ການປະດິດຄິດສ້າງເມື່ອນຳໃຊ້ສິລະປະຂັບ ກາຍເລືອງ ເຂົ້າໃນການສິດສອນເລື່ອງ ກ່ຽວ ໃຫ້ແກ່ນັກຮຽນ

(VOVWORLD) -ໃນສື່ສັງຄົມອອນລາຍພວມແຜ່ຜາຍ clip ເອື້ອຍຄູທີ່ນຳໃຊ້ສິລະປະຂັບ ກາຍເລືອງ (ລຳເລື່ອງ) ເຂົ້າໃນການສິດສອນຄວາມຮູ້ໃຫ້ແກ່ນັກຮຽນ.
ການປະດິດຄິດສ້າງເມື່ອນຳໃຊ້ສິລະປະຂັບ ກາຍເລືອງ ເຂົ້າໃນການສິດສອນເລື່ອງ ກ່ຽວ ໃຫ້ແກ່ນັກຮຽນ - ảnh 1 (ເອື້ອຍຄູ ເຊີນກາ  ແລະ ພວກນັກຮຽນຂອງຕົນ)

ມີຫຼາຍຄຳເຫັນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ວິທີປະດິດຄິດສ້າງຂອງເອື້ອຍຄູ ຮີ່ນເຊີນກາ, ຄູສອນວິຊາວັນນະຄະດີ, ຢູ່ໂຮງຮຽນມັດທະຍົມຕອນປາຍ ຫວໍທິຮົ່ງ, ຢູ່ຕາແສງ ແຄ໊ງບິ່ງໄຕ, ເມືອງ ເຈິ່ນວັນເທ່ີຍ, ແຂວງ ກ່າເມົາ. ບໍ່ພຽງແຕ່ນຳໃຊ້ຂັບ ກາຍເລືອງ ເຂົ້າໃນການສິດສອນຂອງຕົນເທົ່ານັ້ນ, ແຕ່ເອື້ອຍຄູ ເຊີນກາ ຍັງນຳໃຊ້ບັນດາວິທີການສິດສອນໃໝ່ອື່ນໆເພື່ອໃຫ້ນັກຮຽນສາມາດຮຽນໄດ້ດີກວ່າ.

        ເອື້ອຍຄູ ເຊີນກາ ໄດ້ສອນບົດເພງບູຮານທີ່ມີຊື່ວ່າ “ຮ້ວານເທີ ຈັບຕົວ ຖຸຍກ່ຽວ” ຂອງນັກປະພັນ ເຈິ່ນງອັກແທກ ໃຫ້ພວກນັກຮຽນ. ບົດເພງດັ່ງກ່າວໄດ້ແຜ່ຜາຍໃນສື່ສັງຄົມອອນລາຍຫວ່າງມໍ່ໆມານີ້ເມື່ອເອື້ອຍຄູຮ້ອງເພງເພື່ອຖ່ອຍທອດຄວາມຮູ້ກ່ຽວກັບເລື່ອງ ກ່ຽວ ໃຫ້ແກ່ນັກຮຽນ. ນີ້ແມ່ນຄັ້ງທຳອິດທີ່ເອື້ອຍຄູ ເກີດປີ 1989 ທົດລອງນຳໃຊ້ສິລະປະຂັບ ກາຍເລືອງ ໃນຊົ່ວໂມງຮຽນ, ແຕ່ປະສົບຜົນສຳເລັດຢ່າງບໍ່ຄາດຄິດ. ເມື່ອຄູເລີ່ມຂັບ ກາຍເລືອງ ມີນັກຮຽນກໍ່ໄດ້ຈົດເນື້ອໃນໄວ້.ເມື່ອແລກປ່ຽນກ່ຽວກັບເນື້ອໃນຂອງບົດຮຽນທົ່ວຫ້ອງກໍ່ມີຄວາມຟົດຟື້ນຂຶ້ນ. ພິເສດກວ່າແມ່ນ, ນັກຮຽນຫ້ອງອື່ນກໍ່ຢາກໃຫ້ເອື້ອຍຄູນຳໃຊ້ວິທີສິດສອນທີ່ໄດ້ທົດລອງແລ້ວມາສອນໃຫ້ແກ່ຕົນ. ນ້ອງ ເລິມເຫ້ວຍື, ນັກຮຽນຂອງເອື້ອຍຄູ ເຊີນກາ, ແບ່ງປັນວ່າ.

