ນັກ​ສິ​ລະ​ປະ​ການ ຕະ​ທູ​ເຮືອງ: ນຳ​ກຸບ ຫວຽດ​ນາມ ອອກ​ສູ່​ໂລກ

(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບກຸບ ແມ່ນຜະລິດຕະພັນທີ່ເປັນມູນເຊື້ອມີຄວາມສະໜິດຕິດພັນກັບການດຳລົງຊີວິດຂອງຊາວຫວຽດນາມແລະນຳຄວາມງາມມາໃຫ້ແມ່ຍິງຫວຽດນາມດ້ວຍຄວາມຕັດສິນໃຈສືບທອດແລະເສີມຂະຫຍາຍບັນດາມຸນຄ່າທີ່ເປັນມູນເຊື້ອອັນດີງາມນັກສິລະປະການກຸບ ຕະທູເຮືອງໄດ້ປະກອບສ່ວນນຳກຸບຫວຽດນາມເຊິ່ງແມ່ນຜະລິດຕະພັນຫັດຖະກຳກຸບເຂົ້າສູ່ຕະຫຼາດແລະສົ່ງອອກໄປຍັງບາງປະເທດໃນໂລກໃນລາຍການພາກນີ້ເຊີນທ່ານຜູ້ຟັງ ພ້ອມກັບນັກຂ່າວແທັງນາມໄປຊອກຮູ້ກ່ຽວກັບຂະບວນການຮັກສາຜະລິດຕະພັນ “ກຸບໃບໄມ້ໝູ່ບ້ານຈວງ”.

ນັກ​ສິ​ລະ​ປະ​ການ ຕະ​ທູ​ເຮືອງ: ນຳ​ກຸບ ຫວຽດ​ນາມ ອອກ​ສູ່​ໂລກ - ảnh 1ນັກສິລະປະການ ຕະທູເຮືອງ ແນະນຳກຸບກັບລູກຄ້າ (ພາບ: nhipsonghanoi.hanoimoi.com.vn)

ໂດຍໄດ້ພົບປະກັບນັກສິລະປະການ ຕະທູເຮືອງ ຊາວໝູ່ບ້ານຈວງ - ໝູ່ບ້ານຫັດຖະກຳກ່ຽວກັບກຸບ ໃນຍາມຕົ້ນລະດູບານໃໝ່, ພວກຂ້າພະເຈົ້າໄດ້ຮັບຟັງ ລາວແບ່ງປັນກ່ຽວກັບວິວັດທີ່ການເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກນີ້. ດ້ວຍຮູບຄີງທີ່ໜາ, ໜ້າຕາດີທີ່ມີຮອຍຍິ້ມທີ່ສວຍງາມ, ລາວແບ່ງປັນກ່ຽວກັບບຸນວາດສະໜາທີ່ຕິດພັນກັບອາຊີເຮັດກຸບ:

ຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ດິນແດນໝູ່ບ້ານຫັດຖະກຳທີ່ມີມູນເຊື້ອມາແຕ່ດົນນານ, ລູກແທນພໍ່ ໜໍ່ແທນລຳ, ປັດຈຸບັນມີອາຍຸ 55 ປີ ແລະ 40 ປີທີ່ໄດ້ເຮັດວຽກກ່ຽວກັບກຸບ. ຕອນຍັງໜຸ່ມ, ເຫັນວ່າປະຊາຊົນໃນໝູ່ບ້ານເອົາກຸບມາຂາຍໃຫ້ແມ່ຂ້າພະເຈົ້າ, ກຸບຫຼາຍອັນຈຶ່ງໄດ້ເຂົ້າສານໂລໜຶ່ງ, ລຳບາກຫຼາຍ, ດັ່ງນັ້ນຂ້າພະເຈົ້າຈຶ່ງຕັດສິນໃຈພັດທະນາອາຊີບນີ້.

