ຂີດໝາຍໃນການເດີນທາງເຄື່ອນໄຫວຂອງຜູ້ເຮັດວຽກງານສື່ມວນຊົນ

(VOVWORLD) - ກະສິກຳແມ່ນຂະແໜງສຳຄັນຕົ້ນຕໍຂອງເຂດ ໄຕງວຽນ, ມັນຄອບງຳການດຳລົງຊີວິດຂອງຄອບຄົວຢູ່ທີ່ນີ້ກ່ວາ 5 ລ້ານຄອບຄົວ. ກະສິກຳກໍ່ແມ່ນຫົວເລື່ອງ ເຊິ່ງສຳນັກງານຕາງໜ້າ VOV ປະຈຳເຂດ ໄຕງວຽນ ກໍ່ມີຄວາມສົນໃຈມາໂດຍຕະຫລອດ. 

ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 14 ປີ 2019 ໄດ້ດຳເນີນໃນຕອນຄ່ຳວັນທີ 21 ມິຖຸນາ 2020, ກົງກັບໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 95 ປີ. ເນື່ອງໃນໂອກາດນີ້, ຜະລິດຕະພັນສື່ມວນຊົນດີເດັ່ນປະເພດຕ່າງໆ 103 ຜົນງານໄດ້ຮັບການເຊີດຊູ, ໃນນັ້ນ ບົດສາລະຄະດີທີ່ມີຊື່ວ່າ “ກະສິກຳເຂດ ໄຕງວຽນ - ຊອກຫາກຳລັງໜູນໃຫ້ແກ່ໄລຍະໃໝ່” ຂອງກຸ່ມນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ (VOV) ເປັນກຽດໄດ້ຮັບລາງວັນ A. ນີ້ແມ່ນຂີດໝາຍທີ່ຢັ້ງຢືນເຖິງການປະກອບສ່ວນຂອງກຸ່ມນັກຂ່າວດັ່ງກ່າວ ທີ່ມີຕໍ່ການພັດທະນາກະສິກຳເຂດ ໄຕງວຽນ. ບົດຂຽນຂອງ ບຸຍຮັ່ງ, ນັກຂ່າວ VOV.

ຂີດໝາຍໃນການເດີນທາງເຄື່ອນໄຫວຂອງຜູ້ເຮັດວຽກງານສື່ມວນຊົນ - ảnh 1 ນັກຂ່າວ ເຢືອງດີ່ງຕ໊ວນ

ຜະລິດຕະພັນສື່ມວນຊົນດີເດັ່ນ 103 ຜົນງານ ໄດ້ຮັບລາງວັນສື່ມວນຊົນລະດັບຊາດຄັ້ງທີ 14 ປີ 2019 (ໃນນັ້ນ ລາງວັນ A ມີ 9 ລາງວັນ, ລາງວັນ B ມີ 21 ລາງວັນ, ລາງວັນ C ມີ 41 ລາງວັນ ແລະ ລາງວັນຊົມເຊີຍມີ 32 ລາງວັນ) ເຊິ່ງໄດ້ສ່ອງແສງເຖິງບັນດາເຫດການການເມືອງໃຫຍ່ຂອງປະເທດຊາດ ກໍ່ຄືທຸກດ້ານຂອງຊີວິດສັງຄົມຢ່າງທັນການ ແລະ ເດັ່ນຊັດ. ທ່ານ ໂຮ່ກວາງເລິ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:

ມີຫລາຍຜົນງານໄດ້ສະແດງໃຫ້ເຫັນຄວາມພິຖີພິຖັນ, ມີແບບມີແຜນ, ມີລັກສະນະອາຊີບ, ຄົ້ນພົບ ແລະ ສ່ອງແສງລົງເລິກບັນຫາໄດ້ເປັນຢ່າງດີ, ມີປະສິດທິຜົນທາງສັງຄົມຢ່າງແຮງ, ມີຄວາມຕັ້ງໜ້າ, ມີຜົນສະທ້ອນແຜ່ກະຈາຍຢ່າງສູງ. ຫລາຍບົດມີລັກສະນະຄົ້ນພົບ, ສ່ອງແສງເຖິງບັນດາບັນຫາເຄັ່ງຮ້ອນ, ຫາງສຽງມີຄວາມສົນໃຈ.