        “ເອື້ອຍຄູໄດ້ຂັບ ກາຍເລືອງ ທີ່ກ່ຽວຂ້ອງກັບຫົວເລື່ອງບົດຮຽນໃຫ້ພວກນ້ອງຟັງ. ຜ່ານການຂັບກ່ຽວກັບເລື່ອງລາວຂອງ ຮ້ວານທື ຫິງຫວງ ຖຸຍກ່ຽວ ພວກນ້ອງໄດ້ເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບບັນດາປຸກຄົນໃນເລື່ອງລາວ. ໃນຄາວນັ້ນ, ຫ້ອງຮຽນແມ່ນມີຄວາມມ່ວນຊື່ນ, ປະທັບໃຈ ແລະ ນັກຮຽນໄດ້ຕັ້ງໃຈກວ່າ. ພວກນ້ອງບໍ່ຮູ້ສຶກເບື່ອແຕ່ຍັງເຫັນວ່າເລື່ອງລາວນີ້ມີຄວາມດຶງດູດໃຈກວ່າ”.

        ພາຍຫຼັງ clip ໄດ້ແຜ່ຜາຍໄປໃນສື່ສັງຄົມອອນລາຍ, ກໍ່ໄດ້ຮັບບັນດາຄຳສະແດງຄວາມຄິດເຫັນ, ແບ່ງປັນ, ລະດົມກຳລັງໃຈໃຫ້ແກ່ການມີຫົວຄິດປະດິດສ້າງຂອງເອື້ອນຄູ ເຊີນກາ. ໃນຄອບຄົວຂອງເອື້ອຍຄູ ມີພໍ່ເປັນນັກດີດຂິມ, ນັບແຕ່ຄາວຍັງນ້ອຍ ເອື້ອຍຄູ ເຊີນກາ ກໍ່ໄດ້ຮູ້ຈັກກັບບັນດາບົດເພງບູຮານ, ຂັບ ກາຍເລືອງ ແລ້ວ. ເອື້ອຍຄູ ເຊີນກາ ມີຄວາມນິຍົມບັນດາບົດເພງບູຮານຫຼາຍບົດ ແລະ ເອື້ອຍຄູກໍ່ໄດ້ຄິດເຖິງເລື່ອງເສີມຂະຫຍາຍທ່າແຮງຂອງຕົນໃນທັນທີເພື່ອຊ່ວຍໃຫ້ພວກນ້ອງນັກຮຽນໄດ້ຮ່ຳຮຽນເປັນຢ່າງດີກວ່າ.

        “ພາຍຫຼັງມາສອນຢູ່ໂຮງຮຽນຫຼັງນີ້ນີ້ປະມານ 3-4 ປີ ຂ້າພະເຈົ້າໄດ້ທົດລອງນຳໃຊ້ຂັບ ກາຍເລືອງ ເຂົ້າໃນການສິດສອນແລ້ວ. ໃນການສິດສອນ ຖ້າເປັນຄຳກອນ, ພະຫຍາ, ເພງພື້ນເມືອງແມ່ນໄດ້ຂັດເປັນຕອນມາຂັບຮ້ອງ, ແຕ່ຖ້າເປັນ ກາຍເລືອງ ແມ່ນໄດ້ຂັບເຕັມບົດເລີຍ ແລະ ນີ້ກໍ່ແມ່ນເປັນຄັ້ງທຳອິດ”.

        ການນຳໃຊ້ຂັບ ກາຍເລືອງ ເຂົ້າໃນການສິດສອນວິຊາວັນນະຄະດີຂອງເອື້ອຍຄູ ເຊີນກາ ໄດ້ສ້າງຄວາມຊື່ນຊົມໃຫ້ແກ່ນັກຮຽນ. ໃນຊົ່ວໂມງຮຽນຂອງເອື້ອຍຄູ, ມີນັກຮຽນບາງຄົນກໍ່ຊອກຫາບົດເພງທີ່ກ່ຽວຂ້ອງເຖິງບົດຮຽນດ້ວຍຕົນເອງ, ເມື່ອຂຶ້ນຫ້ອງກໍ່ຂໍອະນຸຍາດເອື້ອຍຄູຂຶ້ນຂັບຮ້ອງໃຫ້ພວກເພື່ອນຟັງ. ໃນບັນດາຊົ່ວໂມງສອນຂອງເອື້ອຍຄູ ເຊີນກາ, ມີບາງເທື່ອນັກຮຽນກໍ່ຕົກສະເງີ້ເມື່ອຄູໃຫ້ເຮັດບົດຝຶກຫັດ: “ພວກນ້ອງຈົ່ງນຳໃຊ້ວິທີແຕ້ມຮູບເພື່ອພັນລະນາຄືນເນື້ອໃນບົດຮຽນ”. ເມື່ອເຂົ້າຫ້ອງ, ນັກຮຽນກໍ່ຂຶ້ນແຕ້ມຢູ່ກະດານດ້ວຍເສັ້ນລວດລາຍສໍຂາວ ແລະ ອະທິປາຍກ່ຽວກັບເນື້ອໃນຂອງບົດຝຶກຫັດ. ບັນດາສຽງຫົວມ່ວນ ພ້ອມກັບການຕີລາຄາ, ອອກຄຳເຫັນທີ່ເປັນຕາໜ້າຮັກຂອງພວກເພື່ອນໃນຫ້ອງ ກໍ່ແມ່ນຍາມທີ່ພວກນັກຮຽນຮັບເອົາຄວາມຮູ້ຕື່ມອີກ.

