ນັກ​ຮ້ອງ Ha Myo - ເພີ່ມສີ​ສັນ​​ທັນ​ສະ​ໄໝ ​ເພື່ອ​ໃຫ້​ດົນ​ຕີ​ພື້ນ​ເມືອງ​ກ້າວໄປ​ໄກ

(VOVWORLD) -Ha Myo ເປັນນັກຮ້ອງມີຊື່ສຽງຄືດັ່ງສາຍລົມໃໝ່ໃນວົງການດົນຕີ ຫວຽດນາມ ໃນໄລຍະຜ່ານມາ, ເມື່ອແນະນຳບັນດາຜົນງານດົນຕີທີ່ມີການປະສົມປະສານລະຫວ່າງ ຂັບ ເສີ໊ມ, ປະເພດສິລະປະພື້ນເມືອງ ຫວຽດນາມ ກັບ ແຣັບ ແລະ ດົນຕີ EDM (ດົນຕີ ເອເລັກໂຕນິກ ແດນສ໌) ສູ່ມະຫາຊົນ ເຊິ່ງແມ່ນປະເທດດົນຕີທີ່ລຶ້ງເຄີຍກັບໄວໜຸ່ມ ທັງຢູ່ພາຍໃນປະເທດ ຫວຽດນາມ ກໍ່ຄື ສາກົນ ດ້ວຍບັນດາຜົນງານດົນຕີແນວໃໝ່, Ha Myo ປາດຖະໜາຢາກນຳດົນຕີພື້ນເມືອງໃຫ້ຫຍັບເຂົ້າໃກ້ກັບມະຫາຊົນ ຫວຽດນາມ ແລະ ສາກົນຫຼາຍກວ່າອີກ.

  ຜົນງານ “ຂັບເສີ໊ມ ຮ່າໂນ້ຍ” ເປັນຜົນງານດົນຕີປະເພດໃໝ່, ມີເອກະລັກສະເພາະ ທີ່ເຮັດໃຫ້ນັກຮ້ອງ Ha Myo ມີຊື່ສຽງໂດງດັງດ້ວຍລັກສະນະໃໝ່ອ່ຽມ, ເປັນເອກະລັກສະເພາະ

ນັກ​ຮ້ອງ Ha Myo - ເພີ່ມສີ​ສັນ​​ທັນ​ສະ​ໄໝ ​ເພື່ອ​ໃຫ້​ດົນ​ຕີ​ພື້ນ​ເມືອງ​ກ້າວໄປ​ໄກ - ảnh 1Ha Myo - ນັກສິລະປິນທີ່ປະສົບຜົນສຳເລັດໃນການປະສານດົນຕີພື້ນເມືອງ (ພາບ: My Tra)

Ha Myo ຊື່ແທ້ແມ່ນ ຫງວຽນທິງອກຮ່າ, ເຊິ່ງເປັນນັກສິລະປິນທີ່ປະສົບຜົນສຳເລັດໃນການປະສານດົນຕີພື້ນເມືອງຄື: ຂັບເສີ໊ມ, ຂັບຊວານ, ເພງພື້ນເມືອງ… ກັບບັນດາປະເພດດົນຕີທີ່ໄວໜຸ່ມມີຄວາມນິຍົມຄື ແຣັບ, ດົນຕີ EDM… ນັກຮ້ອງທີ່ເກີດໃນຍຸກ 90 ນີ້ ໄດ້ຕິດພັນກັບການຂັບເສີ໊ມແບບບັງເອີນ ເມື່ອເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບດົນຕີພື້ນເມືອງ. ຄວາມຮັກມັກຂອງ Ha Myo ກັບປະເພດດົນຕີນີ້ ນັບມື້ນັບໄດ້ເພີ່ມຫຼາຍຂຶ້ນ ເມື່ອນາງເຂົ້າຮ່ວມການປະກວດນັກຮ້ອງສຽງດີ ຮ່າໂນ້ຍ ປີ 2022 ດ້ວຍການສະແດງຜົນງານ “ເສີ໊ມຮ່າໂນ້ຍ” ແລະ ໄດ້ຮັບລາງວັນທີສອງ. ພ້ອມດຽວກັນນັ້ນ, “ເສີ໊ມຮ່າໂນ້ຍ” ກໍຄວ້າໄດ້ລາງວັນບົດເພຽງກ່ຽວກັບ ຮ່າໂນ້ຍ ທີ່ມ່ວນທີ່ສຸດໃນການແຂ່ງຂັນດັ່ງກ່າວ. ຜົນງານດັ່ງກ່າວຂອງ Ha Myo ກໍສົ່ງຜົນສະທ້ອນບໍ່ໜ້ອຍຕໍ່ມະຫາຊົນ, ປະກອບສ່ວນນຳປະເພດສິລະປະພື້ນເມືອງ ຂັບເສີ໊ມ ຫຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ. 

