ຍາມໃດ VOV ກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ

(VOVWORLD) - ແຕ່ລະປີຖັນແຖວນັກຂ່າວ, ບັນນາທິການຂອງ VOV ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາງານແຂ່ງຂັນຊີງລາງວັນສື່ມວນຊົນໃຫຍ່ແລະຍາດໄດ້ຫຼາຍລາງວັນສູງ.
ຍາມໃດ VOV ກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ - ảnh 1(ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ້ ມອບໃບຍ້ອງຍໍໃຫ້ຜູ້ຂຽນໄດ້ຮັບລາງວັນ ABU)

        ໃນຊຸມປີຜ່ານມາ, ພ້ອມກັບການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງນັບທັງດ້ານເນື້ອໃນແລະຮູບການ. ຂໍ້ມູນຂ່າວໄດ້ສ່ອງແສງພາຍໃຕ້ຫຼາຍແງ່ມູມລວມທັງ 4 ປະເພດສື່ມວນຊົນ, ຄື: ກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕນິກແລະ ສື່ສິ່ງພິມ, ຮັກສາທີ່ຕັ້ງແມ່ນອົງການສື່ມວນຊົນຫຼັກແຫຼ່ງຂອງພັກ, ລັດ, ເປັນກະບອກສຽງຂອງປະຊາຊົນ. ພ້ອມກັບການສົ່ງບັນດາຂໍ້ມູນຂ່າວທີ່ວ່ອງໄວ, ຊັດເຈນເຖິງຜູ້ເບິ່ງ, ຜູ້ຟັງແລະຜູ້ອ່ານແລ້ວ, ເລື່ອງບັນດານັກຂ່າວ, ບັນນາທິການຂອງ VOV ຍາມໃດກໍ່ຍາດໄດ້ລາງວັນສູງໃນການເສັງລາງວັນສື່ມວນຊົນຈັດຂຶ້ນໃນແຕ່ລະປີໄດ້ເປັນການຢັ້ງຢືນອິດທິພົນຊື່ສຽງ, ການປະກອບສ່ວນຂອງ VOV ໃນບັນດາການເສັງຊີງລາງວັນສື່ມວນຊົນຢູ່ພາຍໃນແລະຕ່າງປະເທດໃນຊຸມປີຜ່ານມາ.

        ເກືອບ 80 ປີທີ່ຮ່ວມເດີນທາງພ້ອມກັບການພັດທະນາຂອງຊາດ, ຍາມໃດ VOV ກໍ່ຕິດພັນແລະສະໜອງຂໍ້ມູນຂ່າວ, ບັນດາເຫດການການເມືອງສຳຄັນຂອງປະເທດຊາດ, ບັນຫາການຫາເງິນລ້ຽງຊີບເຊິ່ງສັງຄົມມີຄວາມສົນໃຈຢ່າງຄົບຖ້ວນ, ຊັດເຈນ, ທັນການ. ພ້ອມກັບການຮັບປະກັນການເຄື່ອນໄຫວດ້ານສື່ມວນຊົນ, ໂຄສະນາ, ແຕ່ລະປີຖັນແຖວນັກຂ່າວ, ບັນນາທິການຂອງ VOV ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາງານແຂ່ງຂັນຊີງລາງວັນສື່ມວນຊົນໃຫຍ່ແລະຍາດໄດ້ຫຼາຍລາງວັນສູງ. ໄລຍະ 2015-2020, VOV ຍາດໄດ້ 116 ລາງວັນສື່ມວນຊົນປະເພດຕ່າງໆ, ໃນນັ້ນມີ: 22 ລາງວັນສື່ມວນຊົນແຫ່ງຊາດ; 30 ລາງວັນຂໍ້ມູນຂ່າວພົວພັນຕ່າງປະເທດ; 15 ລາງວັນຄ້ອນຕີກ່ຽວຄຳ; 7 ລາງວັນກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງແລະບັນດາລາງວັນສື່ມວນຊົນອື່ນໆ.

        ທີ່ການເສັງຊີງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17 ປີ 2022, ບັນດາບົດຂຽນຂອງ VOV ສືບຕໍ່ບັນລຸຜົນສຳເລັດດ້ວຍບັນດາລາງວັນເຊິ່ງຄະນະຈັດຕັ້ງມອບໃຫ້ໃນພິທີມອບລາງວັນເມື່ອວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ. ໃນຈຳນວນນັ້ນ, ມີບົດຂຽນ “ຜ່ານຜ່າສົງຄາມ”, ເຊິ່ງແມ່ນບົດປະພັນສື່ມວນຊົນທີ່ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ບັນດາຜູ້ຟັງຂອງ VOV ເມື່ອໄດ້ເລົ່າຄືນການແລ່ນໜີຈາກສົງຄາມຂອງບັນດາຜູ້ຄົນຊາວຫວຽດນາມຢູ່ ຢູແກຼນ ຢ່າງມີຊີວິດຊີວາ, ນ້ຳໃຈອົບອຸ່ນຂອງພໍ່ແມ່ພີ່ນ້ອງຢູ່ຕ່າງປະເທດ.

