ກຸ່ມອາສາສະໝັກເພື່ອ “ໜອງເກືອມຂຽວສະອາດ”

(VOVWORLD) - ມີຫຼາຍສາຍເຫດທີ່ສຸດເພື່ອໃຫ້ທຸກຄົນມາໜອງເກືອມ (ຊຶ່ງແມ່ນໜອງທີ່ຄົນລາວ ຫຼາຍຄົນມັກເອີ້ນວ່າ ໜອງເຕົ່າ) ໃນຍາມມີເວລາຫວ່າງຄື: ມາພົບປະກັບເພື່ອນ, ອອກກຳລັງກາຍ ແລະ ຢ້ຽມຊົມທິວທັດທຳມະຊາດ…

ແຕ່ແຕກຕ່າງກັບບັນດາຜູ້ຄົນດັ່ງກ່າວ, ບັນດາເພື່ອນໜຸ່ມໃນສະມາຄົມເກັບຂີ້ເຫຍື່ອໜອງເກືອມ ພັດນັດກັນມາເຕົ້າໂຮມຢູ່ເຂດນີ້ ບໍ່ແມ່ນມາເພື່ອຢ້ຽມຊົມໜອງ, ຫາກແມ່ນເລີ່ມມາຈາກແນວຄວາມຄິດພິເສດນັ້ນແມ່ນ: ຮັກສາຄວາມສະອາດທິວທັດທຳມະຊາດໜອງເກືອມ. ດ້ວຍຄວາມປາດຖະໜານັ້ນ, ເຖິງວ່າອາກາດຈະຮ້ອນເອົ້າ ຫຼື ຝົນຕົກ, ໜາວເຢັນກໍ່ຕາມ ແຕ່ບັນດາເພື່ອນໜຸ່ມລ້ວນແຕ່ມີໜ້າຢູ່ທີ່ນີ້ໃນແຕ່ລະວັນອາທິດ ເພື່ອທຳຄວາມສະອາດຢູ່ເຂດອ້ອມໜອງເກືອມ.

ກຸ່ມອາສາສະໝັກເພື່ອ “ໜອງເກືອມຂຽວສະອາດ” - ảnh 1 ສະມາຊິກໃນສະມາຄົມເກັບຂີ້ເຫຍື່ອຢູ່ອ້ອມແອ້ມໜອງ ເກືອມ

        ໃນເວລາ 16 ໂມງຂອງວັນອາທິດ, ມີສະມາຊິກຂອງກຸ່ມເກັບຂີ້ເຫຍື່ອໜອງເກືອມ ໄດ້ມາເຕົ້າໂຮມກັນຢູ່ຕໍ່ໜ້າທາດ ຮ່ວາຟອງ (ຢູ່ຂ້າງໜອງເຕົ່າ). ສະມາຊິກແຕ່ລະຄົນໄດ້ຮັບເສື້ອສີຂຽວ, ດ້ານໜ້າໄດ້ພິມສັນຍາລັກ ທີ່ວ່າ ຖິ້ມຂີ້ເຫຍື່ອໃສ່ຖັງ, ດ້ານຫຼັງພິມຊື່ຂອງກຸ່ມ ແລະ ແຖວຕົວໜັງສືດ້ວຍສານທີ່ວ່າ “ທຸກຄົນຮ່ວມແຮງຮ່ວມໃຈທຳຄວາມສະອາດ”. ສະມາຄົມໄດ້ຮັບການສ້າງຕັ້ງດ້ວຍຈຸດໝາຍສ້າງຮູບແບບການຮັກສາສິ່ງແວດລ້ອມປອດຂີ້ເຫຍື້ອ, ຜະລິດສິ່ງເສດເຫຼືອຂີ້ເຫຍື່ອຄືນໃໝ່; ປະກອບສ່ວນສ້າງຮ່າໂນ້ຍ ຂຽວ, ນ້ຳໜອງເກືອມ ໃສສະອາດ, ຈາກນັ້ນ ຍົກສູງສະຕິຂອງປະຊາຊົນກ່ຽວກັບການຮັກສາສິ່ງແວດລ້ອມ. ອ້າຍ ໂດ້ກົງຮ໋ວນ, ຜູ້ຄຸ້ມຄອງສະມາຄົມເກັບຂີ້້ເຫຍື້ອໜອງ ເກືອມ, ແບ່ງປັນວ່າ.

