ຄະນະສິລະປະກອນວິທະຍຸກະຈາຍສຽງຫວຽດນາມ: 70 ປີແຫ່ງວັນສ້າງຕັ້ງ

(VOVWORLD) -70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຄະນະສິລະປະກອນຂອງວິທະຍຸກະຈາຍສຽງຫວຽດນາມ (VOV), ປະຈຸບັນແມ່ນໂຮງລະຄອນຂອງ VOV, ໄດ້ປະຕິບັດສຳເລັດໜ້າທີ່ດ້ານການເມືອງຂອງຕົນ.
ຄະນະສິລະປະກອນວິທະຍຸກະຈາຍສຽງຫວຽດນາມ: 70 ປີແຫ່ງວັນສ້າງຕັ້ງ - ảnh 1(ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຄະນະສິລະປະກອນຂອງວິທະຍຸກະຈາຍສຽງຫວຽດນາມ)

ດ້ວຍບັນດາການປະກອບສ່ວນອັນໃຫຍ່ຫຼວງ, ໂຮງລະຄອນຂອງ VOV ໄດ້ຮັບຫຼຽນໄຊ, ຫຼຽນກາອັນສູງສົ່ງຫຼາຍຫຼຽນ; ໄດ້ຮັບຫຼາຍລາງວັນຢູ່ບັນດາງານປະກວດນັກຮ້ອງອາຊີບໃນທົ່ວປະເທດ. ຖັນແຖວນັກສິລະປິນຂອງໂຮງລະຄອນຂອງ VOV, ມີຫຼາຍຄົນທີ່ມີຊື່ສຽງ, ໄດ້ ແລະ ພວມອຸທິດສ່ວນ, ເສີມຂະຫຍາຍເຄື່ອງໝາຍຂອງວິທະຍຸກະຈາຍສຽງແຫ່ງຊາດ ໃນການຮັກສາສີສັນທາງດ້ານດົນຕີຫວຽດນາມ. ບົດຂຽນຂອງນັກຂ່າວ VOV.

        ໂຮງລະຄອນຂອງ VOV, ຕົ້ນກຳເນີດແມ່ນຄະນະສິລະປະກອນວິທະຍຸກະຈາຍສຽງຫວຽດນາມ, ເຊິ່ງໄດ້ຮັບການສ້າງຕັ້ງໃນວັນທີ 15 ທັນວາ 1949. ຮ່ວມເດີນທາງພ້ອມກັບໄລຍະປະຫວັດສາດແຫ່ງປະຕິວັດຂອງປະເທດຊາດ, ຄະນະສິລະປະກອນວິທະຍຸກະຈາຍສຽງຫວຽດນາມ ດ້ວຍຖັນແຖວນັກສິລະປິນ, ນັກເສບດົນຕີທີ່ມີສີມືດ້ານວິຊາສະເພາະສູງ, ໄດ້ອັດບົດດົນຕີຫຼາຍບົດທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍປະຫວັດສາດ ໃຫ້ແກ່ສາງສຳເນົາເກັບກຳຂໍ້ມູນ VOV, ປະກອບສ່ວນໃຫ້ແກ່ການພັດທະນາຂອງພື້ນຖານດົນຕີຫວຽດນາມ. ບັນດາການນຳ, ນັກສິລະປິນ, ນັກສະແດງລຸ້ນຕ່າງໆຂອງໂຮງລະຄອນ VOV ໃນສົງຄາມປົກປັກຮັກສາປະເທດຊາດສະໄໝຕ່າງໆ, ຍາມໃດກໍ່ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ຮັກສາຄຸນນະທາດຈັນຍາບັນຂອງພະນັກງານໃນການຕ່ໍຕ້ານ, ນຳເອົາສຽງເພງ, ສຽງຂັບສຽງລຳມາຮັບໃຊ້ໃຫ້ແກ່ທະຫານ ແລະ ປະຊາຊົນໃນທຸກເສັ້ນທາງ, ປະກອບສ່ວນນຳການຕໍ່ຕ້ານຂອງຊາດໄປເຖິງໄຊຊະນະ. ຢູ່ແຕ່ລະເຫດການ, ການຕໍ່ສູ້, ຂະບວນການແຕ່ລະຄັ້ງ ລ້ວນແຕ່ມີບັນດາບົດເພງໃໝ່ ເພື່ອລະດົມກຳລັງໃຈໃຫ້ແກ່ການຕ່ໍສູ້ຂອງທະຫານ, ຊາວໜຸ່ມຕະລຸມບອນຢູ່ຕາມສະໜາມຮົບໄດ້ຢ່າງທັນການ; ລະດົມກຳລັງໃຈປະຊາຊົນມີຄວາມຈູບຈ້າວຫ້າວຫັນອອກແຮງງານທຳການຜະລິດ. ຜ່ານໄລຍະ 40 ປີແຫ່ງການເຄື່ອນໄຫວສິລະປະ ແລະ ສະໜິດຕິດພັນກັບຄື້ນ VOV, ນັກສິລະປິນປະຊາຊົນ ຟານມວນ, ໄດ້ແບ່ງປັນອະນຸສອນໃນໄລຍະໜຶ່ງວ່າ.

