ຄວາມຄາດຫວັງ startup ຂອງໄວໜຸ່ມຢູ່ເມືອງ ລັກ, ແຂວງ ດັກລັກ

(VOVWORLD) -ອ້າຍ ເກືອງ ເລີ່ມ startup ດ້ວຍຮູບແບບລ້ຽງປາ, ປູກຜັກ, ເຂົ້າສານທີ່ເປັນເອກະລັກສະເພາະ. ຮອດປີ 2019, ອ້າຍໄດ້ສ້າງຕັ້ງບໍລິສັດການບໍລິການການຄ້າ ຮົ່ງເກືອງ ຈຳກັດຜູ້ດຽວ
ຄວາມຄາດຫວັງ startup ຂອງໄວໜຸ່ມຢູ່ເມືອງ ລັກ, ແຂວງ ດັກລັກ - ảnh 1ອ້າຍ ມາຍຮົ່ງເກືອງ
(ພາບ: nongnghiep.vn)

ດ້ວຍຈິດໃຈ “ຜ່່ານຂີດຈຳກັດຄວາມປອດໄພ ເພື່ອພິຊິດຄວາມເມົາມົວໃຫ້ໄດ້”, ມີເພື່ອນໜຸ່ມບາງຄົນຢູ່ເມືອງ ລັກ, ແຂວງ ດັກລັກ ໄດ້ເລືອກເອົາການກັບເມືອເຮັດ startup ຢູ່ບ້ານເກີດເມືອງນອນ, ແທນທີ່ຈະເຮັດວຽກຢູ່ນະຄອນ. ມີຫຼາຍຄົນໃນຈຳນວນນັ້ນປາດຖະໜາຢາກນຳໃຊ້ທ່າແຮງທີ່ມີຢູ່ໃນທ້ອງຖິ່ນເພື່ອພັດທະນາການທ່ອງທ່ຽວ, ຍົກສູງຄຸນຄ່າໃຫ້ຜະລິດຕະພັນເຊິ່ງປະຊາຊົນທ້ອງຖິ່ນເຮັດອອກມາ, ຈາກນັ້ນປະກອບສ່ວນພັດທະນາບ້ານເກີດເມືອງນອນ.

        ຢູ່ເມືອງ ລັກ, ແຂວງ ດັກລັກ, ມາຍຮົ່ງເກືອງ ໄດ້ກາຍເປັນຊື່ທີ່ລື້ງເຄີຍສຳລັບປະຊາຄົມ startup. ນັບແຕ່ຄາວຍັງເປັນນັກສຶກສາ, ອ້າຍ ມາຍຮົ່ງເກືອງ ໄດ້ຝັກໄຝ່ທິດກ້າວເດີນສະເພາະໃຫ້ແກ່ຕົນເອງ ເພື່ອໃຫ້ໄດ້ຮຽນຢູ່ທັງ 2 ຂະແໜງພ້ອມກັນ ນັ້ນແມ່ນຂະແໜງສັດຕະວະແພດ ແລະ ບໍລິຫານທຸລະກິດຢູ່ມະຫາວິທະຍາໄລ ໄຕງວຽນ. ພາຍຫຼັງຮຽນຈົບ, ອ້າຍໄດ້ກັບເມືອບ້ານເກີດເມືອງນອນເພື່ອຕາມຫາຄວາມໄຝ່ຝັນຂອງຕົນ.

        ອ້າຍ ເກືອງ ເລີ່ມ startup ດ້ວຍຮູບແບບລ້ຽງປາ, ປູກຜັກ, ເຂົ້າສານທີ່ເປັນເອກະລັກສະເພາະ. ຮອດປີ 2019, ອ້າຍໄດ້ສ້າງຕັ້ງບໍລິສັດການບໍລິການການຄ້າ ຮົ່ງເກືອງ ຈຳກັດຜູ້ດຽວ, ໂດຍມີການຮ່ວມສຳພັນກັບເກືອບ 30 ຄອບຄົວລ້ຽງໄກ່ ແລະ ນົກເປັດນ້ຳ ເພື່ອສະໜອງໃຫ້ຮ້ານອາຫານ, ໂຮງແຮມທີ່ຢູ່ພາຍໃນ ແລະ ຕ່າງແຂວງ.

