ປະຊາຊົນໃນທົ່ວປະເທດມຸ່ງໄປສູ່ວັນບຸນໃຫຍ່ຂອງປະເທດຊາດ

(VOVWORLD) -ໃນຊຸມມື້ນີ້, ຢູ່ບັນດາເສັ້ນທາງຈາກເຂດຕົວເມືອງ, ຊົນນະບົດ ຕະຫຼອດຮອດເຂດພູດອຍ, ເຂດທະເລໝູ່ເກາະ ຄືດັ່ງ “ໄດ້ນຸ່ງຊຸດເສື້ອໃໝ່” ດ້ວຍບັນດາປ້າຍຄຳຂວັນ, ທຸງຊາດ, ດອກໄມ້ເພື່ອຂ່ຳນັບຮັບຕ້ອນວັນເລືອກຕັ້ງ.
ປະຊາຊົນໃນທົ່ວປະເທດມຸ່ງໄປສູ່ວັນບຸນໃຫຍ່ຂອງປະເທດຊາດ - ảnh 1ວັນທີ 23 ພຶດສະພາ, ບັນດາສະຖານທີ່ປ່ອນບັດຈະເປີດປະຕູ, ຕ້ອນຮັບຜູ້ມີສິດເລືອກຕັ້ງໄປປ່ອນບັດ
(ພາບ: daklak.gov.vn)

ວັນທີ 23 ພຶດສະພາ, ຜູ້ມີສິດເລືອກຕັ້ງຫວຽດນາມ ກວ່າ 69 ລ້ານຄົນຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນອາຍຸການ 2021-2026. ບັນຍາກາດຂອງວັນບຸນໄດ້ແຜ່ກະຈາຍສູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ

ໃນຊຸມມື້ນີ້, ຢູ່ບັນດາເສັ້ນທາງຈາກເຂດຕົວເມືອງ, ຊົນນະບົດ ຕະຫຼອດຮອດເຂດພູດອຍ, ເຂດທະເລໝູ່ເກາະ ຄືດັ່ງ “ໄດ້ນຸ່ງຊຸດເສື້ອໃໝ່” ດ້ວຍບັນດາປ້າຍຄຳຂວັນ, ທຸງຊາດ, ດອກໄມ້ເພື່ອຂ່ຳນັບຮັບຕ້ອນວັນເລືອກຕັ້ງ. ສຽງໂທລະໂຄ່ງໄດ້ສົ່ງໄປທົ່ວເຂດຢ່າງສະເໝີ ເພື່ອສະໜອງຂໍ້ມູນຂ່າວກ່ຽວກັບວຽກງານເລືອກຕັ້ງເຖິງປະຊາຊົນທ້ອງຖິ່ນແຕ່ລະຄົນ.

ຕາແສງ ໂມ່ເຍ່, ເມືອງພູສູງ ໝູ່ກາງຈາຍ, ແຂວງ ອຽນບ໊າຍ ມີຜູ້ມີສິດເລືືອກຕັ້ງກວ່າ 3.000 ຄົນດຳລົງຊີວິດແບບກະແຈກກະຈາຍຢູ່ຫຼາຍໝູ່ບ້ານ. ເລື່ອງໂຄສະນາວຽກງານເລືອກຕັ້ງຜ່ານລະບົບໂທລະໂຄ່ງ ແລະ ລຳໂພງເຄື່ອນທີແມ່ນມີປະສິດທິຜົນທີ່ສຸດ. ອ້າຍ ຊຸ່ງອາເຊີ, ພະນັກງານຂະແໜງວັດທະນະທຳຕາແສງ ໂມ່ເຍ່ ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ເປີດລະບົບໂທລະໂຄ່ງຢູ່ຕາແສງ 2 ເທື່ອ/ວັນ, ເປັນຕົ້ນແມ່ນໃນຕອນເຊົ້າ ແລະ ຕອນແລງ. ສຳລັບລຳໂພງເຄື່ອນທີນັ້ນ, ຢ່າງໜ້ອຍສຸດ 3 ມື້ໄດກໍໄປເຖິງແຕ່ລະໝູ່ບ້ານເທື່ອໜຶ່ງເປັນລຳດັບ, ສ່ວນຫຼາຍແມ່ນເລືອກເອົາເວລາທີ່ພໍ່ແມ່ປະຊາຊົນພວມຢູ່ເຮືອນ ເພື່ອໃຫ້ທຸກຄົນມີຄວາມເຂົ້າໃຈ ແລະ ກຳໄດ້ຄວາມສຳຄັນຂອງວຽກງານເລືອກຕັ້ງ”.

