(VOVWORLD) - ແຂວງບ່າເຣ້ຍ - ຫວູງເຕົາ ແມ່ນເຂດດິນແດນທີ່ມີດິນຟ້າອາກາດເອື້ອອຳນວຍ, ມີພູຜາປ່າໄມ້, ມີທະເລໝູ່ເກາະ, ມີເຂດປ່າສະຫງວນທຳມະຊາດ… ດັ່ງນັ້ນ, ແຕ່ດົນນານມາແລ້ວ ແຂວງບ່າເຣ້ຍ - ຫວູງເຕົາ ເຮັດໃຫ້ແຂກທ່ອງທ່ຽວຮູ້ສຶກເມົາມົວຫຼົງໄຫຼ. ໃນຊຸມປີຜ່ານມາ, ທາງແຂວງໄດ້ໜໜູນໃຊ້ທ່າແຮງໂດຍທຳມະຊາດດົນບັນດານໃຫ້ໄດ້ເປັນຢ່າງດີ, ເປັນຕົ້ນແມ່ນພັດທະນາຂະແໜງການທ່ອງທ່ຽວ. ການພັດທະນາການທ່ອງທ່ຽວຂອງ ແຂວງບ່າເຣ້ຍ - ຫວູງເຕົາ ໃນໄລຍະປັດຈຸບັນໄດ້ມີບາດກ້າວບຸກທະລຸດ້ວຍບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ, ຫັນບັນດາຜະລິດຕະພັນທ່ອງທ່ຽວໃໝ່ເປັນຫຼາຍຮູບແບບເພື່ອຮັບໃຊ້ຄວາມຕ້ອງການທີ່ຫຼາກຫຼາຍຂອງແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.
ຮູບແບບການທ່ອງທ່ຽວເຂດຊຸມຊົນຢູ່ ບາເຣ້ຍ - ຫວູງເຕົາ (ພາບ: VOV) |
ປັດຈຸບັນ, ແຂວງບ່າເຣ້ຍ - ຫວູງເຕົາ ພວມຮີບເຮັງກະກຽມຫຼາຍລາຍການດຶງດູດໃຈເພື່ອຮັບໃຊ້ແຂກທ່ອງທ່ຽວໃນສັບປະດາທ່ອງທ່ຽວ ບ່າເຣ້ຍ - ຫວູງເຕົາ ປີ 2024 ທີ່ຈະດຳເນີນໃນທ້າຍປີ, ນັບແຕ່ວັນທີ 27 – 29 ທັນວາ. ທາງແຂວງໄດ້ຢັ້ງຢືນການຈັດຕັ້ງສັບປະດາທ່ອງທ່ຽວພ້ອມກັບບັນດາເຫດການວັດທະນະທຳ, ສິລະປະ, ກິລາ ແລະ ບັນດາວັນບຸນອື່ນໆອີກໃນປີແມ່ນໜຶ່ງໃນບັນດາຊ່ອງທາງໂຄສະນາເຜີຍແຜ່ໃຫ້ແກ່ເຄື່ອງໝາຍ ແລະ ພາບພົດການທ່ອງທ່ຽວຂອງແຂວງບ່າເຣ້ຍ - ຫວູງເຕົາ ຢ່າງມີປະສິດທິຜົນ. ທ່ານນາງ ເຈິ່ນທິທູຮ່ຽນ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງບ່າເຣ້ຍ - ຫວູງເຕົາ ຊີ້ແຈ້ງວ່າ:
ນອກຈາກການພັດທະນາບັນດາຜະລິດຕະພັນທ່ອງທ່ຽວທີ່ມີຄຸນນະພາບ, ເພີ່ມທະວີການລົງພຶດຕິກຳຕົວຈິງໃຫ້ແກ່ແຂກທ່ອງທ່ຽວແລ້ວ, ການຈັດຕັ້ງບັນດາການເຄື່ອນໄຫວ, ເຫດການເພື່ອສ້າງຄວາມປະທັບໃຈດີງາມໃຫ້ແກ່ແຂກທ່ອງທ່ຽວ ກໍ່ແມ່ນໜຶ່ງໃນບັນດາໜ້າທີ່ເຊິ່ງຂະແໜງທ່ອງທ່ຽວແຂວງຕ້ອງເອົາໃຈໃສ່ປະຕິບັດ. ບັນດາເຫດການນີ້ແມ່ນເງື່ອນໄຂເພື່ອໃຫ້ຂະແໜງທ່ອງທ່ຽວແນະນຳສິ່ງແວດລ້ອມ, ຜະລິດຕະພັນທ່ອງທ່ຽວທີ່ເປັນຫຼາຍຮູບຫຼາຍແບບຂອງ ແຂວງບ່າເຣ້ຍ - ຫວູງເຕົາ ໄປຍັງແຂກທ່ອງທ່ຽວ.
