ການຫລິ້ນລົດຖີບຮຸ່ນເກົ່າ ແລະ ຫວນຄືນອະນຸສອນຮ່າໂນ້ຍໃນເມື່ອກ່ອນ

(vovworld)- ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ຮອດ​ຍາມ​ເຊົ້າ ຊາວ​ຮ່າ​ໂນ້ຍ​ເຄີ​ຍພົບ​ເຫັນ​ຂະ​ບວນລົດຖີບ​ແລ່ນ​ຕາມເສັ້ນທາງ​ອ້ອມ​ຫນອງ ​ໂຮ່​ໄຕ ຊື່​ງ​ແມ່ນ​ຫນອງ​​ແຫ່ງ​ຫນຶ່ງ​ທີ່ກ້ວາງ​ກວ່າ​ໝູ່​ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ທີ່​ເຂົ້າ​ຮ່ວມໃນ​ຂະ​ບວນລົດຖີບ​ດັ່ງກ່າວ ​ແມ່ນ​ສະມາຊິກ​ຂອງ “ສະ​ໂມ​ສອນ​ລົດຖີບ​ຮຸ່​ນ​ເກົ່າ​ຮ່າ​ໂນ້ຍ​”. ​ເຂົາ​ເຈົ້າ​ນິຍົມ​ຂີ່ລົດຖີບ​ຮຸ່​ນ​ເກົ່າ ທັງ​ຫວນ​ຄືນ​ເຖິງ​ອະດີດຕະການດ້ວຍ​ອະນຸສອນ​ຫຼາຍ​ຢ່າງ ທັງ​ແມ່ນ​ວິທີ​ຫັດກາຍ​ເພື່ອ​ຮັກສາ​ສຸຂະພາບ​. ​ໃນ​ລາຍການ​ສາລະ​ຄະດີ​ພາກ​ນີ້ ​ພວກ​ເຮົາ​ຂໍ​​ແນະນຳ: ການຫລິ້ນ​ລົດ​ຖີບ​ຮຸ່ນ​ເກົ່າ ​ແລະ ຫວນ​ຄື​ນ​​ອະ​ນຸ​ສອນຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ

       

ການຫລິ້ນລົດຖີບຮຸ່ນເກົ່າ ແລະ ຫວນຄືນອະນຸສອນຮ່າໂນ້ຍໃນເມື່ອກ່ອນ - ảnh 1
ສະ​ໂມ​ສອນ​ລົດຖີບຮ່າ​ໂນ້ຍ​
ພາບ:internet


ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2007, ສະ​ໂມ​ສອນ​ລົດຖີບ​ຮ່າ​ໂນ້ຍ​ໃນ​ເມື່ອ​ກອນ ​ແລະ ປະຈຸ​ບັນ ລວມມີ ສະມາຊິກ 70 ຄົນ, ​ເຂົາ​ເຈົ້າ​​ແມ່ນ​ຜູ້​ນິຍົມ​ລົດຖີບ​ຮຸ່ນ​ເກົ່າ. ​ໂດຍ​ໄດ້​ເປັນຄວາມ​ຊິນ​ເຄີຍແລ້ວ, ​ແຕ່ລະ​ເຊົ້າ ບັນດາ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ ​ເຄີຍນັດ​ພົບກັນ​ຢູ່​ຖະຫນົນ ​ແທນ​ນຽນ ແຄມ​ຫນອງ​ໂຮ່​ໄຕ. ອ້າຍ ຫງວຽນ​ວຽດບ໋າ​ວ, ສະມາຊິກ​ສະ​ໂມ​ສອນ​ລົດຖີບ​ໃນ​ເມື່ອ​ກ່ອນ ​ແລະ ປະ​ຈຸບ​ັນ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້ ບັນດາ​ລົດຖີບ​ຮຸ່ນ​ເກົ່າ​ນີ້ມີ​ມູນ​ຄ່າ​ສູງ. ພຽງ​ແຕ່​ຜູ້​​ໄປຕ່າງປະ​ເທດ ​ແລະ ຜູ້​ຮັ່ງມີ​ຈື່ງສາມາດ​ຊື້​ໄດ້. ຍ້ອນ​ມີ​ຄວາມນິຍົມ​ຫລິ້ນ​ລົດຖີບ​ຮຸ່ນ​ເກົ່າ​ຄື​ກັນ, ພວກ​ຂ້າພະ​ເຈົ້າ​ຈຶ່ງ​ສ້າງ​ຕັ້ງ​ສະ​ໂມ​ສອນ ​ເພື່ອ​​ເສາະ​ຫາເຄື່ອງ​ອາ​ໄຫລ່ທີ່​ຍັງ​ຂາດມາ​ແລກປ່ຽນ​ໃຫ້​ກັນ​ເພື່ອປະກອບເປັນ​ລົດຖີບ​ຮຸ່ນ​ເກົ່າ​​ທີ່ສົມ​ບຸນ.”