        “ນັບແຕ່ຄາວຍັງນ້ອຍ, ເມື່ອປະເທດຊາດປະສົບກັບຄວາມຫຍຸ້ງຍາກ, ສຽງລຳໂພງຂອງ VOV ໄດ້ດັງຂຶ້ນຢູ່ຖະໜົນທຸກໆສາຍ, ມາຮອດປະຈຸບັນ ຂ້າພະເຈົ້າຍັງຈື່ໄດ້ບັນດາບົດເພງເຫຼົ່ານັ້ນ. ຂ້າພະເຈົ້າມີຄວາມຮັກຕໍ່ VOV ນັບແຕ່ຄາວນັ້ນມາ ແລະ ຂ້າພະເຈົ້າມີຄວາມຝັນຢາກກາຍເປັນນັກສິລະປິນຂອງ VOV. ເມື່ອເຂົ້າຮ່ວມຄະນະສິລະປະກອນ VOV, ຂ້າພະເຈົ້າໄດ້ພ້ອມກັບບັນດານັກສິລະປິນ, ເພື່ອນຮ່ວມງານໄປສະແດງຢູ່ຫຼາຍບ່ອນ, ພິເສດແມ່ນໄດ້ສະແດງຮັບໃຊ້ນັກຮົບຢູ່ເກາະ ເຈື່ອງຊາ. ໄປແຫ່ງໃດນັກສິລະປິນຂອງ VOV ກໍ່ມີຜູ້ຮັບຕ້ອນ, VOV ໄດ້ນຳສຽງຂັບສຽງລຳຂອງ ຟານມວນ ໄປເຖິງມວນຊົນທັງຫຼາຍ”.

ຄະນະສິລະປະກອນວິທະຍຸກະຈາຍສຽງຫວຽດນາມ: 70 ປີແຫ່ງວັນສ້າງຕັ້ງ - ảnh 2 (ຄະນະນັກສິລະປະກອນ VOV)

ໃນຈຳນວນນັກສິລະປິນທີ່ມີຊື່ສຽງຂອງໂຮງລະຄອນ VOV ນັ້ນ, ຕ້ອງໄດ້ເວົ້າເຖິງນັກດົນຕີ ຟ້າມຕວຽນ. ທ່ານໄດ້ເຮັດວຽກຢູ່ VOV ມາແຕ່ປີ 1958, ດຳລົງຫຼາຍຕຳແໜ່ງ, ຊີ້ນຳກ່ຽວກັບບັນນາທິການດົນຕີ. ທ່ານກໍ່ໄດ້ແຕ່ງບົດເພງອະມະຕະຫຼາຍບົດຄື: “ຮ່າໂນ້ຍ - ດ້ຽນບຽນຝູ໋ທາງອາກາດ”, “ໄມ້ຄ້ອນເທົ້າເຈື່ອງເຊີນ”, “ຄືດັ່ງມີລຸງໂຮ່ ໃນມື້ມະຫາໄຊ”, ຍາມໃດກໍ່ຝັງເລິກໃນດວງໃຈຂອງຜູ້ຟັງຫວຽດນາມ. ນັກດົນຕີ ຟ້າມຕວຽນ, ແບ່ງປັນວ່າ.

