ບັນດາຜູ້ບັນທຶກສຽງ “ຊຸມວັນທີ່ບໍ່ອາດຫຼົງລືມໄດ້!”

(VOVWORLD) -ຈຸດປະສົງຂອງລາຍການແມ່ນເພື່ອວາດພາບຢ່າງມີຊີວິດຊີວາໃນແຕ່ລະບາດກ້າວເດີນໃນໄລຍະເກີດໂລກລະບາດໂຄວິດ-19 ຮອບທີ 4 ຢູ່ ຫວຽດນາມ, ນັ້ນແມ່ນພາຍຫຼັງເວລາພັກການ ວັນທີ 30 ເມສາ - 01 ພຶດສະພາ 2021.
ບັນດາຜູ້ບັນທຶກສຽງ “ຊຸມວັນທີ່ບໍ່ອາດຫຼົງລືມໄດ້!” - ảnh 1(ພາບປະກອບອີນເຕີແນັດ)

ນັບແຕ່ເວລາພະຍາດໂຄວິດ-19 ແຜ່ລະບາດນັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຍາມໃດກໍ່ແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງປະເທດຊາດ ໃນວຽກງານໂຄສະນາກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ມີຫຼາຍບົດສື່ມວນຊົນຂອງ VOV ມີກຳລັງແຜ່ຂະຫຍາຍຢ່າງແຮງ, ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການໂຄສະນາໃຫ້ປະຊາຊົນໃນທົ່ວປະເທດໃນພາລະກິດປ້ອງກັນ, ຕ້ານໂລກລະບາດ ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”. ໃນຈຳນວນນັ້ນແມ່ນຕ້ອງເວົ້າເຖິງລາຍການກະຈາຍສຽງສັງລວມ ດ້ວຍຫົວຂໍ້ “ຊຸມວັນທີ່ບໍ່ອາດຫຼົງລືມໄດ້!” ຄວ້າໄດ້ລາງວັນ A, ຮູບແບບກະຈາຍສຽງ, ໃນການປະກວດຊິງລາງວັນສື່ມວນຊົນລະດັບຊາດຄັ້ງທີ 16, ເຊິ່ງແມ່ນລາງວັນສື່ມວນຊົນຂະໜາດໃຫຍ່ທີ່ສຸດ ແລະ ມີອິດທິພົນຊື່ສຽງທີ່ສຸດຢູ່ ຫວຽດນາມ.

        “ຊຸມວັນທີ່ບໍ່ອາດຫຼົງລືມໄດ້!” ແມ່ນລາຍການກະຈາຍສຽງສັງລວມ ໂດຍກຸ່ມນັກຂ່າວພະແນກຂ່າວສະຖານະການການເມືອງສັງລວມ (VOV1), ສຳນັກງານ VOV ປະຈຳນະຄອນ ໂຮ່ຈີມິນ ສົມທົບກັນຈັດຂຶ້ນ. ຈຸດປະສົງຂອງລາຍການແມ່ນເພື່ອວາດພາບຢ່າງມີຊີວິດຊີວາໃນແຕ່ລະບາດກ້າວເດີນໃນໄລຍະເກີດໂລກລະບາດໂຄວິດ-19 ຮອບທີ 4 ຢູ່ ຫວຽດນາມ, ນັ້ນແມ່ນພາຍຫຼັງເວລາພັກການ ວັນທີ 30 ເມສາ - 01 ພຶດສະພາ 2021. ຊີວິດການເປັນຢູ່ຂອງປະຊາຊົນຖືກຕ່າວປິ້ນເມື່ອໂລກລະບາດແຜ່ລະບາດໄວ ແລະ  ຮ້າຍແຮງຢູ່ຫຼາຍແຂວງ, ນະຄອນ, ໂດຍສະເພາະແມ່ນຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ຫວຽດນາມ. ນັກຂ່າວ ຫງວຽນຫວູຢຸຍ, ຜູ້ສ້າງຄວາມຄິດດັ່ງກ່າວ, ເລົ່າຄືນສູ່ຟັງວ່າ:

