ນັກສິລະປິນດີເດັ່ນ ຮ່າມາຍແວນ “ນັກຮ້ອງ ສລີ ເຂດດິນແດນ ລ້າງເຊີນ”

(VOVWORLD) -ທ່ານນາງແມ່ນນັກສິລະປິນໜຸ່ມນ້ອຍທີ່ສຸດຂອງແຂວງ ລ້າງເຊີນ ເຊິ່ງ ໄດ້ຮັບນາມມະຍົດເປັນນັກສິລະປິນດີເດັ່ນຈາກປະທານປະເທດ.
ນັກສິລະປິນດີເດັ່ນ ຮ່າມາຍແວນ “ນັກຮ້ອງ ສລີ ເຂດດິນແດນ ລ້າງເຊີນ” - ảnh 1 (ນັກສິລະປິນ ຮ່າມາຍແວນ ແມ່ນຊາວເຜົ່າ ນຸ່ງ, ຢູ່ຕາແສງ ທຸ້ຍຮຸ່ງ, ເມືອງ ກາວລົກ, ແຂວງ ລ້າງເຊີນ)

ເຂດດິນແດນ ລ້າງເຊີນ ແມ່ນຢູ່ເໜືອສຸດຂອງປະເທດຫວຽດນາມ ທີ່ສວຍງາມ ແລະ ໃຫຍ່ໂຕມະໂຫຖານໄປດ້ວຍເມກເຝື້ອ, ພູຜາປ່າໄມ້ ພ້ອມກັບທຳນອງເພງຂັບ ແທນ, ສລີ, ເລື້ອນໄຕ່, ນຸ່ງ ທີ່ອ່ອນຫວານ. ເພື່ອເປັນການປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ສືບທອດບັນດາທຳນອງເພງນັ້ນ ຖັນແຖວນັກສິລະປິນຂອງແຂວງ ລ້າງເຊີນ, ໃນນັ້ນມີນັກສິລະປິນດີເດັ່ນ ຮ່າມາຍແວນ. ທ່ານນາງແມ່ນໜຶ່ງໃນບັນດານັກສິລະປິນຍາມໃດກໍ່ມີຄວາມສຸດຈິດສຸດໃຈກັບການປະດິດແຕ່ງ, ສະສົມ ແລະ ສິດສອນຖ່າຍທອດທຳນອງເພງ ສລີ ຂອງຊາວເຜົ່າ ນຸ່ງ ໃຫ້ແກ່ປະຊາຄົມ.

        ນັກສິລະປິນ ຮ່າມາຍແວນ ແມ່ນຊາວເຜົ່າ ນຸ່ງ, ຢູ່ຕາແສງ ທຸ້ຍຮຸ່ງ, ເມືອງ ກາວລົກ, ແຂວງ ລ້າງເຊີນ. ທ່ານນາງແມ່ນນັກສິລະປິນໜຸ່ມນ້ອຍທີ່ສຸດຂອງແຂວງ ລ້າງເຊີນ ເຊິ່ງ ໄດ້ຮັບນາມມະຍົດເປັນນັກສິລະປິນດີເດັ່ນຈາກປະທານປະເທດ. ຕາມພາສາ ນຸ່ງ ສລີ ມີຄວາມໝາຍວ່າ ກະວີ, ຊາວເຜົ່າ ນຸ່ງ ຢູ່ແຂວງ ລ້ານເຊີນ ໄດ້ເອີ້ນຮູບແບບທຳນອງເພງຂອງຕົນວ່າແມ່ນ ສລີ, ທຳນອງເພງທີ່ຄ້າຍຄືກັນກັບຂັບ ວີ໊, ຂັບ ແກ້ວ ຂອງຊາວເຜົ່າ ກິງ. ນັກສິລະປິນ ຮ່າມາຍແວນ, ໃຫ້ຮູ້ວ່າ.