ໃນຈຳນວນ 9 ຜົນງານທີ່ໄດ້ຮັບລາງວັນ A ນັ້ນ, ຕ້ອງໄດ້ເວົ້າເຖິງບົດສາລະຄະດີກະຈາຍສຽງ ທີ່ມີຊື່ວ່າ “ກະສິກຳເຂດ ໄຕງວຽນ - ຊອກຫາກຳລັງໜູນໃຫ້ແກ່ໄລຍະໃໝ່” ຂອງກຸ່ມນັກຂ່າວ ເຢືອງດີ່ງຕ໊ວນ - ຫວູຫ໋າຍດິ້ງ ທີ່ເຮັດວຽກຢູ່ສຳນັກງານຕາງໜ້າ VOV ປະຈຳເຂດ ໄຕງວຽນ. ບົດສາລະຄະດີລວມມີ 5 ຕອນ: ຕອນທີ 1 ມີຊື່ວ່າ “ອັນດັບໜຶ່ງຖືກລົ້ມລະລາຍ”, ຕອນທີ 2 ມີຊື່ວ່າ “ເປັນຫຍັງຊາວກະສິກອນບໍ່ຟັງຄວາມລັດ?”, ຕອນທີ 3 ມີຊື່ວ່າ “ເມື່ອວິສາຫະກິດເຮັດກະສິກຳປຽບເໝືອນການສະແດງກາຍຍະສິນ”, ຕອນທີ 4 ມີຊື່ວ່າ “ຍົກສູງວັດທະນະທຳກະສິກຳ, ປຸກລະດົມຈິດໃຈນັກທຸລະກິດ”, ຕອນທີ 5 ມີຊື່ວ່າ “ແງ່ມູມກ່ຽວກັບວັດທະນະທຳກະສິກຳ ແລະ ຈິດໃຈນັກທຸລະກິດ”. ນັກຂ່າວ ເຢືອງດີ່ງຕ໊ວນ, ຕາງໜ້າໃຫ້ກຸ່ມນັກຂ່າວ, ແບ່ງປັນວ່າ:

        “ຜ່ານບົດສາລະຄະດີດັ່ງກ່າວ, ພວກຂ້າພະເຈົ້າຫວັງວ່າ ຊາວກະສິກອນກໍ່ຄືວິສາຫະກິດຈະມີຈິນຕະນາການຢ່າງຖືກຕ້ອງ ແລະ ຊອບທຳ ຍ້ອນວ່າການກັກຕຸນສິນຄ້າ, ສະແຫວງຫາຜົນປະໂຫຍດ… ນັ້ນແມ່ນຈະໄດ້ຮັບຜົນປະໂຫຍດໃນສະເພາະໜ້າເທົ່ານັ້ນ ແຕ່ຕໍ່ມາແມ່ນຈະລົ້ມເຫຼວ. ຈົ່ງຍົກສູງວັດທະນະທຳກະສິກຳ, ປຸກລະດົມກຳລັງໃຈໃຫ້ແກ່ບັນດານັກທຸລະກິດມີຈິດໃຈນຳໜ້າ, ນຳພາຊາວກະສິກອນ ແລະ ມີພຽງແຕ່ສິ່ງນັ້ນ ຈຶ່ງຟື້ນຟູກະສິກຳເຂດໄຕງວຽນ ໄດ້.

        ກະສິກຳແມ່ນຂະແໜງສຳຄັນຕົ້ນຕໍຂອງເຂດ ໄຕງວຽນ, ມັນຄອບງຳການດຳລົງຊີວິດຂອງຄອບຄົວຢູ່ທີ່ນີ້ກ່ວາ 5 ລ້ານຄອບຄົວ. ກະສິກຳກໍ່ແມ່ນຫົວເລື່ອງ ເຊິ່ງສຳນັກງານຕາງໜ້າ VOV ປະຈຳເຂດ ໄຕງວຽນ ກໍ່ມີຄວາມສົນໃຈມາໂດຍຕະຫລອດ. ເມື່ອສະພາບຕົວຈິງມີຄວາມຮຽກຮ້ອງຕ້ອງການນັ້ນ ກຸ່ມນັກຂ່າວໄດ້ເລືອກເອົາຫົວເລື່ອງກ່ຽວກັບກະສິກຳຢູ່ເຂດ ໄຕງວຽນ ຍ້ອນມັນມີລັກສະນະສະຖານະການການເມືອງ. ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກທີ່ໄດ້ປະສົບໃນການຜະລິດບົດສາລະຄະດີດັ່ງກ່າວ, ນັກຂ່າວ ເຢືອງດີ່ງຕ໊ວນ ໃຫ້ຮູ້ວ່າ:

     “ເມື່ອຜະລິດບົດສາລະຄະດີດັ່ງກ່າວ ພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ ແມ່ນມີເອກະສານ, ຂໍ້ມູນຫລາຍໂພດ. ພວກຂ້າພະເຈົ້າຕ້ອງໄດ້ເລືອກເອົາຂໍ້ມູນໃສ່ໃນ ບົດສາລະຄະດີແຕ່ລະຕອນ ແມ່ນໃຫ້ໄດ້ 5 ນາທີເທົ່ານັ້ນ. ຄວາມຫຍຸ້ງຍາກອັນທີສອງ ແມ່ນຕອນຈົບຂອງບົດສາລະຄະດີ ຍ້ອນວ່າ ຕອນຈົບຂອງ 3 ຕອນທຳອິດນັ້ນ ເບິ່ງຄືວ່າ ເກືອບບໍ່ມີສົ້ນອອກໃຫ້ແກ່ກະສິກຳເຂດ ໄຕງວຽນ.”