        ນັກຂ່າວຫວູຫາຍດັງ, ຫົວໜ້າສຳນັກງານຜູ້ຕາງໜ້າ VOV ປະຈຳການສ.ເຊັກໂກ, ສະມາຊິກໃນກຸ່ມປະຕິບັດບົດປະພັນ “ຜ່ານຜ່າສົງຄາມ”, ແບ່ງປັນວ່າ:

        ພວກຂ້າພະເຈົ້າໄດ້ພະຍາຍາມບັນທຶກຄວາມໃນໃຈຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ກ່ຽວກັບຄວາມຫຍຸ້ງຍາກ, ການປະເຊີນໜ້າໃນການໄປອົບພະຍົບຄັ້ງນີ້ຢ່າງແທດຈິງທີ່ສຸດ. ຢູ່ຣູມານີ, ຂ້າພະເຈົ້າໄດ້ໄປຮອດເຂດຮັບຊາວອົບພະຍົບທີ່ມາຈາກຢູແກຼນ. ຊາວຫວຽດນາມຢູ່ທີ່ນີ້ສ່ວນຫຼາຍມີຄວາມວິຕົກກັງວົນແລະຢ້ານກົວ. ເວລານັ້ນ, ພວກຂ້າພະເຈົ້າພຽງຄິດວ່າເຮັດແນວໃດຈະຊ່ວຍເຂົາເຈົ້າໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ສາມາດເຮັດໄດ້. ມີບາງເທື່ອຂ້າພະເຈົ້າໄດ້ເຮັດວຽກເກືອບ 48 ຊົ່ວໂມງ, ທັງເຮັດວຽກງານສະໜອງຂໍ້ມູນຂ່າວ, ທັງເຂົ້າຮ່ວມການໜູນຊ່ວຍຮັບສົ່ງຄະນະຊາວຫວຽດນາມໄປເຂດເຕົ້ໂຮມ. ເມື່ອພໍ່ແມ່ປະຊາຊົນອຸ່ນອ່ຽນໃຈແລ້, ພວກຂ້າພະເຈົ້າໄດ້ໂອ້ລົມກັບເຂົາເຈົ້າເພື່ອມີຄວາມເຂົ້າໃຈກ່ຽວກັບການເດີນທາງທີ່ຫຍຸ້ງຍາກເມື່ອອອກຈາກເຂດເກີດການປະທະກັນ, ກໍ່ຄືຄວາມຫຼອກຫຼອນກ່ຽວກັບລະເບີດ. ຫຼືເມື່ອຕອນທີ່ພວຂ້າພະເຈົ້າມາໂຮງງານເກົ່າແຫ່ງໜຶ່ງ, ເຂດມີຊາວຫວຽດນາມກວ່າ 100 ຄົນ. ບັນດາແມ່ຍິງມີລູກນ້ອຍຢູ່ໄດ້ມາຖາມພວກຂ້າພະເຈົ້າກ່ຽວກັບຂໍ້ມູນວ່າຕອນໃດຈະມີຖ້ຽວບິກັບເມືອຫວຽດນາມ? ເຫັນບັນດາສາຍຕາທີ່ພວມລໍຄອຍໄດ້ກັບເມືອປະເທດເຮັດໃຫ້ພວ້າພະເຈົ້າຍິ່ງຕັດສິນໃຈປະຕິບັດໜ້າທີ່ຂອງຕົນ, ມານະພະຍາຍາມສົ່ງຂໍ້ມູນຂ່າວ, ຄວາມມຸ່ງມາດປາດຖະໜາຂອງພໍ່ແມ່ປະຊາຊົນ ກັບເມືອປະເທດ”.

        ບໍ່ພຽງແຕ່ຍາດໄດ້ຫຼາຍລາງວັນສູງໃນບັນດາການເສັງຊີງລາງວັນສື່ມວນຊົນຢູ່ພາຍໃນປະເທດເທົ່ານັ້ນ, ບັນດານັກຂ່າວຂອງ VOV ຍັງຍາດໄດ້ຫຼາຍລາງວັນສາກົນອີກດ້ວຍ, ໃນນັ້ນມີລາງວັນ ABU, ລາງວັນວິຊາສະເພາະການກະຈາຍສຽງ - ໂທລະພາບສາກົນທີ່ມີອິດທິພົນຊື່ສຽງໂດຍສະຫະສະມາຄົມກະຈາຍສຽງໂທລະພາບອາຊີ - ປາຊີຟິກຈັດຂຶ້ນປະຈຳປີ. ພິເສດ, ໃນປີ 2021 ແລະ 2022, VOV ມີ 4 ຜົນງານກະຈາຍສຽງໄດ້ຮັບລາງວັນ. ນັກຂ່າວເຈິ່ນຮິວຮືງ, ພະແນກຂ່າວສະຖານະການການເມືອງ VOV 1, ພ້ອມກັບກຸ່ມຜູ້ຂຽນ ຍາດໄດ້ລາງວັນດີເດັ່ນ, ລາຍການກະຈາຍສຽງ, ປະເພດສາລະຄະດີສະຖານະການການເມືອງ, ໃນການເສັງ ABU 2022, ໃຫ້ຮູ້ວ່າ:

