ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ແລະ ພາ​ລະ​ກຳ​ຊີ​ວິດ​ພາຍຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ

(VOVWORLD) -ເດືອນ ມີນາ ນີ້, ນັກຮົບເກົ່າ ອາເມລິກາ Peter Mathews, ຢູ່ນະຄອນ Bergenfield, ລັດ New Jersey, ເຊິ່ງເປັນຜູ້ທີ່ພົບເຫັນ ແລະ ເກັບຮັກສາປຶ້ມບັນທຶກຂອງທະຫານ ຫວຽດນາມ ໃນຕະຫຼອດ 56 ປີ ຜ່ານມາ ມາຢາມ ຫວຽດນາມ. ສຳລັບນັກຮົບເກົ່າ ອາເມລິກາ ທີ່ມີອາຍຸ 77 ປີຄົນນີ້, ການມອບສົ່ງວັດຖຸພັນເຫຼົ່ານັ້ນ ແມ່ນພາລະກຳອັນໜຶ່ງ, ເພາະວ່ານີ້ກໍແມ່ນການກະທຳສິ້ນສຸດການເດີນທາງໃນຊີວິດຂອງລາວ. 
ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ແລະ ພາ​ລະ​ກຳ​ຊີ​ວິດ​ພາຍຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ - ảnh 1ທ່ານ Peter Mathews ພ້ອມກັບປຶ້ມບັນທຶກ ແລະ ເອກະສານຕ່າງໆ

ທ່ານ Peter Mathews ຢູ່ເຮືອນຫຼັງນ້ອຍໆຫຼັງໜຶ່ງ ແຕ່ເຕັມໄປດ້ວຍຄວາມອົບອຸ່ນ  ຢູ່ນະຄອນ Bergenfield ຂຶ້ນກັບລັດ New Jersey. ຄວາມປະທັບໃຈທຳອິດຂອງພວກຂ້າພະເຈົ້າແມ່ນ ພໍໄດ້ພົບກໍເຫັນວ່າ ລາວເປັນຄົນທີ່ລຽບງ່າຍ, ມີໄຫວພິບ ແລະ ຮັກແພງແຂກຄົນ. ເມື່ອເຂົ້າໄປໃນເຮືອນ, ພວກຂ້າພະເຈົ້າກໍເຫັນປຶ້ມບັນທຶກທີ່ລາວພົບເຫັນຢູ່ ຫວຽດນາມ ເຊິ່ງໄດ້ຈັດເປັນລະບຽບຮຽບຮ້ອຍຢູ່ໜ້າໂຕະ. ປຶ້ມບັນທຶກນີ້ ຖືກເກັບຮັກສາໄວ້ໃນໄລຍະເວລາກວ່າເຄິ່ງສະຕະວັດ ພ້ອມກັບບົດຂ່າວ, ເອກະສານຕ່າງໆທີ່ກ່ຽວຂ້ອງ. ຄ່ອຍໆເປີດປຶ້ມແຕ່ລະໜ້າ, ລຸງ Peter ເລົ່າຄືນສູ່ຟັງວ່າ:

“ຕອນນັ້ນ (ປີ 1967), ພວກຂ້າພະເຈົ້າພວມຢູ່ຈອມພູ 724, ຫ່າງຈາກ ດັກໂຕ ປະມານ 2 3 ກິໂລແມັດ. ເມື່ອການປະທະກັນຢູ່ເຂດນັ້ນຢຸດຕິລົງ, ພວກຂ້າພະເຈົ້າກໍໄດ້ລົງຕີນພູ ແລະ ນັບຈຳນວນພົນທີ່ເສຍຊີວິດ. ຂ້າພະເຈົ້າພົບເຫັນກະເປົາ 4 5 ອັນປະຢູ່ຫັ້ນ ຢູ່ອ້ອມແອ້ມນັ້ນແມ່ນມີສົບທະຫານຈຳນວນໜຶ່ງທີ່ເສຍຊີວິດ. ປົກກະຕິແລ້ວ, ສຳລັບບັນດາກະເປົາຄືແນວນັ້ນ, ພວກຂ້າພະເຈົ້າຈະຊອກຫາຂໍ້ມູນ, ເອກະສານກ່ຽວກັບການທະຫານ. ແຕ່ເມື່ອເປີດກະເປົາອອກມາ, ຂ້າພະເຈົ້າເຫັນວ່າມີປຶ້ມບັນທຶກນ້ອຍໆໜຶ່ງເຫຼັ້ມ, ຂ້າພະເຈົ້າເຫັນວ່າ ໃນນີ້ບໍ່ມີຂໍ້ມູນທີ່ກ່ຽວຂ້ອງເຖິງການທະຫານກໍເລີຍບໍ່ໄດ້ມອບໃຫ້ກົມກອງ. ປຶ້ມເຫຼັ້ມນັ້ນ ມີບັນດາຮູບແຕ້ມທີ່ງາມຫຼາຍ, ໜັງສືຂຽນດ້ວຍມືກໍງາມຫຼາຍ. ເວລານັ້ນ, ຂ້າພະເຈົ້າກໍບໍ່ຄິດຫຍັງຫຼາຍ ແຕ່ຕັດສິນໃຈເກັບຮັກສາປຶ້ມເຫຼັ້ມນັ້ນໄວ້ເລີຍ ເພາະວ່າຂ້າພະເຈົ້ານັບຖືຄວາມງາມຢູ່ໃນນັ້ນ. ຈຸດປະສົງຂອງຂ້າພະເຈົ້າ ແມ່ນຢາກມອບປຶ້ມເຫຼັ້ມນັ້ນຄືນໃຫ້ຍາດພີ່ນ້ອງຂອງເຈົ້າຂອງ ແລະ ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າໄດ້ຖືຕາມໂຕມານຳ”.

ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ແລະ ພາ​ລະ​ກຳ​ຊີ​ວິດ​ພາຍຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ - ảnh 2ປຶ້ມບັນທຶກມີຮູບແຕ້ມງາມຫຼາຍ ແລະ ຍັງໄດ້ ລຸງ Peter ຮັກສາໄວ້ໃນເຄິ່ງສະຕະວັດຜ່ານມາ

ປຶ້ມບັນທຶກເຊິ່ງ ລຸງ Peter ໄດ້ພົບເຫັນ ແລະ ຮັກສາໄວ້ໃນຕະຫຼອດ 56 ປີ ຜ່ານມາ ແມ່ນປຶ້ມບັນທຶກບົດກາບກອນ, ບົດເພງ, ອຸດົມການຂອງພັກຄອມມູນິດ ຫວຽດນາມ, ຄຳສັ່ງສອນຂອງປະທານໂຮ່ຈີມິນ... ດ້ວຍຫຼາຍຮູບແຕ້ມທີ່ສວຍງາມ, ພິຖີພິຖັນ ແລະ ສ່ວນຫຼາຍແມ່ນໄດ້ຈົດບັນທຶກໄວ້ເມື່ອປີ 1966. ພາຍຫຼັງຂໍ້ມູນດັ່ງກ່າວໄດ້ເອົາລົງໃນໜັງສືພິມ ອາເມລິກາ ແລ້ວມີສື່ມວນຊົນ ຫວຽດນາມ ແລະ ສື່ສັງຄົມອອນໄລຕ່າງໆເອົາລົງຕໍ່ໆກັນນັ້ນ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ຮ່າຕິງ (ຫວຽດນາມ) ໄດ້ຢັ້ງຢືນວ່າ ມີນັກຮົບເສຍສະຫຼະຊີວິດເພື່ອຊາດ ກາວວັນຕວັດ ຢູ່ ຮ່າຕິງ, ເສຍສະຫຼະຊີວິດເມື່ອປີ 1967 ອາດຈະເປັນເຈົ້າຂອງຂອງປຶ້ມເຫຼັ້ມນີ້. ລຸງ Peter ມີຄວາມປະຫຼາດໃຈ ແລະ ຕື້ນຕັນໃຈຫຼາຍ ເມື່ອໄດ້ຮັບຂ່າວຈາກຝ່າຍ ຫວຽດນາມ ແລະ ລຸງຢາກມາ ຫວຽດນາມ ໃນທັນທີເພື່ອມອບປຶ້ມເຫຼັ້ມນີ້ຮອດມື້ຍາດພີ່ນ້ອງຂອງປຶ້ມ.

“ຂ້າພະເຈົ້າຍັງຈື່ວ່າ ເມື່ອເຂົາເຈົ້າຢັ້ງຢືນໄດ້ຂໍ້ມູນກ່ຽວກັບເຈົ້າຂອງປຶ້ມເຫຼັ້ມນັ້ນ ແມ່ນໃນເວລາປະມານ 3ໂມງເຊົ້າ ຢູ່ ອາເມລິກາ. ເຂົາເຈົ້າໄດ້ໄປຍັງເຮືອນຂອງເຈົ້າຂອງປຶ້ມ ແລະ ຕິດຕໍ່ໃຫ້ຂ້າພະເຈົ້າເບິ່ງແບບທາງໄກ. ຂ້າພະເຈົ້າໄດ້ຫຼັ່ງນ້ຳຕາໄວ້ບໍ່ໄດ້ ເພາະວ່າຮູ້ສຶກຕຶ້ນຕັນໃຈ ແລະ ດີໃຈຫຼາຍເມື່ອໄດ້ເຫັນຍາດພີ່ນ້ອງຂອງເຈົ້າຂອງປຶ້ມ. ຂ້າພະເຈົ້າຢາກພົບເຂົາເຈົ້າ ແລະ ມອບປຶ້ມເຫຼັ້ມນີ້ຄືນໃຫ້ເຂົາເຈົ້າ.  ຂ້າພະເຈົ້າກໍເລີຍບອກກັບຕົນເອງວ່າ ຂ້າພະເຈົ້າພຽງແຕ່ເປັນຜູ້ເກັບຮັກສາຊ່ວຍເທົ່ານັ້ນ ແລະ ມັນບໍ່ເຄີຍເປັນຂອງຂ້າພະເຈົ້າຈັກເທື່ອ. ຂ້າພະເຈົ້າຫວັງວ່າ ປຶ້ມເຫຼັ້ມນີ້ ຈະໄດ້ຮັບການປະກາດ ແລະ ທຸກຄົນຈະຮູ້ຈັກເຖິງມັນ”.

ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ແລະ ພາ​ລະ​ກຳ​ຊີ​ວິດ​ພາຍຫຼັງ​ກວ່າ​ເຄິ່ງ​ສະ​ຕະ​ວັດ - ảnh 3 ລຸງ Peter ໂອ້ລົມກັບນັກຂ່າວ VOV ປະຈຳ ອາເມລິກາ

ທ່ານ Peter ພ້ອມກັບ ເມຍຂອງລາວຈະໄປ ຫວຽດນາມ ໃນເດືອນມີນານີ້ ແລະ ຈະໄປຢ້ຽມຢາມຄອບຄົວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກາວຊວັນຕວັດ ຢູ່ ຮ່າຕິງ ເພື່ອມອບປຶ້ມເຫຼັ້ມນີ້ຄືນໃຫ້ຄອບຄົວ. ນີ້ເປັນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ນັບແຕ່ເມື່ອທ່ານ Peter ກັບຄືນ ອາເມລິກາ ແຕ່ປີ 1967. ດັ່ງນັ້ນ, ນອກຈາກພາລະກຳມອບປຶ້ມຄືນໃຫ້ຄອບຄົວເຈົ້າຂອງປຶ້ມແລ້ວ, ຜົວເມຍລຸງ Peter ກໍດີໃຈຢາກເຫັນປະຈັກຕາ ປະເທດ ຫວຽດນາມ ທີ່ນັບມື້ນັບພັດທະນາອີກດ້ວຍ.

“ຂ້າພະເຈົ້າ ພ້ອມກັບເມຍ ໄດ້ເບິ່ງຫຼາຍລາຍການທາງໂທລະພາບກ່ຽວກັບຮ້ານອາຫານ, ໂຮງແຮມ. ຂ້າພະເຈົ້າໄດ້ລໍຄອຍການເດີນທາງຄັ້ງນີ້ທີ່ສຸດ. ຜ່ານສິ່ງທີ່ໄດ້ຟັງ, ໄດ້ເຫັນຜ່ານໂທລະພາບ, ຂ້າພະເຈົ້າເຫັນວ່າ ຫວຽດນາມ ແມ່ນປະເທດວັດທະນາຖາວອນ ແລະ ມີສັນຕິພາບ, ເປີດອົກເປີດໃຈ, ຮັກແພງແຂກ. ຄືດັ່ງຂ້າພະເຈົ້າໄດ້ແບ່ງປັນມານັ້ນ, ການຕອບກັບທີ່ຂ້າພະເຈົ້າໄດ້ຮັບຈາກປະຊາຊົນ ຫວຽດນາມ ນັ້ນແມ່ນສິ່ງທີ່ສຸດຍອດ. ເພາະສະນັ້ນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອໄດ້ກັບມາ ຢ້ຽມຢາມ ຫວຽດນາມ ຄືນໃໝ່ ເພື່ອໄດ້ເຫັນປະຈັກຕາກ່ຽວກັບປະເທດ ຫວຽດນາມ ໃນໄລຍະໃໝ່”.

ເລື່ອງລາວຂອງນັກຮົບເກົ່າ ອາເມລິກາ Peter Mathews ບໍ່ພຽງແຕ່ເປັນເລື່ອງຂອງບຸກຄົນໃດບຸກຄົນໜຶ່ງເທົ່ານັ້ນ ຫາກຍັງເປັນພະຍານຫຼັກຖານຂອງຄວາມປາດຖະໜາຢາກປະອະດີດໄວ້ ແລະ ມຸ່ງໄປສູ່ອະນາຄົດທີ່ສົດໃສສວຍງາມທີ່ສຸດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ອາເມລິກາ./.


ຕອບກັບ

ຂ່າວ/ບົດ​ອື່ນ