ຄວາມຮັກຕໍ່ລຸງໂຮ່ຂອງຊາວຫວຽດນາມອາໄສຢູ່ໄທ

(VOVWORLD) -ລຸງໂຮ່ ແມ່ນຄວາມຮັກທີ່ຍິ່ງໃຫຍ່, ແມ່ນແຫຼ່ງບັນດານໃຈສຳລັບທ່ານ ແລະ ນີ້ກໍ່ແມ່ນນ້ຳໃຈລວມຂອງຊາວຫວຽດນາມ ອາໄສຢູ່ໄທ ນັບໝື່ນຄົນທີ່ມີຕໍ່ປະທານໂຮ່ຈີມິນ.
ຄວາມຮັກຕໍ່ລຸງໂຮ່ຂອງຊາວຫວຽດນາມອາໄສຢູ່ໄທ - ảnh 1 (ຊາວຫວຽດນາມ ອາໄສຢູ່ໄທ ເມື່ອມາຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ)

ໃນດວງໃຈຂອງຊາວຫວຽດນາມ ແຕ່ລະຄົນ, ປະທານໂຮ່ຈີມິນ ແມ່ນຜູ້ນຳທີ່ແສນເຄົາລົບຮັກ, ຜູ້ມີຄຸນງາມຄວາມດີໃນການສ້າງຕັ້ງພັກກອມມູນິດ, ສ້າງຕັ້ງປະເທດສາທາລະລັດນະປະຊາທິປະໄຕຫວຽດນາມ, ບໍ່ພຽງແຕ່ແມ່ນຜູ້ນຳດີເລີດຂອງປະເທດຊາດເທົ່ານັ້ນ, ເພິ່ນ ຍັງແມ່ນສັນຍາລັກຂອງຄວາມຮັກ, ນ້ຳໃຈສາມັກຄີອີກດ້ວຍ. ຢູ່ບ່ອນທີ່ ເພິ່ນ ເຄີຍເຄື່ອນໄຫວການປະຕິວັດບໍ່ວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດ ຍາມໃດກໍ່ໄດ້ຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ກັບປະຊາຊົນຢູ່ປະເທດປະຈຳຖິ່ນ ແລະ ກາຍເປັນສະຖານທີ່ເພື່ອໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມາຢ້ຽມຢາມ, ທັດສະນະສຶກສາ ແລະ ຊອກຮູ້. ເຊີນທ່ານຜູ້ອ່ານມາຢ້ຽມຢາມເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ບ້ານ ນອງຮາງ, ຕາແສງ ສ່ຽງຟິນ, ແຂວງ ອຸດອນທານີ ປະເທດໄທ. ນີ້ກໍ່ແມ່ນເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໂດຍຊາວຫວຽດນາມ ອາໄສຢູ່ໄທ ຮ່ວມແຮງຮ່ວມໃຈກໍສ້າງ ດ້ວຍນ້ຳໃຈ ແລະ ຄວາມເຄົາລົບນັບຖື.

ຄວາມຮັກຕໍ່ລຸງໂຮ່ຂອງຊາວຫວຽດນາມອາໄສຢູ່ໄທ - ảnh 2 (ທ່ານ ວັນວ໊ຽດແທ່ງ ແນະນຳເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໃຫ້ຊາວຫວຽດນາມ ອາໄສຢູ່ໄທ)

“ບ່ອນນີ້ແມ່ນຕຽງເພິ່ນ ນອນ, ລຽບງ່າຍທີ່ສຸດ. ເມື່ອ ເພິ່ນ ຢູ່ທີ່ນີ້ກໍ່ໄດ້ນອນຄືຊາວໄທ, ສ່ວນເບື້ອງນີ້ແມ່ນບ່ອນອ່ານປື້ມຂອງ ເພິ່ນ, ຕໍ່ຈາກນັ້ນແມ່ນເຂດພັກຜ່ອນຂອງ ເພິ່ນ…”