        “ສະມາຄົມເກັບຂີ້ເຫຍື່ອໜອງເກືອມ ໄດ້ຮັບການສ້າງຕັ້ງເມື່ອເດືອນ ມີນາ ປີ 2011. ຜູ້ເຂົ້າຮ່ວມກຸ່ມສ່ວນຫຼາຍແມ່ນໄວໜຸ່ມ. ພວກຂ້າພະເຈົ້າຢາກເຮັດສິ່ງໃດໜຶ່ງເພື່ອຍົກສູງສະຕິ ຂອງປະຊາຄົມ, ຮ່ວມແຮງຮ່ວມໃຈປະກອບສ່ວນເຫື່ອແຮງຂອງຕົນເລັກນ້ອຍເພື່ອຊ່ວຍປະຊາຄົມໃຫ້ນັບມື້ນັບດີກວ່າ. ນອກຈາກການເກັບຂີ້ເຫຍື່ອຢູ່ອ້ອມໜອງເກືອມແລ້ວ, ພວກຂ້າພະເຈົ້າຍັງມີການເຄື່ອນໄຫວອີກອັນໜຶ່ງນັ້ນແມ່ນ ຜະລິດບັນດາຂີ້ເຫຍ່ືອ, ສິ່ງເສດເຫຼືອຄືນໃໝ່ໃນວັນເສົາແຕ່ລະອາທິດ, ຈາກນັ້ນ ຜະລິດອອກບັນດາຜະລິດຕະພັນຫັດຖະກຳຄື: ເຄື່ອງທີ່ລະນຶກ, ອຸປະກອນການຮ່ຳຮຽນ… ເອົາໄປຂາຍເພື່ອສ້າງກອງທຶນ”.

        ມີຂີ້ເຫຍື່ອສິ່ງເສດເຫຼືອຄົບທຸກຊະນິດທີ່ຖືກຖິ້ມຢູ່ສະຖານທີ່ແຫ່ງນີ້ ແລະ ສະມາຊິກແຕ່ລະຄົມລ້ວນແຕ່ເຮັດວຽກຢ່າງສຸດຈຸດສຸດໃຈເພື່ອເກັບໃຫ້ໝົດ. ບາງເທື່ອ, ເຂົາເຈົ້າຕ້ອງກົ້ມເກັບຢູ່ຕີນຕັ່ງ, ລອດເຂົ້າຕາມຮ່ອມຕົ້ນໄມ້ເພື່ອເກັບຂີ້ເຫຍື່ອຄື: ກັບເຂົ້າໜົມ, ຕຸກນ້ຳດື່ມ, ໄມ້ກະແລ່ມ… ທີ່ຖິ້ມໄວ້ຢູ່ນັ້ນມາແຕ່ດົນ. ແລະນີ້ກໍ່ແມ່ນວັດຖຸຕົ້ນຕໍເພື່ອເອົາມາຜະລິດຄືນໃໝ່ໃຫ້ກາຍເປັນບັນດາເຄື່ອງຫັດຖະກຳເພື່ອຂາຍເອົາເງິນໄປເຮັດວຽກງານການກຸສົນ. ບັນດາຜະລິດຕະພັນດັ່ງກ່າວສ່ວນຫຼາຍໄດ້ຂາຍທາງ Facebook ຂອງກຸ່ມ. ນາງ ຢ້ຽວເຮືອງ, ນັກສຶກສາມະຫາວິທະຍາໄລອຸດສາຫະກຳ, ມີຄວາມນິຍົມບັນດາຜະລິດຕະພັນທີ່ໄດ້ປະດິດຈາກຂີ້ເຫຍື່ອທີ່ສຸດ.