ນັກ​ຮ້ອງ Ha Myo - ເພີ່ມສີ​ສັນ​​ທັນ​ສະ​ໄໝ ​ເພື່ອ​ໃຫ້​ດົນ​ຕີ​ພື້ນ​ເມືອງ​ກ້າວໄປ​ໄກ - ảnh 2ນັກຮ້ອງ Ha Myo ໄດ້ຮັບລາງວັນ ຕົວແບບໜຸ່ມ ດີເດັ່ນ ຫວຽດນາມ ປີ 2022 ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ມອບໃຫ້ (ພາບ: My Tra)

ພ້ອມກັບການຮ່ວມເດີນທາງຂອງຜູ້ຜະລິດ ເຖເຟືອງ VBK, ນັກຮ້ອງ Ha Myo ນັບມື້ນັບພັດທະນາໃນການເຄື່ອນໄຫວສິລະປະ. ເຖິງວ່າມີດົນຕີປະເພດໃໝ່, ມີຄວາມແຕກຕ່າງກໍຕາມ, ແຕ່ Ha Myo ຍາມໃດກໍເອົາໃຈໃສ່ເຖິງການຮັກສາວິນຍານຂອງບັນດາທຳນອງເພງພື້ນເມືອງ ຫວຽດນາມ ໃນການທຸກຜົນງານດົນຕີຂອງຕົນ.

ສຳລັບ Ha  ແລ້ວ, ຜົນງານດົນຕີ ບໍ່ພຽງແຕ່ຕ້ອງມ່ວນເທົ່ານັ້ນ, ຫາກສຳຄັນກວ່ານັ້ນ ແມ່ນຄຸນຄ່າເຊິ່ງຜົນງານເຫຼົ່ານັ້ນນຳມາໃຫ້. ບັນດາ MV ຂອງ Ha ຊ່ວຍໃຫ້ຜູ້ຊົມມີຄວາມຄຸ້ນເຄີຍກັບທຳນອງເພງພື້ນເມືອງຫຼາຍກວ່າ, ໄປຄຽງຄູ່ກັນນັ້ນ ກໍຍັງຮູ້ຈັກເຖິງທັດສະນີສະພາບທີ່ສວຍສົດງົດງາມຂອງ ຫວຽດນາມ ກໍຄື ຮີດຄອງປະເພນີ, ວິຖີຊີວິດ, ອາຫານການກິນ, ການລະຫຼີ້ນພື້ນເມືອງຂອງ ຫວຽດນາມ…ຕື່ມອີກ ບັນດາຜົນງານຂອງ Ha ບໍ່ພຽງແຕ່ຟັງເພື່ອຄວາມບັນເທິງເທົ່ານັ້ນ, ຫາກຍັງປຸກລຸກນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຜູ້ຊົມອີກດ້ວຍ. ນີ້ກໍແມ່ນໜຶ່ງໃນບັນດາເປົ້າໝາຍລຸລ່ວງ ເຊິ່ງ Ha ຢາກມຸ່ງໄປເຖິງໃນການຜະລິດຜົນງານດົນຕີ”.

ນອກຈາກການແຜ່ຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳຂອງຊາດ ກໍຄື ແນະນຳກ່ຽວກັບທິວທັດທຳມະຊາດຂອງ ຫວຽດນາມ ແລ້ວ, Ha Myo ຍັງຢາກສົ່ງແຫຼ່ງບັນດານໃຈໃຫ້ຄົນລຸ້ນໜຸ່ມຢູ່ເຂດຊົນເຜົ່າສ່ວນໜ້ອຍ ຜ່ານຜົນງານຕ່າງໆທີ່ເຕັມໄປດ້ວຍສີສັນຂອງຊົນເຜົ່າເມື່ອງ ຫຼື ແຜ່ຂະຫຍາຍສິລະປະຂັບຊວານ ເຊິ່ງເປັນໜຶ່ງໃນບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ ອີກດ້ວຍ.  ສຳລັບ Ha Myo ແລ້ວ, ການປະດິດຄິດສ້າງຂອງມະນຸດແມ່ນບໍ່ມີຂອບເຂດ.

