“ຄາບເຂົ້ານັບລ້ານຄາບ”: ລາຍການແຫ່ງຄວາມຄາດຫວັງອຸທິດສ່ວນຂອງຊາວໜຸ່ມ

(VOVWORLD) -ຈາກ 5 ແຂວງ, ນະຄອນໃນເບື້ອງຕົ້ນ, ມາຮອດປະຈຸບັນ, ລາຍການ “ຄາບເຂົ້ານັບລ້ານຄາບ” ໄດ້ແຜ່ຂະຫຍາຍອອກສູ່ 15 ແຂວງ, ນະຄອນໂດຍໄວ, ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ.
“ຄາບເຂົ້ານັບລ້ານຄາບ”: ລາຍການແຫ່ງຄວາມຄາດຫວັງອຸທິດສ່ວນຂອງຊາວໜຸ່ມ - ảnh 1ມອບ “ຄາບເຂົ້າ” ຢູ່ກຸ່ມຊຸມຊົນຟອກໝາກໄຂ່ຫຼັງຮ່າໂນ້ຍ
(ພາບ: thanhnien.vn)

ດ້ວຍສານທີ່ວ່າ “ແບ່ງປັນຄວາມຮັກແພງ”, ມອບ “ຄາບເຂົ້າ” ທຳມະດາແຕ່ເຕັມໄປດ້ວຍນ້ຳໃຈເຖິງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ລາຍການ “ຄາບເຂົ້ານັບລ້ານຄາບ” ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ບໍລິສັດ ແປບຊີ ຜັນຂະຫຍາຍ, ໄດ້ສ້າງກຳລັງແຜ່ກະຈາຍຢ່າງກວ້າງຂວາງເຖິງຫຼາຍແຂວງ, ນະຄອນໃນທົ່ວປະເທດ, ເປັນການສ່ອງແສງຄວາມຄາດຫວັງອຸດທິດສ່ວນຂອງຊາວໜຸ່ມຫວຽດນາມ.

ໃນຊຸມມື້ໂລກລະບາດໂຄວິດ-19 ແຜ່ລະບາດ, ຢູ່ກຸ່ມຊຸມຊົນຟອກໝາກໄຂ່ຫຼັງຮ່າໂນ້ຍ, ການດຳລົງຊີວິດຂອງປະຊາຊົນຜູ້ທຸກຍາກຢູ່ທີ່ນີ້ພັດມີຄວາມຫຍຸ້ງຍາກຫຼາຍກວ່າອີກ. ຍ້ອນເຫດນັ້ນ, ເມື່ອມີເຂົ້າກິນໂດຍບໍ່ເກັບຄ່າ 600 ພູດ ຈາກລາຍການຄາບເຂົ້ານັບລ້ານຄາບ” ໄດ້ມອບໃຫ້ຄົນເຈັບແຕ່ລະຄົນໃນກຸ່ມຊຸມຊົນຟອກໝາກໄຂ່ຫຼັງ ໄດ້ກາຍເປັນຂອງຂວັນທີ່ອົບອຸ່ນ ແລະ ມີຄວາມໝາຍ. ປ້າ ຫງວຽນທິຊິງ, ບ້ານເກີດຢູ່ເມືອງ ບາວີ,ຮ່າໂນ້ຍ, ແມ່ນຜູ້ໜຶ່ງໃນ ກຸ່ມຊຸມຊົນຟອກໝາກໄຂ່ຫຼັງຮ່າໂນ້ຍ, ແບ່ງປັນດ້ວຍຄວາມຕື້ນເຕັນໃຈວ່າ.

“ພວກຫຼານ, ຜູ້ໃຈບຸນໃຈກຸສົນໄດ້ຊ່ວຍເຫຼືອກຸ່ມຊຸມຊົນຟອກໝາກໄຂ່ຫຼັງພວກຂ້າພະເຈົ້າຫຼາຍທີ່ສຸດ. ໃນໄລຍະທົ່ວໂລກຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ນັ້ນ, ພວກຂ້າພະເຈົ້າໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງ ແລະ ບັນດານ້ຳໃຈແບ່ງປັນຂອງພວກຫຼານ, ຜູ້ໃຈບຸນໃຈກຸສົນ. ຖ້າຫາກບໍ່ມີເຂົາເຈົາ, ບໍ່ມີລັດໃນໄລຍະເກີດໂລກລະບາດທີ່ຜ່ານມາ ພວກຂ້າພະເຈົ້າບໍ່ຮູ້ວ່າຈະດຳລົງຊີວິດຄືແນວໃດ”.

ຈາກ 5 ແຂວງ, ນະຄອນໃນເບື້ອງຕົ້ນ, ມາຮອດປະຈຸບັນ, ລາຍການ “ຄາບເຂົ້ານັບລ້ານຄາບ” ໄດ້ແຜ່ຂະຫຍາຍອອກສູ່ 15 ແຂວງ, ນະຄອນໂດຍໄວ, ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ. ໄວໜຸ່ມຢູ່ບັນດາທ້ອງຖິ່ນໄດ້ຮຽກຮ້ອງແຫຼ່ງກຳລັງຈາກບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ນຳມາເຊິ່ງຄວາມເບີກບານມ່ວນຊືນໃຫ້ຜູ້ທຸກຍາກ, ຜູ້ບໍ່ມີບ່ອນເພິງພາອາໄສ, ຄົນພິການນັບພັນຄົນ. ບໍ່ພຽງແຕ່ເທົ່ານັ້ນ, ມີຫຼາຍກຸ່ມ, ສະໂມສອນຊາວໜຸ່ມຍັງລະດົມແຫຼ່ງກຳລັງ, ພາຫະນະເພື່ອຂົນສົ່ງອາຫານໂດຍບໍ່ເກັບຄ່າມາໃຫ້ປະຊາຊົນ ແລະ ບັນດາແນວໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດອີກດ້ວຍ. ອ້າຍ ບຸ່ຍແອັງເຟືອງ, ສະມາຊິກສະໂມສອນລົດກະບະຮ່າໂຮ້ຍ, ແບ່ງປັນວ່າ.