        “ຂ້າພະເຈົ້າໄດ້ມາຢ້ຽມຢາມໜອງເກືອມ ຫຼາຍເທື່ອແລ້ວ ແລະ ມີຫຼາຍເທື່ອຂ້າພະເຈົ້າໄດ້ພົບກັບບັນດາເພື່ອນໜຸ່ມເກັບຂີ້ເຫຍື່ອຢູ່ອ້ອມໜອງນີ້. ມີບາງຄັ້ງຂ້າພະເຈົ້າເຫັນພວກເພື່ອນໜຸ່ມພວມນັ່ງປະດິດຂີ້ເຫຍື່ອສິ່ງເສດເຫຼືອໃຫ້ກາຍເປັນບັນດາຜະລິດຕະພັນຫັດຖະກຳຄື: ວັດເສົາດຽວ, ຂົວ ເທຫຸກ ຫຼື ວິຫານ ຫງອັກເຊີນ, ຂອບຮູບ… ຂ້າພະເຈົ້າເຫັນວ່າ, ນີ້ແມ່ນວຽກງານທີ່ມີຫົວຄິດປະດິດສ້າງ; ຜະລິດຂີ້ເຫຍື່ອ, ສິ່ງເສດເຫຼືອໃຫ້ກາຍເປັນບັນດາຜະລິດຕະພັນທີ່ມີຄຸນຄ່າ”.

        ຈຳນວນເງິນພາຍຫຼັງຂາຍບັນດາຜະລິດຕະພັນດັ່ງກ່າວແຕ່ລະເດືອນແມ່ນໄດ້ປະມານ 5 – 6 ລ້ານ. ກຸ່ມໄດ້ນ້ຳໃຊ້ຈຳນວນເງິນດັ່ງກ່າວນີ້ສ້າງກອງທຶນເຄື່ອນໄຫວການກຸສົນຄື: ຂາຍຄາບເຂົ້າດ້ວຍລາຄາ 5.000 ດົ່ງໃຫ້ຄົນທຸກຍາກ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດາຄົນເຈັບ… ພາຍຫຼັງເຄື່ອນໄຫວມາເປັນເວລາເກືອບ 7 ປີ, ດ້ວຍຈຳນວນສະມາຊິກໃນເບື້ອງຕົ້ນແມ່ນກວ່າ 10 ຄົນ, ມາຮອດປະຈຸບັນໄດ້ມີກວ່າ 20 ຄົນເຂົ້າຮ່ວມສະມາຄົມເກັບຂີ້ເຫຍື່ອໜອງ ເກືອມ ໄດ້ຮັບການສະໜັບສະໜູນຈາກປະຊາຊົນຫຼາຍຄົນ. ເພື່ອນ ຫງວຽນວັນຮ່ວານ, ອາຍຸ 21 ປີ, ສະມາຊິກຂອງກຸ່ມເກັບຂີ້ເຫຍື່ອໜອງເກືອມ ແລະ ປ້າລວານ, ຊາວຮ່າໂນ້ຍ ແບ່ງປັນວ່າ.

