Meo Tom Handmade - ຜະ​ລິດ​ຕ​ະ​ພັນ​ຜະ​ລິດ​ຄືນ​ໃໝ່ ປະ​ກອບ​ສ່ວນຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ​​ຈາກ​ຂົງ​ເຂດແຟ​ຊັນ

(VOVWORLD) -ເຄື່ອງ Jean ແມ່ນລິດພັນໜຶ່ງທີ່ຮູ້ັກກັນດີ ແລະ ຄຸ້ນເຄີຍກັບພວກເຮົາຢູ່ແລ້ວເຮົາໃຊ້ດົນໄປມັນກໍຈະເກົ່າຈະຂາດ ຫຼື ຕົກສີເວລານັ້ນ ທ່ານຈະເອົາໄປເຮັດຫຍັງຖ້າຫາກວ່າ ທ່ານມີຄວາມຄິດຈະເອົາໄປຖີ້ມຢ່າຟ້າວ! ເອົາໄວ້ກ່ອນ ແລ້ວເຊີນທ່ານຕິດຕາມບົດຂຽນດັ່ງຕໍ່ໄປນີ້ຂອງນັກຂ່າວ VOV ເຊິ່ງຈະແນະນຳກ່ຽວກັບຜະລິດຕະພັນຈັບອົກຈັບໃຈ ທີ່ໄດ້ເຮັດດ້ວຍເຄື່ອງ Jean ເກົ່ານີ້ກໍແມ່ນແມ່ນແນວຄວາມຄິດທີ່ປະດິດຄິດສ້າງຂອງເພື່ອນ ຫງວຽນທິຫາຍອຽນ ຫຼື ເປັນທີ່ຮູ້ຈັກກັບເຄື່ອງໝາຍ Meo Tom Handmade.
Meo Tom Handmade - ຜະ​ລິດ​ຕ​ະ​ພັນ​ຜະ​ລິດ​ຄືນ​ໃໝ່ ປະ​ກອບ​ສ່ວນຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ​​ຈາກ​ຂົງ​ເຂດແຟ​ຊັນ - ảnh 1ຫງວຽນທິຫາຍອ໊ຽນ ມີຄວາມເມົາມົວຢ່າງໃຫຍ່ຫຼວງກັບການເຮັດເຄື່ອງຫັດຖະກຳດ້ວຍມື

ຫງວຽນທິຫາຍອ໊ຽນ - ນາງສາວໜຸ່ມຮຽນຈົບຈາກ ພາກວິຊາ ວຽກງານສັງຄົມ, ມະຫາວິທະຍາໄລ ແຮງງານ - ສັງຄົມ ຮ່າໂນ້ຍ ມີຄວາມເມົາມົວຢ່າງໃຫຍ່ຫຼວງກັບການເຮັດເຄື່ອງຫັດຖະກຳດ້ວຍມື ຫຼື ຍັງເອີ້ນວ່າ ເຄື່ອງ handmade, ພິເສດແມ່ນປະເພດຖົງຫີ້ວ ແລະ ກະເປົາ. ນັບແຕ່ຕອນຍັງເປັນນັກສຶກສາ, ນາງໄດ້ຊອກຄົ້ນ, ຮຽນຮູ້ການອອກແບບຖົງ ແລະ ເຮັດເອງ ດ້ວຍສະຕາຍທີ່ເປັນເອກະລັກ. ພາຍຫຼັງຮຽນຈົບ, ນາງໄດ້ຕັດສິນໃຈກັບເມືອບ້ານເກີດເມືອງນອນເພື່ອປະຕິບັດຄວາມຝັນສ້າງຕັ້ງເຄື່ອງໝາຍ handmade ສະເພາະຂອງຕົນ ແລະ ເຄື່ອງໝາຍ Meo Tom Handmade ກໍໄດ້ກຳເນີດຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ຜ້າ Jean ບໍ່ແມ່ນວັດຖຸດິບຕົ້ນຕໍ ທີ່ນາງໄດ້ເລືອກນັບແຕ່ຕົ້ນ.

