ງານບຸນປຶ້ມລະດູໃບໄມ້ຫຼົ່ນ 2015 - ງານບຸນສຳລັບຜູ້ນິຍົມປື້ມ


(vovworld) - ​ໃນ​ຊຸມ​ມື້​ນີ້, ຖ້າ​ມາ​ຢ້ຽມຢາມ​ຫໍພິພິດ​ຕະພັນ​ແມ່ຍິງ​ຫວຽດນາມ, ປະຊາຊົນ​ນະຄອນຫຼວງຮ່າ​ໂນ້ຍ ຈະ​ໄດ້​​ສຳຜັດ​ກັບ​ປື້​ມກວ່າ 5.000 ​ເລື່ອງ, ລວມ 20.000 ຫົວຂອງ​ໂຮງພິມ​ຈຳໜ່າຍ​ໃຫຍ່​ສາມ​ແຫ່ງ​ຄື: ໂຮງພິມ​ຈຳໜ່າຍ​ໄວ​ໜຸ່ມ, ໂຮງພິມ​ຈຳໜ່າຍກິມດົ່ງ ​ແລະ ໂຮງພິມ​ຈຳໜ່າຍ​ແມ່ຍິງ. ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ 2015 ​ແມ່ນ​ສະຖານ​ທີ່​​ເພື່ອ​ໃຫ້​ບັນດາ​ຜູ້​ນິຍົມ​ປື້​ມມາ​ຊອກ​ຫາ ​ແລະ ອ່ານ​ປື້​ມ​ໃນ​ຊຸມ​ວັນ​ທ້າຍ​ສັບປະດາ.

ງານບຸນປຶ້ມລະດູໃບໄມ້ຫຼົ່ນ 2015 - ງານບຸນສຳລັບຜູ້ນິຍົມປື້ມ - ảnh 1

ນັກຮຽນນັກສຶກສາເລືອກຊື້ປື້ມ

(ພາບ: ອິນເຕີແນດ)

        ນັບ​ແຕ່​ປີ 2013 ມາ​ຮອດ​ປະຈຸ​ບັນ, ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງໂຮງພິມ​ຈຳໜ່າຍ​ໄວ​ໜຸ່ມ, ໂຮງພິມ​ຈຳໜ່າຍກິມດົ່ງ ​ແລະ ໂຮງພິມ​ຈຳໜ່າຍ​ແມ່ຍິງ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ບັນດາ​ຜູ້​ທີ່​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຂອງ​ວັດທະນະທຳ​ອ່ານ. ຫົວ​ຂໍ້​ຂອງງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ​ນີ້​ແມ່ນ “ສ້າງ​ຕູ້​ປື້​ມຄອບຄົວ“, ຜ່ານ​ນັ້ນ​ຄະນະ​ຈັດ​ຕັ້ງ​ຢາກ​ສົ່ງ​ສານ​: “ປື້​ມ​ໃຫ້​ທຸກ​ຄົນ“ ​ແລະ ມຸ່ງ​ໄປ​ເຖິງ​ການ​ກໍ່ສ້າງ “ຫໍສະໝຸດ​ຄອບຄົວ“, “ຕູ້​ປື້​ມຄອບຄົວ“. ​ອະທິບາຍ​ກ່ຽວ​ກັບ​ຫົວ​ຂໍ້​ຂອງງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນ​ປີ​ນີ້, ທ່ານ​ນາງ ຄຸກ​ທິຮວາ​ເຟື້ອງ, ຮອງ​ຜູ້ອຳນວຍການ, ບັນນາ​ທິການ​ໃຫຍ່​ໂຮງພິມ​ຈຳໜ່າຍ​ແມ່ຍິງ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຫັນ​ໄດ້​ຄວາມ​ຕ້ອງການ​ຂອງ​ຜູ້​ອ່ານ​ໃນ​ສັງຄົມ​ນັ້ນ​ແມ່ນ​ມາ​ແຫ່ງ​ນີ້​ເພື່ອ​ຊື້​ປື້​ມ​ມ່ວນ, ທັງ​ເພີ່ມ​ເຕີມ​ໃຫ້​ຕູ້​ປື້​ມ​ຄອບຄົວຂອງ​ຕົນ, ບາງ​ເທື່ອ​ກໍ່​ມີ​ຫຼາຍ​ຄົນ​ມາ​ຊື້​ປື້​ມ​ເພື່ອ​ມອບ​ໃຫ້​ລູກ, ຫຼານ, ຍາດຕິ​ພີ່ນ້ອງ, ​ເພື່ອນ​ມິດ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ​ເຂດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຍ້ອນ​ເຫດ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​​ເລືອກ​ຫົວ​ຂໍ້​ໃຫ້ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ​ນີ້​ແມ່ນ ສ້າງ​ຕູ້​ປື້​ມ​ຄອບ​ຄົວ“.