ຂີດໝາຍໃນການເດີນທາງເຄື່ອນໄຫວຂອງຜູ້ເຮັດວຽກງານສື່ມວນຊົນ - ảnh 2 ນັກຂ່າວ ເຢືອງດີ່ງຕ໊ວນ - ຫວູຫ໋າຍດິ້ງ ທີ່ເຮັດວຽກຢູ່ສຳນັກງານຕາງໜ້າ VOV ປະຈຳເຂດ ໄຕງວຽນ

ກຸ່ມນັກຂ່າວກໍ່ຄືບັນດາເພື່ອນຮ່ວມອາຊີບຂອງຕົນຢູ່ສຳນັກງານຕາງໜ້າ VOV ປະຈຳເຂດ ໄຕງວຽນ ໄດ້ມີຄວາມມານະອົດທົນໃນຕະຫລອດຫລາຍປີທີ່ປະກອບສ່ວນໃຫ້ແກ່ການພັດທະນາຂອງກະສິກຳຢູ່ເຂດ ໄຕງວຽນ. ບົດສາລະຄະດີທີ່ມີຊື່ວ່າ “ກະສິກຳເຂດໄຕງວຽນ - ຊອກຫາກຳລັງໜູນໃຫ້ແກ່ໄລຍະໃໝ່” ແມ່ນຂີດໝາຍໃນວິວັດການນັ້ນ. ໄດ້ຮັບລາງວັນ A, ລາງວັນສື່ມວນຊົນລະດັບຊາດ ກົງກັບວັນສື່ມວນຊົນປະຕິວັດ ຫວຽດນາມ (21/06) ແມ່ນສົມກັບຄວາມມານະພະຍາຍາມທີ່ບໍ່ຮູ້ອຶດບໍ່ຮູ້ເມື່ອຍຂອງກຸ່ມນັກຂ່າວ. ນັກຂ່າວ ເຢືອງດີ່ງຕ໊ວນ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າເຫັນວ່າ ການເປັນນັກຂ່າວທີ່ມີວິທີການເຮັດດ້ວຍຄວາມສຸມຈິດສຸມໃຈນັ້ນ ແມ່ນໄດ້ຮັບການຮັບຮູ້ຢ່າງສົມເຫດສົມຜົນ ຍ້ອນວ່າ ແຕ່ດົນນານມາແລ້ວ ພວກຂ້າພະເຈົ້າ ບໍ່ໄດ້ຄິດວ່າຂຽນບົດ, ເຮັດຂ່າວ ແມ່ນເພື່ອຫວັງເອົາຄ່າປາກກາ. ຂ້າພະເຈົ້າຂຽນບົດສາລະຄະດີດັ່ງກ່າວ ແມ່ນດ້ວຍຈິດໃຈຂອງຊາວກະສິກອນ, ຂອງຊາວນາ, ຂອງພົນລະເມືອງເຂດໄຕງວຽນ ຜູ້ໜຶ່ງ.

        ສຳລັບບັນດານັກຂ່າວແລ້ວ, ໄດ້ຮັບການເຊີດຊູທີ່ພິທີມອບລາງວັນແມ່ນຄວາມເປັນກຽດ, ແມ່ນການຢັ້ງຢືນຢ່າງໃຫຍ່ຫລວງກ່ຽວກັບບັນດາການອຸທິດສ່ວນຂອງເຂົາເຈົ້າໃນຂະບວນວິວັດແຫ່ງການປະດິດຄິດແຕ່ງຜະລິດຕະພັນສື່ມວນຊົນ. ຈາກການຢັ້ງຢືນດັ່ງກ່າວ ບັນດານັກຂ່າວຈະສືບຕໍ່ມານະພະຍາຍາມເຮັດວຽກງານຂອງຕົນໃຫ້ຫລາຍກ່ວາອີກ ເພື່ອນຳມາເຊິ່ງບັນດາຜະລິດຕະພັນສື່ມວນຊົນທີ່ມີຄຸນນະພາບແກ່ມວນຊົນ, ມີຜົນສະທ້ອນຢ່າງຕັ້ງໜ້າຕໍ່ສັງຄົມ./.

ຕອບກັບ

ຂ່າວ/ບົດ​ອື່ນ