ດ້ວຍຄວາມສຸດຈິດສຸດໃຈຕໍ່ອາຊີບ, ນັກສິລະປະການ ຕະທູເຮືອງ ໄດ້ສຸມໃສ່ຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນກຸບ. ຮອດປີ 1988 ອາດເວົ້າໄດ້ວ່າແມ່ນບາດລ້ຽວປ່ຽນແປງອາຊີບກຸບຂອງລາວ, ພາຍຫຼັງທີ່ໄດ້ຮັບໃບສັ່ງຊື້ກຸບເກືອບ 10.000 ອັນຂອງລູກຄ້າ ເພື່ອສົ່ງອອກໄປຍັງຕ່າງປະເທດ, ເວລາມອບຮັບສິນຄ້າແມ່ນພາຍໃນ 1 ເດືອນ. ລາວແບ່ງປັນວ່າ ເມື່ອໄດ້ຮັບໃບສັ່ງຊື້ສິນຄ້າເປັນຈຳນວນຫຼາຍທຳອິດ, ລາວກໍ່ຮູ້ສຶກກັງວົນ. ແຕ່ກໍ່ເຫັນໄດ້ວ່ານີ້ແມ່ນກາລະໂອກາດເພື່ອຢັ້ງຢືນເຄື່ອງໝາຍກຸບໝູ່ບ້ານຈວງ. ດ້ວຍຄວາມຕັດສິນໃຈນັ້ນ ພ້ອມກັບການຊ່ວຍເຫຼືອຂອງພໍ່ແມ່ປະຊາຊົນໝູ່ບ້ານຈວງ, ໃບສັ່ງຊື້ສິນຄ້າໄດ້ມອບຮັບຖືກຕ້ອງຕາມກຳນົດເວລາ ແລະ ຮັບປະກັນຄຸນນະພາບ:

ເມື່ອໄດ້ຮັບໃບສັ່ງຊື້ສິນຄ້າ ແລະ ພົບປະກັບລູກຄ້າ, ຂ້າພະເຈົ້າຮັບຟັງເບິ່ງວ່າເຂົາເຈົ້າຢາກໄດ້ຫຍັງ, ເມື່ອຮູ້ວ່າເຂົາເຈົ້າຢາກຊື້ກຸບດ້ວຍຈຳນວນຫຼາຍ, ຂ້າພະເຈົ້າກໍ່ຮັບເລີຍ. ສັນຍາໃນຈຸດເວລານັ້ນແມ່ນປະມານ 200 ລ້ານດົ່ງ. ມາຮອດປັດຈຸບັນ, ຂ້າພະເຈົ້າໄດ້ພັດທະນາອາຊີບນີ້ ເຮັດໃຫ້ມັນຢືນຢູ່ຕະຫຼາດຢ່າງໝັ້ນຄົງ ບໍ່ພຽງແຕ່ສຳລັບກຸບມູນເຊື້ອເທົ່ານັ້ນ, ຫາກຍັງດ້ວຍກຸບຊະນິດຕ່າງໆທີ່ມີຫຼາຍຮູບແບບ ເຊິ່ງໄດ້ສົ່ງອອກໄປຍັງຫຼາຍປະເທດ ແລະ ເຂົ້າຮ່ວມຫຼາຍ festival ໂຄສະນາກ່ຽວກັບວັດທະນະທຳທັງຢູ່ພາຍໃນ ແລະ ຕ່າງປະເທດ.

ປັດຈຸບັນ, ກຸບຂອງນັກສິລະປະການ ຕະທູເຮືອງ ບໍ່ລຽບງ່າຍຄືເມື່ອກ່ອນ, ເຊິ່ງໄດ້ຮັບການລົງທຶນຢ່າງລະອຽດລະອໍ, ພິຖີພິຖັນນັບແຕ່ຮູບແບບຕະຫຼອດຮອດວັດສະດຸ. ພ້ອມກັບບັນດານັກສິລະປະການໃນໝູ່ບ້ານ, ລາວໄດ້ຄົ້ນຄ້ວາ ເພື່ອທັງຫັນກຸບເປັນທັນສະໄໝ ທັງຮັກສາທັງສືບທອດບັນດາຄວາມງາມທີ່ເປັນມູນເຊື້ອຂອງກຸມໝູ່ບ້ານຈວງ, ສົມທົບວັດສະດຸທີ່ແຕກຕ່າງກັນ ເພື່ອຍົກລະດັບຜະລິດຕະພັນຈາກຮູບຊົງ, ຄຸນນະພາບ, ຮູບແບບ ຕະຫຼອດຮອດຄວາມສະດວກໃນການນຳໃຊ້. ເອື້ອຍ ຫງວຽນແທັງຮ່າ ລູກຄ້າປະຈຳຂອງ ເອື້ອຍເຮືອງ ປັດຈຸບັນພວມດຳລົງຊີວິດຢູ່ຮ່າໂນ້ຍ ແບ່ງປັນວ່າ:

ຂ້າພະເຈົ້າມັກຊື້ກຸບຂອງເອື້ອຍເຮືອງ, ກຸບມັນມີຫຼາຍຮູບແບບ, ສີສັນກໍ່ງາມຕາ, ແໜ້ນໜາດີ ແລະ ທົນທານພໍສົມຄວນ. ທຳມະດາຊື້ກຸບຢູ່ບ່ອນອື່ນຂ້າພະເຈົ້ານຳໃຊ້ໄດ້ພຽງແຕ່ໄລຍະສັ້ນໆ, ແຕ່ກຸບຂອງໝູ່ບ້ານຈວງ ຂ້າພະເຈົ້າຊື້ກໍ່ດົນແລ້ວ ແຕ່ຍັງນຳໃຊ້ດີຢູ່.