        ສະມາຊິກ​ສະ​ໂມ​ສອນ​ລົດຖີບ​​ແຕ່ລະຄົນ​ເຖິງ​ວ່າ​ຈະມີອາ​ຊີບ ​ແລະ ​​ເກັ່ນ​ອາຍຸ​​ແຕກ​ຕ່າງ​ກັນກໍ່ຕາມ ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ເມົາ​ມົວ​ກັບ​ລົດຖີບ​ຮຸ່ນ​ເກົ່າ. ນອກຈາກ​ຂີ່​ລົດຖີບ​ເພື່ອ​ຫັດ​ແອບ ຮັກສາສຸຂະພາບ​​ແລ້ວ, ນີ້​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ເຂົາ​ເຈົ້າ​ພົບ​ປະກັນ, ​ແບ່ງປັນ​ຄວາມ​ເມົາມົວ​ຕໍ່​ລົດຖີບ​ຮຸ່ນ​ເກົ່າ. ທ່ານ ​ເລ​ວັນ​ມູ່ຍ, ສະມາຊິກ​ສະ​ໂມ​ສອນ​ດັ່ງກ່າວ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ສະ​ໂມ​ສອນ ​ເພື່ອ​ຫວນ​ຄືນ​ອະນຸສອນ​ກ່ຽວ​ກັບຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ, ​ໃນ​ຄາວ​ຂ້າພະ​ເຈົ້າຍັງ​​ເປັນ​ເດັກນ້ອຍ. ນອກ​ນັ້ນ ຂີ່​ລົດຖີບ​ກໍ​ແມ່ນ​ຮູບ​ການ​ຫັດ​ກາຍ​ເພື່ອ​ຮັກສາສຸຂະພາບ​ອີກ​ດ້ວຍ. ​ແຕ່ລະ​ເຊົ້າ​ຂີ່​ລົດຖີບ​ອອ້ມຫນອງ​​ໂຮ່​ໄຕ ຂ້າພະ​ເຈົ້າຮູ້ສຶກ​ສະບາຍ​ໃຈທີ່​ສຸດ ຍ້ອນ​ອາກາດ​ຢູ່​ທີ່​ນີ້​ປອດ​ໂປ່​ງ​​ແລະເຢັນ​ສະບາຍຫຼາຍ.”

ການຫລິ້ນລົດຖີບຮຸ່ນເກົ່າ ແລະ ຫວນຄືນອະນຸສອນຮ່າໂນ້ຍໃນເມື່ອກ່ອນ - ảnh 2
ລົດ​ຖີບ​ຍີ່​ຫໍ້ Lion ຂອງ​ຝ​ລັ່ງຜະ​ລິດ​ເມື່ອ​ປີ 1925
ປະ​ຈຸ​ບັນມີ​ລາ​ຄາ 2.500 USD