        “ນັບແຕ່ຄາວຍັງນ້ອຍຕອນອາຍຸໄດ້ 8 – 9 ປີ, ຂ້າພະເຈົ້າໄດ້ຮັບຟັງອາວອາ, ອ້າຍເອື້ອຍ, ປ້າລຸງໃນບ້ານຮ້ອງເພງ ສລີ ແລ້ວ, ບາງເທື່ອກໍ່ໄດ້ຮັບຟັງຈົນໝົດຄືນ. ຕອນທຳອິດຂ້າພະເຈົ້າຟັງກ່ອນ, ແລ້ວກໍ່ລອງຂັບຮ້ອງຕາມ, ຈຶ່ງຄ່ອຍໆຮູ້ສຶກວ່າຂັບຮ້ອງ ສລີ ແມ່ນມ່ວນຫຼາຍ, ນ້ຳສຽງ ສລີ ແມ່ນພິເສດທີ່ສຸດ ແລະ ຂ້າພະເຈົ້າກໍ່ຄ່ອຍຈື່ບົດຂັບ ສລີ ໄດ້ຫຼາຍກວ່າ, ຕໍ່ຈາກນັ້ນ ຂ້າພະເຈົ້າກໍ່ບໍ່ຮູ້ວ່າຕົນເອງໄດ້ມີຄວາມເມົາມົວກັບ ສລີ ມາແຕ່ຍາມໃດ”.

ນັກສິລະປິນດີເດັ່ນ ຮ່າມາຍແວນ “ນັກຮ້ອງ ສລີ ເຂດດິນແດນ ລ້າງເຊີນ” - ảnh 2 (ນັກສິລະປິນດີເດັ່ນ ຮ່າມາຍແວນ)

ໄດ້ເປັນຄວາມຊິນເຄີຍແລ້ວ, ເມື່ອໃນບ້ານ, ໃນຕາແສງຈັດຕັ້ງການຂັບ ສລີ, ທ່ານນາງກໍ່ໄດ້ມາຊົມ ແລະ ກໍ່ລັກຮຽນເອົາ. ບ່ອນໃດບໍ່ເຂົ້າໃຈ, ບໍ່ຈື່ກໍ່ຖາມບັນດາຜູ້ເຖົ້າຜູ້ແກ່, ອ້າຍເອື້ອຍໃນບ້ານ.

        ເຂົ້າຮ່ວມປະກວດໃນ “ງານມະໂຫລານຂັບລຳທຳເພງພື້ນເມືອງ ບັນດາເຜົ່າແຂວງ ລ້າງເຊີນ” ປີ 1999, ດ້ວຍນ້ຳສຽງເສາະໄສ, ອ່ອນໂຍນ, ທ່ານນາງ ຮ່າມາຍແວນ ຍາດໄດ້ຫຼຽນຄຳ. ນີ້ແມ່ນຂີດໝາຍສຳຄັນໃນຊີວິດຂອງ ນັກສິລະປິນດີເດັ່ນ ຮ່າມາຍແວນ, ເຂົາເຈົ້າໄດ້ເອີ້ນທ່ານນາງວ່າແມ່ນ “ນັກຮ້ອງ ສລີ ແຫ່ງດິນແດນ ລ້າງເຊີນ”. ນັບແຕ່ນັ້ນເປັນຕົ້ນມາ, ໃນໂອກາດວັນບຸນ, ບັນດາເຫດການໃຫຍ່ຢູ່ພາຍໃນ ແລະ ຕ່າງແຂວງ, ທ່ານນາງໄດ້ຮັບເຊື້ອເຊີນໄປຂັບ ສລີ ເປັນປະຈຳ, ທ່ານນາງຍັງໄດ້ຮັບເຊີນເຂົ້າຮ່ວມການແລກປ່ຽນສະແດງສິລະປະຢູ່ແຂວງ ກວາງຊີ, ປະເທດ ຈີນ ອີກດ້ວຍ. ຜ່ານການເຂົ້າຮ່ວມຂະບວນການຕ່າງໆນັບແຕ່ປີ 1999 ມາຮອດປະຈຸບັນ, ທ່ານນາງ ໄດ້ຮັບຫຼາຍລາງວັນ, ຫຼາຍຫຼຽນ, ໃບຍ້ອງຍໍ…

