ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ຮັກສາພາສາ ຫວຽດ

(VOVWORLD) -ນັກຮຽນແຕ່ລະຄົນທີ່ເຂົ້າຮ່ວມຫ້ອງຮຽນພາສາ ຫວຽດ ຄືແນວນີ້ ລ້ວນແຕ່ປາດຖະໜາຢາກແລກປ່ຽນສື່ສານກັບພໍ່ແມ່, ສະມາຊິກໃນຄອບຄົວເປັນພາສາ ຫວຽດ ໄດ້ຢ່າງຄ່ອງແຄ້ວ
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ຮັກສາພາສາ ຫວຽດ - ảnh 1(ຄູອາຈານ ມານະພະຍາຍາມຊອກຫາວິທີສອນພາສາ ຫວຽດ ໃຫ້ໄດ້ໄວ)

        ໂດຍກຳນົດເອົາການຮັກສາພາສາ ຫວຽດ ເປັນການຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເວົ້າລວມ ແລະ ຢູ່ ສ.ເຊັກໂກ ເວົ້າສະເພາະ, ຍາມໃດກໍ່ມານະພະຍາຍາມຮັກສາ, ຖ່າຍທອດພາສາຂອງຊາດ ຫວຽດນາມ ໃຫ້ລຸ້ນຕໍ່ໆໄປ. ນັ້ນແມ່ນວິທີເຊື່ອມຕໍ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ທົ່ວໂລກ, ຜ່ານນັ້ນປຸກລຸກຄວາມຮັກ, ຄວາມເອກອ້າງທະນົງໃຈ ແລະ ຍາມໃດກໍ່ອ່ວາຍໜ້າກັບມາຫາປະເທດຊາດຂອງຊາວ ຫວຽດນາມ ແຕ່ລະຄົນທີ່ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ.

        ຢູ່ມູມໜຶ່ງໃນສູນການຄ້າ SAPA, ຢູ່ Praha, ສ.ເຊັກໂກ ທຸກທ້າຍອາທິດຍາມໃດກໍ່ໄດ້ຍິນສຽງຝຶກເວົ້າພາສາ ຫວຽດ ຂອງຊາວ ຫວຽດນາມ ລຸ້ນທີ 2, ທີ 3. ໂດຍບໍ່ຈຳແນກເກນອາຍຸ, ເພດໄວ ລະດັບຄວາມຮູ້, ນັກຮຽນແຕ່ລະຄົນທີ່ເຂົ້າຮ່ວມຫ້ອງຮຽນພາສາ ຫວຽດ ຄືແນວນີ້ ລ້ວນແຕ່ປາດຖະໜາຢາກແລກປ່ຽນສື່ສານກັບພໍ່ແມ່, ສະມາຊິກໃນຄອບຄົວເປັນພາສາ ຫວຽດ ໄດ້ຢ່າງຄ່ອງແຄ້ວ, ກໍຄືໜູນຊ່ວຍຄອບຄົວເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນໄດ້ເປັນຢ່າງດີ. ນ້ອງ ເລໂດ້ຕວນຮືງ, ໃຫ້ຮູ້ວ່າ:

        “ຫຼານເປັນຊາວ ຫວຽດນາມ, ພໍ່ແມ່ກໍ່ແມ່ນຊາວ ຫວຽດນາມ ສະນັ້ນ ຫຼານຈຶ່ງຮຽນພາສາ ຫວຽດ ເພື່ອສາມາດພົວພັນແລກປ່ຽນສື່ສານກັບທຸກຄົນໄດ້. ຖ້າພໍ່ແມ່ເຈັບເອັນອຸ່ນເປັນ ຫຼານຈະແມ່ນຜູ້ແປພາສາ ຫວຽດ ອອກເປັນພາສາ ເຊັກໂກ ກັບທ່ານໝໍໃຫ້ຖືກຕ້ອງຕາມສຳນວນຄຳເວົ້າເພື່ອຊ່ວຍພໍ່ແມ່”.

