ບຸນປີໃໝ່ຢູ່ເກາະໂກນກໍ

ປີ​ໃດ​ກໍ່​ເຊັ່ນ​ກັນ, ​ໃນ​ຊຸມ​ມື້​ໄກ້​ຈະ​ຮອດ​ບຸນປີ​ໃໝ່ປະຈຳ​ຊາດ (ບຸນ​ເຕັດ), ກອງ​ບັນຊາ​ການ​ທະຫານ​ເຂດ ຊີ ກອງທັບ​ເຮືອ ກໍ່​ຈັດ​ຕັ້ງ​ການ​​ໄປຢ້ຽມຢາມຖາມ​ຂ່າວ, ມອບ​ຂອງຂວັນ ​ແລະ ອວຍພອນ​ປີ​ໃໝ່​ ທະຫານ ​ແລະ ປະຊາຊົນ​ເມືອງ​ເກາະ ​ໂກ່ນ​ກໍ, ​ແຂວງ ກວາງ​ຈີ້.

ບຸນປີໃໝ່ຢູ່ເກາະໂກນກໍ - ảnh 1
( ນັກຮົບພ້ອມກັນຫໍ່ເຂົ້າຕົ້ມ )

ຂອງຂວັນ​ທີ່​ສົ່ງ​ໄປ​ຍັງ​ເກາະ​ມີ​ເຂົ້າຕົ້ມ, ຊີ້ນ​ໝູ, ​ເຂົ້າໜົມ ນັບ​ທັງ​ດອກ​ເໝີຍ​ຄຳ.

​​ເດີນທາງ​ອອກ​ຈາກ​ທ່າ​ກ່ຳ​ປັ່ນ ຕຽນ​ຊາ, ນະຄອນ ​ດ່າ​ນັ້ງ ​ໃນ​ຍາມ​ແລງ, ພາຍຫຼັງ​ຂ້າມ​ທະ​ເລ​ເປັນ​ເວລາ 12 ຊົ່ວ​ໂມງ, ກ່ຳ​ປັ່ນ HQ 628 ກໍ່​ໄປ​ຮອດ ​ເກາະໂກ່ນ​ກໍ.

ໝູ່ບ້ານຊາວໜຸ່ມຕະລຸມບ່ອນຢູ່ ເກາະໂກ່ນກໍ ມີ 11 ຄ​ອບຄົວ​ໜຸ່ມ. ​ໃນວັນ​ບຸນ​ເຕັດ, ຄູ່​ຜົວ​ເມຍ​ໜຸ່ມ ​ເຈິ່ນຊວນ​ຕີ່​ງ ​ແລະ ຫວໍ​ທິຊາວ ຕິດ​ຄາ​ກັບ​ວຽກ​ງານ​ຊັບຊ້ອນ​ເຮືອນ​ຊານ, ຈັດ​ແຕ່ງ​ເຄື່ອງ​ຂອງ​ບູຊາ​ບັນພະບຸລຸດ ​ເພື່ອຕ້ອນຮັບ​ບຸນປີ​ໃໝ່. ​ເທິງ​ແທ່ນ​ບູຊາ​ມີ​ເຂົ້າຕົ້ມ, ຊີ້ນ​ໄກ່, ​ເຂົ້າໜົມ. ​ເອື້ອຍ ຫວໍ​ທິຊາວ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ, ​ໃນ​​​ເກືອບ 1​0 ປີ ທີ່​ສະໝັກ​ໃຈ​ໄປກໍ່​ຮ່າງ​ສ້າງ​ຕົວ​ຢູ່​ເກາະນັ້ນ, ​ຄອບຄົວ​ຂອງ​ເອື້ອຍ​ໄດ້​ຕ້ອນຮັບ​ບຸນ​ເຕັດຢູ່​ເກາະ​ເຖິງ 5 ​ເທື່ອ​​. ​ໃນ​ຊຸ່ມ​ມື້​ທຳ​ອິດ​ຢູ່​ເກາະ​ເອື້ອຍ​ຣູ້ສຶກ​ໂສກ​ເສົ້າ​ຫຼາຍ, ​ແຕ່​ປະຈຸ​ບັນ, ຜົວ​ເມ​ຍ​ເອື້ອຍ​ໄດ້​ມີ​ລູກ 2 ຄົນ​, ອັນ​ໄດ້​ເຮັດ​ໃຫ້​ຄອບຄົວ​ເອື້ອຍ​ມີ​ຄວາມ​ມ່ວນ​ກວ່າ​ອີກ. ​ໃນ​ໂອກາດບຸນ​ເຕັດ​ບັນດາຄອບຄົວ ຢູ່​ທີ່​ນີ້​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ນັບ​ທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ຈາກ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນຢູ່​ ເກາະ​ໂກ່ນ​ກໍ.

ໃນ​ໂອກາດ​ບຸນ​ເຕັດ​, ທາງ​ກົມ​ກອງ​ທະຫານ, ​ແລະ​ ເມືອງ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່, ​ມາຢ້ຽມຢາມ. ຄອບຄົວ​ຂ້າພະ​ເຈົ້າ​ກໍ່​ໄດ້​ກະກຽມ​ເຂົ້າໜຽວ, ຕອງກ້ວຍ​ທີ່​ນຳ​ມາ​ຈາກ​ດິນ​ຕໍ່​ແຜ່ນ​ເພື່ອ​ຫໍ່​ເຂົ້າຕົ້ມ.

