ຊຸດ KIT BK – LAMP – nCoV ຊ່ວຍກວດ​ຫາເຊື້ອ​ໄວ​ຣັດປະ​ເພດ​ຕ່າງໆ

(VOVWORLD) -  ຫວຽດນາມ ແມ່ນໜຶ່ງໃນບັນດາແບບຢ່າງດີເດັ່ນໃນການຄວບຄຸມໂລກລະບາດໂຄວິດ - 19. ໃນຜົນສຳເລັດດັ່ງກ່າວ ມີການປະກອບສ່ວນຂອງບັນດານັກວິທະຍາສາດທີ່ປະດິດຊຸດ KIT ຊ່ວຍກວດພະຍາດໂຄວິດ - 19 ໄດ້ຢ່າງວ່ອງໄວ. ໜຶ່ງໃນບັນດານັກວິທະຍາສາດດັ່ງກ່າວ ແມ່ນ ທ່ານ ປອ. ເລກວາງຮວ່າ, ທ່ານນາງ ປອ.ຫງວຽນເລທູຮ່າ ແລະ ບັນດາຜູ້ຮ່ວມງານຢູ່ ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ. ປັດຈຸບັນ, ເຂົາເຈົ້າພວມສືບຕໍ່ປະດິດຊຸດ KIT ກວດຫາເຊື້ອໄວຣັດໃນສັດລ້ຽງ, ສັດປີກ ແລະ ພວມສືບຕໍ່ຊອກຫາສົ້ນອອກທີ່ມີປະສິດທິຜົນໃຫ້ແກ່ຜະລິດຕະພັນດັ່ງກ່າວ.
ຊຸດ KIT BK – LAMP – nCoV ຊ່ວຍກວດ​ຫາເຊື້ອ​ໄວ​ຣັດປະ​ເພດ​ຕ່າງໆ - ảnh 1ນັກວິທະຍາສາດ ທ່ານປອ. ເລກວາງຮວ່າ (ຜູ້ຢືນເບື້ອງຊາຍ) (ພາບ: sggp.org.vn)

 ກຸ່ມນັກວິທະຍາສາດຂອງ ທ່ານປອ. ເລກວາງຮວ່າ ໄດ້ຄົ້ນຄວ້າສຳເລັດຊຸດ KIT BK – LAMP – nCoV ທີ່ສາມາດກວດພົບເຊື້ອໄວຣັດ SARS – CoV- 2 ເມື່ອຕົ້ນປີ 2020. ຊຸດ KIT ດັ່ງກ່າວ ໄດ້ນຳໃຊ້ເຕັກນິກຂະຫຍາຍອຸນຫະພູມດ້ວຍການໃຊ້ທາດ acid nucleic ເຊິ່ງເປັນທາດທີ່ນຳໃຊ້ສະເພາະໃຫ້ແກ່ການກວດພົບວັດຖຸສືບພັນຂອງໄວຣັດທີ່ກໍໃຫ້ເກີດພະຍາດ.

        ດ້ວຍຈຸດດີຂອງຊຸດ KIT BK – LAMP – nCoV ແມ່ນສາມາດນຳໃຊ້ຢູ່ຂະແໜງສາທາລະນະສຸກຂັ້ນຮາກຖານ ຫຼື ບັນດາໂຮງໝໍກາງສະໜາມ ເມື່ອໂລກລະບາດແຜ່ລະບາດ. ຕົວຢ່າງທີ່ມີຜົນເປັນລົບກັບເຊື້ອໄວຣັດ ແມ່ນສາມາດເບິ່ງເຫັນດ້ວຍຕາເປົ່າ ໂດຍອີງໃສ່ການປ່ຽນສີຂອງປະຕິກິລິຍາ. ທ່ານນາງ ປອ ຫງວຽນເລທູຮ່າ, ສະມາຊິກໃນກຸ່ມຄົ້ນຄວ້າ ໃຫ້ຮູ້ວ່າ:

        “ຂັ້ນຕອນການຄົ້ນຄວ້າຂອງພວກຂ້າພະເຈົ້າແມ່ນສ້າງເຕັກໂນໂລຢີໃຫ້ສົມບູນແບບ, ເຕັກໂນໂລຢີ LEN, ການຂະຫຍາຍອຸນຫະພູມ. ມັນມີຈຸດດີຫຼາຍຢ່າງ, ນັ້ນແມ່ນນຳໃຊ້ເຄື່ອງຈັກໜ້ອຍ, ຂັ້ນຕອນປະຕິບັດກໍງ່າຍດາຍ ແລະ ພວກຂ້າພະເຈົ້າແມ່ນໜຶ່ງໃນບັນດາກຸ່ມທີ່ນຳໜ້າໃນເຕັກໂນໂລຢີດັ່ງກ່າວ. ກຸ່ມຂ້າພະເຈົ້າໄດ້ພັດທະນາ, ສ້າງເຕັກນິກ LEN ໃຫ້ສົມບູນແບບ ແລະ ສາມາດສົ່ງອອກໄປຍັງຕ່າງປະເທດໄດ້. ຈາກພື້ນຖານເຕັກໂນໂລຢີ LEN, ພວກຂ້າພະເຈົ້າ ສາມາດພັດທະນາໄດ້ບໍ່ວ່າຊຸດ KIT test ໃດໆ ບົນພື້ນຖານທີ່ລຽບງ່າຍ ແລະ ນຳໃຊ້ໄດ້ງ່າຍ”.

        ດ້ວຍບັນດາຈຸດດີດັ່ງກ່າວ, ການຄົ້ນຄວ້າທີ່ມີຄ່າໃນຫ້ອງທົດລອງນີ້ ໄດ້ເປີດກວ້າງຂອບຂະໜາດການທົດລອງໃນເບື້ອງຕົ້ນ ເພື່ອແນໃສ່ຜະລິດຊຸດ KIT ໃຫ້ສຳເລັດໃນຂອບຂະໜາດຜະລິດອຸດສາຫະກຳ ແລະ ຫັນຊຸດ KIT ເປັນການຄ້າ. ປັດຈຸບັນ, ກຸ່ມຄົ້ນຄວ້າດັ່ງກ່າວ ໄດ້ພັດທະນາບັນດາຜະລິດຕະພັນທີ່ມີຈຸດດີຫຼາຍຢ່າງ,  ຍົກເລີກຄ່າຜິດດ່ຽງໃນຂັ້ນຕອນການເກັບຕົວຢ່າງ. ທ່ານນາງ ປອ. ຫງວຽນເລທູຮ່າ ແບ່ງປັນວ່າ:

        “ບັນດາຜະລິດຕະພັນຂອງພວກຂ້າພະເຈົ້າແມ່ນມີຄວາມແຕກຕ່າງກັນຫຼາຍ. ຜະລິດຕະພັນກວດຫາເຊື້ອໄວຣັດພະຍາດໂຄວິດ - 19 ນັ້ນ ກໍມີລັກສະນະຈຳເພາະ, ມີຄວາມໝາຍສຳຄັນໃນການສະກັດກັ້ນໂລກລະບາດໂຄວິດ - 19. ປັດຈຸບັນ, ພວກຂ້າພະເຈົ້າໄດ້ຜະລິດອອກເປັນລຸ້ນທີ 6 ແລ້ວ ດ້ວຍຫຼາຍເປົ້າໝາຍ ແລະ ວິທີໃຊ້ທີ່ແຕກຕ່າງກັນ.”

        ທ່ານ ປອ. ລືວຫາຍມິງ, ຮອງປະທານສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ນະຄອນຮ່າໂນ້ຍ ຕີລາຄາວ່າ:

        “ຂ້າພະເຈົ້າຕີລາຄາສູງທີ່ສຸດຕໍ່ການຄົ້ນຄວ້າວິທະຍາສາດຢູ່ມະຫາວິທະຍາໄລ ສັບພະວິຊາຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າ ໂຄງການດັ່ງກ່າວ ແມ່ນມີຄວາມສາມາດບົ່ມຊ້ອນຫຼາຍທີ່ສຸດ, ເຂົາເຈົ້າດຳເນີນການຄົ້ນຄວ້າຢ່າງມີແບບມີແຜນ”.