        ກວ່າ 17 ປີເຂົ້າຮ່ວມການສິດສອນໃຫ້ຊາວ ຫວຽດນາມ ລຸ້ນຕ່າງໆນັ້ນ, ເອື້ອຍຄູ ເລຮົ່ງຍຸງ ໃຫ້ຮູ້ວ່າ ຄວາມຫຍຸ້ງຍາກໃນການສິດສອນ ແລະ ເລື່ອງຮຽນຢູ່ຕ່າງປະເທດ ນັກຮຽນຈະບໍ່ມີເວລາຫຼາຍເພື່ອເວົ້າພາສາ ຫວຽດ; ການສອນພັດຈັດຂຶ້ນໃນທ້າຍອາທິດຜູ້ທີ່ມາຮຽນກໍ່ຢູ່ໃນເກນອາຍຸ, ເພດໄວທີ່ແຕກຕ່າງກັນ, ສະນັ້ນ ເລື່ອງແຕ່ງບົດສອນໃຫ້ເໝາະສົມກັບແຕ່ລະກຸ່ມເພດໄວ, ເກນອາຍຸແມ່ນປະສົບກັບຄວາມຫຍຸ້ງຍາກ ແລະ ຈຳກັດຫຼາຍຢ່າງ. ເຖິງວ່າມີຄວາມຫຍຸ້ງຍາກຄືແນວນັ້ນກໍ່ຕາມ ແຕ່ຄູອາຈານຍັງມານະພະຍາຍາມຊອກຫາວິທີສອນພາສາ ຫວຽດ ໃຫ້ໄດ້ໄວ, ເຂົ້າໃຈງ່າຍທີ່ສຸດແກ່ຜູ້ມາຮຽນ ດ້ວຍຄະຕິເຕືອນໃຈທີ່ວ່າ ຖ້າຮັກສາພາສາ ຫວຽດ ໄດ້ນັ້ນ ແມ່ນສາມາດຮັກສາວັດທະນະທຳທີ່ເປັນມູນເຊື້ອໄວ້ໄດ້. ເອື້ອຍຄູ ເລຮົ່ງຍຸງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຂົ້າຮ່ວມການສອນພາສາ ຫວຽດ ຢູ່ ເຊັກໂກ ຍ້ອນວ່າ ຄົນລຸ້ນທີ 2, ທີ 3 ກຳເນີດ, ເຕີບໃຫຍ່ຂຶ້ນຢູ່ ເຊັກໂກ ສະນັ້ນພາສາ ເຊັກໂກ ແມ່ນພາສາ ແມ່. ຂ້າພະເຈົ້າເຫັນວ່າ ພວກນ້ອງບໍໍ່ໄດ້ພົບປະກັບຊາວ ຫວຽດນາມ ຫຼື ບໍ່ໄດ້ໂອ້ລົມສື່ສານນຳກັນເປັນພາສາ ຫວຽດ ຫຼາຍພໍເທົ່າໃດ, ສະນັ້ນຈຶ່ງເວົ້າພາສາ ຫວຽດ ບໍ່ເກັ່ງ. ຂ້າພະເຈົ້າຄິດວ່າ ຖ້າຫາກສະພາບການນີ້ຍັງເກີດຂຶ້ນ, ແມ່ນພວກເຮົາບໍ່ສາມາດ ຮັກສາພາສາໄວ້ໄດ້ ແລະ ກໍ່ຈະບໍ່ສາມາດຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ ໄດ້ນຳອີກ. ສະນັ້ນ, ຂ້າພະເຈົ້າຕົກລົງເຂົ້າຮ່ວມການສອນ ແລະ ຊ່ວຍໃຫ້ໄດ້ພວກນ້ອງຮຽນພາສາ ຫວຽດ ໃຫ້ຢ່າງໜ້ອຍສຸດແມ່ນສາມາດໂອ້ລົມເວົ້າກັບພໍ່ແມ່ໄດ້ ແລະ ຫຼັງຈາກນັ້ນແມ່ນຕ້ອງຂຽນໃຫ້ຖືກຕ້ອງ”.

        ສຳລັບປະຊາຄົມຊາວກວ່າ 80.000 ຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສ.ເຊັກໂກ, ເລື່ອງຮັກສາ, ຍົກສູງຄວາມຮັບຮູ້ກ່ຽວກັບພາສາ ຫວຽດ ຈະສວມບົດບາດສຳຄັນໃນການອະນຸລັກຮັກສາ ແລະ ແຜ່ກະຈາຍສີສັນວັດທະນະທຳຊາວ ຫວຽດນາມ ຢູ່ຕ່າງປະເທດ. ທ່ານ ຫງວຽນຢຸຍຽນ, ປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຄິດວ່າ, ຖ້າພາສາ ຫວຽດ ຍັງມີຖືກຮັກສາດີນັ້ນ ມີປະເທດກໍ່ຍັງຍືນຍົງຄົງຕົວ. ສຳລັບປະຊາຄົມແລ້ວ ກໍ່ຍັງຮັກສາພາສາ ຫວຽດ ໄດ້ນັ້ນຈະສາມາດຮັກສາສີສັນວັດທະນະທຳຂອງຊາດໄດ້ ແລະ ປະຊາຄົມນັ້ນຍັງຍືນຍົງຄົງຕົວ; ໃນຄອບຄົວ ຖ້າຍັງສື່ສານກັນເປັນພາສາ ຫວຽດ ນັ້ນ ຈະແມ່ນການເຊື່ອມຕໍ່ສະໜິດຕິດພັນລະຫວ່າງລຸ້ນຕ່າງໆໃນຄອບຄົວໃຫ້ແໜ້ນແຟ້ນ ແລະ ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າຂອງຊາດ. ສະນັ້ນ, ຂ້າພະເຈົ້າຄິດວ່າ, ການສອນພາສາ ຫວຽດ ຢູ່ທີ່ນີ້ແມ່ນການຮ່ວມມື, ຄວາມຕັດສິນໃຈຂອງປະຊາຄົມ, ຂອງສັງຄົມ ແລະ ຄອບຄົວ ເພື່ອໃຫ້ພວກເຮົາສາມາດອານຸລັກຮັກສາພາສາ ຫວຽດ ໄວ້ໄດ້”.

        ເລື່ອງຮັກສາພາສາ ຫວຽດ ຢູ່ໃນແຕ່ລະຄອບຄົວແມ່ນຄວາມປາດຖະໜາ, ຄວາມຫວັງຂອງຊາວ ຫວຽດນາມ ລຸ້ນຕ່າງໆທີ່ພວມອາໄສຢູ່ຕ່າງປະເທດ. ນັ້ນກໍ່ແມ່ນກຳລັງໜູນເພື່ອໃຫ້ລຸ້ນຄົນຕໍ່ໆໄປໄດ້ສືບທອດ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາວ ຫວຽດນາມ ໃຫ້ຫຼາຍກວ່າເກົ່າ, ເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນໃຫ້ເປັນຢ່າງດີກວ່າ. ການຮັກສາພາສາ ຫວຽດ ກໍ່ແມ່ນການຮັກສາຈິດວິນຍານຂອງຊາດ, ແມ່ນການເຊື່ອມຕໍ່ຊາວ ຫວຽດນາມ ຢູ່ທົ່ວ 5 ທະວີບ ກໍຄືແມ່ນຂົວເຊື່ອມຕໍ່ມິດຕະພາບກັບເພື່ອນມິດໃນທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