ຄົ້ນຫາຕະຫຼາດກາງຄືນດ່າຫຼາດ

(vovworld) – ​ເວລາ 5 ​ໂມງ​ແລງຂອງ​ຊຸ່ມ​ວັນ​ທ້າຍ​ສັບປະດາ, ​ເມື່ອ​ແສງ​ແດດຄ່ອຍໆ​ຫາຍ​ໄປ, ກໍ່​ແມ່ນ​ເວລາ​ທີ່​ຜູ້​ຂາຍດອກ​ໄມ້​ຢູ່​ຮ້ານ​ຕ່າງໆ​ລຽບ​ຕາມ​ເສັ້ນທາງ​ເຂົ້າ​ຕະຫຼາດ​ດ່າ​ຫຼາດຊັບຊ້ອນ​ເຄື່ອງ​ຂອງ​ໄວ້ ​ເພື່ອ​ສະຫງວນບໍລິ​ເວນ​ໃຫ້​ຕະຫຼາດ​ກາງຄືນ​ດ່າ​ຫຼາດ ຫຼື​ເອີ້ນ​ວ່າ​ຕະຫຼາດ​​ເອິມຝູ ”ນາລົກ. ຕະຫຼາດ​ກາງຄືນ​ດ່າ​ຫຼາດ​ມີ​ຫຼາຍ​ຈຸດ​ພິ​ເສດສະ​ເພາະທີ່​ໄດ້​ສ້າງ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ທຸກ​ຄົນ​ທີ່​ມາ​ແຫ່ງ​ນີ້. ​ໄປ​ທ່ອງ​ທ່ຽວ​ດ່າ​ຫຼາກ, ຖ້າ​ບໍ່​ຄົ້ນ​ຫາ​ຕະຫຼາດ​ກາງຄືນ, ທ່ານ​ຈະ​ຮູ້ສຶກ​ເສຍດາຍ​ຢ່າງ​ແນ່ນອນ.
ຄົ້ນຫາຕະຫຼາດກາງຄືນດ່າຫຼາດ - ảnh 1

(​ຕະຫຼາດ​ກາງຄືນ​ດ່າ​ຫຼາດ)

        ຈາກ​ໜອງ​ຊວນ​ເຮືອງ​ໄປ​ລຽບ​ຕາມ​ຖະໜົນ ​ເລ​ດ້າຍ​ແຮ່ງ ທີ່​ມີ​ຄວາມ​ຍາວ​ປະມານ 500 ​ແມັດ, ​ໃນ​ເວລາ​ແຕ່ 5-7 ນາທີ, ​ທ່ານ​ຈະ​ໄປ​ຮອດ​ຕະຫຼາດ​ກາງຄືນ​ດ່າ​ຫຼາດ. ຕະຫຼາດ​ຖືກ​ຈັດ​ຂຶ້ນ​ໃນກາງຄືນ​ວັນ​ເສົາ ​ແລະ ວັນ​ອາທິດ, ​ເວລາ​ແຕ່ 19 ​ໂມງ​ມື້​ນີ້ ​ເຖິງ 3-4 ​ໂມງ​ຂອງ​ມື້​ຕໍ່​ມາ. ​ໃນ​ໄລຍະ​ເວລາ​ນີ້, ບັນດາ​ເສັ້ນທາງ​ຢູ່​ອ້ອມ​​ຕະຫຼາດ​ກາງຄືນ​ກໍ່​ຫ້າມ​ບໍ່​ໃຫ້​ພາຫະນະ​ຈະລາຈອນ​ໄປມາ ​ເພື່ອ​ຮັບ​ໃຊ້ໃຫ້​ຄົນ​ຍ່າງ.