ບຸນປີໃໝ່ຢູ່ເກາະໂກນກໍ - ảnh 2

(ມອບຂອງຂວັນໃຫ້ແກ່ນັກຮົບຢູ່ເກາະ ໂກ່ນກໍ )

ພາຍຫຼັງ​ເກືອບ 10 ປີ ​ແຫ່ງ​ການ​ກໍ່ສ້າງ​ໝູ່​ບ້ານ​ຊາວ​ໜຸ່ມ​ຕະລຸມ​ບ່ອນຢູ່ ​ເກາະ​ໂກ່ນ​ກໍ, ຊີວິດ​ຂອງ 11 ຄອບຄົວທີ່​ສະໝັກ​ໃຈໄປ​ກໍ່​ຮ່າງ​ສ້າງ​ຕົວ​ຢູ່​ທີ່​ນີ້ໄດ້​ເປັນ​ປົກກະຕິ​ເທື່ອ​ລະ​ກ້າວ. ປະຈຸ​ບັນ, ຢູ່​ເກາະ​ມີ​ເດັກນ້ອຍ 15 ຄົນ. ​ໂຮງຮຽນ​ອະນຸບານ ຮວາ​ຟອງ​ບາ (ດອກ​ລົມ​ແດງ) ​ໂດຍ​ສູນ​ກາງ​ຊາວ​ໜຸ່ມ​ອຸປະຖຳ​ໃຫ້ ​ເຕັມ​ໄປ​ດ້ວຍ​ສຽງ​​ຢອກ​ກັນ, ສຽງຫັດ​ອ່ານ​ຂອງ​ເດັກນ້ອຍ

ໃນ​ຊຸ່ມ​ມື້​ຢູ່ ​ເກາະ​ໂກ່ນ​ກໍ, ​ໄປ​ຢາມ​ສະຖານີ ຮາ​ດາ 540 ປ້ອມ​ປ້ອງ​ກັນຊາ​ຍ​ແດນ 214, ຄະນະ​ບັນຊາ​ການ​ທະຫານ​ເມືອງ​ຈຶ່ງ​ຮູ້ສຶກ​ໄດ້​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບິ​ກບານ​ມ່ວນ​ຊື່ນຢູ່​ທີ່​ນີ້. ພົນ​ຕີ ຫງວຽນ​ຢູຍຢູງ, ຫົວໜ້າ​ສະຖານີ ຮາ​ດາ 540 ​ໂກ່ນ​ກໍ, ​ແບ່ງປັນ​ວ່າ, ປີ​ນີ້ ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ກອງ​ບັນຊາ​ການ​ທະຫານ​ເຂດ ຊີ, ພະນັກ ງານ​ນັກຮົບ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢ່າງ​ເບິ​ກບານ​ມ່ວນ​ຊື່ນ, ​ແຕ່​ບໍ່​ລືມ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບສຸກ​ຢູ່​​ເກາະ​ທະ​ເລ

”ນອກຈາກ​ໄດ້ຊົມ​ໃຊ້​ລະບອບຕ່າງໆ​ແລ້ວ, ທາງ​ກົມ​ກອງ​ຍັງ​ເພີ່ມ​ຂອງຂວັນ​ໃຫ້​ອ້າຍ​ນ້ອງ​ໃນ​ໂອກາດ​ບຸນ​ເຕັດ​ຕື່ມ​ອີກ. ຂອງຂວັນ​ແມ່ນ​ມີ​ເຂົ້າໜົມ​​ໂດຍ​ຫົວໜ່ວຍ, ອົງການ​ຕ່າງໆຈາກ​ດິນ​ຕໍ່​ແຜ່ນຝາກ​ມາອວຍ ພອນ​ປີ​ໃໝ່​ແມ່ນຫຼາຍ​ທີ່​ສຸດ”.

ທ່ານ ​ເລກ​ວາງ​ແລ່ງ, ​ເລຂາ​ຄະນະ​ພັກ​ເມືອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ​ໂກ່ນ​ກໍ​ໃຫ້​ຮູ້​ວ່າ, ແຕ່ລະ​ປີ, ​ເມືອງ​ເກາະ ໄດ້​ຮັບ​ການ​ລົງທຶນເກືອບ 100 ຕຶ້ດົ່ງ ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສະ​ເພາະ​ປີ 2011, ​ແມ່ນ​ໄດ້​ລົງທຶນ 130 ຕຶ້ດົ່ງ ​ເພື່ອ​ສູ້​ຊົນ​ເຮັດ​ໃຫ້ ​ເກາະ​ໂກ່ນ​ກໍ ກາຍ​ເປັນ​ເກາະ​ແຫ່ງ​ການທ່ອງທ່ຽວ​ໃນ​ອະນາຄົດ​ມໍ່ໆ​ນີ້.

”ປີ 2011, ​ເມືອງ ​ເກາະ​ປະສົບ​ຜົນສຳ​ເລັດ​ພໍ​ສົມຄວນ​ທາງ​ດ້ານ​ເສດຖະກິດ ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ​ໃນ​ທ້າຍ​ປີຜ່ານມາ ພວກ​ເຮົາ​ໄດ້​ສ້າງ​ສຳ​ເລັດ ​ແລະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຫຼາຍ​ກິດຈະກຳ. ປີ​ນີ້, ພວກ​ເຮົາ​ຕ້ອນຮັບ​ບຸນ​ເຕັດ​ຄົບ​ຖ້ວນ​ພໍ​ສົມຄວນນັບ​ທັງ​ທາງ​ດ້ານ​ວັດຖຸ ​ແລະ​ຈິດ​ໃຈ ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນໆ”

ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ການ​ລົງທຶນຢ່າງ​ຖືກ​ທິດ​ນັ້ນ, ​​ໃນ​ອະນາຄົດ​ມໍ່ໆ​ນີ້, ​ເກາະໂກ່ນ​ກໍ ຈະ​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ໄກ້ ​ແລະ ​ໄກ ຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