        ໄປພ້ອມກັບຮູບແບບການລ້ຽງປູກທີ່ຄ່ອຍໆມີສະຖຽນລະພາບນັ້ນ, ຕົ້ນປີ 2021, ອ້າຍ ມາຍຮົ່ງເກືອງ ພ້ອມກັບຜູ້ຮ່ວມງານ 3 ຄົນ ກໍ່ສ້າງ Yangbrii Farmstay - ເຊິ່ງແມ່ນຮູບແບບການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ ສົມທົບກັບການເຂົ້າຮ່ວມຄົ້ນຫາດ້ານກະສິກຳ ແລະ ການສຶກສາ. ອ້າຍ ມາຍຮົ່ງເກືອງ ແບ່ງປັນວ່າ:

        “ຍາມໃດຂ້າພະເຈົ້າກໍ່ຊອກຫາຜະລິດຕະພັນໃໝ່, ມຸ່ງໄປເຖິງທ່າອ່ຽງຂອງການພັດທະນາ, ປະກອບສ່ວນກໍ່ສ້າງພ້ອມກັບປະຊາຄົມ, ສັງຄົມ, ເພີ່ມທະວີການຮ່ວມສຳພັນເພື່ອໃຫ້ບັນດາຫົວໜ່ວຍ, ປະຊາຊົນຕ່າງກໍ່ໄດ້ຮັບຜົນປະໂຫຍດ. ເພີ່ມທະວີການຮ່ວມສຳພັນກັບບັນດາຫົວໜ່ວຍອື່ນຄື: ບໍລິສັດທ່ອງທ່ຽວ, ຂະແໜງສຶກສາ, ຫົວໜ່ວຍຂາຍສິນຄ້າ, ຜະລິດ, ເຮັດຄືແນວນັ້ນຈະສ້າງຜົນກະທົບທີ່ດີກວ່າ, ສ້າງບັນດາຮູບແບບການທ່ອງທ່ຽວເຮັດແນວໃດເພື່ອໃຫ້ເໝາະສົມກັບຜະລິດຕະພັນທ່ອງທ່ຽວໃໝ່, ເປັນເອກະລັກສະເພາະ”.

ຄວາມຄາດຫວັງ startup ຂອງໄວໜຸ່ມຢູ່ເມືອງ ລັກ, ແຂວງ ດັກລັກ - ảnh 2(Yangbrii Farmstay - ເຊິ່ງແມ່ນຮູບແບບການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ)

ຕາມອ້າຍ ໂດ້ຢຸຍເຕີນ, ເຊິ່ງເປັນຜູ້ຮ່ວມງານໃນກຸ່ມຂອງອ້າຍ ມາຍຮົ່ງເກືອງ ແລະ ກໍ່ແມ່ນພໍ່ຄົວຂອງ Yangbrii Farmstay ໃຫ້ຮູ້ວ່າ, ທິດກ້າວເດີນຂອງ Farm ແມ່ນເອົາໃຈໃສ່ຂຸດຄົ້ນບັນດາເຍື່ອງອາຫານທີ່ເປັນເອກະລັກຂອງເຂດ ໄຕງວຽນ ແລະ ເຂົ້າຮ່ວມຄົ້ນຫາການທ່ອງທ່ຽວຂຽວ:

        “ພົບປະກັບອ້າຍນ້ອງທີ່ຮ່ວມອຸດົມການຢາກພັດທະນາການທ່ອງທ່ຽວ, ອາຫານການກິນ, ວັດທະນະທຳວົງຄະນະຍາດຊຸມຊົນ, ເພື່ອນຳໄປໃຫ້ທຸກຄົນຢູ່ແຂວງອື່ນຮູ້ຈັກນັ້ນ, ຊ້ຳບໍ່ໜຳແມ່ນຊາວຕ່າງປະເທດທີ່ເຂົາເຈົ້າຢາກຊອກຮູ້ວັດທະນະທຳອາຫານການກິນຂອງຊາວ ໄຕງວຽນ. ແຂກທີ່ມາແຫ່ງນີ້ສາມາດຮັບປະທານ, ຢ້ຽມຊົມ, ຊ້ຳບໍ່ໜຳແມ່ນຈັບໄກ່, ເດັກຜັກຢູ່ສວນ, ຫຼັງຈາກນັ້ນປຸງແຕ່ງ ແລະ ກິນເລີຍ”.

