ງານມະໂຫລານເວທີສະແດງທົດລອງ: ບ່ອນປະດິດຄິດສ້າງສິລະປະ

(VOVWORLD) - ງານມະໂຫລານສາກົນເວທີສະແດງທົດລອງຄັ້ງທີ 4 ໄດ້ດຳເນີນໄປເກືອບຮອດໄລຍະສຸດທ້າຍແລ້ວ, ເຊິ່ງໄດ້ສ້າງບັນຍາກາດການເຄື່ອນໄຫວສິລະປະພິເສດໃຫ້ແກ່ວົງການນັກວິຊາການ ແລະ ມະຫາຊົນນະຄອນຫລວງ. 

ລາຍການສະແດງຂອງ 7 ກອງສິລະປະກອນສາກົນ (ຮຸງກາຣີ, ອິດສະລາແອັນ, ອິນເດຍ, ສ.ເກົາຫຼີ, ຈີນ, ສິງກະໂປ, ເກຼັກ) ພ້ອມກັບ 14 ບົດລະຄອນສະແດງບົນເວທີຂອງ ຫວຽດນາມ ໄດ້ນຳມາເຊິ່ງສີສັນຫລາຍຫລາຍບົນເວທີສະແດງທົດລອງ ດ້ວຍບັນດາການປະດິດແຕ່ງສິລະປະທີ່ໃໝ່ອ່ຽມ.

ງານມະໂຫລານເວທີສະແດງທົດລອງ: ບ່ອນປະດິດຄິດສ້າງສິລະປະ - ảnh 1 ງານມະໂຫລານສາກົນເວທີສະແດງທົດລອງ

ບັນດາຜູ້ຜະລິດລາຍການສະແດງເທິງເວທີ ແລະ ຜູ້ຊົມໄດ້ຮັບຊົມງານມະໂຫລານສິລະປະຢ່າງແທ້ດຈິງ ດ້ວຍຄຳເວົ້າທີ່ວ່າ “ທົດລອງ”. ປັດໄຈທີ່ສ້າງເປັນຄວາມປະທັບໃຈນັ້ນ ແມ່ນຫົວຂໍ້ເປັນຫລາຍຮູບຫລາຍແບບ, ອຸດົມສົມບູນກ່ຽວກັບປະເພດ ແລະ ມີຄວາມໃໝ່ອ່ຽມໃນແບບວິທີຂອງບົດລະຄອນສະແດງບົນເວທີຫລາຍບົດໄດ້ສະແດງໃຫ້ເຫັນທ່າອ່ຽງການຜະລິດລາຍການສະແດງທັນສະໄໝ ທີ່ນຳໃຊ້ເຕັກໂນໂລຊີ 4.0 ເຊິ່ງບໍ່ຕ້ອງນຳໃຊ້ພາສານ້ຳສຽງ ແຕ່ຕົ້ນຕໍແມ່ນນຳໃຊ້ພາສາທາງຮ່າງກາຍພ້ອມກັບການຈັດການທີ່ລະອຽດອ່ອນຈາກໄຟແສງສີ, ສຽງ ແລະ ຈັງຫວະດົນຕີ.

ນັບແຕ່ໄດ້ນຳເອົາເລື່ອງ ກ່ຽວ ມາສະແດງບົນເວທີສະແດງລະຄອນຕຸກກະຕາ ຂອງໂຮງລະຄອນຟ້ອນຕຸກກະຕາ ຫວຽດນາມ ຕະຫລອດຮອດການສົມທົບຫົວຂໍ້ແນວຄິດກ່ຽວກັບ ຮ່າໂນ້ຍ ເຂົ້າໃນລາຍການສະແດງກາຍຍະສິນ “ຮ່າໂນ້ຍ ແຫ່ງຄວາມໃຝ່ຝັນ” ຂອງສະຫະພັນກາຍຍະສິນ ຫວຽດນາມ…ຕົວລະຄອນ Dimitrios Marinos ມາຈາກກອງສິລະປະກອນ ປະເທດ ເກຼັກ ແບ່ງປັນວ່າ:

 “ຂ້າພະເຈົ້າບໍ່ແມ່ນຄົນທີ່ມັກເດີນຕາມແນວໂນ້ມສິລະປະບູຮານ ດັ່ງນັ້ນ ຂ້າພະເຂົ້າຈຶ່ງມັກງານມະໂຫລານນີ້, ວິທີການສະແດງທີ່ໃໝ່ອ່ຽມນັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າບໍ່ຕ້ອງເວົ້າຄຳສົນທະນາທີ່ຊ້ຳຊາກອີກ. ໃນຂະນະທີ່ສະແດງຢູ່ນັ້ນ ມີຫລາຍປັດໄຈ ເພືຶ່ອໃຫ້ຂ້າພະເຈົ້າສາມາດເຊື່ອມຕົວເຂົ້າກັບສິ່ງທີ່ຢູ່ອ້ອມຂ້າງ, ສິ່ງດັ່ງກ່າວໄດ້ສ້າງຄວາມດູດດື່ມໃນຕົວຜູ້ທີ່ເປັນນັກສິລະປິນ.”

ງານມະໂຫລານເວທີສະແດງທົດລອງ: ບ່ອນປະດິດຄິດສ້າງສິລະປະ - ảnh 2 ງານມະໂຫລານສາກົນເວທີສະແດງທົດລອງ

ຜ່ານບັນດາບົດສະແດງລະຄອນເຂົ້າຮ່ວມງານມະໂຫລານຄັ້ງນີ້ ສາມາດເຫັນຢ່າງຈະແຈ້ງກ່ຽວກັບລັກສະນະເປັນມືອາຊີບ ດ້ວຍວິທີປະດິດຄິດສ້າງທີ່ແຕກຕ່າງກັນຫລາຍຢ່າງ. ມີບັນດາບົດສະແດງລະຄອນໄດ້ຮັບການສ້າງຂຶ້ນຢ່າງພິຖີພິຖັນ, ແຕ່ກໍ່ມີບາງບົດແມ່ນງ່າຍດາຍທີ່ສຸດກ່ຽວກັບຮູບການຈັດຕັ້ງສະແດງເທິງເວທີ. ແທນທີ່ຈັດຕັ້ງສະແດງຢູ່ເວທີສະແດງໃຫຍ່ໂຕໂອ້ໂຖງນັ້ນ, ບັນດາກອງສິລະປະກອນສາກົນພັດສະແດງຢູ່ໃນຫ້ອງນ້ອຍ. ນັກສິລະປິນປະຊາຊົນ ເລຕ໊ຽນເທາະ, ປະທານສະມາຄົມນັກສິລະປິນ ຫວຽດນາມ ສະມາຊິກຄະນະຈັດຕັ້ງ ໃຫ້ຂໍ້ສັງເກດວ່າ:

ໄປຄຽງຄູ່ກັບການລົງທຶນກ່ຽວກັບເຕັກໂນໂລຊີ, ສ້າງລັກສະນະເປັນຫລາຍຮູບຫລາຍແບບໃຫ້ແກ່ເວທີສະແດງ ມີບາງຫົວໜ່ວຍໄດ້ເລືອກເຟັ້ນວິທີສະແດງໂດຍຫຍໍ້ ແລະ ກະທັດລັດ ແຕ່ມີປະສິດທິຜົນທີ່ສຸດ. ຕົວຢ່າງຄື: ການສະແດງກ່ຽວກັບປຶ້ມນະວະນິຍາຍ ທີ່ແຕ່ງຂຶ້ນຢ່າງອະລັງການກໍ່ມີນັກສະແດງຂອງກອງສິລະປະ ສ.ເກົາຫຼີ ສະແດງພຽງແຕ່ 3 ຄົນເທົ່ານັ້ນ ຫຼື ການສະແດງບົດລະຄອນ Macbeth ກໍ່ມີຕົວລະຄອນຍິງຂອງກອງສິລະປະ ອິນເດຍ ສະແດງ 3 ຄົນເທົ່ານັ້ນ.

ຢູ່ງານມະໂຫລານເວທີສະແດງສາກົນທົດລອງ, ສິ່ງທີ່ເຫັນຢ່າງຈະແຈ້ງແມ່ນເວທີສະແດງໃນວັນນີ້ ໄດ້ກ້າວເຂົ້າສູ່ໄລຍະໃໝ່. ມັນບໍ່ພຽງແຕ່ຢຸດຢູ່ຜົນງານດ້ານສິລະປະ, ຄຸນຄ່າທາງດ້ານແນວຄິດເທົ່ານັ້ນ ຫາກຍັງຕ້ອງສະແດງອອກໃຫ້ເຫັນວິວັດການເຊື່ອມຕົວຂອງນັກສະແດງກັບຕົວລະຄອນເຊິ່ງເຂົາເຈົ້າສະແດງ, ລະຫວ່າງລັກສະນະເປັນສັນຍາລັກຂອງເວທີສະແດງກັບການຮັບເອົາຂອງຜູ້ຊົມ, ຄືດັ່ງການຕີລາຄາຂອງນັກຄົ້ນຄວ້າ ຕ໊ວນຢາງ - ສະມາຄົມນັກດົນຕີເວທີການສະແດງ ຫວຽດນາມ ໃຫ້ຮູ້ວ່າ:

 “ເວທີການສະແດງໃນສະຕະວັດທີ 21 ແມ່ນສິລະປະການສະແດງກ່ຽວກັບຄວາມໃນໃຈ ດັ່ງນັ້ນ ບັນດາທ່າການສະແດງມີຊີວິດຊີວາ ແລະ ຊື່ກົງ ເຊິ່ງມະຫາຊົນໄດ້ຮັບຊົມນັ້ນ ຕ້ອງແມ່ນການປະດິດຄິດສ້າງໃຫຍ່ຫລວງສຳລັບນັກສະແດງ.

ງານມະໂຫລານເວທີສະແດງທົດລອງ: ບ່ອນປະດິດຄິດສ້າງສິລະປະ - ảnh 3 ງານມະໂຫລານສາກົນເວທີສະແດງທົດລອງ

ເວທີສະແດງທົດລອງໄດ້ບັນຈຸປັດໄຈໃໝ່ອ່ຽມຫລາຍຢ່າງ ດັ່ງນັ້ນ ບໍ່ແມ່ນວ່າຍາມໃດກໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຜູ້ຊົມ ແລະ ຜູ້ປະເມີນຜົນ. ເຖິງຢ່າງໃດກໍ່ຕາມ ສຳລັບບັນດານັກສິລະປິນທີ່ມີຈິນຕະນາການປ່ຽນແປງໃໝ່, ເຂົາເຈົ້າຈະບໍ່ຫວາດຫວັ່ນຕໍ່ການທົດສອບ. ຍາມໃດ ເຂົາເຈົ້າກໍ່ມີຄວາມຄາດຫວັງຢາກປະດິດຄິດສ້າງຄືດັ່ງຄຳແບ່ງປັນຄວາມໃນໃຈຂອງນັກສິລະປິນດີເດັ່ນ ຫວໍທຸ່ຍເຢືອງ:

ສິລະປະຍາມໃດກໍ່ມີການໂຕ້ແຍ້ງກັນ. ສິລະປະນຳມາເຊິ່ງຄວາມສະດຸ້ງໃຈ ແລະ ອາດຈະເຮັດໃຫ້ຜູ້ຊົມຄົນນີ້ມັກ ແຕ່ຜູ້ຊົມຄົນອື່ນພັດບໍ່ມັກ. ເຖິງຢ່າງໃດກໍ່ຕາມ ນັກສິລະປິນພວກຂ້າພະເຈົ້າຍັງຢາກທົດລອງ, ໄດ້ເຮັດສິ່ງທີ່ໃໝ່ອ່ຽມ ເພື່ອອຸທິດສ່ວນສ້າງສິລະປະໃຫ້ຜູ້ຊົມໄດ້ຮັບຊົມຫລາຍກ່ວານີ້ອີກ.

ງານມະໂຫລານສາກົນເວທີສະແດງທົດລອງຈະອັດລົງໃນວັນທີ 13 ຕຸລາ. ຄວາມມານະພະຍາຍາມຄົ້ນຫາ ແລະ ຊອກຮູ້ບັນດາວິທີການສະແດງໃໝ່ ບໍ່ພຽງແຕ່ສະແດງໃຫ້ເຫັນປະເພນີ, ສີສັນຊາດຂອງແຕ່ລະປະເທດຢ່າງຈະແຈ້ງເທົ່ານັ້ນ, ແຕ່ສຳຄັນກ່ວານັ້ນ ແມ່ນມັນໄດ້ກາຍເປັນແປ້ນຢັນໃຫ້ແກ່ການປະດິດຄິດສ້າງ ເພື່ອພື້ນຖານສິລະປະຂອງບັນດານັກສິລະປິນ./.

ຕອບກັບ

ຂ່າວ/ບົດ​ອື່ນ