ນັກສິລະປິນ ຮ່າມາຍແວນ ໄດ້ຄົ້ນຄວ້າ, ປະດິດແຕ່ງບົດ ສລີ ໄດ້ປະມານ 200 ບົດ, ເຮັດໃຫ້ສາງມໍລະດົກວັດທະນະທຳທຳນອງຂັບ ສລີ ຂອງຊາວເຜົ່າ ນຸ່ງ ເຂດດິນແດນ ລ້າງເຊີນ ອຸດົມສົມບູນຂຶ້ນຕື່ມ ແລະ ໄດ້ນຳໃຊ້ໃນໂອກາດງານບຸນ, ບັນດາເຫດການວັດທະນະທຳ, ການເມືອງ… ຢ່າງກວ້າງຂວາງ. ທ່ານ ວີຮົ່ງເຍິນ, ປະທານສະພາອະນຸລັກຮັກສາເພງພື້ນເມືອງແຂວງ ລ້າງເຊີນ, ໃຫ້ຮູ້ວ່າ.

“ນັກສິລະປິນ ຮ່າມາຍແວນ ແມ່ນຜູ້ທີ່ຮູ້ຈັກທຳນອງຂັບ ສລີ ຫຼາຍທີ່ສຸດ. ປະຈຸບັນ ບໍ່ມີຫຼາຍຄົນສາມາດຂັບທຳນອງເພງນີ້ໄດ້. ເມື່ອເຂົ້າຮ່ວມກັບສະພາອະນຸລັກຮັກສາທຳນອງເພງພື້ນເມືອງຂອງແຂວງ, ທ່ານນາງ ຮ່າມາຍແວນ ໄດ້ຈັດຕັ້ງ ແລະ ເປີດຫຼາຍຊຸດຮຽນເພື່ອສິດສອນ ແລະ ຖ່າຍທອດໃຫ້ລຸ້ນໜຸ່ມທີ່ສາມາດຂັບ ສລີ, ຂັບ ແທນ ໄດ້. ທ່ານນາງ ຮ່າມາຍແວນ ແມ່ນນັກສິລະປິນທີ່ຂັບ ສລີ, ຂັບແທນເກັ່ງທີ່ສຸດ ແລະ ມີຄວາມສຸດຈິດສຸດໃຈ.”

ໂດຍຜ່ານການຮ່ຳຮຽນ ແລະ ປະຕິບັດການສະແດງມາເປັນເວລາເກືອບ 40 ປີ, ປະຈຸບັນທ່ານນາງສາມາດຈື່ໄດ້, ຂັບບັນດາທຳນອງເພງພື້ນເມືອງຂອງຊາວເຜົ່າໄຕ່, ນຸ່ງ ໄດ້ຫຼາຍບົດ, ໃນນັ້ນມີ 323 ບົດຂັບ ສລີ, 60 ບົດຂັບ ແທນ. ນອກຈາກນັ້ນ, ທ່ານນາງຍັງຄົ້ນຄວ້າ, ເກັບສະສົມ ແລະ ດັດແປງບັນດາທຳນອງຂັບ ສລີ ເດີມເພື່ອອະນຸລັກຮັກສາວິນຍານໃຫ້ແກ່ຊົນເຜົ່າ ນຸ່ງ.