ຊຸດ KIT BK – LAMP – nCoV ຊ່ວຍກວດ​ຫາເຊື້ອ​ໄວ​ຣັດປະ​ເພດ​ຕ່າງໆ - ảnh 2  ຊຸດ KIT BK – LAMP – nCoV  (ພາບ:baotintuc.vn) 

        ຊຸດ KIT BK – LAMP – nCoV ບໍ່ພຽງແຕ່ໄດ້ຮັບຄວາມສົນໃຈຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງດຶງດູດຄວາມສົນໃຈຈາກບັນດາປະເທດເອີຣົບ ແລະ ອາເມລິກາ ອີກດ້ວຍ ຍ້ອນຊຸດ KIT ດັ່ງກ່າວແມ່ນມີຄວາມເໝາະສົມໃນການເປີດກວ້າງຂອບຂະໜາດການກວດຫາເຊື້ອໄວຣັດ SARS – CoV - 2 ຢູ່ບັນດາປະເທດເຫຼົ່ານີ້. ປັດຈຸບັນ, ບັນດານັກວິທະຍາສາດຂອງມະຫາວິທະຍາໄລສັບພະວິຊາ ພວມຊອກຫາບັນດາຄູ່ຮ່ວມມືເພື່ອຜະລິດໃນຂອບຂະໜາດອຸດສາຫະກຳ ເພາະວ່າ ຊ່ອງທາງທີ່ມີປະສິດທິຜົນທີ່ສຸດໃນການຫັນໝາກຜົນການຄົ້ນຄວ້າຂອງບັນດານັກວິທະຍາສາດດັ່ງກ່າວໃຫ້ເປັນການຄ້າ ແມ່ນການສົມທົບລະຫວ່າງບັນດານັກວິທະຍາສາດກັບ ວິສາຫະກິດ. ທ່ານນາງ ປອ. ຫງວຽນເລທູຮ່າ ໃຫ້ຮູ້ຕື່ມອີກວ່າ:

        “ນັກວິທະຍາສາດ ແລະ ວິສາຫະກິດ ຕ້ອງມີຂົວເຊື່ອມຕໍ່ ຈຶ່ງສາມາດເຮັດໃຫ້ບັນດາທັດທະນະທີ່ແຕກຕ່າງລົງຕົວກັນໄດ້. ສິ່ງທີ່ພວກຂ້າພະເຈົ້າຍັງງົງໆຢູ່ ແລະ ຢາກມີຄວາມເຂົ້າໃຈແມ່ນ ຈາກຫ້ອງທົດລອງໄປຫາຂັ້ນຕອນການຜະລິດຈະເປັນຄືແນວໃດ. ມັນຈະມີຄວາມຜິດດ່ຽງກັນລະຫວ່າງ ຫ້ອງທົດລອງ ແລະ ການຜະລິດ. ສຳລັບບັນຫາດັ່ງກ່າວ, ພວກຂ້າພະເຈົ້າກຳລັງພະຍາຍາມອັບເດດເພື່ອໄປທັນກັບສະພາບການຕົວຈິງ. ນັບແຕ່ຕອນທຳອິດ ເມື່ອເລືອກໝູນໃຊ້ເຕັກນິກດັ່ງກ່າວ, ພວກຂ້າພະເຈົ້າ ໄດ້ມຸ່ງໄປເຖິງລັກສະນະຈຳເພາະຂອງຫວຽດນາມ ແມ່ນ ລາຄາຖືກ, ໄວ, ຕ້ອງການເຄື່ອງຈັກໜ້ອຍ ແລະ ນຳໃຊ້ໄດ້ຢ່າງງ່າຍດາຍ. ກ່ຽວກັບດ້ານເຕັກນິກ, ພວກຂ້າພະເຈົ້າມີຄວາມໝັ້ນໃຈວ່າສາມາດຕອບສະໜອງໄດ້ວຽກງານກວດຫາເຊື້ອໄວຣັດ ປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານໂລກລະບາດພາຍຫຼັງເກີດຝົນຕົກ, ນ້ຳຖ້ວມ.”

      ເລື່ອງທີ່ທ່ານນາງ ປອ. ຫງວຽນເລທູຮ່າ ພ້ອມດ້ວຍເພື່ອນຮ່ວມງານຂອງຕົນຢູ່ມະຫາວິທະຍາໄລ ຊັບພະວິຊາ ຮ່າໂນ້ຍ ຊອກຫາວິທີການຮ່ວມມືກັບບັນດາວິສາຫະກິດ ເພື່ອຫັນຜະລິດຕະພັນເປັນການຄ້ານັ້ນ ແມ່ນຂັ້ນຕອນການເລີ່ມຕົ້ນທຸລະກິດທີ່ມີຄວາມຫຍຸ້ງຍາກຫຼາຍແຕ່ເປັນໄປໄດ້ສູງ./.

ຕອບກັບ

ຂ່າວ/ບົດ​ອື່ນ