຢູ່ໃນລະດັບສະມາຄົມມິດຕະພາບຫຼືອຳນາດການປົກຄອງທ້ອງຖິ່ນກໍ່ຕາມ, ກໍລ້ວນແຕ່ມີພື້ນຖານອັນໝັ້ນແກ່ນສຳລັບການພົວພັນມິດຕະພາບອັນດີງາມລະຫວ່າງປະຊາຊົນສອງປະເທດພວກເຮົາ. ນັ້ນແມ່ນສິ່ງສ້າງເປັນກຳລັງແຮງພິເສດແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ.”

        ປະຈຸບັນ, ຝລັ່ງ ພວມຕັ້ງໜ້າຜັນຂະຫຍາຍ ນະໂຍບາຍທີ່ຂະຫຍັນຂັ່ນເຄື່ອນ ແລະ ຮອບດ້ານ ມຸ່ງໄປສູ່ ພາກພື້ນ ອາຊີ - ປາຊີຟິກ, ໃນນັ້ນ ຫວຽດນາມ ມີບົດບາດເປັນແກ່ນສານ.

    ທາງຝ່າຍຫວຽດນາມ, ຍາມໃດຫວຽດນາມ ກໍ່ຖືຝະລັ່ງ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ ແລະ ຫວັງເຮັດໃຫ້ການພົວພັນສອງຝ່າຍ ລະຫວ່າງສອງປະເທດເລິກເຊິ່ງຍິ່ງຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ດິງຕວານທັ້ງໃຫ້ຮູ້ວ່າ:

    “ການພົວພັນຫວຽດນາມ - ຝລັ່ງ ໄດ້ກ້າວເຂົ້າສູ່ໄລຍະຮ່ວມມືໃໝ່ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ດ້ວຍສຳພາລະທີ່ສະດວກທີ່ສຸດ. ພວກເຮົາມີຄວາມຜູກພັນ ແລະ ໄດ້ຮັບການສະໜັບສະໜູນອັນໃຫຍ່ຫຼວງຈາກປະຊາຊົນສອງປະເທດ. ພ້ອມທັງມີການແບ່ງປັນລະຫວ່າງການນຳ 2 ປະເທດ ກ່ຽວກັບວິໄສທັດ ຂອງການພົວພັນສອງຝ່າຍໃນໄລຍະຈະມາເຖິງ ດ້ວຍບັນດາເສົາຄ້ຳສຳຄັນ, ບຸລິມະສິດ ແລະ ຕອບສະໜອງຄວາມ ຮຽກຮ້ອງຕ້ອງການໃນປະຈຸບັນ.”

      69 ປີໄດ້ຜ່ານພົ້ນໄປ ນັບແຕ່ວັນທຸງຊາດຂອງກອງທັບຫວຽດນາມປິວສະບັດ ຢູ່ເທິງຂຸມຫຼົບໄພຂອງນາຍພົນ De Castries. ປະຈຸບັນ, ປະຊາຊົນສອງປະເທດ ຫວຽດນາມ ແລະ ຝລັ່ງ ພວມພ້ອມກັນພັດທະນາ, ມຸ່ງໄປເຖິງບັນດາຫຼັກໝາຍໃໝ່ໃນການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