ດ້ວຍຫຼາຍຈຸດທີ່ໃໝ່ອ່ຽມ, ກຸບຂອງນັກສິລະປະການ ຕະທູເຮືອງ ບໍ່ພຽງແຕ່ໄດ້ຮັບການນຳໃຊ້ໃນຊີວິດປະຈຳວັນເທົ່ານັ້ນ, ຫາກຍັງໄດ້ກາຍເປັນຜົນງາມສິລະປະທີ່ເປັນເອກະລັກສະເພາະດ້ວຍລວດລາຍທີ່ໄດ້ແຕ້ມຢ່າງລະອຽດ ງາມຕາໄດ້ກາຍເປັນໜຶ່ງໃນບັນດາຜະລິດຕະພັນຫວຽດນາມ ເຊິ່ງລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດນິຍົມບ. ນັກສິລະປະການ ຕະທູເຮືອງ ແບ່ງປັນຕື່ມອີກວ່າ:

ຢາກບັນລຸໄດ້ເປົ້າໝາຍຄືຕະຫຼາດຕ້ອງຕ້ອງການ, ຂ້າພະເຈົ້າຄວນໄປຮຽນຮູ້ປະສົບການ. ເປັນຫຍັງບັນດາວິສາຫະກິດເຂົາເຈົ້າສົ່ງອອກໄປຍັງຕ່າງປະເທດໄດ້, ເຮົາເປັນຜູ້ເຮັດ, ໝູ່ບ້ານເຮົາຜະລິດກຸບ ເປັນຫຍັງຈຶ່ງໃຫ້ຜູ້ອື່ນເປັນເຈົ້າຂອງ. ດັ່ງນັ້ນ ເຮົາຕ້ອງບືນຕົວຂຶ້ນມີຫຼາຍຮູບແບບກ່ວາອີກ, ຍາມໃດກໍ່ຮັບຟັງ ແລະ ເຂົ້າໃຈຕະຫຼາດ, ຄວາມຕ້ອງການຂອງລູກຄ້າ, ເບິ່ງວ່າເຂົາເຈົ້າຢາກໄດ້ກຸບຄືແນວໃດ.

ຈາກໝູ່ບ້ານຈວງ ກຸບຂອງຫວຽດນາມ ໄດ້ຕາມແຂກທ່ອງທ່ຽວໄປທົ່ວທຸກແຫ່ງໃນໂລກ. ທຸກໆປີ, ພື້ນຖານຜະລິດຂອງນັກສິລະປະການ ຕະທູເຮືອງ ໄດ້ສົ່ງອອກກຸບໄປຍັງຍີ່ປຸ່ນ, ສ.ເກົາຫຼີ, ເອີລົບ ປະມານ 5.000 – 6.000 ອັນ, ບໍ່ພຽງແຕ່ນຳມາເຊິ່ງລາຍຮັບສູງໃຫ້ແກ່ຄອບຄົວເທົ່ານັ້ນ ຫາກຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານກ່ວາ 30 ຄົນອີກດ້ວຍ ໂດຍເງິນເດືອນສະເລ່ຍແຕ່ 4 – 5 ລ້ານດົ່ງ/ຄົນ/ເດືອນ.

ດ້ວຍຄວາມຮັກ, ຄວາມສຸດຈິດສຸດໃຈກັບອາຊີບກຸບທີ່ເປັນມູນເຊື້ອຂອງຊາດ, ປະຊາຊົນຫຼາຍຄົນຖືວ່າ ນັກສິລະປະການ ຕະທູເຮືອງ ແມ່ນ “ທູດກຸບ”, ຍ້ອນວ່າ ບໍ່ວ່າບ່ອນໃດໃນສັງຄົມມີຄວາມຕ້ອງການ, ລາວຈະກະກຽມຮ້ານວາງສະແດງກຸບຢ່າງທັນທີ. ນັກສິລະປະການ ຕະທູເຮືອງ ຍາມໃດກໍ່ມີຄວາມຄິດທີ່ວ່າ ຍັງມີກຳລັງແຮງ, ມີສຸຂະພາບທີ່ດີ ລາວຈະຍັງເຮັດ ແລະ ເຊື່ອໝັ້ນວ່າ ອາຊີບກຸບນີ້ ຈະສືບຕໍ່ພັດທະນາດີກ່ວານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