        “ເມື່ອມາຢ້ຽມຢາມໜອງເກືອມ, ນ້ອງບັງເອີນເຫັນ  ບັນດາພວກອ້າຍເອື້ອຍມາເກັບຂີ້ເຫຍື່ອຢູ່ທີ່ນີ້, ເມື່ອນ້ອງກັບບ້ານນ້ອງໄດ້ຊອກຫາຂໍ້ມູນທາງ Facebook ກ່ຽວກັບສະມາຄົມເກັບຂີ້ເຫຍື່ອໜອງເກືອມ ແລະ ນ້ອງກໍ່ໄດ້ຈົດທະບຽນເຂົ້າຮ່ວມ. ຕາມປົກກະຕິ, ນ້ອງໄດ້ຮັບແບ່ງວຽກໃຫ້ເກັບຂີ້ເຫຍື່ອຢູ່ເຂດແຄມທາງ. ຢູ່ທີ່ນັ້ນ, ບັນດາລຸງບໍລິການລົດຈັກຮັບຈ້າງມັກສູບຢາ, ບັນດາເພື່ອນໜຸ່ມກິນກະແລ່ມແລ້ວ ຖິ້ມຢູ່ແຄມທາງ. ນ້ອງເຫັນວ່າ, ນີ້ແມ່ນວຽກງານທີ່ມີປະໂຫຍດໃຫ້ຕົນເອງ ແລະ ທັງສັງຄົມ”.

        “ຂ້າພະເຈົ້າເຫັນບັນດາພວກເພ່ືອນໜຸ່ມໄປເກັບຂີ້ເຫຍື່ອຄືແນວນັ້ນແມ່ນມີຄ່າທີ່ສຸດ, ຍ້ອນວ່າຍັງມີຫຼາຍຄົນຍັງບໍ່ທັນມີສະຕິໃນການຮັກສາສິ່ງແວດລ້ອມເທື່ອ. ຫຼາຍຄັ້ງ, ທີ່ຂ້າພະເຈົ້າອອກມາໜອງ ເກືອມ ຫຼື ກັບເມືອບ້ານ, ຖ້າຂ້າພະເຈົ້າເຫັນຂີ້ເຫຍື່ອກໍ່ເກັບໃສ່ຖັງຂີ້ເຫຍື່ອ ແລະ ກໍ່ຕັກເຕືອນພວກເພື່ອນໜຸ່ມທີ່ນັ່ງດື່ມນ້ຳແລ້ວຢ່າລືມຖິ້ມຂີ້ເຫຍື່ອໃສ່ຖັງເດີ. ແລະວຽກງານຂອງບັນດາເພື່ອນໜຸ່ມໃນກຸ່ມເກັບຂີ້ເຫຍື່ອນັ້ນ ໄດ້ຊ່ວຍໃຫ້ຫຼາຍຄົນມີສະຕິໃນການຮັກສາສິ່ງແວດລ້ອມກວ່າ, ປົກປັກຮັກສາທິວທັດທຳມະຊາດຢູ່ອ້ອມໜອງ ເກືອມ”.

        ສິ່ງທີ່ສະມາຊິກທຸກຄົນໃນສະມາຄົມປາດຖະໜາ ແລະ ຕັດສິນໃຈປະຕິບັດໃຫ້ໄດ້ແມ່ນໜອງເກືອມ ຈະບໍ່ມີຂີ້ເຫຍື່ອອີກແລ້ວ. ໃນອະນາຄົດ, ກຸ່ມຍັງສ້າງຄວາມຫວັງແມ່ນເປີດກວ້າງການເຄື່ອນໄຫວ, ບໍ່ພຽງແຕ່ທຳຄວາມສະອາດຢູ່ບັນດາໜອງໃນນະຄອນເທົ່ານັ້ນ, ຫາກທັງຢູ່ບັນດາເຂດລະຫຼິ້ນອີກດ້ວຍ. ແຕ່ສິ່ງສຳຄັນທີ່ສຸດເຊິ່ງສະມາຄົມມຸ່ງໄປເຖິງ, ບໍ່ແມ່ນທຳຄວາມສະອາດຢູ່ຖະໜົນສາຍໜຶ່ງເທົ່ານັ້ນ, ຫາກຮຽກຮ້ອງໃຫ້ທຸກໆຄົນຍົກສູງສະຕິປົກປັກຮັກສາທິວທັດທຳມະຊາດ, ສິ່ງແວດລ້ອມໃຫ້ນະຄອນແຫ່ງອະລິຍະທຳນັບພັນປີອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