ຊາວໜຸ່ມແຂວງ ດັກລັກ ມີທິດ startup ທີ່ເປັນຫຼາຍຮູບຫຼາຍແບບ

(VOVWORLD) - ປີນພູລ່າເມກແມ່ນໜຶ່ງໃນຈຳນວນ 2 ແນວຄິດຂອງ Y Xim Ndu, ຜູ້ບ່າວຊາວເຜົ່າ ເມີນົງ, ຢູ່ຕາແສງ ດັກລຽງ, ເມືອງ ລັກ, ແຂວງ ດັກລັກ, ນັບແຕ່ເມື່ອອ້າຍ  startup ໃນຂົງເຂດທ່ອງທ່ຽວ.
ຊາວໜຸ່ມແຂວງ ດັກລັກ ມີທິດ startup ທີ່ເປັນຫຼາຍຮູບຫຼາຍແບບ - ảnh 1(ປີນພູລ່າເມກແມ່ນໜຶ່ງໃນຈຳນວນ 2 ແນວຄິດຂອງ Y Xim Ndu)

        ຂະບວນການ startup ຢູ່ແຂວງ ດັກລັກ ພວມຟົດຟື້ນຄືນໃໝ່ ພາຍຫຼັງທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ກ້າຄິດ, ກ້າທຳ, ມີຊາວໜຸ່ມຫຼາຍຄົນໄດ້ startup ດ້ວຍທິດເດີນສະເພາະ. ເຂົາເຈົ້າກໍ່ມີການເຊື່ອມຕໍ່ທີ່ມີແບບມີແຜນຢູ່ບັນດາສະໂມສອນ, ຄະນະຊາວໜຸ່ມ, ສະມາຄົມ, ເພື່ອສາມາດກ້າວໄປໄກກວ່າຢູ່ໃນຕະຫຼາດ.

        ນີ້ເປັນຄັ້ງທຳອິດທີ່ເອື້ອຍ ຫງວຽນທິງອັກລານ ພ້ອມກັບແຂກທ່ອງທ່ຽວທີ່ມາຈາກນະຄອນ ໂຮ່ຈີມິນ ໄປທ່ອງທ່ຽວຄົ້ນຫາ “ປີນພູລ່າເມກ” ຢູ່ເມືອງ ລັກ, ແຂວງ ດັກລັກ. ເສັ້ນທາງມື່ນ, ຜາຫີນຕັ້ງແມ່ນສິ່ງທົດສອບສຳລັບທັງທິມ, ແຕ່ຄວາມມ່ວນຊື່ນໃນການຄົ້ນຫາໄດ້ຊ່ວຍໃຫ້ເຂົາເຈົ້າພິຊິດໄດ້ຈອມພູ ຈືຢາງລັກ ສຳເລັດ. ເອື້ອຍ ຫວຽນທິງອັກລານ ແບ່ງປັນວ່າ:

        “ຕາມທຳມະດາແລ້ວ, ຂ້າພະເຈົ້າບໍ່ເຄີຍຄິດວ່າຈະປີນຂຶ້ນສູງໄດ້ຄືແນວນີ້, ແຕ່ຂ້າພະເຈົ້າກໍ່ຕັດສິນໃຈ. ໄປໄດ້ເຄິ່ງທາງກໍ່ເມື່ອຍແລ້ວ, ແຕ່ກໍ່ເລີຍລະດົມກຳລັງໃຈຕົນເອງວ່າ ໄປຕື່ມອີກພຽງແຕ່ 1 ຊົ່ວໂມງກໍ່ຈະຮອດແລ້ວ. ຂຶ້ນມາຮອດນີ້, ຂ້າພະເຈົ້າຮູ້ສຶກວ່າ ອາກາດປອດໂປ່ງທີ່ສຸດ, ຢູ່ລຸ່ມນັ້ນບໍ່ສາມາດເຫັນໄດ້ທິວທັດທຳມະຊາດຄືແນວນີ້”.