ງານບຸນປຶ້ມລະດູໃບໄມ້ຫຼົ່ນ 2015 - ງານບຸນສຳລັບຜູ້ນິຍົມປື້ມ - ảnh 2

ປື້ມໃນງານບຸນມີຫຼາຍປະເພດ

        ຫົວ​ຂໍ້​ຂອງ​ງານ​ບຸນ​ປື້​ມມຸ່ງ​ໄປ​ເຖິງ​ການ​ຊ່ວຍ​ຜູ້​ອ່ານ​ສ້າງ​ຕູ້​ປື້​ມ​ຄອບຄົວ, ຫໍສະໝຸດ​ຄອບຄົວ ດ້ວຍ​ສານ​ທີ່​ວ່າ​ເລືອກ​ປື້​ມ​ໃຫ້​ທຸກ​ຄອບຄົວ, ທຸກ​ຄົນ. ບັນດາ​ປື້​ມທີ່​ງານ​ບຸນນີ້​​ແມ່ນ​ອຸດົມສົມ​ບຸນກ່ຽວ​ກັບປະ​ເພດ ​ເພື່ອ​ໃຫ້​ຜູ້​ອ່ານ​ເລືອກ​ເຟັ້ນ​ເຊັ່ນ: ປື້​ມປະຫວັດສາດ, ປື້​ມຄົ້ນ​ຄ້ວາ​ວິທະຍາສາດ, ​ປື້​ມ​ເສດຖະກິດ, ປື້​ມ​ແນະນຳ​ກ່ຽວ​ກັບ​ການ​ລ້ຽງ ​ແລະ ສິດສອນ​ເດັກນ້ອຍ, ປື້​ມ ວິທະຍາສາດ, ປື້​ມສຳລັບ​ເຍົາວະ​ຊົນ… ຄະນະ​ຈັດ​ຕັ້ງ​ຫວັງ​ວ່າ, ຜ່ານ​ງານ​ບຸນ​ປື້​ມ, ​ແຕ່​ລະ​ຄອບຄົວ​ຈະ​ສ້າງ​ເປັນ​ລະບົບ​ບັນດາ​ຜະລິດ​ຕະພັນ​ພູມ​ປັນຍາ​ທີ່​ເໝາະ​ສົມ​ກັບ​ອາຍຸ, ຄວາມ​ຮັບ​ຮູ້ ​ແລະ ຄວາມ​ນິຍົມ​ຂອງ​ສະມາຊິກ​ແຕ່ລະຄົນ​ໃນ​ຄອບ​ຄົວ, ຈາກ​ນັ້ນ​ວັດທະນະທຳ​ອ່ານ​ຈະ​ແຜ່​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ, ກະທົບ​ເຖິງ​ວັດທະນະທຳ​ປະຊາ​ຄົມ​ກວ່າ​ອີກ. ​ເຂົ້າ​ຮ່ວມ​ ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ 2015, ທ່ານ ຟ້າ​ມ​ເທ໋ຄາງ, ປະທານ​ສະມາຄົມ​ຫໍສະໝຸດ​ຫວຽດນາມ, ຖື​ວ່າ:

        “ຫົວ​ຂໍ້ຂອງ ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ​ນີ້​ແມ່ນ​ເໝາະ​ສົມ​ກັບ​ມະຫາຊົນ, ນັ້ນ​ແມ່ນ​ປື້​ມ​ໃຫ້​ທຸກ​ຄົນ. ວັນ​ບຸນ​ປື້​ມ​ໄດ້​ປະກອບສ່ວນ​ປຸກລຸກ​ວັດທະນະທຳ​ອ່ານ, ​ເຊີດ​ຊູ​ຄຸນຄ່າ​ຂອງ​ປື້​ມ, ການ​ອຸທິດ​ສ່ວນ​ຂອງ​ບັນດາ​ນັກ​ປະພັນ, ນັກ​ກະວີ, ນັກວິທະຍາສາດ ກໍ່​ຄື​ລະດົມ​ກຳລັງ​ໃຈ​ຜູ້​ທີ່​ພວມ​ປະກອບສ່ວນ​ໂຄສະນາ​ປື້​ມ, ນຳ​ປື້​ມ​ມາ​ໃຫ້​ຜູ້​ອ່ານ.“

        ຜ່ານ​ການຈັດ​ຕັ້ງ 8 ຄັ້ງ, ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ 2015 ບໍ່​ພຽງ​ແຕ່​ນຳ​ເອົາ​ບັນດາ​ປື້​ມຫົວ​ມ່ວນ​ ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ອ່ານ​ຫຼາຍ​ຄົນເຖິງ​ຊາວ​ນະຄອນຫຼວງ​ຮ່າ​ໂນ້ຍ ​ເທົ່າ​ນັ້ນ, ຫາກ​ບັນດາ​ໂຮງພິມ​ຈຳໜ່າຍ ຍັງ​ນຳ​​ເອົາບັນດາ​ສື່​ສິ່ງ​ພິມ​ໃໝ່​ສຸດ ມາ​​ໃຫ້​ງານ​ບຸນ​​ອີກ​ດ້ວຍ. ທ່ານ ຫງວຽນ​ຊວນ​ດິ່ງ, ຢູ່ຖະໜົນ ຮ່ວາງຮ​ວາທ໋າມ, ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ຢູ່​ທີ່​ນີ້​ມີ​ປື້​ມມ່ວນ​ຫຼາຍ​ຫົວ, ​ເຊິ່ງຂ້າພະ​ເຈົ້າ​ສາມາດ​ເລືອກ​ຊື້​ໃຫ້​ຕົນ​ເອງ ​ແລະ ​ໃຫ້ລູກ​ເຊັ່ນ: ປື້​ມສອນ​ວິທີ​ປະພຶດ​ລະຫວ່າງ​ຄົນ​ກັບ​ຄົນ, ​ເລື່ອງ​ຍາວ, ​ເລື່ອງ​ສັ້ນ. ສຳລັບ​ພວກ​ຫຼານ, ຂ້າພະ​ເຈົ້າ​ສາມາດ​ຊື້​ປື້​ມທີ່​ມີ​ລັກສະນະ​ສຶກສາ, ສອນ​ກ່ຽວ​ກັບ​ແບບ​ແຜນ​ດຳລົງ​ຊີວິດ​ວັດທະນະທຳ​ມະນຸດ. ຂ້າພະ​ເຈົ້າ​ເຫັນ​ວ່າການ​ຈັດ​ງານ​ບຸນ​ປື້​ມ​ແມ່ນ​ດີ​ຫຼາຍ“.