ໃນໄລຍະຜ່ານມາ, ແຂວງບ່າເຣ້ຍ - ຫວູງເຕົາ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ພາບພົດ, ການທ່ອງທ່ຽວທ້ອງຖິ່ນ. ມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບໄດ້ຮັບການຜັນຂະຫຍາຍຄື: ບັນດາກອງປະຊຸມສົ່ງເສີມການທ່ອງທ່ຽວຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ; ການຮ່ວມມື, ເຊື່ອມຕໍ່ການທ່ອງທ່ຽວກັບບັນດາທ້ອງຖິ່ນໃກ້ຄຽງ, ຈັດຕັ້ງບັນດາຄະນະສຳຫຼວດ tour ທ່ອງທ່ຽວໃໝ່ດ້ວຍການເຂົ້າຮ່ວມຂອງບັນດາຫົວໜ່ວຍການທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ສຳນັກຂ່າວສານ, ສື່ມວນຊົນ…. ນັກຂ່າວ ມາຍເຟືອງ ສັງກັດສະຖານີໂທລະພາບນະຄອນ ໂຮ່ຈີມິນ ແບ່ງປັນວ່າ:
ເມື່ອເຂົ້າຮ່ວມລົງພຶດຕິກຳຕົວຈິງ, ຂ້າພະເຈົ້າຈະມີບັນດາຜົນງານຜະລິດຕະພັນຕື່ມອີກເພື່ອອາດສາມາດແນະນຳກັບແຂກທ່ອງທ່ຽວ, ເພື່ອໃຫ້ທຸກຄົນເຫັນໄດ້ໂສມໜ້າຂອງແຂວງບ່າເຣ້ຍ - ຫວູງເຕົາ ແມ່ນໃໝ່ອ່ຽມທີ່ສຸດ ແລະ ມີຫຼາຍສະຖານທີ່ທ່ອງທ່ຽວ. ຂ້າພະເຈົ້າເຊື່ອໝັ້ນວ່າ ຜ່ານສື່ມວນຊົນ, ທຸກຄົນອາດຈະຮູ້ຈັກ ແຂວງບ່າເຣ້ຍ - ຫວູງເຕົາ ຫຼາຍກ່ວາອີກ ແລະ ມາທ່ຽວຢູ່ແຫ່ງນີ້.
ມີຜູ້ຄົນເປັນຈຳນວນຫຼາຍເຂົ້າຮ່ວມ ວັນບຸນທ່ອງທ່ຽວ ຢູ່ບາເຣ້ຍ - ຫວູງເຕົາ (ພາບ: ຄະນະກຳມະການປະຊາຊົນແຂວງບາເຣ້ຍ - ຫວູງເຕົາ ) |
ພ້ອມກັບບັນດາການເຄື່ອນໄຫວພາຍໃນປະເທດ, ແຂວງບ່າເຣ້ຍ - ຫວູງເຕົາ ໄດ້ກ້າຫານປ່ຽນແປງໃໝ່ຮູບແບບໂຄສະນາ, ເປີດກວ້າງການໂຄສະນາທ້ອງຖິ່ນອອກສູ່ຕ່າງປະເທດດ້ວຍຫຼາຍວິທີການ. ໃນນັ້ນ, ເປັນໜ້າສົນໃຈນັ້ນແມ່ນ ເດືອນເມສາ 2021, ບັນດາພາບພົດທີ່ພົ້ນເດັ່ນຂອງການທ່ອງທ່ຽວ ແຂວງບ່າເຣ້ຍ - ຫວູງເຕົາ ໄດ້ປະກົດຂຶ້ນຢູ່ຊ່ອງສື່ມວນຊົນສາກົນທີ່ມີຊື່ສຽງນັ້ນແມ່ນ BBC Global News. ນີ້ແມ່ນຄັ້ງທຳອິດທີ່ພາບພົດການທ່ອງທ່ຽວ ແຂວງບ່າເຣ້ຍ - ຫວູງເຕົາ ໄດ້ອອກອາກາດສູ່ສາກົນ. ການຂຸດຄົ້ນທ່າແຮງຂອງສື່ມວນຊົນສາກົນໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາວິທີການໃໝ່ຂອງ ແຂວງບ່າເຣ້ຍ - ຫວູງເຕົາ ໃນໄລຍະຜ່ານມາເພື່ອໂຄສະນາກການທ່ອງທ່ຽວທ້ອງຖິ່ນ. ທ່ານ ໂດເຟືອກຈຸງ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງບ່າເຣ້ຍ - ຫວູງເຕົາ ແຈ້ງໃຫ້ຊາບວ່າ:
ນອກຈາກບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ການທ່ອງທ່ຽວຢູ່ກັບທີ່, ທາງແຂວງບ່າເຣ້ຍ - ຫວູງເຕົາ ກໍ່ເອົາໃຈໃສ່ເປັນພິເສດເຖິງການສົ່ງເສີມ, ໂຄສະນາການທ່ອງທ່ຽວຜ່ານບັນດາກອງປະຊຸມການທ່ອງທ່ຽວທີ່ມີຂອບຂະໜາດລະດັບຊາດ, ສາກົນ. 9 ເດືອນຕົ້ນປີ 2024, ທາງແຂວງໄດ້ຈັດຕັ້ງສຳເລັດ 2 ກອງປະຊຸມາສົ່ງເສີມການທ່ອງທ່ຽວຢູ່ ເຊີອູນ ແລະ ບູຊານ ຂອງ ປະເທດ ສ.ເກົາຫຼີ. ຜ່ານບັນດາງານຕະຫຼາດນັດ, ກອງປະຊຸມທັງຢູ່ພາຍໃນປະເທດ ແລະ ສາກົນ, ພາບພົດ ແລະ ຜະລິດຕະພັນການທ່ອງທ່ຽວຂອງແຂວງໄດ້ຮັບການໂຄສະນາເປັນວົງກ້ວາງ ແລະ ມີປະສິດທິຜົນກ່ວາອີກ.
