ກັບຄືນສູ່ຄາວເຍົາໄວຜ່ານໂຄງການສິລະປະລະດູຮ້ອນບໍ່ມີຍາມສິ້ນສຸດ

(VOVWORLD) -ງານວາງສະແດງສິລະປະ “ລະດູຮ້ອນບໍ່ມີຍາມສິ້ນສຸດ” ແມ່ນແຫ່ງເກັບຮັກສາບັນດາເຄື່ອງຫຼິ້ນຄາວເປັນເດັກ, ແມ່ນຄວາມຊົງຈຳຍາກທີ່ຈະຫລົງລື່ມໄດ້ຂອງແຕ່ລະຄົນ.
ກັບຄືນສູ່ຄາວເຍົາໄວຜ່ານໂຄງການສິລະປະລະດູຮ້ອນບໍ່ມີຍາມສິ້ນສຸດ - ảnh 1ຈິດຕະກອນ ໂດ້ຈ້ອງກຸຍ
(ພາບ: vnexpress.net)

ດ້ວຍຜະລິດຕະພັນສິລະປະ 25 ຢ່າງກ່ຽວກັບເຄື່ອງຫຼິ້ນ, “ລະດູຮ້ອນບໍ່ມີຍາມສິ້ນສຸດ” ແມ່ນງານວາງສະແດງສ່ວນຕົວເປັນຄັ້ງທຳອິດຂອງຈິດຕະກອນ ໂດ້ຈ້ອງກຸຍ, ດ້ວຍການຈັດສັນຢ່າງຟົດຟື້ນມ່ວນຊື່ນ ໄດ້ຊ່ວຍໃຫ້ຜູ້ຊົມຮູ້ສຶກໄດ້ແນວຄິດ, ລັກສະນະປະດິດຄິດສ້າງຂອງຈິດຕະກອນ. ອາດເວົ້າໄດ້ວ່າ, ງານວາງສະແດງສິລະປະ “ລະດູຮ້ອນບໍ່ມີຍາມສິ້ນສຸດ” ແມ່ນແຫ່ງເກັບຮັກສາບັນດາເຄື່ອງຫຼິ້ນຄາວເປັນເດັກ, ແມ່ນຄວາມຊົງຈຳຍາກທີ່ຈະຫລົງລື່ມໄດ້ຂອງແຕ່ລະຄົນ.

        ງານວາງສະແດງ“ລະດູຮ້ອນບໍ່ມີຍາມສິ້ນສຸດ” ແມ່ນບັນດາຜະລິດຕະພັນໃໝ່ຊຸດຂອງຈິດຕະກອນ ໂດ້ຈ້ອງກຸຍ ໄດ້ປະຕິບັດໃນເວລາ 1 ກວ່າປີຜ່ານມາ. ບັນດາຜະລິດຕະພັນດັ່ງກ່າວໂດຍອ້າຍແຕ້ມ, ສະແດງ ຄວາມຮູ້ສຶກຂອງອ້າຍຜ່ານບັນດາເຄື່ອງຫຼິ້ນຄື: ລົດໃຫຍ່, ເຮືອ, ສັດ ແລະ ຄົນຫຸ່ນນ້ອຍໃນທ່າມກາງທິວທັດ, ເຄື່ອງໃຊ້ໃນຄອບຄົວ, ຈາກນັ້ນສ້າງເປັນເຂດສິລະປະທີ່ມີຊີວິດຊີວາ, ມີສີສັນຫຼາກຫຼາຍທີ່ສຸດ. ແບ່ງປັນກ່ຽວກັບເຈົ້າກຳໃນບັນດາຜະລິດຕະພັນສິລະປະຂອງຕົນ, ຈິດຕະກອນໜຸ່ມ ໂດ້ຈ້ອງກຸຍ, ໃຫ້ຮູ້ວ່າ:

        “ແຕ່ລະເທື່ອເມື່ອຂ້າພະເຈົ້າຮູ້ສຶກບໍ່ມ່ວນ, ນັບແຕ່ກ່ອນມາແລ້ວ ຂ້າພະເຈົ້າເຄີຍໄປຊື້ເຄື່ອງຫຼິ້ນ 1 ອັນ, ເຮັດໃຫ້ເຮົາມີອາລົມດີຂຶ້ນ, ນັບແຕ່ນັ້ນເຄື່ອງຫຼິ້ນໃນເຮືອນແມ່ນຫຼາຍທີ່ສຸດ. ຕົວຢ່າງຄືເມື່ອອອກໄປນອກເຫັນອຸບັດຕິເຫດ ຂ້າພະເຈົ້າຈະວາດພາບຄືນຕາມວິທີສັງເກດຂອງຕົນຜ່ານເຄື່ອງຫຼິ້ນ, ສ່ອງແສງການດຳລົງຊີວິດປະຈຳວັນ.ແຕ່ບໍ່ຕ້ອງສຸມໃສ່ເລື່ອງລາວພວມເກີດຂຶ້ນນັ້ນ, ທີ່ຈິງແລ້ວ, ສຸດທ້າຍກໍນຳມາເຊິ່ງຄວາມຮູ້ສຶກທາງດ້ານຈັກຂຸສຳຜັດ”.

        ບັນດາລາຍແຕ້ມ ແລະ ຄວາມສະອຽດອ່ອນໃນການສ້າງຮູບເຄື່ອງຫຼິ້ນຂອງຈິດຕະກອນ ໂດ້ຈ້ອງກຸຍ ມີຄວາມດຶງດູດໃຈຜູ້ຊົມ, ປຸກລູກຄວາມຢາກຊອກຮູ້ຂອງຜູ້ຊົມກ່ຽວກັບຊີວິດຂອງບັນດາພາບແຕ້ມ. ເຖິງວ່າໂລກເຄື່ອງຫຼິ້ນແມ່ນຄົງຕົວແຕກຕ່າງກັນກັບໂລກຕົວຈິງກໍ່ຕາມ, ແຕ່ຜູ້ຊົມສາມາດຮູ້ສຶກໄດ້ເຖິງບັນດາສະພາບການຂອງໂລກຕົວຈິງຢ່າງງ່າຍດາຍ, ນຳມາເຊິ່ງຄວາມຮູ້ສຶກໃໝ່ອຽມ.

        “ຂ້າພະເຈົ້າຮູຶສຶກມີຄວາມປະທັບໃຈຕໍ່ບັນດາຜະລິດຕະພັນ “ພວກຂ້າພະເຈົ້າຂໍໂທດ ພວກຂ້າພະເຈົ້າຟ້າວໄປ” ແລະ ຜະລິດຕະພັນຕົ້ນໄມ້ 3 ຕົ້ນ, ອອກແບບປະຕູພວມອັດ, ຜູ້ທີ່ເປີດປະຕູຈະເຫັນໄດ້ສິ່ງບັງເອີນໂດຍບໍ່ຮູ້ລ່ວງໜ້າ. ງານວາງສະແດງນີ້ແມ່ນໄດ້ສ້າງຄວາມດູດດື່ມທີ່ສຸດ.”

        “ບັນດາພາບແຕ້ມດັ່ງກ່່າວໂດຍອີງໃສ່ເຄື່ອງຫຼິ້ນຂອງຈິດຕະກອນເປັນຕົ້ນ, ສົມທົບກັບແນວຄິດກ່ຽວກັບຊີວິດ, ປະສົມກົມກ່ຽວເຊິ່ງກັນແລະກັນ. ບັນດາພາບແຕ້ມມີສີສັນຫຼາກຫຼາຍຄືພາບແຕ້ມຂອງເດັກ, ແຕ່ສັງເກດເລິກກວ່າເຮົາຍັງຮູ້ສຶກບັນດາສິ່ງທີ່ຈິດຕະກອນຢາກສົ່ງສານກ່ຽວກັບຊີວິດ, ຄວາມຮູ້ສຶກມ່ວນຊື່ນ, ຫງວ່ມເຫງົາຜ່ານເຄື່ອງຫຼິ້ນ”.