        ນັ້ນແມ່ນຄຳແນະນຳຂອງທ່ານ ວັນວ໊ຽດແທ່ງ ໃຫ້ຄະນະຊາວຫວຽດນາມ ອາໄສຢູ່ໄທ ເມື່ອມາຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ແລະ ຢ້ຽມຢາມເຂດປູຊະນີຍະສະຖານປະທານໂຮ່ຈີມິນ ຢູ່ແຂວງ ອຸດອນທານີ. ດ້ວຍນ້ຳສຽງສ້າງຄວາມສະເທືອນໃຈ, ມີຄວາມຮູ້ຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິນ, ຜູ້ໃດກໍ່ຄິດວ່າທ່ານແມ່ນຜູ້ນຳທ່ຽວເປັນມືອາຊີບ. ແຕ່ຕົວຈິງ, ທ່ານແມ່ນຊາວຫວຽດນາມ ອາໄສຢູ່ໄທ ລຸ້ນທີ 4 ທີ່ດຳລົງຊີວິດຢູ່ໃກ້ກັບເຂດປູຊະນີຍະສະຖານນີ້ ແລະ ເຮັດວຽກງານດັ່ງກ່າວຢູ່ທີ່ນີ້ດ້ວຍຄວາມສະໝັກໃຈ. ສຳລັບທ່ານແລ້ວ, ລຸງໂຮ່ ແມ່ນຄວາມຮັກທີ່ຍິ່ງໃຫຍ່, ແມ່ນແຫຼ່ງບັນດານໃຈສຳລັບທ່ານ ແລະ ນີ້ກໍ່ແມ່ນນ້ຳໃຈລວມຂອງຊາວຫວຽດນາມ ອາໄສຢູ່ໄທ ນັບໝື່ນຄົນທີ່ມີຕໍ່ປະທານໂຮ່ຈີມິນ. ມີນັກທ່ອງທ່ຽວຫຼາຍຄົນເມື່ອມາຢ້ຽມຢາມແຫ່ງນີ້, ກໍ່ຮູ້ສຶກຕື້ນຕັນໃຈເມື່ອໄດ້ຮັບຟັງຄຳແນະນຳກ່ຽວກັບວິວັດການເຄື່ອນໄຫວປະຕິວັດທີ່ລຳບາກກາກກ່ຳຂອງ ເພິ່ນ. ປ້າ ຫງວຽນທິຊວັນແອັງ, ອາຍຸ 70 ກວ່າປີ, ພ້ອມກັບຊາວຫວຽດນາມ ເພດຍິງອາໄສຢູ່ໄທນຸ່ງຊຸດເສື້ອຍາວຂອງຫວຽດນາມ ມາຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ, ແບ່ງປັນວ່າ.

        “ສຳລັບຊາວຫວຽດນາມ ອາໄສຢູ່ໄທ ແລ້ວ, ລຸງໂຮ່ ຍາມໃດກໍ່ຢູ່ໃນດວງໃຈຂອງເຮົາ, ບໍ່ພຽງແຕ່ຫວ່າງມໍ່ໆມານີ້ ຫາກນັບຕັ້ງແຕ່ປີ 1928 ແລ້ວ. ຜູ້ໃດກໍ່ມີຄວາມຮັກຕໍ່ ເພິ່ນ ແລະ ຜູ້ໃດກໍ່ຮູ້ວ່າ ຍ້ອນມີ ເພິ່ນ ຈຶ່ງມີປະເທດຫວຽດນາມ, ຊາດຫວຽດນາມ ໃນນັ້ນມີຊາວຫວຽດນາມ ອາໄສຢູ່ໄທ. ຍ້ອນເຫດນັ້ນ, ຊາວຫວຽດນາມ ອາໄສຢູ່ທົ່ວປະເທດໄທ ໄດ້ປະກອບສ່ວນເພື່ອສ້າງເຂດປູຊະນີຍະສະຖານປະທານໂຮ່ຈີມິນ. ໃນເບື້ອງຕົ້ນ, ນີ້ມີພຽງແຕ່ເຮືອນມຸງຫຍ້າຫຼັງນ້ອຍໆເທົ່ານັ້ນ, ຕໍ່ມາຈຶ່ງຄ່ອຍໆໄດ້ຮັບການກໍ່ສ້າງຕື່ມອີກໃຫ້ກາຍເປັນເຂດໃຫຍ່ໂຕສວຍງາມຄືໃນປະຈຸບັນ. ຜ່ານນີ້ໄດ້ເປັນການພິສູດໃຫ້ເຫັນຄວາມຮັກຂອງຊາວຫວຽດນາມ ອາໄສຢູ່ໄທ ທີ່ມີຕໍ່ປະເທດຊາດ, ໂດຍສະເພາະແມ່ນຄວາມຮັກ, ຄວາມເຄົາລົບຕໍ່ປະທານໂຮ່ຈີມິນ”.

ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໄດ້ຮັບການກໍ່ສ້າງໃນເຂດສວນສາທາລະນະກວ້າງເກືອບ 10.000 ຕາແມັດ, ຕັ້ງຢູ່ຕິດກັບເຂດປ່າຢາງພາລາທີ່ຂຽວເຢັນສະບາຍ ແລະ ໂຮງຮຽນມັດທະຍົມຕອນຕົ້ນ, ໂຮງຮຽນມັດທະຍົມຕອນປາຍ 2 ແຫ່ງຂອງຕາແສງ ສຽງຟິນ. ນີ້ແມ່ນເຂດປູຊະນີຍະສະຖານແຫ່ງທຳອິດກ່ຽວກັບລຸງໂຮ່, ກ່ຽວກັບວິວັດການເຄື່ອນໄຫວປະຕິວັດຂອງ ເພິ່ນ ຢູ່ໄທ ໃນໄລຍະ 1928 – 1929. ເພື່ອສ້າງເຂດປູຊະນີຍະສະຖານໄດ້ຄືທຸກມື້ນີ້, ແມ່ນຍ້ອນຄວາມມານະພະຍາຍາມຫຼາຍຢ່າງຂອງຊາວຫວຽດນາມ ອາໄສຢູ່ໄທ ຫຼາຍລຸ້ນຄົນ, ຈາກນັ້ນຈຶ່ງມີຄວາມເຂົ້າໃຈອາລົມຈິດຄວາມຮັກແພງຊາວຫວຽດນາມ ທີ່ຕໍ່ປະທານໂຮ່ຈີມິນ ແມ່ນໃຫຍ່ຫຼວງຄືແນວໃດ. ທ່ານ ຫງວຽນບ໊າວິງ, ອະດີດຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານໂຮ່ຈີມິນ, ແບ່ງປັນວ່າ.

        “ຄາວນັ້ນບໍ່ມີເງິນ, ຢູ່ທີ່ນີ້ຍັງຫົກເຮື້ອຫຼາຍ, ຕອນນັ້ນຊາວຫວຽດນາມ ອາໄສຢູ່ທີ່ນີ້ ໄດ້ປຶກສານຳກັນເພື່ອສ້າງຄະນະຄຸ້ມຄອງໂດຍປິດລັບ, ຫຼັງຈາກນັ້ນໄດ້ປະຕິບັດຕາມແຕ່ລະຂັ້ນຕອນ. ມາຮອດປະຈຸບັນ, ບັນດາເຈົ້າໜ້າທີ່, ໂຮງຮຽນແຫ່ງຕ່າງໆຂອງໄທ ກໍ່ມາຮ່ຳຮຽນເອົາຄຸນສົມບັດຂອງລຸງໂຮ່ ຢູ່ສະຖານທີ່ແຫ່ງນີ້”.

        ເຂດປູຊະນີຍະສະຖານໄດ້ແບ່ງເປັນ 3 ເຂດ, ລວມມີ ຈ້າຍເກືອ, ເຂດປະສົມ ແລະ ເຂດສວນສາທາລະນະ. ຈ້າຍເກືອ, ແມ່ນບ່ອນ ເພິ່ນ ໄດ້ເລືອກເປັນບ່ອນຢູ່ ແລະ ເຄື່ອນໄຫວປະຕິວັດ, ໄດ້ຮັບການສ້າງໃໝ່ເໝືອນເດີມກັບເຂດເຮືອນຢູ່ຂອງ ເພິ່ນ ທີ່ເຄີຍອາໄສກ່ອນນີ້, ເຮືອນແບ່ງເປັນ 3 ຫ້ອງມຸງຫຍ້າ, ໃນນັ້ນຫ້ອງຢູ່ໃຈກາງແມ່ນບ່ອນຈັດກອງປະຊຸມ ແລະ ກໍ່ແມ່ນບ່ອນສອນພາສາຫວຽດ ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ… ຈຸດພິເສດແມ່ນ, ຢູ່ທີ່ນີ້ມີຕົ້ນໄມ້ຫຼາຍຕົ້ນທີ່ເປັນເອກະລັກສະເພາະເຂດບ້ານນາຂອງຫວຽດນາມຄື: ຕົ້ນໝາກເຟືອງ, ຕົ້ນໝາກນ້ຳມົມ... ເຂດປະສົມລວມມີ 2 ຊັ້ນ, ຢູ່ເຂດໃຈກາງຊັ້ນທີ 1 ແມ່ນບ່ອນຕັ້ງແທ່ນບູຊາລຸງໂຮ່ ໄດ້ຫຼໍ່ດ້ວຍທອງ. ຊັ້ນທີ 2 ແມ່ນວາງສະແດງແນະນຳເຂດປູຊະນີຍະສະຖານ, ບັນດາພາບຖ່າຍກ່ຽວກັບຊີວິດ, ພາລະກິດຂອງ ເພິ່ນ, ກ່ຽວກັບຂະບວນການຕໍ່ສູ້ປະຕິວັດຂອງປະຊາຊົນຫວຽດນາມ, ໃນນັ້ນມີຊາວຫວຽດນາມ ອາໄສຢູ່ໄທ.