ນັກສິລະປິນດີເດັ່ນ ຮ່າມາຍແວນ “ນັກຮ້ອງ ສລີ ເຂດດິນແດນ ລ້າງເຊີນ” - ảnh 3 (ນັກສິລະປິນດີເດັ່ນ ຮ່າມາຍແວນ ໄດ້ສ້າງຕັ້ງ ແລະ ເປີດຕົວສະໂມສອນຜູ້ມີຄວາມເມົາມົວກັບທຳນອງເພງພື້ນເມືອງ)

ນັກສິລະປິນດີເດັ່ນ ຮ່າມາຍແວນ ໄດ້ສ້າງຕັ້ງ ແລະ ເປີດຕົວສະໂມສອນຜູ້ມີຄວາມເມົາມົວກັບທຳນອງເພງພື້ນເມືອງໂດຍທ່ານນາງເປັນຜູ້ສິດສອນຖ່າຍທອດໂດຍກົງ. ປະຈຸບັນສະໂມສອນມີສະມາຊິກກວ່າ 60 ຄົນ, ອາຍຸແມ່ນແຕ່ 8 ຫາ 50 ປີ, ທຸກຄົນລ້ວນແຕ່ມີຄວາມເມົາມົວຂັບຮ້ອງເພງພື້ນເມືອງ. ເອື້ອຍ ຟຸ່ງທິແຊນ, ສະມາຊິກສະໂມສອນ, ໃຫ້ຮູ້ວ່າ.

“ເອື້ອຍ ແວນ ແມ່ນຜູ້ມີຄວາມເກັ່ງກ້າສາມາດ. ນັບແຕ່ເມື່ອສ້າງຕັ້ງສະໂມສອນ ແລະ ເປີດຊຸດຮຽນຂັບ ສລີ - ແທນ ຂຶ້ນ, ເອື້ອຍນ້ອງມີຄວາມເບີກບານໃຈເມື່ອໄດ້ມາຮຽນ, ເອື້ອຍ ມາຍແວນ ໄດ້ສິດສອນໃຫ້ບັນດາເອື້ອຍນ້ອງວິທີຂັບ ສລີ ເຮັດແນວໃດເພື່ອໃຫ້ມັນອ່ອນຫວານຕື່ມອີກ, ໄປສະແດງຢູ່ແຫ່ງໃດກໍ່ໄດ້ຮັບຄຳຍ້ອງຍໍຊົມເຊີຍ, ສະໜັບສະໜູນຢ່າງສຸດໃຈ. ປະຈຸບັນ, ຢູ່ໃນຕາແສງບໍ່ມີຜູ້ໃດຂັບ ສລີ ມ່ວນຄືເອື້ອຍ ມາຍແວນ ແລະ ເອື້ອຍກໍ່ມີຄວາມສຸດຈິດສຸດໃຈຕໍ່ການສອນຖ່າຍທອດໃຫ້ທຸກຄົນ.”

ດ້ວຍຄວາມສຸດຈິດສຸດໃຈກັບຄວາມເມົາມົວຫຼົງໄຫຼສິລະປະ, ປາດຖະໜາຢາກຮັກສາທຳນອງຂັບ ສລີ ຂອງຊົນເຜົ່າຕົນໃນວັດທະນະທຳ, ຈິດໃຈຂອງຊົນເຜົ່າ ນຸ່ງ ໄວ້ຕະຫຼອດໄປ, ນັກສິລະປິນ ຮ່າມາຍແວນ ສືບຕໍ່ສົມທົບກັບບາງສະໂມສອນໃນເມືອງ, ໃນແຂວງແມ່ນເພື່ອສິດສອນຖ່າຍທອດວິທີຂັບ ສລີ, ຂັບ ແທນ, ບັນດາບົດເພງຂອງເດັກນ້ອຍ ເພື່ອແນໃສ່ປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊົນເຜົ່າ. ສຳລັບທ່ານນາງແລ້ວ, ເລື່ອງໄດ້ສິດສອນຖ່າຍທອດໃຫ້ຄົນອື່ນທີ່ມີຄວາມຮັກຕໍ່ວັດທະນະທຳຂອງຊົນເຜົ່າແມ່ນຄວາມເບີກບ່ານມ່ວນຊື່ນຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