        ປີນພູລ່າເມກແມ່ນໜຶ່ງໃນຈຳນວນ 2 ແນວຄິດຂອງ Y Xim Ndu, ຜູ້ບ່າວຊາວເຜົ່າ ເມີນົງ, ຢູ່ຕາແສງ ດັກລຽງ, ເມືອງ ລັກ, ແຂວງ ດັກລັກ, ນັບແຕ່ເມື່ອອ້າຍ  startup ໃນຂົງເຂດທ່ອງທ່ຽວ. ອ້າຍ Y Xim Ndu ໄດ້ສ້າງຕັ້ງບໍລິສັດທ່ອງທ່ຽວ ຈືຢາງຊິນ ກຳຈັດ ແລະ ສ້າງ 2 ລາຍການທ່ອງທ່ຽວຄົ້ນຫາທຳມະຊາດ ແລະ ເຂດບ້ານ. ອ້າຍ Y Xim Ndu ເລົ່າສູ່ຟັງວ່າ:

        “ຂ້າພະເຈົ້າພັດທະນາການທ່ອງທ່ຽວທຳມະຊາດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ອະນຸລັກຮັກສາວັດທະນະທຳຂອງປະຊາຄົມຊົນເຜົ່າ. ໃນອະນາຄົດ, ຖ້າຫາກໄດ້ພັດທະນາເປັນຢ່າງດີ ຂ້າພະເຈົ້າຈະມຸ່ງໄປເຖິງແຂກທ່ອງທ່ຽວຕ່າງປະເທດທີ່ມາ ຫວຽດນາມ. ສິ່ງທີ່ຂ້າພະເຈົ້າປາດຖະໜາແມ່ນ ໂຄງການຂອງຕົນຈະສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ, ສ້າງກຳລັງໜູນໃຫ້ແກ່ບັນດາເພື່ອນໜຸ່ມກ່ຽວກັບການ startup, ພິເສດແມ່ນບັນດາເພື່ອນໜຸ່ມຊາວເຜົ່າສ່ວນໜ້ອຍຄືຂ້າພະເຈົ້າ, ຈະເຂົ້າໃຈໄດ້ເຖິງຄວາມສຳຄັນ, ຄວາມໝາຍຂອງເລື່ອງເຮັດເສດຖະກິດ ຕິດພັນກັບການປົກປັກຮັກສາ ແລະ ອະນຸລັກຮັກສາວັດທະນະທຳຂອງຊາດ”.

ຊາວໜຸ່ມແຂວງ ດັກລັກ ມີທິດ startup ທີ່ເປັນຫຼາຍຮູບຫຼາຍແບບ - ảnh 2(ເອື້ອຍ ຈູທິລານ, ແຜນການຜະລິດບັນດາຜະລິດຕະພັນນັບແຕ່ເມື່ອຍັງເປັນນັກສຶກສາ)

        ໂດຍກໍ່ເລີ່ມຈາກການ startup, ແຕ່ເອື້ອຍ ຈູທິລານ, ຢູ່ຕາແສງ Ea Kly, ເມືອງກຣົງ ປັກ, ໄດ້ບັນລຸຜົນສຳເລັດໃນຂົງເຂດເບິ່ງແຍງດູແລສຸຂະພາບ. ເອື້ອຍໄດ້ສ້າງແຜນການຜະລິດບັນດາຜະລິດຕະພັນນັບແຕ່ເມື່ອຍັງເປັນນັກສຶກສາ. ຊຸດຜະລິດຕະພັນຊາພື້ນເມືອງ ແລະ ເຄື່ອງສຳອາງທຳມະຊາດ Lanchans ໂດຍເອື້ອຍພັດທະນາໄດ້ຮັບລາງວັນທີ 1 ໃນການແຂ່ງຂັນ startup ນະວັດຕະກຳແຂວງ ດັກລັກ ໃນປີ 2022. ເອື້ອຍ ຈູທິລານ ໃຫ້ຮູ້ວ່າ:

        “ລາຍການໄດ້ຈັດການຝຶກອົບຮົມທີ່ມີຄວາມໝາຍຢ່າງແທ້ຈິງ ເພື່ອໃຫ້ຂ້າພະເຈົ້າສາມາດປັບປຸງ, ໝູນໃຊ້ເຂົ້າໃນຮູບແບບດຳເນີນທຸລະກິດຂອງຕົນ. ຜ່ານການແຂ່ງຂັນນີ້, ຂ້າພະເຈົ້າມີໂອກາດໄດ້ພົບປະກັບບັນດານັກລົງທຶນ. ມີນັກລົງທຶນຫຼາຍຄົນສົນໃຈເຖິງບັນຫາເຖິງສຸຂະພາບ ແລະ ໂຊກດີທີ່ໃນການແຂ່ງຂັນນີ້ ມີນັກລົງທຶນຫຼາຍຄົນສົນໃຈ ແລະ ຢາກຮ່ວມມືໃນອະນາຄົດ”.

        ພ້ອມກັບເລື່ອງຊອກຫາຜົນສຳເລັດຈາກວິທີເຮັດສະເພາະຄືອ້າຍ Y Xim Ndu ແລະ ເອື້ອຍ ຈູທິລານ, ປະຊາຄົມ startup ຢູ່ແຂວງ ດັກລັກ ຍັງເຊື່ອມຕໍ່ບັນດາຄະນະຊາວໜຸ່ມ, ສະມາຄົມເພື່ອເປີດກວ້າງການຜະລິດ, ດຳເນີນທຸລະກິດ. ຕາມທ່ານ ຟ້າມຮ່ວາຍງວຽນແອັງ, ຫົວໜ້າສະໂມສອນການລົງທຶນ ແລະ startup (ສະມາຄົມນັກທຸລະກິດໜຸ່ມແຂວງ ດັກລັກ), ເມື່ອຕິດພັນນຳກັນແລ້ວ, ບັນດາ startup ໄດ້ກໍ່ຊອກເຫັນກາລະໂອກາດໃຫ້ແກ່ບັນດາໂຄງການ startup ຂອງຕົນໄດ້ຫຼາຍກວ່າ.

        “ເພື່ອໃຫ້ມີຄວາມແທດຈິງ ແລະ ບັນລຸປະສິດທິຜົນກວ່າ, ສະໂມອນການລົງທຶນ ແລະ startup ນັກທຸລະກິດໜຸ່ມໄດ້ຈັດການແນະນຳແບບໜຶ່ງຄົນຕໍ່ໜຶ່ງຄົນ. ປະຈຸບັນ ກໍ່ພວມເຊື່ອມຕໍ່ບາງຜະລິດຕະພັນຂອງພວກເພື່ອນແລ້ວ. ບັນດາເພື່ອນນັ້ນແມ່ນສະມາຊິກຂອງສະໂມສອນການລົງທຶນ ແລະ startup ນັກທຸລະກິດໜຸ່ມ, ຂຶ້ນກັບລະບົບຂອງສະໂມອນການລົງທຶນ ແລະ startup ສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ”.

        ຂະບວນການ startup ຢູ່ແຂວງ ດັກລັກ ມີສັນຍານຕັ້ງໜ້າຈາກປະຊາຄົມ startup ຢູ່ທ້ອງຖິ່ນ. ໂດຍບໍ່ເດີນຕາມເສັ້ນທາງລັັດ ຫຼື ອີງຕາມກະແສຈຳນວນຜູ້ເຮັດຫຼາຍ, ຊາວໜຸ່ມຫຼາຍຄົນໄດ້ເລືອກເອົາທິດທາງສະເພາະ ແລະ ຜັນຂະຫຍາຍບັນດາໂຄງການທີ່ມີແງ່ຫວັງນຳໃຊ້ເຂົ້າໃນຊີວິດຕົວຈິງ. ອຳນາດການປົກຄອງທ້ອງຖິ່ນໄດ້ຮ່ວມເດີນທາງພ້ອມກັບບັນດາ startup ຊ່ວຍໃຫ້ລະບົບຊີວະພາບ startup ຢູ່ທ້ອງຖິ່ນນັບມື້ນັບພັດທະນາ, ເປັນຫຼາຍຮູບຫຼາຍແບບ ແລະ ມີລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