ຄວາມຮັກຕໍ່ລຸງໂຮ່ຂອງຊາວຫວຽດນາມອາໄສຢູ່ໄທ - ảnh 3 (ທ່ານນາງ ເລທິຕ໊ວຽດເທ໊, ຄະນະຄຸ້ມຄອງເຂດປູຊະນີຍະສະຖານປະທານໂຮ່ຈີມິນ)

ແຕ່ດົນນານມາແລ້ວ, ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ອັນໄດ້ດຶງດູດນັກທ່ອງທ່ຽວນັບໝື່ນເທື່ອຄົນມາຢ້ຽມຢາມ, ໃນນັ້ນມີຊາວຫວຽດນາມ ອາໄສຢູ່ໄທ ແລະ ຕ່າງປະເທດ. ເຂດປູຊະນີຍະສະຖານກໍ່ໄດ້ເປັນເຂດຢ້ຽມຢາມ, ຈັດການຮຽນນອກແຜນໃນແຕ່ລະປີຂອງນັກຮຽນໄທ ຫຼາຍຄົນ. ທ່ານນາງ ເລທິຕ໊ວຽດເທ໊, ຄະນະຄຸ້ມຄອງເຂດປູຊະນີຍະສະຖານປະທານໂຮ່ຈີມິນ, ໃຫ້ຮູ້ວ່າ.

        “ທຸກຄົນໄດ້ເວົ້າວ່າ “ບໍ່ຕ້ອງເວົ້າຫຼາຍພຽງແຕ່ສັງເກດຜ່ານການເຮັດວຽກເທົ່ານັ້ນ”. ເມື່ອໄປປະເທດໄທ, ນອກຈາກສອນພາສາຫວຽດ ໃຫ້ຊາວຫວຽດນາມ ອາໄສຢູ່ທີ່ນີ້ແລ້ວ, ພວກຂ້າພະເຈົ້າຍັງໄດ້ສອນພາສາຫວຽດ ໃຫ້ລູກ, ຫຼານຊາວໄທ ຮູ້ພາສາຫວຽດ ຢູ່ເຂດປູຊະນີຍະສະຖານນີ້ອີກດ້ວຍ. ເຮົາບໍ່ຕ້ອງເວົ້າວ່າເຮົາຮັກປະເທດຫຼາຍເທົ່າໃດ, ພຽງແຕ່ຜ່ານການເຮັດວຽກກໍ່ສາມາດເຂົ້າໃຈໄດ້ຄວາມຮັກຂອງພວກຂ້າພະເຈົ້າແລ້ວ”.

        ກ່ອນນີ້ 3 ປີ, ເສັ້ນທາງເຊື່ອມຕໍ່ທາງຫຼວງ ອຸດອນທານີ ໄປບັນດາແຂວງທາງທິດຕາເວັນອອກສ່ຽງເໜືອ,  ມີເສັ້ນທາງເຂົ້າໄປເຂດປູຊະນີຍະສະຖານ, ອຳນາດການປົກຄອງທ້ອງຖິ່ນຢູ່ທີ່ນີ້ໄດ້ຕັ້ງຊື່ໃຫ້ເສັ້ນທາງນີ້ແມ່ນ ເຖົ້າຈິ໊ນ 1 ແລະ ເຖົ້າຈິ໊ນ 2 ມີລວງຍາວ 5 ກມ. ເຖົ້າຈິ໊ນ ແມ່ນຊື່ເອີ້ນຂອງເພິ່ນ ເມື່ອເຄື່ອນໄຫວຢູ່ທີ່ນີ້, ສະນັ້ນ, ເລື່ອງຕັ້ງຊື່ເສັ້ນທາງນີ້ກໍໄດ້ປະກອບສ່ວນສະແດງໃຫ້ເຫັນຄວາມເຄົາລົບ ແລະ ຄວາມຮັກຫອມຂອງອຳນາດການປົກຄອງ, ປະຊາຊົນໄທ ທີ່ສະຫງວນໃຫ້ແກ່ລຸງໂຮ່ ທີ່ແສນເຄົາລົບຮັກຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