ງານບຸນປຶ້ມລະດູໃບໄມ້ຫຼົ່ນ 2015 - ງານບຸນສຳລັບຜູ້ນິຍົມປື້ມ - ảnh 3

ມີປື້ມຫຼາຍປະເພດໄດ້ຫຼຸດລາຄາແຕ່ 10-50%

        ຢູ່​ທີ່​ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ 2015, ຜູ້​ນິຍົມ​ປື້​ມສາມາດ​ຊື້​ປື້​ມ ດ້ວຍ​ລາຄາ​ພິ​ເສດ, ຫຼຸດ​ລາຄາ​ແຕ່ 30-50%, ມີ​ປື້​ມບາງ​​ເລື່ອງ​​ລາຄາ​ພຽງ 5.000-10.000 ດົ່ງ​ເທົ່າ​ນັ້ນ. ນອກ​ນັ້ນ, ​ເມື່ອ​ຊື້​ປື້​ມຜູ້​ອ່ານ​ຍັງ​ໄດ້​ຮັບ​ຂອງຂວັນ​ຈາກ​ຄະນະ​ຈັດ​ຕັ້ງ​ຕື່ມ​ອີກ​ເຊັ່ນ: ບິ​ກ, ຖົງພາຍ, bookmark ອີກ​ດ້ວຍ. ນ້ອງ ຫງວຽນ​ຮ່ວາງ​ບາ​ວ, ນັກຮຽນ​ມັດທະ​ຍົມ​ຕອນ​ຕົ້ນ ຈຶງ​ເວື​ອງ, ​ແບ່ງປັນ​ວ່າ:

        “ນ້ອງ​ເລືອກ​ຊື້​ປື້​ມຂອງ​ໂຮງພິມ​ຈຳໜ່າຍ​ກິມດົ່ງ. ນ້ອງ​ຊີ້​ປື້​ມວັນນະ ຄະດີ​ຫຼາຍ​ຫົວ, ພິ​ເສດ​ແມ່ນ​ປື້​ມ​ເລື່ອງ​ຂອງ​ນັກ​ປະພັນ ຫງວຽນ​ເຍິດ​ແອ໋ງ. ສຳລັບ​ນ້ອງ​ແລ້ວ ປື້​ມມີ​ຄວາມ​ສຳຄັນ​ທີ່​ສຸດ, ​ເພາະ​ວາ​ປື້​ມຊ່ວຍ​ພວກ​ເຮົາ​ຊອກ​ຮູ້​ພູມ​ປັບ​ຍາ​ໄດ້​ຫຼາຍ.“

        ​ໃນ​ຂອບ​ເຂດ ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນ ຍັງ​ຈັດ​ງານ​ພົບ​ປະ​ແລກປ່ຽນ​ຫຼາຍ​ຄັ້ງ​ກັບ​ນັກ​ປະພັນ, ​ແລະ​ການ​ເຈລະຈາ​ກ່ຽວ​ກັບ​ຫົວ​ຂໍ້ “ທັງ​ຄອບຄົວ​ອ່ານ​ປື້​ມ - ສ້າງ​ວັດທະນະທຳ​ອ່ານ, ປະຊາ​ຄົມ​ອ່ານ​ຈາກ​ແຕ່​ລະ​ຄອບຄົວ“…. ນອກ​ນັ້ນ​ບັນດາ​ໂຮງພິມ​ຈຳໜ່າຍ​ຍັງ​ຈັດ​ຕັ້ງ Minigame ຕະຫຼົກ, Minigame ຕາມ​ຫົວ​ຂໍ້ Halloween… ທີ່​ສະຫງວນ​ໃຫ້​ຜູ້​ມາ​ຊົມ ​ແລະ ຊື້​ປື້​ມອີກ. ງານ​ບຸນ​ປຶ້ມ​ລະດູ​ໃບ​ໄມ້​ຫຼົ່ນປີ 2015 ດຳ​ເນີນ​ແຕ່​ວັນ​ທີ 29/10-02/11 ​ແມ່ນ​ແຫ່ງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ບັນດາ​ຜູ້​ນິຍົມ​ປື້​ມ, ນິຍົມ​ອ່ານ​ປື້​ມ​ໃນ​​ໂອກາດ​ທ້າຍ​ສັບປະດາ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