        ອ້າຍຄູ ຟານວັນລີ, ຮອງຫົວໜ້າຄະນະອຳນວຍການໂຮງຮຽນມັດທະຍົມສົມບູນ ຫວໍທິຮົ່ງ ໃຫ້ຮູ້ວ່າ, ໃນການປະຕິບັດແຜນນະໂຍບາຍປ່ຽນແປງໃໝ່ການສຶກສາ ແລະ ບຳລຸງກໍ່ສ້າງ, ຍາມໃດທາງໂຮງຮຽນກໍ່ສົ່ງເສີມຄູອາຈານມີບັນດາວິທີສິດສອນຢ່າງມີຫົວຄິດປະດິດສ້າງເພື່ອດຶງດູດນັກຮຽນກວ່າ ແລະ ບໍ່ມີຄວາມກົດດັນ. ຄູອາຈານແຕ່ລະຄົນກໍ່ນຳໃຊ້ວິທີສິດສອນທີ່ແຕກຕ່າງກັນ, ແຕ່ນຳໃຊ້ສິລະປະຂັບ ກາຍເລືອງ ເຂົ້າໃນການຖ່າຍທອດຄວາມຮູ້ນັ້ນ ເອື້ອຍຄູ ເຊີນກາ  ເປັນຜູ້ທຳອິດທີ່ປະຕິບັດ ແລະ ນຳມາເຊິ່ງໝາກຜົນທີ່ດີ.

        “ໃນການສິດສອນ, ຄູອາຈານແຕ່ລະຄົນຢູ່ໂຮງຮຽນພວມຊອກຫາ, ທົດລອງບັນດາວິທີສິດສອນແບບໃໝ່, ເໝາະສົມ ເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ. ເອື້ອຍຄູ ຮີ່ນເຊີນກາ ແມ່ນໜຶ່ງໃນບັນດາຄູອາຈານມີວິທີສິດສອນວິຊາວັນນະຄະດີຢ່າງມີຫົວຄິດປະດິດສ້າງ. ດ້ວຍວິທີນຳໃຊ້ການຂັບກາຍເລືອງເຂົ້າໃນວິຊາຮຽນໄດ້ຊ່ວຍໃຫ້ນັກຮຽນມີຄວາມຮູ້ຢ່າງມີປະສິດທິຜົນກວ່າ.”

        ຕາມພະແນກສຶກສາ-ບຳລຸງສ້າງແຂວງ ກ່າເມົາ ແລ້ວ, ວິທີນຳໃຊ້ສິລະປະຂັບກາຍເລືອງເພື່ອສົ່ງຄວາມຮູ້ທາງດ້ານວັນນະຄະດີຂອງເອື້ອຍຄູ ເຊີນກາ ແມ່ນມີຫົວຄິດປະດິດສ້າງ, ເໝາະສົມກັບແຜນນະໂຍບາຍປ່ຽນແປງໃໝ່ການສຶກສາ ແລະ ບຳລຸງກໍ່ສ້າງໃນປະຈຸບັນ. ໃນຕົວຈິງ, ນັກຮຽນໄດ້ສະໜັບສະໜູນວິທີສິດສອນຂອງເອື້ອຍຄູ ຮີ່ນເຊີນກາ, ນຳມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າ ແລະ ເອື້ອຍຄູກໍ່ໃຫ້ຮູ້ວ່າ ຈະມານະພະຍາຍາມກວ່າອີກ ເພື່ອບັນລຸໄດ້ໝາກຜົນການຮຽນ - ການສອນໃຫ້ເປັນຢ່າງດີກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