“ເມື່ອໄດ້ໄປ, ໄດ້ຮູ້ໄດ້ເຫັນຫຼາຍພື້ນຖານອະລິຍະທຳແລ້ວ Ha ຈຶ່ງເຫັນວ່າ ສິ່ງທີ່ສ້າງຄວາມແຕກຕ່າງຂອງພວກເຮົາ ນັ້ນແມ່ນວັດທະນະທຳ ຫວຽດນາມ, ປະຊາຊົນ ຫວຽດນາມ. Ha ຈະເລີ່ມຕົ້ນລາຍການຂອງຕົນດ້ວຍການຂັບເສີ໊ມ, ຍ້ອນ Ha ມັກຂັບເສີ໊ມ. ຈຸດປະສົງຂອງ Ha ແມ່ນ ນຳສິລະປະຂັບເສີ໊ມ, ນຳດົນຕີພື້ນເມືອງ ມາສູ່ໄວໜຸ່ມ. ດົນຕີພື້ນເມືອງຂອງ ຫວຽດນາມ ເໝືອນດັ່ງດິນແດນທີ່ອຸດົມສົມບູນ, ຖ້າພວກເຮົາຮູ້ວິທີຂຸດຄົ້ນ, ພວກເຮົາຈະເຫັນວ່າມີຫຼາຍສິ່ງຫຼາຍຢ່າງທີ່ໜ້າຈັບອົກຈັບໃຈ.  ໄລຍະຈະມາເຖິງ, ນອກຈາກສິລະປະຂັບເສີ໊ມແລ້ວ, Ha ອາດຈະນຳເອົາຫຼາຍປະເພດດົນຕີພື້ນເມືອງອື່ນມາສູ່ມວນຊົນຕື່ມອີກ. ຫວັງວ່າ ບໍ່ສະເພາະແຕ່ຂັບເສີ໊ມເທົ່ານັ້ນ, ຫາກຍັງມີ ຂັບກາຈູ, ຂັບເຈົ່າວັນ ຫຼືວ່າ ປະເພດອື່ນໆທີ່ປະສົມປະສານກັບດົນຕີທັນສະໄໝ  ຈະໄດ້ສະແດງບົນເວທີໃຫຍ່ຂອງ ຫວຽດນາມ ກໍຄື ສາກົນ”.

ນັກ​ຮ້ອງ Ha Myo - ເພີ່ມສີ​ສັນ​​ທັນ​ສະ​ໄໝ ​ເພື່ອ​ໃຫ້​ດົນ​ຕີ​ພື້ນ​ເມືອງ​ກ້າວໄປ​ໄກ - ảnh 3ນັກຮ້ອງ Ha Myo ພ້ອມດ້ວຍທິມງານ (ພາບ: Ha Myo)

ພາຍຫຼັງທີ່ປະສົບຜົນສຳເລັດໃນເບື້ອງຕົ້ນຂອງເສັ້ນທາງສິລະປະ, ນັກຮ້ອງ Ha Myo ມີຄວາມໄຝ່ຝັນຢາກປະຕິບັດໂຄງການ “ນຳດົນຕີມໍລະດົກເຂົ້າສູ່ໂຮງຮຽນ”. ສຳລັບໂຄງການນີ້, ນາງປາດຖະໜາວ່າ ຈະພ້ອມກັບນັກສິລະປິນຂັບເສີ໊ມ, ຂັບຊວານ, ຂັບພື້ນເມືອງ… ພົບປະ, ແລກປ່ຽນກັບນັກສຶກສາໂດຍກົງ, ຈາກນັ້ນ, ກໍນຳດົນຕີພື້ນເມືອງຫຍັບມໍ່ເຂົ້າກັບໄວໜຸ່ມຫຼາຍກວ່າອີກ.

“Ha ຄິດວ່າ ໄວໜຸ່ມ, ນັກສຶກສາ ແມ່ນທູດຜູ້ປະກອບສ່ວນຮັກສາ ແລະ ແຜ່ຂະຫຍາຍວັດທະນະທຳພື້ນເມືອງ. ໂຄງການດັ່ງກ່າວແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າແບ່ງປັນ, ສ້າງແຫຼ່ງບັນດານໃຈໃຫ້ແກ່ເພື່ອນໜຸ່ມ. ພ້ອມດຽວກັນນັ້ນ ກໍຮັບຟັງຄວາມມຸ່ງມາດປາດຖະໜາ, ຄວາມຮັກມັກ ກໍຄືທັດສະນະແນວຄິດຂອງເຂົາເຈົ້າຕໍ່ກັບສິລະປະປັດຈຸບັນ, ຈາກນັ້ນ ກໍຈະສາມາດສ້າງຜົນງານທີ່ເໝາະສົມກັບບັນດາເພື່ອນໜຸ່ມ. ຍິ່ງກວ່ານັ້ນ ແມ່ນເພື່ອພ້ອມກັນຮັກສາ ແລະ ພັດທະນາວັດທະນະທຳຂອງປະເທດຕົນ”.

ດ້ວຍຄວາມມານະພະຍາຍາມອຸທິດສ່ວນຕໍ່ສິລະປະຢ່າງບໍ່ຢຸດຢັ້ງ, ໄລຍະຜ່ານມາ, Ha Myo ມີກຽດໄດ້ຮັບລາງວັນ ຕົວແບບໜຸ່ມ ດີເດັ່ນ ຫວຽດນາມ ປີ 2022 ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ມອບໃຫ້. Ha Myo ແບ່ງປັນວ່າ ນີ້ແມ່ນຄວາມພາກພູມໃຈ ແລະ ແມ່ນກຳລັງໜູນເພື່ອໃຫ້ນາງພະຍາຍາມຫຼາຍກວ່າອີກ ເພື່ອໃຫ້ສົມກັບລາງວັນດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ລາງວັນດັ່ງກ່າວກໍແມ່ນແຫຼ່ງພະລັງງານ, ແຫຼ່ງບັນດານໃຈປະດິດຄິດສ້າງ ເພື່ອໃຫ້ Ha Myo ສືບຕໍ່ອຸທິດສ່ວນໃຫ້ແກ່ພື້ນຖານສິລະປະ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