ບັນດາອະນຸສອນທີ່ບໍ່ອາດສາມາດຫຼົງລືມໄດ້

(VOVWORLD) - ໃນປະຫວັດສາດແຫ່ງການພົວພັນລະຫວ່າງ ຫວຽດນາມ -ລາວ, ທະຫານອາສາສະໝັກ ຫວຽດນາມ ມີບົດບາດສຳຄັນໃນພາລະກິດປົດປ່ອຍຊາດ, ເຂົາເຈົ້າແມ່ນບັນດາຜູ້ທີ່ໄດ້ຍອມເສຍສະຫຼະເລືອດເນື້ອຂອງຕົນເພື່ອພ້ອມກັບກອງທັບປະເທດລາວ ນຳມາເຊິ່ງເອກະລາດ, ເສລີພາບໃຫ້ແກ່ປະເທດລາວ. ເຖິງໃນໃນວັນນີ້, ມີຫຼາຍສະຫາຍໄດ້ເສຍຊີວິດແລ້ວກໍ່ຕາມ, ແຕ່ຮູບພາບກ່ຽວກັບເພື່ອນຮ່ວມກົມກອງ ແລະ ຄວາມຊົງຈຳກ່ຽວກັມຊຸມວັນເດືອນປີແຫ່ງການຕໍ່ສູ້ດ້ວຍຄວາມລຳບາກກາກກຳຢູ່ດິນແດນລາວ ຍາກທີ່ຈະຈືດຈາງໃນຄວາມຊົງຈຳຂອງບັນດານັກຮົບທະຫານອາສາສະໝັກເມື່ອກ່ອນນີ້. ຂໍເຊີນທ່ານຜູ້ຟັງ ແລະ ຜູ້ອ່ານຕິດຕາມບົດສາລະຄະດີຂອງ ຢ້ຽວຮົ່ງ. ນັກຂ່າວ VOV.
 
ບັນດາອະນຸສອນທີ່ບໍ່ອາດສາມາດຫຼົງລືມໄດ້ - ảnh 1ລຸງ ຫງວຽນວັນຫຍາ ຍັງເມົາມົວກັບການຄົ້ນຄ້ວາປະຫວັດສາດຢູ່ 

ຕ້ອນຮັບຂ້າພະເຈົ້າດ້ວຍຮອຍຍິ້ມຂອງຄົນໃຈດີ, ນຸ່ງຊຸດໂສ້ງເສື້ອເກົ່າໆທີ່ຕາຍສີແລ້ວ, ລຸງ ຫງວຽນວັນຫຍາ, ອາດີດເປັນອ້າຍຄູ ແລະ ນັກຮົບ ກໍ່ຍັງແຂງແຮງຢູ່ເຖິງວ່າອາຍຸໄດ້ 70 ກ່ວາປີແລ້ວກໍ່ຕາມ. ລຸງໄດ້້ເຫຍັ້ນນ້ຳຊາໃສ່ຈອກ ເຊີນຂ້າພະເຈົ້າດື່ມ ແລະ ເລີ່ມເລົ່າເລື່ອງໃຫ້ຂ້າພະເຈົ້າຟັງ.