        ໂດຍມີຄວາມແຕກຕ່າງກັບວິຖີສິລະປະຂອງຈິດຕະກອນຍຸກທັນສະໄໝຫຼາຍຄົນ, ສ້າງແຫຼ່ງບັນດານໃຈຈາກບັນດາຄຸນຄ່າວັດທະນະທຳປະຫວັດສາດ ຫຼື ສ່ອງແສງຄວາມໃນໃຈຂອງແຕ່ລະຄົນ… ຈິດຕະກອນໜຸ່ມ ໂດ້ຈ້ອງກຸຍ ໄດ້ເດີນຕາມຮຸູບແບບລຽບງ່າຍ, ສະແດງອອກຜ່ານບັນດາເຄື່ອງຫຼິ້ນທີ່ໃກ້ຊິດ, ລື້ງເຄີຍ. ເພື່ອນ ເຍີດແອັງ, ນັກຮຽນປີທີ 3, ມະຫາວິທະຍາໄລ່ວິຈິດສິນຫວຽດນາມ, ໃຫ້ຂໍ້ສັງເກດວ່າ.

        “ໃນຕະຫຼາດມີຫຼາຍຫົວເລື່ອງເຊິ່ງເຂົາເຈົ້າມີຄວາມສົນໃຈ, ຜູ້ແຕ້ມໄດ້ນຳຈຸດໄຮ້ດຽງສາເຂົ້າໃນບັນດາຫົວເລື່ອງໃຫຍ່ຂອງຊີວິດ, ບັນດາຂົງເຂດເຊິ່ງຈິດຕະກອນຫຼາຍຄົນບໍ່ສົນໃຈນັ້ນ, ແຕ່ຈິດຕະກອນໂດ້ຈ້ອງກຸຍ ພັດໄດ້ພັນລະນາເຖິງມັນ. ນັ້ນແມ່ນຈຸດທີ່ແຕກຕ່າງກັນ”.

        “ລະດູຮ້ອນບໍ່ມີຍາມສິ້ນສຸດ” ແມ່ນງານວາງະແດງເປັນມິດທີ່ສະຫງວນໃຫ້ຜູ້ຊົມທຸກຄົນ. ຈາກເດັກນ້ອຍຕະຫຼອດຮອດຜູ້ໃຫຍ່ ລ້ວນແຕ່ຮູ້ສຶກປະທັບໃຈເມື່ອໄດ້ຮັບຊົມບັນດາພາບແຕ້ມທີ່ມີສີສັນຫຼາກຫຼາຍ, ດ້ວຍເຈົ້າກຳແມ່ນບັນດາເຄື່ອງຫຼິ້ນທີ່ລື້ງເຄີຍຄື: ລົດໃຫຍ່, ຕຸກກະຕາ, ສັດ… ບັນດາເຄື່ອງຫຼິ້ນຖືກຈັດວາງ, ວາດພາບເຖິງບັນດາເຫດການທີ່ເກີດຂຶ້ນໃນຕົວຈິງ, ແມ່ນແຈ່ໜຶ່ງໃໝ່ອ່ຽມນຳມາເຊິ່ງຄວາມຮູ້ສຶກໃໝ່ໆແປກປະຫຼາດໃຈໃຫ້ແກ່ຜູ້ຊົມ. ງານວາງສະແດງດັ່ງກ່າວໄດ້ດຳເນີນຮອດວັນທີ 13 ມິຖຸນາ, ຢູ່ເຮືອນເລກທີ 136 ຖະໜົນ ຮ່າງຈົ່ງ, ຮ່າໂນ້ຍ. ຍ້ອນສະພາບເກີດໂລກລະບາດໂຄວິດ-19, ບໍ່ໄດ້ເຕົ້າໂຮມກັນຫຼາຍຄົນ ຜູ້ຊົມຈົ່ງຕິດຕໍ່ກັບຄະນະຈັດຕັ້ງງານວາງສະແດງກ່ອນທີ່ຈະໄປຢ້ຽມຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