        “ບັນດານັກວິຈານວັນນະຄະດີໃຫ້ຂໍ້ສັງເກດວ່າ, ຂ້າພະເຈົ້າໄດ້ສ້າງປະຫວັດສາດໃຫ້ແກ່ດົນດີ, ຂ້າພະເຈົ້າບໍ່ມີແນວຄວາມຄິດທີ່ເຮັດວຽກງານອັນໃຫຍ່ຫຼວງຄືແນວນັ້ນ. ນີ້ພຽງແຕ່ແມ່ນອາລົມຈິດຂອງຕົນເອງທີ່ປະກອບສ່ວນຄືດັ່ງອາວຸດຊະນິດໜຶ່ງເທົ່ານັ້ນ. ຍ້ອນວ່າ, ຕອນເຮັດວຽກຢູ່ VOV, ຂ້າພະເຈົ້າໄດ້ຕິດຕາມໄປນຳທະຫານປົດປ່ອຍ. ຄືວັນທີ 28 ເມສາ, ໄດ້ຮັບຂ່າວວ່າມີນັກບິນຖິ້ມລະເບີດໃສ່ສະໜາມບິນ ເຕິນເຊີນເຍິດ, ຂ້າພະເຈົ້າຄິດວ່າ, ຖ້າຮອດສະໜາມບິນ ເຕິນເຊີນຍິດ ແລ້ວ, ອີກວັນໜຶ່ງ 2 ວັນກໍ່ຈະຮອດ ໄຊງ່ອນ, ສະນັ້ນຂ້າພະເຈົ້າຈຶ່ງໄດ້ແຕ່ງບົດເພງ “ຄືດັ່ງມີລຸງໂຮ່ໃນມື້ມະຫາໄຊ”. ຫຼັງຈາກນັ້ນ, ກໍ່ໄດ້ແຕ່ງບົດເພງຜ່ານບັນດາຂໍ້ມູນທີ່ເຮົາເກັບກຳມາໄດ້ຈາກບັນດາອົງການສື່ມວນຊົນໃຫຍ່ທີ່ສຸດຂອງປະເທດຊາດໃນຄາວນັ້ນ”.

        ໃນຈຳນວນນັກສິລະປິນທີ່ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນທີ່ໄດ້ຮັບນາມມະຍົດນັກສິລະປິນປະຊາຊົນ ເກືອບ 400 ຄົນນັ້ນ, ນັກສິລະປິນດີເດັ່ນ ຄັ້ງທີ 9 ປີ 2019, ມີຜູ້ມີຊື່ສຽງຂອງ VOV ນັ້ນແມ່ນ; ນັກສິລະປິນປະຊາຊົນ ກິມດຶກ, ນັກສິລະປິນປະຊາຊົນ ຟານມວນ; ນັກສິລະປິນດີເດັ່ນ ຮ່ວາງຕຸ່ງ ແລະ ນັກສິລະປິນດີເດັ່ນ ເລກວາງຢຸງ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ.

        “ບໍ່ມີຄະນະນັກສິລະປະກອນໃດທີ່ມີມູນເຊື້ອຍາວນານຄືກັບຄະນະນັກສິລະປະກອນຂອງ VOV. ສະເພາະດົນຕີ ມີວົງດົນຕີເຄິ່ງກລາດຊິກ, ວົງດົນຕີພື້ນເມືອງການຂັບຮ້ອງກໍ່ມີຄະນະນັກສິລະປະກອນ, ຄະນະຂັບລຳພື້ນເມືອງ. ນີ້ແມ່ນທ່າແຮງອັນໃຫຍ່ຫຼວງ. ຈາກໂຮງລະຄອນດົນຕີນີ້, ຜ່ານຄື້ນໂທລະພາບ, ວິທະຍຸກະຈາຍສຽງ, ໄດ້ສົ່ງບັນດາບົດດົນຕີ, ສິລະປະ, ເວທີການສະແດງໄປເຖິງມະຫາຊົນ”.

        ໃນໄລຍະໃໝ່, ໂຮງລະຄອນ VOV ສືບຕໍ່ບືນຕົວຂຶ້ນ, ເຊື່ອມຕົວເຂົ້າກັບພາລະກິດແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ. ບັນດານັກຮ້ອງ, ນັກສິລະປິນໜຸ່ມ, ຜູ້ມີຄວາມເກັ່ງກ້າສາມາດສືບຕໍ່ໄດ້ຮັບສະໝັກເຂົ້າເຮັດວຽກຢູ່ VOV, ແຕ່ງບົດເພງ, ຈັດຕັ້ງການສະແດງບົດເພງຢ່າງພິຖິພິຖັນ, ຍົກສູງການປະສານສຽງດົນຕີ. ບັນດານັກສິລະປິນໄດ້ສ້າງສາງດົນຕີທີ່ໃຫຍ່ຫຼວງ ດ້ວຍບົດດົນຕີຫວຽດນາມ ນັບພັນບົດ ເຊິ່ງບໍ່ມີແຫ່ງໃດມີຄືຢູ່ຫວຽດນາມ.

        ຖັນແຖວນັກສິລະປິນຂອງໂຮງລະຄອນ VOV ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດກະຈາຍສຽງຂອງ VOV. ໃນໄລຍະຈະມາເຖິງ, VOV ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາວັດທະນະທຳ, ສິລະປະໃຫ້ຫຼາຍກວ່ານີ້ອີກ ເພື່ອຮັບໃຊ້ຜູ້ຟັງຢູ່ທຸກແທບຖິ່ນຂອງປະເທດຊາດ, ປະກອບສ່ວນຮັກສາສີສັນວັດທະນະທຳ, ດົນຕີຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