“ເມື່ອເກີດໂລກລະບາດໂຄວິດ-19, ຄະນະການນຳສະໂມສອນໄດ້ປຸກລະດົມອ້າຍນ້ອງ ແລະ ລົດກວ່າ 100 ຄັນກຽມພ້ອມໃຫ້້ແກ່ບັ້ນເຄື່ອນໄຫວອາສາສະໝັກ, ໄປເຖິງເຂດພໍ່ແມ່ປະຊາຊົນ, ຍາມໃດກໍ່ຮັບໃຊ້ການຂົນສົ່ງເຂົ້າກິນ ອາຫານໂດຍບໍ່ເກັບຄ່າໃຫ້ແກ່ພໍ່ແມ່ປະຊາຊົນ, ນັກຮົບ, ແພດໝໍຢູ່ແນວໜ້າປ້ອງກັນ, ສະກັດກັ້ນໂລກລະບາດ, ຕະຫຼອດຮອດເພື່ອນນັກສຶກສາ.”

ກຳລັງແຜ່ຂະຫຍາຍຢ່າງທົ່ວເຖິງຂອງລາຍການ “ຄາບເຂົ້ານັບລ້ານຄາບ” ໄດ້ດຶງດູດການເຂົ້າຮ່ວມ, ການສະໜັບສະໜູນຂອງຫຼາຍພາກສ່ວນໃນສັງຄົມ. ຄະນະຊາວໜຸ່ມ, ສະຫະສະມາຄົມຊາວໜຸ່ມຫວຽດນາມ ຢູ່ບັນດາແຂວງ, ນະຄອນ ແລະ ບັນດາສະໂມສອນອາສາສະໝັກຍັງສືບຕໍ່ສະໜັບສະໜູນ, ຮຽກຮ້ອງ ແລະ ນຳເອົາຄາບເຂົ້າແຫ່ງສາຍຈິດມິດໃຈມາໃຫ້ພໍ່ແມ່ປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ອ້າຍ ຫງວຽນກິມກຸຍ, ຮອງປະທານສະຫະສະມາຄົມຊາວໜຸ່ມຫວຽດນາມ ຢືນຢັນວ່າ, ລາຍການຈະສືບຕໍ່ໄດ້ຮັບການແຜ່ຂະຫຍາຍຢ່າງແຂງແຮງກວ່າ.

“ສຳລັບລາຍການ “ຄາບເຂົ້ານັບລ້ານຄາບ” ທີ່ໄດ້ຮັບການປຸກລະດົມ, ຊາວໜຸ່ມຢູ່ຫຼາຍແຂວງ, ນະຄອນໄດ້ຕັ້ງໜ້າຜັນຂະຫຍາຍ. ຕົວຢ່າງຄື ສະໂມສອນລົດກະບະຮ່າໂຮ້ຍ, ພວກເພື່ອນໄດ້ຕັ້ງໜ້າຂົນຂວາຍບັນດາສ່ວນບຸກຄົນປະກອບສ່ວນ, ສະໜັບສະໜູນ. ຫຼື ເຄືອຂ່າຍອາສາສະໝັກຢູ່ ເຂດໄຕງວຽນ ໄດ້ແຕ່ງອາຫານ ໂດຍກົງເປັນເວລາຫຼາຍມື້ ເພື່ອສົ່ງເຖິງເຂດແຍກຕົວໃຫ້ແກ່ປະຊາຊົນ. ປາດຖະໜາວ່າ ລາຍການ “ຄາບເຂົ້ານັບລ້ານຄາບ” ຈະສືບຕໍ່ໄດ້ແຜ່ກະຈາຍເຖິງປະຊາຊົນຜູ້ຖືກຜົນກະທົບໂດຍກົງໃນໄລຍະຈະມາເຖິງ”.

ໂດຍໄດ້ຮັບການຮັບຮູ້ວ່າແມ່ນໜຶ່ງໃນຈຳນວນ 9 ກິດຈະກຳຊາວໜຸ່ມດີເດັ່ນຂອງປີ 2020, ລາຍການ “ຄາບເຂົ້ານັບລ້ານຄາບ” ໄດ້ ແລະ ພວມສືບຕໍ່ແຜ່ຂະຫຍາຍຈິດໃຈຊາວໜຸ່ມ: ພ້ອມແລ້ວທີ່ຈະແບ່ງປັນ ແລະ ອຸທິດສ່ວນໃຫ້ແກ່ປະຊາຄົມ, ພຽງແຕ່ດ້ວຍທັດສະນະງ່າຍໆທີ່ວ່າ “ບໍ່ ໄວ້ໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.

ຕອບກັບ

ຂ່າວ/ບົດ​ອື່ນ