​        ເມື່ອ​ເວົ້າ​ເຖິງ​ຊື່​ຕະຫຼາດ​ໃນ​ເມື່ອ​ກ່ອນ, ທ່ານ ຫງວຽນ​ວັນ​ອານ, ຜູ້​ດຳລົງ​ຊີວິດ​ຢູ່​ເຂດ​ຕະຫຼາດ​ກາງຄືນ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ຕະຫຼາດ​ມີ​ຊື່ວ່າ ​ເອິມຝູ ”ນາລົກ”, ​ເພາະວ່າ​ຢູ່​ເຂດ​ນີ້​ບໍ່​ທັນ​ມີ​ໄຟຟ້າ​ເຍືອງ​ທາງ, ພຽງ​ແຕ່​ມີ​ແສງ​​ໂຄມໄຟທີ່​ມືດ​ມົວ​ຂອງ​ຜູ້​​ເລາະ​ຂາຍ​ສິນຄ້າ​ເທົ່າ​ນັ້ນ, ​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຮູ້ສຶກ​ປຽບ​ເໝືອ​ນ​ແດນນາລົກ. ​​ແຕ່ເມື່ອ​ມີ​ລະບົບ​ໄຟຟ້າ​ເຍືອງ​ທາງ​ແລ້ວ, ຕ​ະຫຼາດ​ແຫ່ງນີ້​ຍັງ​ຄົງ​ຮັກສາ​ຊື່​ເດີມຢູ່ ​ເພາະຕະຫຼາດ​​ໄດ້ຕິດ​ພັນກັບ​ປະຊາຊົນ​ຢູ່​ທີ່​ນີ້​ມາ​ແຕ່​ດົນ​ແລ້ວ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງບໍ່​ຢາກ​ປ່ຽນ​ຊື່

        ມາ​ຕະຫຼາດ​ແຫ່ງ​ນີ້, ​ທ່ານ​ຈະ​ເຫັນ​ສິນຄ້າ​ຫຼາຍ​ປະ​ເພດ​ທີ່​ວາງ​ຂາຍ​ໃນ​ຮ້ານ​ຕ່າງໆ​ຄື: ​ເຄື່ອງ​ທີ່​ລະນຶກ, ດ້ວຍ​ເກາະຫອຍ​ລູກ​ກະ​ແຈ, ຕຸກກະຕາ, ກະ​ເປົ່າ​​ເຮັດດ້ວຍ​ຜ້າ​ພື້ນ​ເມືອງ ​ແລະ ​ໂສ້ງ​ເສື້ອ​​ຫຼາຍ​ປະ​ເພດ​ທີ່​ມີສີສັນ​ຫຼາກ​ຫຼາຍ. ຍິ່ງ​ເຂົ້າ​ເຂດ​ໃຈກາງ​​ຕະຫຼາດ​ເທົ່າ​ໃດຈຳນວນ​ສິນຄ້າ​ທີ່ຖືກ​ວາງ​ຂາຍ​ກໍ່ຫຼາຍ​​ເທົ່າ​ນັ້ນ, ຜູ້​ຊື້​ຜູ້​ຂາຍ​ກໍ່​ຫຼາຍ​ກວ່າ​, ອັນ​ໄດ້​ເຮັດ​ໃຫ້​ຕະຫຼາດ​ມີ​ຄວາມຄຶກ​ໂຄມ​ໜາ​ແໜ້ນຍິ່ງ​ຂຶ້ນ:

        ຕະຫຼາດ​ກາງຄືນ​ດ່າ​ຫຼາດ​ກໍ່​ແມ່ນ​ບ່ອນ​ທີ່​ແຂກ​ທ່ອງ​ທ່ຽວ​ສາກົນ ກໍ່​ຄື​ພວກ​ເພື່ອນ​ໜຸ່ມ​ຢູ່ແຫ່ງ​ນີ້​ມັກ​ມາ​ຊື້​ເຄື່ອງ​ຂອງ. ຍ້ອນ​​​ຢູ່​ທີ່​ນີ້​ອາກາດ​ເຢັນ​ສະບາຍໃນ​ຍາມ​ກາງ​ເວັນ, ​ແຕ່​ພັດ​ໜາວ​ໃນ​ຍາມ

ຄົ້ນຫາຕະຫຼາດກາງຄືນດ່າຫຼາດ - ảnh 2

​ກາງຄືນ, ດັ່ງ​ນັ້ນ​ໃນ​ຕະຫຼາດ​ກໍ່​ຂາຍ​ເຄື່ອງ​ກັນ​ໜາວດ້ວຍ​ແລນ​ຫຼາຍປະ​ເພດ​ຄື: ຜ້າພັນ​ຄໍ, ໝວກ ​ແລະ ​ເສື້ອ, ສິ່ງ​ພິ​ເສດ​ນັ້ນແມ່ນ​ເຄື​ອ່ງ​ແລນ​ຢູ່​ທີ່​ນີ້​ມີ​ລາຄາ​ຖືກ​ກວ່າ​ຢູ່​ບ່ອນ​ອື່ນ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ຕໍ່​ລາຄາ ​ແລະ ​ເລືອກ​ເຟັ້ນຕາມ​ໃຈ​ມັກ. ປ້າ ຫງວຽນ​ທິລົ້ວ, ​ເຈົ້າຂອງ​ຮ້ານ​ຂາຍ​ເຄື່ອງ​ກັນ​ໜາວ​ໃຫ້​ຮູ້​ວ່າ:

        “ນັກ​ທ່ອງ​ທ່ຽວ​ທັງພາຍໃນ​ປະ​ເທດ ​ແລະ ຕ່າງປະ​ເທດມາ​ແຫ່ງ​ນີ້, ນອກຈາກ​ກິນ​ດຶ່ມ, ລະ​ຫຼິ້ນ​ບັນ​ເທິງ​ແລ້ວ, ​ເຂົາ​ເຈົ້າ​ຍັງ​ມັກ​ມາ​ຕະຫຼາດ​ເພື່ອ​ຊື້​ເສື້ອ, ຜ້າພັນ​ຄໍ ​ແລະ ໝວກ​ແລນ​ໃຫ້​ຕົນ ຫຼື ​ເປັນ​ຂອງຕ້ອນ​ໃຫ້​ພີ່ນ້ອງ ​ແລະ ໝູ່​ເພື່ອນ​ອີກ, ລາຄາ​ໃຫ້​ຜະລິດ​ຕະພັນ​ແຕ່​ລະ​ອັນ​ພຽງປະມານ​ແຕ່ 40.000 -100.000 ດົ່ງ​ເທົ່າ​ນັ້ນ. ແຕ່​ລະ​ມື້​ຂ້າພະ​ເຈົ້າ​ຂາຍ​ເສື້ອ, ຜ້າແລນ​ໄດ້​ປະມານ 15-20 ອັນ”.

ຄົ້ນຫາຕະຫຼາດກາງຄືນດ່າຫຼາດ - ảnh 3

        ຢູ່​ຕະຫຼາດ​ກາງຄືນ​ຍັງ​ມີບັນດາ​ຮ້ານຂາຍ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະຫຼາຍ​ເຍື່ອງ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​​, ນອກ​ນັ້ນ​ຍັງ​ມີ​ອາຫານ​​​ທຳ​ມະ​ດາສາມັນ​ຫຼາຍປະ​ເພດ​​ທີ່​ສ້າງຄວາມ​ສະດວກ​ໃຫ້ນັກ​ທ່ອງ​ທ່ຽວ​​ທັງ​ໄປ​ທັງ​ກິນ​ໄດ້ຄື: ສາລີ​ລວກ, ມັນ​ດາງ​ປີ້ງ, ປາ​ມື​ກປີ້ງ...ອີກ . ອ້າຍ ຮ່ວາງ​ດິ່ງ​ຕ໋ວນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ໄປ​ທ່ອງ​ທ່ຽວ​ດ່າ​ຫຼາດ 2-3 ​ເທື່ອ​ແລ້ວ, ​ແຕ່​ເທື່ອ​ໃດຂ້າພະ​ເຈົ້າ​ກໍ່​ສະຫງວນ​ເວລາ​ໄປ​ຕະຫຼາ​ດກາງຄືນ, ​ເພາະວ່າ​ຢູ່​ທີ່​ນີ້​ມີ​ຫຼາຍ​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ, ນັບ​ແຕ່​ເຄື​ອ່ງ​​ເປັນທີລະ​ນຶກ ຕະຫຼອດ​ຮອດອາຫານ​ພິ​ເສດສະ​ເພາະ​ຫຼາຍ​ເຍື່ອງຄື​ເຂົ້າໜົມ​ຈື່​ນ, ຫອຍ​ລວກ, ມັນ​ດາງ​ປີ້ງ...ຂ້າພະ​ເຈົ້າ​ຄິດ​ວ່າ​ຖ້າ​ມາ​ຢ້ຽມຢາມດ່າ​ຫຼາດ​ທ່ານ​ຄວນ​ແວ່ຢາມ​ຕະຫຼາດ​ກາງຄືນ​ແຫ່ງ​ນີ້“.

        ​ຕະຫຼາດ​ກາງຄືນ​ດ່າ​ຫຼາດ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈບໍ່​ພຽງ​ແຕ່​ໃຫ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ນັກ​​ທ່ອງ​ທ່ຽວ​ຕ່າງປະ​ເທດອີກ​ດ້ວຍ ​ແລະ ​ນີ້​ຈະເປັນ​ອານຸສອນທີ່​ໜ້າ​ຈົດ​ຈຳສຳລັບ​ນັກ​ທ່ອງ​ທ່ຽວແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