  ຕອນທີ່ຂ້າພະເຈົ້າຫາກໍເລີ່ມເຮັດເຄື່ອງ handmade, ຂ້າພະເຈົ້າໄດ້ເລືອກເຮັດດ້ວຍຜ້າໃໝ່. ເຄື່ອງ handmade ເອງກໍມີຈຸດທີ່ເປັນເອກະລັກສະເພາະຂອງມັນຢູ່ແລ້ວ. ແຕ່ເມື່ອໃຊ້ຜ້າໃໝ່, ແຕ່ລະຖົງທີ່ເຮັດອອກມາມັນກໍມີຈຸດໃດຈຸດໜຶ່ງຄ້າຍຄືກັນ ແລະ ບໍ່ຕອບສະໜອງໄດ້ຄວາມປະດິດຄິດສ້າງຂອງຂ້າພະເຈົ້າ. ສະນັ້ນ, ພາຍຫຼັງທີ່ຄິດຊອກຫາເສັ້ນທາງເດີນສະເພາະໃຫ້ແກ່ເຄື່ອງໝາຍຂອງຕົນເປັນເວລາ 2 ປີ, ຂ້າເຈົ້າຈຶ່ງຄິດອອກຜ້າຊະນິດໜຶ່ງທີ່ທັງໃກ້ຊິດກັບເຮົາ, ທັງເປັນມິດກັບສິ່ງແວລ້ອມ, ນັ້ນກໍແມ່ນຜ້າ Jean ຈາກໂສ້ງເສື້ອຜືນເກົ່າໆຂອງຕົນ. ໂສ້ງແຕ່ລະຜືນຈະນຳແນວຄວາມຄິດໃໝ່ມາໃຫ້ຂ້າພະເຈົ້າ. ອາດເຫັນວ່າ ຖົງແຕ່ລະແບບນີ້ ຈະມີແຕ່ອັນດຽວເທົ່ານັ້ນ”.

Meo Tom Handmade - ຜະ​ລິດ​ຕ​ະ​ພັນ​ຜະ​ລິດ​ຄືນ​ໃໝ່ ປະ​ກອບ​ສ່ວນຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ​​ຈາກ​ຂົງ​ເຂດແຟ​ຊັນ - ảnh 2
ພາຍໃນເຮືອນຊັ້ນດຽວຫຼັງນ້ອຍໆສີຂາວທີ່ພົ້ນເດັ່ນຂຶ້ນໃນສວນດອກບານເພນພວມພາກັນເບັ່ງບານນັ້ນ, ມີຊຸດໂຕະຕັ່ງເຮັດດ້ວຍຢາງລົດເກົ່າ ແລະ ຜ້າ Jean ສີຟ້າ. ພິເສດ, ພົ້ນເດັ່ນຂຶ້ນໃນຝາສີຂາວຂອງເຮືອນຫຼັງນັ້ນ ແມ່ນຖົງຫີ້ວ, ກະເປົາຊະນິດຕ່າງໆທີ່ເຮັດຈາກຜ້າ Jean ເກົ່າ ເປັນຕົ້ນແມ່ນຖົງພາຍຂ້າງ, ກະເປົາພາຍ, ກະເປົາເປ້ ຫຼື ຖົງໃສ່ໂທລະສັບ…. ແລະ ຫາຍອຽນ ກໍ່ພວມເມົາມົວກັບຜືນຜ້າ ແລະ ຈັກຕັດຫຍິບທີ່ຕັ້ງຢູ່ໃກ້ປ່ອງຢ້ຽມ, ມືຂອງນາງຫຍິບຕາມຈັງຫວະຂອງຈັກຕັດຫຍິບຢ່າງວ່ອງໄວຄ່ອງແຄ້ວ, ບໍ່ພໍຄາວ ນາງກໍເຮັດສຳເລັດຖົງພາຍຂ້າງອັນໜຶ່ງແລ້ວ. ຈາກເຄື່ອງ Jean ເກົ່າ ທີ່ຂາດ ແລະ ຕົກສີ, ເບິ່ງຄືວ່າມີແຕ່ເອົາໄປຖີ້ມເທົ່ານັ້ນ ແຕ່ຜ່ານສີມືຂອງນາງສາວຄົນນີ້ ພັດກາຍເປັນຜະລິດຕະພັນທີ່ເປັນເອກະລັກສະເພາະ. ນັ້ນກໍແມ່ນສິ່ງທີ່ເຮັດໃຫ້ຄົນລຸ້ນໜຸ່ມນິຍົມຊົມຊອບ. ເພື່ອນ ຫງວຽນທິຮ່າ ໜຶ່ງໃນບັນດາລູກຄ້າຄົນທຳອິດທີ່ສັ່ງສິນຄ້າຈາກ ຫາຍອຽນ ໄດ້ແບ່ງປັນວ່າ:

ຂ້າພະເຈົ້າມັກແນວຄວາມຄິດທີ່ ອຽນ ກຳລັງຂະຫຍາຍທີ່ສຸດ. ຂ້້າພະເຈົ້າເຄີຍສົ່ງເຄື່ອງ Jean ເກົ່າທີ່ຂ້າພະເຈົ້າບໍ່ນຸ່ງອີກແລ້ວໄປໃຫ້ ຫາຍອຽນ. ໃນນັ້ນ ມີກະໂປງຜືນໜຶ່ງ ທີ່ມີຄວາມຊົງຈຳຫຼາຍຢ່າງສຳລັບຂ້າພະເຈົ້າ, ເພາະວ່າມີຄົນມອບໃຫ້ຂ້າພະເຈົ້າ ແຕ່ມັນມີຮອຍເປື້ອນ ກໍ່ເລີຍໃຊ້ຕໍ່ບໍ່ໄດ້. ເມື່ອໄດ້ຮັບຖົງທີ່ຫຍີບຈາກຜ້່າເກົ່າຜືນນັ້ນ, ຂ້າພະເຈົ້າປະເອີບໃຈທີ່ສຸດ ເພາະວ່າ  ອ໊ຽນ ຍັງຮັກສາໄດ້ລວດລາຍທີ່ຂ້າພະເຈົ້າມັກ ແລະ ຄວາມຊົງຈຳທີ່ຂ້າພະເຈົ້າຢາກເກັໄວ້. ເຄື່ອງທັງໝົດແມ່ນໄດ້ເຮັດດ້ວຍມືຢ່າງພິຖີພິຖັນ, ເຂົ້າກັບເຄື່ອງນຸ່ງໄດ້ງ່າຍ, ບໍ່ພຽງແຕ່ເໝາະສົມກັບໂສ້ງເສື້ອ Jean ເທົ່ານັ້ນ, ຫາກຍັງໃຊ້ນຳໂປ່ງອີກດ້ວຍ”.

Meo Tom Handmade - ຜະ​ລິດ​ຕ​ະ​ພັນ​ຜະ​ລິດ​ຄືນ​ໃໝ່ ປະ​ກອບ​ສ່ວນຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ​​ຈາກ​ຂົງ​ເຂດແຟ​ຊັນ - ảnh 3ຈາກເຄື່ອງ Jean ເກົ່າ ທີ່ຂາດ ແລະ ຕົກສີ ຫຼື ມີຮອຍເປື້ອນ, ເບິ່ງຄືວ່າມີແຕ່ເອົາໄປຖີ້ມເທົ່ານັ້ນ ແຕ່ຜ່ານສີມືຂອງນາງສາວຄົນນີ້ ພັດກາຍເປັນຜະລິດຕະພັນທີ່ເປັນເອກະລັກສະເພາະ. 

ຫາຍອຽນ ແບ່ງປັນຕື່ມອີກວ່າ: ຜ້າ Jean ແມ່ນຜ້າຊະນິດໜຶ່ງທີ່ມີຄວາມທົນທານດີ ສະນັ້ນ ເໝາະສົມກັບການນຳໃຊ້ຄືນເພື່ອເຮັດກະເປົາ. ຍ້ອນມັນມີຄວາມທົນທານດີແນວນັ້ນ ກ່ອນທີ່ຈະຜະລິດຜ້າປະເພດນີ້ອອກມາໄດ້ ກໍບໍ່ແມ່ນງ່າຍດາຍ ແລະ ສິ້ນເປືອງເຄື່ອງຂອງກັບພະລັງງານນຳ້, ໄຟເປັນຈຳນວນຫຼາຍ. ບໍ່ພຽງແຕ່ເທົ່ານັ້ນ, ເວລາມັນເກົ່າ ຫຼື ຫຼ້າສະໄໝ ແລ້ວຖີ້ມມັນໄປ, ການບຳບັດສິ່ງເສດເຫຼືອນີ້ກໍຍາກບໍ່ຕ່າງຫຍັງກັບຢາງພະລາດສະຕິກເສດເຫຼືອ. ພິເສດ, ເມື່ອກະແສແຟຊັນໄວພວມໄດ້ຮັບຄວາມນິຍົມຄືນໃນປັດຈຸບັນ, ການແກ້ໄຂສິ່ງເສດເຫຼືອຈາກຂົງເຂດແຟຊັນ ກໍແມ່ນບັນຫາທີ່ໜ້າວິຕົກກັງວົນ. ເພາະສະນັ້ນ, ນາງສາວຄີງບາງນ້ອຍນີ້ ມີຄວາມປາດຖະໜາຢາກປະກອບສ່ວນໃດສ່ວນໜຶ່ງເຂົ້າໃນພາລະກິດຫຼຸດຜ່ອນສິ່ງເສດເຫຼືອ.