        ຈັບຈອກຊາ, ດື່ມຄຳໜຶ່ງ, ນັກຮົບເກົ່າຢູ່ສະໜາມຮົບ ພາກກາງລາວ ໄດ້ເຕື້ອງເຖິງບັນດາອະນຸສອນໃນເມື່ອກ່ອນ, ບັນດາອະນຸສອນຄືດັ່ງໄດ້ຝັ່ງເລິກໃນຄວາມຈົງຈຳຕະຫຼອດໄປ. ກາງປີ 1972, ຈາກອ້າຍຄູສອນວິຊາປະຫວັດສາດຢູ່ໂຮງຮຽນມັດທະຍົມຕອນປາຍ ເຕີນຈ໋າວ (ເທດສະບານ ຕວຽນກວາງ ໃນເມື່ອກ່ອນ), ອ້າຍບາວ ຫງວຽນວັນຫຍາ, ອາຍຸ 28 ປີໄດ້ເຂົ້າຖັນແຖວທະຫານ. ລາວໄດ້ເຂົ້າຮ່ວມການຝຶກແອບໃຫ້ທະຫານໃໝ່ເປັນເວລາ 3 ເດືອນ, ຫຼັງຈາກນັ້ນ ກົມກອງຂອງລາວໄດ້ເລີ່ມເຄື່ອນທັບ. ພາຍຫຼັງ 30 ວັນ ແລະ ຄືນເຄື່ອນທັບທີ່ປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ກອງພັນນ້ອຍທະຫານໃໝ່ 66 ກໍ່ໄດ້ໄປເຖິງສະຖານທີ່ຕັ້ງທັບຢູ່ທົ່ງໄຫຫີນ - ຊຽງຂວາງ. ຫງວຽນວັນຫຍາ ພ້ອມກັບເພື່ອນຮ່ວມກົມກອງຂອງຕົນມີຄວາມພາກພູມໃຈເມື່ອໄດ້ຮັບໜ້າທີ່ໃຫມ່ - ນັກຮົບຂັບລົດຖັງ:

        “ຄາວນັ້ນ, ພວກຂ້າພະເຈົ້າດຳເນີນການສູ້ຮົບໃນໄລຍະສົງຄາມຢ່າງດຸເດືອດທີ່ສຸດ ເພື່ອຕ້ານຄືນພວກກອງປຸ້ນປະຕິການ ວາງປາວ. ຕອນທ່ຽງວັນທີ  14 ກັນຍາ 1973, ໃນເວລາພຽງ 5 ນາທີເທົ່ານັ້ນ ມີເພື່ອນຮ່ວມກົມກອງ ຂອງຂ້າພະເຈົ້າ 36 ຄົນ ໄດ້ເສຍສະຫຼະຊີວິດພາຍຫຼັງບັ້ນຖິ້ມລະເບີດຂອງເຮືອບິນ ອາເມລິກາ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າພ້ອມກັບປະຊາຊົນ, ທະຫານລາວ ໄດ້ຈັດຕັ້ງພິທີໄຫວ້ອາໄລ. ປະຊາຊົນລາວ ໄດ້ຊ່ວຍພວກຂ້າພະເຈົ້າຝັງສົບບັນດາເພື່ອນຮ່ວມກົມກອງທີ່ຫາກໍ່ເສຍສະຫຼະຊີວິດ, ຫຼັງຈາກນັ້ນ ເຂົາເຈົ້າໄດ້ຖະຫວາຍດ້ວຍດອກໄມ້ ຫາກບໍ່ມີພວງມາລາຄືປະຈຸບັນ. ບັນດາຮູບພາບເຫລົ່ານັ້ນ ໄດ້ຝັງເລິກໃນໃຈຂອງຂ້າພະເຈົ້າ”

ບັນດາອະນຸສອນທີ່ບໍ່ອາດສາມາດຫຼົງລືມໄດ້ - ảnh 2 ນັກຮົບເກົ່າ ໄປຢ້ຽມຢາມ ສະໜາມຮົບເກົ່າ

        ຮອດທ້າຍປີ 1973, ອ້າຍທະຫານ ຫງວຽນວັນຫຍາ ຖືກຮັບບາດເຈັບ ດັ່ງນັ້ນຕ້ອງສົ່ງໄປແນວຫຼັງ. ເມື່ອສົງຄາມສິ້ນສຸດລົງ, ອ້າຍໄດ້ເຮັດວຽກຢູ່ສະຖາບັນປະຫວັດສາດການທະຫານ ຫວຽດນາມ ແລະ ທ້າຍປີ 1996, ນັກຮົບເກົ່າຜູ້ນັ້ນ ມີໂອກາດໄປລາວ, ປະຕິບັດໜ້າທີ່ເປັນນັກຊ່ຽວຊານດ້ານການທະຫານໃຫ້ແກ່ກະຊວງປ້ອງກັນປະເທດລາວ ກ່ຽວກັບສິລະປະການທະຫານ. ໃນຊ່ວງເວລານັ້ນ, ລຸງໄດ້ໄປຫຼາຍແຫ່ງ ແລະ ພິເສດແມ່ນໄດ້ກັບຄືນຢ້ຽມຢາມສະໜາມຮົບເກົ່າ, ບ່ອນທີ່ມີອະນຸສອນຫຼາຍຢ່າງ:

        “ເມື່ອອ້າຍເອື້ອຍນ້ອງທະຫານສະແດງສິລະປະ, ພໍ່ແມ່ພີ່ນ້ອງຊາວລາວ ໄດ້ພາກັນມາຊົມເປັນຈຳນວນຫຼວງຫຼາຍ ແລະ ຊົມເຊີຍຢ່າງສຸດໃຈ ເຮັດໃຫ້ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ. ພາຍຫຼັງການສະແດງນັ້ນ, ມີແມ່ຍິງຜູ້ໜຶ່ງ ໄດ້ເວົ້າວ່າ “ແມ່ເຊີນພວກລູກມາກິນເຂົ້າກັບ ປາແດກແດ່”, ແຕ່ແມ່ ອາຍຸ 42 ປີ, ສ່ວນຂ້າພະເຈົ້າອາຍຸ 45 ປີ. ນັ້ນແມ່ນບັນດານ້ຳໃຈທີ່ບໍລິສຸດຜຸດຜ່ອງ, ຍາມໃດເຂົາເຈົ້າກໍ່ຄິດວ່າ ທະຫານ ຫວຽດນາມ ຄືດັ່ງລູກຫຼານໃນຄອບຄົວຂອງຕົນ, ຄອບຄົວມີຫຍັງກໍ່ເຊີນມາກິນດ້ວຍຄວາມຈິງໃຈ.”

        ກໍ່ມີອາຍຸເທົ່າກັນກັບລຸງຫຍາ, ລຸງ ຮ່າດິ່ງລວານ, ອະດີດທະຫານພິເສດຂອງທະຫານເຂດ ໄຕບັກ, ເຄີຍເຂົ້າຮ່ວມການສູ້ຮົບຢູ່ສະໜາມຮົບພາກເໜືອ, ພາກກາງລາວ ເປັນເວລາ 12 ປີ. ປະຈຸບັນ, ເຖິງວ່າຜົມງອກເກືອບທັງໝົດແລ້ວກໍ່ຕາມແຕ່ສຽງເວົ້າຂອງນັກຮົບເກົ່າອາຍຸກ່ວາ 70 ປີຍັງແຂງແຮງຢູ່. ແວວຕາຂອງເພີ່ນໃສແຈ້ງເມື່ອເລົ່າຄືນກ່ຽວກັບໄລຍະເວລາເຂົ້າຮ່ວມການສູ້ຮົບເພື່ອບຸກໂຈມຕີພວກກອງປຸ້ນ ໂຕງເຊີ ໃນທ້າຍປີ 1965, ຕົ້ນປີ 1966:

        “ການສູ້ຮົບນັ້ນໄດ້ປະຕິບັດຢູ່ຈອມພູສູງ 1.500 ແມັດ. ເງື່ອນໄຂການສູ້ຮົບໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍ, ເມື່ອທະຫານຂອງພວກເຮົາໄປລາດຕະເວນສອບແນມຕ້ອງມີທະຫານ ລາວ ໄປນຳຈຶ່ງສາມາດປະຕິບັດສຳເລັດໄດ້. ເຖິງວ່າປະສົບກັບຄວາມຫຍຸ້ງຍາກທຸກໆດ້ານແຕ່ຍາມໃດກໍ່ແບ່ງປັນກິນ, ນັ້ນແມ່ນບັນດານ້ຳໃຈອົບອຸ່ນທີ່ສຸດ. ມີຄັ້ງໜຶ່ງ, ຂ້າພະເຈົ້າ ແລະ ທະຫານລາວ ໄດ້ແບກຫາບເພື່ອນຮ່ວມກົມກອງຂອງຕົນ ແຕ່ຕ້ອງເສຍເວລາ 4 ວັນຈຶ່ງໄປຮອດບ້ານທີ່ໃກ້ສຸດ ເພື່ອປິ່ນປົວຢ່າງທັນການໃຫ້ເພື່ອນຮ່ວມກົມກອງ. ຖ້າວ່າ, 2 ຝ່າຍບໍ່ຊ່ວຍເຫຼືອກັນໃນທຸກສະພາບການ ຈະເຮັດແນວໃດຍາດເອົາໄຊຊະນະໄດ້, ເຮັດແນວໃດຈະມີສັນຕິພາບຄືໃນທຸກວັນນີ້ໄດ້”

        ພາຍຫຼັງປົດປ່ອຍ, ລຸງລວານ ໄດ້ເຮັດວຽກຢູ່ກອງບັນຊາການທະຫານພິເສດຮອດປີ 2006 ໄດ້ພັກກິນເບ້ຍບຳນານ ແຕ່ດ້ວຍຄວາມສຸດຈິດສຸດໃຈ ແລະ ນ້ຳໃຈຮັກແພງກັບປະເທດລ້ານຊ້າງ, ລຸງໄດ້ພ້ອມກັບເພື່ອນຮ່ວມກົມກອງຍັງສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວ ເພື່ອປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ ຫວຽດນາມ -ລາວ.

        “ຂ້າພະເຈົ້າກໍ່ເຄີຍສະແດງສິລະປະຢູ່ລາວ ເພື່ອຮັບໃຊ້ປະຊາຊົນຢູ່ທີ່ນີ້. ກ່ອນນີ້ 2, 3ປີ, ຂ້າພະເຈົ້າໄດ້ໄປຢ້ຽມຢາມສະໜາມຮົບເກົ່າຢູ່ຊຽງຂວາງ, ຖຳ້ຫີນ - ເຊິ່ງແມ່ນບ່ອນທີ່ກອງບັນຊາການທະຫານຕັ້ງທັບໃນເມື່ອກ່ອນ. ເມື່ອໄປຮອດແຫ່ງນີ້, ພວກຂ້າພະເຈົ້າໄດ້ຮັບການຕ້ອນຮັບຢ່າງສຸດຈິດສຸດໃຈຂອງປະຊາຊົນລາວ ບັນດາເຜົ່າ. ພວກຂ້າພະເຈົ້າຮູ້ສຶກວ່າຄືດັ່ງໄດ້ກັບເມືອບ້ານ, ພໍ່ແມ່ປະຊາຊົນໄດ້ເອີ້ນພວກຂ້າພະເຈົ້າວ່າ “ທະຫານ ຫວຽດ”.”

        ປະຈຸບັນ, ບັນດານັກຮົບເກົ່າທີ່ໄດ້ກັບເມືອຈາກສະໜາມຮົບທາງພາກເໜືອ, ພາກກາງລາວ ຍັງຈັດເວລາເພື່ອໄດ້ເຕົ້າໂຮມກັນປີລະເທື່ອ. ເຂົາເຈົ້າໄດ້ພ້ອມກັນຊົມບັນດາຮູບຖ່າຍເກົ່າ ແລະ ເລົ່າໃຫ້ກັນຟັງບັນດາເລື່ອງລາວໄລຍະສົງຄາມ. ເຖິງວ່າ, ບາງຄົນມີໜ້າຢູ່ໃນຮູບໄດ້ເຖິງແກ່ມໍລະນະກຳແລ້ວກໍ່ຕາມ ແຕ່ບັນດາອະນຸສອນຈະຍັງຍືນຍົງຄົງຕົວກັບການເວລາຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