ພ້ອມກັນນັ້ນ, ຂະແໜງການທ່ອງທ່ຽວແຂວງບ່າເຣ້ຍ - ຫວູງເຕົາ ກໍ່ມີການເພີ່ມທະວີການໂຄສະນາ, ສົ່ງເສີມການທ່ອງທ່ຽວຢູ່ບັນດາຕະຫຼາດແຂກທ່ອງທ່ຽວສາກົນ. ທ່ານ ຟ້າມງອກຫ໋າຍ, ປະທານສະມາຄົມການທ່ອງທ່ຽວ ແຂວງບ່າເຣ້ຍ - ຫວູງເຕົາໃຫ້ຮູ້ວ່າ:
ແຂວງບ່າເຣ້ຍ - ຫວູງເຕົາ ມີ 146 ສະຖານທີ່ທ່ອງທ່ຽວ. ພວກຂ້າພະເຈົ້າຈະໂຄສະນາ, ແນະນຳໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ. ພິເສດແມ່ນຢູ່ຕະຫຼາດ ສ.ເກົາຫຼີ, ພວກຂ້າພະເຈົ້າໄດ້ຂຸດຄົ້ນເປັນພິເສດກ່ຽວກັບຕະຫຼາດທ່ອງທ່ຽວ golf, ມາແຂວງບ່າເຣ້ຍ - ຫວູງເຕົາ ຫຼິ້ນ golf ແລະ ຜັກຜ່ອນບຳລຸງສຸຂະພາບ, ຊົມວິວ ແລະ ການອາບນ້ຳທະເລ.
ໃນຍຸດທະສາດກ່ຽວກັບການພັດທະນາການທ່ອງທ່ຽວ ແຂວງບ່າເຣ້ຍ - ຫວູງເຕົາ ຮອດປີ 2030, ກຳນົດທິດຮອດປີ 2050 ແລະ ແຜນການຜັນຂະຫຍາຍປະຕິບັດຍຸດທະສາດ Marketing ການທ່ອງທ່ຽວຫວຽດນາມ ຮອດປີ 2030, ທາງແຂວງໄດ້ກຳນົດໄລຍະ 2023 – 2025, ຮັກສາຕະຫຼາດແຂກທ່ອງທ່ຽວ ອາຊີຕາເວັນອອກສ່ຽງເໜືອ, ອາຊຽນ ແລະ ແຂກທ່ອງທ່ຽວດຳລົງຊີວິດຢູ່ ຫວຽດນາມ, ສົມທົບກັບການດຶງດູດບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນຄື: ອິນເດຍ, ບັນດາປະເທດຕາເວັນອອກກາງ. ໃນໄລຍະ 2026 – 2030, ຮັກສາ ແລະ ເປີດກວ້າງຂອບຂະໜາດບັນດາຕະຫຼາດທີ່ມີມາແຕ່ດົນນານ, ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ເອີລົບ, ພາກພື້ນອາຊຽນ, ອາບຟຼິກກາເໜືອ, ລັດເຊຍ, ໂອເຊອາເນຍ.ເພື່ອປະຕິບັດສຳເລັດເປົ້າໝາຍນີ້, ວຽກງານໂຄສະນາ, ເຜີຍແຜ່, ສົ່ງເສີມ ແລະ ພັດທະນາຕະຫຼາດ ທາງແຂວງຈະປະຕິບັດດ້ວຍຫຼາຍຮູບແບບທີ່ເປັນມືອາຊີບກ່ວາ, ມີຫົວຄິດປະດິດສ້າງກ່ວາ, ທັນສະໄໝກ່ວາ, ມີປະສິດທິຜົນກ່ວາ, ຜ່ານນັ້ນ, ກໍ່ກຳນົດເຄື່ອງໝາຍ ບ່າເຣ້ຍ - ຫວູງເຕົາ, ກະຕຸກຊຸກຍູ້, ດຶງດູດແຂກທ່ອງທ່ຽວສາກົນ, ນຳການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງແຂວງ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມໃຫ້ແກ່ທ້ອງຖິ່ນ.