        “ບັນດາສະມາຊິກໃນສະພາ ABU ຕີລາຄາສູງວິທີສຳຜັດແລະປະຕິບັດບັນດາບົດຂຽນ ABU ຂອງນັກຂ່າວ VOV ເວົ້າສະເພາະກໍຄືບັນດານັກຂ່າວຂອງຫວຽດນາມເມື່ອເຂົ້າຮ່ວມການເສັງຄື ABU. ຜ່ານບັນດາບົດຂຽນທີ່ສົ່ງໄປເຂົ້າຮ່ວມແລ້ວ, ຄະນະຈັດຕັ້ງຍັງມີມູມມອງກ່ຽວກັບພາບພົດຂອງສັງຄົມຢ່າງຄົບຖ້ວນກວ່າກໍຄືວິວັດການແຫ່ງການປ່ຽນແປງໃໝ່, ການພັດທະນາຂອງຫວຽດນາມໃນຊຸມປີຜ່ານມາ”.

ຍາມໃດ VOV ກໍ່ຮ່ວມເດີນທາງພ້ອມກັບການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ - ảnh 2(ນັກຂ່າວ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ປະທານສະມາຄົມນັກຂ່າວ VOV)

 ຜ່ານບັນດາຜົນງານສື່ມວນຊົນທີ່ໄດ້ຮັບລາງວັນ, VOV ໄດ້ແລະພວມສືບຕໍ່ປະກອບສ່ວນເຂົ້າໃນການກຳນົດທິດຫາງສຽງສັງຄົມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ການຊີ້ນຳຂອງພັກ, ລັດ, ການຕໍ່ສູ້ຕ້ານບັນດາປະກົດການຫຍໍ້ທໍ້, ຖ້ອຍທຳນອງເສກສັ້ນປັ້ນແຕ່ງຂອງບັນດາກຳລັງທີ່ເປັນປໍລະປັກ. ນັກຂ່າວຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ປະທານສະມາຄົມນັກຂ່າວ VOV, ໃຫ້ຮູ້ວ່າ:

        ບັນດາລາງວັນສື່ມວນຊົນໄດ້ຢືນຢັນບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງ VOV ສຳລັບມະຫາຊົນຢູ່ພາຍໃນແລະຕ່າງປະເທດຕື່ມອີກ. ບັນດາລາງວັນນີ້ເປັນການຢັ້ງຢືນການຊີ້ນຳຂອງພັກ, ລັດທີ່ລົງທຶນໃຫ້ແກ່ VOV, ສ້າງ VOV ໃຫ້ກາຍເປັນອົງການສື່ມວນຊົນຫຼັກແຫຼ່ງແຫ່ງຊາດຫຼາຍຮູບຫຼາຍແບບ. ນີ້ແມ່ນແຫຼ່ງລະດົມກຳລັງໃຈຕໍ່ບັນດາຜູ້ເປັນນັກຂ່າວແລະຍິ່ງຢືນຢັນອິດທິພົນຊື່ສຽງຂອງ VOV. ພ້ອມກັນນັ້ນ ກໍ່ລະດົມໃຈຖັນແຖວພະນັກງານ, ນັກຂ່າວ, ບັນນາທິການຂອງ VOV, ປະຕິບັດໜ້າທີ່ຂໍ້ມູນຂ່າວສານໃນແຕ່ລະມື້ໃຫ້ເປັນຢ່າງດີກວ່າເພື່ອຮັບໃຊ້ການພັດທະນາຂອງປະເທດຊາດ”.

        ດ້ວຍຖັນແຖວນັກຂ່າວ, ບັນນາທິການທີ່ເປັນມືອາຊີບ, ທັນສະໄໝ, ແຕ່ລະປີ VOV ລ້ວນແຕ່ເຂົ້າຮ່ວມບັນດາການເສັງຊີງລາງວັນສື່ມວນຊົນໃຫຍ່ຢູ່ພາຍໃນແລະຕ່າງປະເທດດ້ວຍບັນດາບົດຂຽນທີ່ມີຄຸນນະພາບສູງແລະຍາດໄດ້ລາງວັນສູງ. ຜ່ານນັ້ນ, ກໍ່ສືບຕໍ່ຢືນຢັນແລະຮັກສາທີ່ຕັ້ງເປັນອົງການສື່ມວນຊົນຫຼັກແຫຼ່ງ, ສຳຄັນແຖວໜ້າຂອງພັກ, ລັດ, ປະກອບສ່ວນເຂົ້າໃນການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