        ອ້າຍ ຟ້າມງອັກທັງ, ຮອງເລຂາຄະນະຊາວໜຸ່ມເມືອງ ລັກ, ໃຫ້ຮູ້ວ່າ ນອກຈາກຮູບແບບ Farmstay ຂອງກຸ່ມອ້າຍ ມາຍຮົ່ງເກືອງ ແລ້ວ, ໃນໄລຍະ 2 ປີມານີ້, ມີຫຼາຍຮູບແບບ startup ຂອງໄວໜຸ່ມຢູ່ທ້ອງຖິ່ນໄດ້ຮັບການພັດທະນາຢ່າງແຮງ, ສາມາດສ້າງໄດ້ຜະລິດຕະພັນທີ່ເປັນເອກະລັກສະເພາະຈຳນວນໜຶ່ງ.

        “ເຖິງວ່າຮູບແບບ startup ເຫຼົ່ານັ້ນຍັງຢູ່ຈຸດເລີ່ມຕົ້ນກໍ່ຕາມ ແຕ່ນັ້ນແມ່ນສັນຍານທີ່ຕັ້ງໜ້າສະແດງໃຫ້ເຫັນບົດບາດ, ໜ້າທີ່ຄວາມຮັບຜິດຊອບໃນການພັດທະນາເສດຖະກິດຂອງກຳລັງໜຸ່ມ. ຜ່ານຊ່ອງຂອງເມືອງ, ຂອງແຂວງ, ເມື່ອມີກອງປະຊຸມສົ່ງເສີມການລົງທຶນ, ວັນບຸນໄວໜຸ່ມ startup ກໍ່ເຊື້ອເຊີນສະມາຊິກຊາວໜຸ່ມ startup ຂອງທ້ອງຖິ່ນເຂົ້າຮ່ວມການວາງສະແດງຜະລິດຕະພັນ. ແລະ ຢູ່ໃນການແຂ່ງຂັນ startup ປະດິດຄິດສ້າງຈຳນວນໜຶ່ງ, ພວກຂ້າພະເຈົ້າກໍ່ໄດ້ສົ່ງເສີມໃຫ້ພວກເພື່ອນສ້າງແຜນຮ່າງເພື່ອຈົດທະບຽນເຂົ້າຮ່ວມ ເພື່ອໃຫ້ມີໂອກາດໄດ້ສຳຜັດກັບແຫຼ່ງທຶນ, ນັກລົງທຶນ, ຜ່ານນັ້ນ, ຈະມີຫຼາຍຄົນຮູ້ຈັກຜະລິດຕະພັນຂອງພວກເພື່ອນຕື່ມອີກ”.

        ເຖິງວ່າຍັງໃນໄລຍະເລີ່ມຕົ້ນກໍ່ຕາມ, ແຕ່ບັນດາຮູບແບບ startup ຢູ່ເມືອງທຸກຍາກ ລັກ ພວມຄ່ອຍເປັນຮູບເປັນຮ່າງຂຶ້ນ, ມີໄວໜຸ່ມຫຼາຍຄົນກ້າ “ຜ່່ານຂີດຈຳກັດຄວາມປອດໄພ” ເພື່ອ startup ດ້ວຍຫຼາຍຜະລິດຕະພັນທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍຂະບວນການ startup ຂອງໄວໜຸ່ມຢູ່ທ້ອງຖິ່ນໃຫ້ນັບມື້ນັບພັດທະນາເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງຄຸນຄ່າຂອງຜະລິດຕະພັນ, ຍົກສູງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