        “ໃນຈຸດເວລານັ້ນ, ພວກຂ້າພະເຈົ້າຄິດວ່າ ຕ້ອງເຮັດສິ່ງໃດສິ່ງໜຶ່ງເພື່ອບັນທຶກໄລຍະທີ່ໜ້າຈົດຈຳນີ້ໄວ້ໃນການພັດທະນາຂອງ ຫວຽດນາມ ແລະ ໄລຍະນີ້ແມ່ນຕ້ອງໄດ້ບັນທຶກສຽງໄວ້. ຈາກຄວາມຄິດດັ່ງກ່າວ, ພວກຂ້າພະເຈົ້າໄດ້ແລກປ່ຽນໃນກຸ່ມ ແລະ ເປັນເອກະພາບນຳກັນວ່າຕ້ອງບັນທຶກສຽງໄວ້. ໃນນັ້ນ, ພວກຂ້າພະເຈົ້າໄດ້ເຕົ້າໂຮມ ແລະ ພ້ອມກັນສ້າງຂຶ້ນເພື່ອເຮັດເປັນເທບບັນທຶກສຽງເອກະສານກ່ຽວກັບໄລຍະປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນທົ່ວປະເທດ, ພິເສດແມ່ນຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງຢູ່ທາງພາກໃຕ້”.

        ໃນ “ຊຸມວັນທີ່ບໍ່ອາດຫຼົງລືມໄດ້!”, ບົດສາລະຄະດີສັ້ນແຕ່ລະເລື່ອງແມ່ນເລື່ອງລາວສະເພາະ ໄດ້ບັນທຶກໄວ້ ຜ່ານການເລົ່າເລື່ອງຂອງຜູ້ເຂົ້າຮ່ວມ. ຢູ່ໃນນັ້ນ, ແມ່ນຄວາມຄັບແຄ້ນແໜ້ນໃຈ ຕໍ່ໜ້າຕົວເລກຄວາມເສຍຫາຍ, ຄວາມເຈັບປວດກ່ຽວກັບຜູ້ເສຍຊີວິດ ແລະ ຊັບສິນຍ້ອນໂລກລະບາດກໍ່ຂຶ້ນ, ແຕ່ພ້ອມກັນນັ້ນກໍ່ແມ່ນບັນຍາກາດ ແລະ ຈິດໃຈແຫ່ງການຕັດສິນໃຈ, ສາມັກຄີກັນປ້ອງກັນ ຕ້ານໂລກລະບາດ ພ້ອມກັບນ້ຳໃຈຂອງປະຊາຊົນໃນທົ່ວປະເທດທີ່ສົ່ງໄປເຖິງພໍ່ແມ່ປະຊາຊົນທາງພາກໃຕ້ ດ້ວຍຄວາມເຊື່ອໝັ້ນວ່າຈະເອົາຊະນະຕໍ່ໂລກລະບາດ.

        ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ການໄປປະຕິບັດໜ້າທີ່ຂອງບັນດານັກຂ່າວ, ບັນນາທິການປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນໃນການພົວພັນກັບຜູ້ຕິດເຊື້ອ ໃນຂະນະທີ່ນະຄອນຖືກປິດລ້ອມ, ສ້າງເຂດແຍກຕົວເພື່ອປ້ອງກັນ ຕ້ານໂລກລະບາດ, ພ້ອມກັນນັ້ນແມ່ນຄວາມສ່ຽງປະເຊີນໜ້າໂດຍກົງ ເມື່ອເຂົ້າໄປເຂດປິ່ນປົວ ແລະ ແຍກຕົວຜູ້ຕິດເຊື້ອພະຍາດໂຄວິດ-19. ນັກຂ່າວ ຫງວຽນມິງແຮ້ງ, ຮອງຫົວໜ້າຫ້ອງບັນນາທິການ, ສຳນັກງານ VOV ປະຈຳນະຄອນ ໂຮ່ຈີມິນ, ແບ່ງປັນວ່າ:

        “ຈຸດເວລາໂລກລະບາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງນັ້ນ, ພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າຖືນັ້ນແມ່ນສິ່ງທົດສອບຂອງວຽກງານປະຈຳວັນຂອງຜູ້ເປັນນັກຂ່າວ ເຮັດແນວໃດເພື່ອທັງໄດ້ສຳພາດ, ທັງໄດ້ບັນທຶກສຽງຂອງຜູ້ເຂົ້າຮ່ວມ, ບັນທຶກສຽງຂອງການດຳລົງຊີວິດໃຫ້ເປັນຢ່າງດີທີ່ສຸດ ແຕ່ຕ້ອງໄດ້ຢືນຫ່າງກັນເພື່ອຫຼີກລ້ຽງຄວາມສ່ຽງຕິດເຊື້ອພະຍາດໃຫ້ແກ່ຕົນເອງ ແລະ ທັງຜູ້ຖືກສຳພາດ. ບັນດາຜູ້ເຮັດວຽກງານກະຈາຍສຽງຄືຂ້າພະເຈົ້າ ກໍ່ຊອກໄດ້ຫຼາຍວີທີເພື່ອແກ້ໄຂຄວາມຫຍຸ້ງຍາກນັ້ນ,  ແລະ ພວກຂ້າພະເຈົ້າຍັງເວົ້ານຳກັນວ່າ ໂລກລະບາດໄດ້ຊ່ວຍໃຫ້ພວກເຮົາມີທັກສະຫຼາຍຢ່າງໃນການປະຕິບັດງານຕື່ມອີກ”.

        ອາດເວົ້າໄດ້ວ່າ “ຊຸມວັນທີ່ບໍ່ອາດຫຼົງລືມໄດ້!” ແມ່ນໝາກຜົນຂອງນ້ຳໃຈສາມັກຄີ, ການສົມທົບກັນໂດຍມີຄວາມເຂົ້າໃຈ, ການປະດິດຄິດສ້າງ ແລະ ຄວາມຮັກຕໍ່ອາຊີບຂອງບັນດານັກຂ່າວ VOV. ນັກຂ່າວ ຫງວຽນຫວູຢຸຍ, ແບ່ງປັນວ່າ:

        “ເມື່ອບົດໜັງສືພິມໄດ້ຮັບການຜັນຂະຫຍາຍນັ້ນ, ພວກຂ້າພະເຈົ້າຕ້ອງເສຍເວລາຫຼາຍເພື່ອລວບລວມເອົາຂໍ້ມູນ, ລາຍລະອຽດ ແລະ ເລືອກເອົາສິ່ງໃດສິ່ງໜຶ່ງ, ເລືອກເອົາສຽງດົນຕີຄືແນວໃດ, ເຮັດແນວໃດເພື່ອໃຫ້ການບັນທຶກເອກະສານ ດ້ວຍສຽງຢ່າງຈະແຈ້ງ, ພົ້ນເດັ່ນໃນກຳລັງແຮງຂອງທັງຊາດ ຫວຽດນາມ ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ. ພວກຂ້າພະເຈົ້າຄິດວ່າ ໃນຕະຫຼອດວິວັດການແຫ່ງການພັດທະນາຂອງປະເທດຊາດນັ້ນ, VOV ປຽບເໝືອນຜູ້ບັນທຶກປະຫວັດສາດຂອງປະເທດຊາດດ້ວຍສຽງ. ໃນຄັ້ງນີ້, ພວກຂ້າພະເຈົ້າໄດ້ສືບທອດມູນເຊື້ອນັ້ນຈາກພະນັກງານລຸ້ນກ່ອນຂອງ VOV, ເພື່ອບັນທຶກຈຸດເວລາ, ໄລຍະທີ່ບໍ່ອາດຫຼົງລືມໄດ້”.

        ພ້ອມກັບລາງວັນ A ຂອງບົດປະພັນບັນທຶກສຽງ “ຊຸມວັນທີ່ບໍ່ອາດຫຼົງລືມໄດ້!”, VOV ຍັງໄດ້ຮັບ 1 ລາງວັນ A, 2 ລາງວັນ B ແລະ 2 ລາງວັນ C ຂອງການປະກວດຊິງລາງວັນສື່ມວນຊົນລະດັບຊາດຄັ້ງທີ 16 ປີ 2021. ພິທີມອບລາງວັນ ແລະ ເຊີດຊູບັນດານັກຂຽນ, ນັກປະພັນຈະໄດ້ຈັດຂຶ້ນກົງກັບວັນສະເຫຼີມສະຫຼອງ 97 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ວັນທີ 21 ມິຖຸນາ./.

ຕອບກັບ

ຂ່າວ/ບົດ​ອື່ນ