Meo Tom Handmade - ຜະ​ລິດ​ຕ​ະ​ພັນ​ຜະ​ລິດ​ຄືນ​ໃໝ່ ປະ​ກອບ​ສ່ວນຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ​​ຈາກ​ຂົງ​ເຂດແຟ​ຊັນ - ảnh 4ກະເປົ່າ, ຖົງຫີ້ວ ນາໆຊະນິດທີ່ໄດ້ເຮັດດ້ວຍເຄື່ອງ Jean ເກົ່າ

ໜຶ່ງໃນບັນດາສາຍເຫດທີ່ປະກອບສ່ວນບໍ່ໜ້ອຍເຂົ້າໃນບັນຫາມົນລະພິດສິ່ງແວດລ້ອມນັ້ນ ແມ່ນ ກາລະເບີດຂອງກະແສແຟຊັນໄວ. Meo Tom Handmade ມີວາມຮັກມັກໃນການປະດິດຄິດສ້າງ, ເຄື່ອງແຟຊັນ, ເພາະສະນັ້ນ, ພວກຂ້າພະເຈົ້າ ໄດ້ ແລະ ກຳລັງນຳໃຊ້ເຄື່ອງ Jean ເກົ່າຄືນ ແລ້ວເຮັດເປັນຜະລິດຕະພັນໃໝ່ທີ່ມີປະໂຫຍດກວ່າອອກມາ, ແກ່ຍາວເວລານຳໃຊ້ໃຫ້ແກ່ບັນດາຜະລິດຕະພັນເກົ່າ ແທນທີ່ຈະເອົາໄປຖີ້ມ, ກໍ່ມົນລະພິຕໍ່ສິ່ງແວດລ້ອມ”.

ເພື່ອສາມາດສົ່ງແຫຼ່ງບັນດານໃຈໃຫ້ແກ່ຄົນອື່ນໆມີຄວາມຮັກມັກໃນວຽກງານນຳໃຊ້ຜ້າເກົ່າຄືນໃໝ່ນີ້, ຫາຍອ໊ຽນ ພ້ອມດ້ວຍເພື່ອນຮ່ວມງານ ໄດ້ຈັດກິດຈະກຳແລກປ່ຽນ, ແບ່ງປັນແນວຄວາມຄິດ, ວິທີເຮັດ ຫຼື ໃນໄລຍະເກີດໂລກລະບາດຄືແນວນີ້, ອຽນ ກໍໄດ້ເຮັດຄລິບວິດີໂອ ເພື່ອແນະນຳວິທີການເຮັດກະເປົາດ້ວຍຕົນເອງ ແລະ ມີເພື່ອນໜຸ່ມຫຼາຍຄົນໄດ້ຕອບສະໜອງ, ຕັ້ງໜ້າເຂົ້າຮ່ວມ.

ທີ່ຈິງແລ້ວ, ນ້ອງໄດ້ນຸ່ງເຄື່ອງ Jean ຕະຫຼອດ, ມັນແມ່ນເຄື່ອງນຸ່ງປະຈຳວັນຂອງນ້ອງຢູ່ແລ້ວ. ຖ້າຫາກວ່ານ້ອງບໍ່ໃຊ້ອີກ, ນ້ອງ ແລະ ແມ່ນ້ອງ ກໍຈະເອົາໄປເປັນແພເຊັດ ໂດຍບໍ່ເຄີຍເອົາໄປເຮັດກະເປົາແບບນີ້ຈັກເທື່ອ. ສະນັ້ນ, ນີ້ແມ່ນການລົງຕົວຈິງທີ່ໃໝ່ອ່ຽມສຳລັບນ້ອງ”.

ນ້ອງໃຊ້ເວລາປະມານ 2 ຊົ່ວໂມງເພື່ອເຮັດຖົງນີ້ສຳເລັດ. ນ້ອງເຫັນວ່າ ໂສ້ງ Jean ທີ່ເຮົາບໍ່ໄດ້ນຸ່ງແລ້ວ, ເຮົາເອົາໄປເຮັດຖົງ, ເຮັດກະເປົາແບບນີ້ ແມ່ນຄັກຫຼາຍ ເພາະວ່າ ມັນຍັງຊ່ວຍໃຫ້ເຮົາຝຶກຄວາມອົດທົນ ແລະ ຄວາມພິຖີພິຖັນີກດ້ວຍ”.

ດ້ວຍຄວາມເມົາມົວ, ປະດິດຄິດສ້າງ ແລະ ຄວາມຮັກສິ່ງແວດລ້ອມ, ຫາຍອ໊ຽນ ບໍ່ພຽງແຕ່ເຮັດຜະລິດຕະພັນທີ່ເປັນເອກະລັກສະເພາະອອກມາ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ຫາກຍັງສ້າງລາຍຮັບຕົ້ນຕໍໃຫ້ແກ່ຕົນເອງ ແລະ ເພື່ອນຮ່ວມງານ 3 ຄົນອີກດ້ວຍ. ໃນໄລຍະຈະມາເຖິງ, ຫາຍອຽນ ຈະສືບຕໍ່ຂະຫຍາຍຜະລິດຕະພັນຂອງຕົນໃຫ້ຫຼາຍຫຼາຍກວ່າອີກ ເພື່ອໃຫ້ເຄື່ອງໝາຍ Meo Tom Handmade ນັບມື້ນັບຫຍັບໃກ້ເຂົ້າກັບຜູ້ບໍລິໂພກພາຍໃນປະເທດ ແລະ ສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