        ບັນດາ​ຍີ່​ຫໍ້​ລົດຖີບ​ຮຸ່​ນ​ເກົ່າ​ທີ່​ມີ​ຊື່​ສຽງ​ໃນ​​ເມື່ອ​ກ່ອນ ​ນັ້ນ​ແມ່ນ: Peugeot, Mercier, Aviac, Marila, Sterling…​ແລະ ລົດຖີບ​ແບບ​ນີ້ສ່ວນ​ຫລາຍ​ແມ່ນ​ມີລາຄາ​ສູງ. ​ເພື່ອ​ມີລົດ​ຖີບ​ຄັນ​ຫນຶ່ງທີ່​ສົມບູນ ​ແມ່ນຕ້ອງ​ລໍຖ້າ, ​​ເສາະ​ຫາ, ເກັບ​ກຳ​ເຄື່ອງ​ອາ​ໄຫລ່​ທີ່​ຍັງ​ຂາດມາປະກອບ​​ເທື່ອ​ລະ​ໜ້ອຍໃຫ້​ເປັນ​ລົດ​ຖີບ​. ທ່ານ ຫງວຽນ​​ແທນ​ກົງ, ສະມາຊິກ​ສະ​ໂມ​ສອນ​ລົດຖີບ​ຮຸ່ນ​ເກົ່າ​ຮ່າ​ໂນ້ຍ​ໃນ​ເມື່ອ​ກອ່ນ ​ແລະ ປະ​ຈຸ​ບັນ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ນິຍົມ​ຫລິ້ນ​ລົດຖີບ​​ຮຸ່ນ​ເກົ່າ​ແຕ່​ຄາວ​ຍັງ​ນ້ອຍ. ​​ເວລານັ້ນ ລົດ​ຖີບ​ຍີ່​ຫໍ້ Peugeot ຂອງຝລັ່ງ ​ແພງ​ຫລາຍ, ບໍ່​ແມ່ນ​ຄອບຄົວ​ໃດ​ກໍ​ຊື້​ໄດ້. ​ໃນ​ຊຸມ​ປີ​ຂອງ​ສະ​ໄຫມເກື້ອກຸນ ​ຢາກ​ມີລົດຖີບ​ຄັນ​ຫນຶ່ງ​​ເພື່ອນຳ​ໃຊ້​ໃນ​ຊີວິດ​ປະຈຳ​ວັນກໍ່​ບໍ່​ແມ່ນ​ເລື່ອງ​ງ່າຍ. ຕ້ອງ​ຫາ​ເງິນ​ເພື່ອ​ຊື້​ເຄື່ອງ​ອາ​ໄຫລ່​ແຕ່ລະ​ຢ່າງ​ ຈົນ​ຮອດ​ເວລາ​ຄົບ​ຖ້ວນ​ແລ້ວ​ຈຶ່ງ​ນຳ​ມາປະກອບ​ເປັນ​ລົດ​ຖີບ​ໄດ້”.

ການຫລິ້ນລົດຖີບຮຸ່ນເກົ່າ ແລະ ຫວນຄືນອະນຸສອນຮ່າໂນ້ຍໃນເມື່ອກ່ອນ - ảnh 3
ລົດ​ຖີບ​ຍີ່​ຫໍ້ Peugeot ມີ​ລາ​ຄາກວ່າ 3.000 USD.


        ຮູ​ບພາບ​ລົດ​ຖີບ​ກ່ອນ​ນີ້ 50- 60 ປີ ​ແລ່ນ​ພ້ອມ​ກັບ​ລົດ​ລາງປະ​ເພດ​ຕ່າງໆ​ຢູ່​ຕາມຖະຫນົນ​ສາຍ​ຕ່າງໆ​​ໃນ​ນະຄອນຫຼວງ ຮ່າ​ໂນ້ຍ. ດ້ວຍ​ຄວາມ​ນິຍົມ​ລົດຖີບຣຸ່ນ​ເກົ່າ,  ບັນດາ​ສະມາຊິກ​ສະ​ໂມ​ສອນ ລົດຖີບ​​ຮຸ່ນ​ເກົ່າຮ່າ​ໂນ້ຍ ​ໃນ​ເມື່ອ​ກອ່ນ ​ແລະ ປະຈຸ​ບັນ ພວມ​ປະກອບສ່ວນຮັກສາຄວາມ​ງາມ​ຂອງ​ນະຄອນຫລວງ​ໄວ້. ນີ້​ກໍ່​ແມ່ນ​ວິທີ​ເພື່ອ​ໃຫ້​​ເຂົາ​ເຈົ້າ​ຄົ້ນ​ຄິດຫຼາຍ​ກວ່າ​ກ່ຽວ​ກັບ​ຄຸນຄ່າ​ຕ່າງໆ​ໃນ​ຊີວິດ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