ຜ່ານວຽກງານໂຄສະນາ ກໍສາມາດເຂົ້າໃຈໄດ້ຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງ, ກໍ່ຄືສິດ ແລະ ພັນທະຂອງຕົນເອງ, ສະນັ້ນຜູ້ມີສິດເລືອກຕັ້ງເຂດພູສູງ ໂມ່ເຍ່ ລ້ວນແຕ່ກຳໄດ້ບັນດາຂໍ້ມູນຂ່າວ ເພື່ອຄັດເລືອກເອົາຜູ້ເປັນຕົວແທນໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງຕົນ. ຜູ້ມີສິດເລືອກຕັ້ງ ອາລື, ຢູ່ບ້ານ ນ່າຮ໊າງ, ຕາແສງ ໂມ່ເຍ່, ເວົ້າຄວາມໃນໃຈສູ່ຟັງວ່າ:

“ພວກຂ້າພະເຈົ້າໄດ້ເຂົ້າຮ່ວມການພົບປະກັບຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນໂດຍກົງ, ໄດ້ຮັບຟັງໂຄງການເຄື່ອນໄຫວຂອງແຕ່ລະຄົນ, ສະນັ້ນ ໄດ້ລໍ້ຖ້າຮອດມື້ເຮົາໄດ້ໄປປ່ອນບັດເພື່ອຄັດເລືອກເອົາບັນດາຜູ້ທີ່ດີເດັ່ນ, ເປັນຕົວແທນໃຫ້ສຽງເວົ້າ ແລະ ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງຢູ່ເຂດພູສູງ”.

ບ້ານ ເອອາ ຕາມ, ນະຄອນ ບວນເມທວດ, ແຂວງ ດັ໊ກລັ໊ກ ມີຜູ້ມີສິດເລືອກຕັ້ງກວ່າ 22.000 ຄົນ, ດ້ວຍສະຖານທີ່ປ່ອນບັດ 14 ແຫ່ງ. ໃນນັ້ນມີຜູ້ມີສິດເລືອກຕັ້ງໜຸ່ມ, ຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຄັ້ງທຳອິດປະມານ 35%. ເຮີ ຊິງ ກບຣົງ, ນັກສຶກສາປີທີ 2, ມະຫາວິທະຍາໄລ ໄຕງວຽນ, ແຂວງ ດັ໊ກລັ໊ກ, ແບ່ງປັນວ່າ.

“ນີ້ແມ່ນຄັ້ງທຳອິດທີ່ນ້ອງໄດ້ໄປປ່ອນບັດເລືອກຕັ້ງ, ສະນັ້ນນ້ອງມີຄວາມຕື້ນຕັນໃຈເມື່ອໄດ້ປະຕິບັດສິດພົນລະເມືອງຂອງຕົນ. ນ້ອງໄດ້ຊອກຮູ້ກ່ຽວກັບບັນດາຜູ້ສະໝັກຮັບເລືອກຕັ້ງ ເພື່ອຮອດມື້ ໄປປ່ອນບັດຈະຄັດເລືອກເອົາຜູ້ມີຄວາມເກັ່ງກ້າສາມາດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ທ້ອງຖິ່ນ”.

ຢູ່ເກາະ ເຈີ່ນ ຂຶ້ນກັບໝູ່ເກາະ ໂກໂຕ, ແຂວງ ກວາງນິງ, ປະຊາຊົນໄດ້ເຂົ້າຮ່ວມການເຮັດອະນາໄມສິ່ງແວດລ້ອມ, ປະດັບປະດາເຮືອນຊານບ້ານຊອງ ທັດສະນີຍະພາບເພື່ອກະກຽມໃຫ້ວັນເລືອກຕັ້ງ. ເອື້ອຍ ຫງວຽນທິແກງ, ເລຂາພັກບ້ານ, ນາຍບ້ານໆເກາະ ເຈິ່ນ, ມີຄວາມເຊື່ອໝັ້ນວ່າ.

“ໂຄງການເຄື່ອນໄຫວຂອງບັນດາຜູ້ສະໝັກຮັບເລືອກຕັ້ງມີຄວາມຕິດພັນກັບບັນດາຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢູ່ເກາະ ເຈິ່ນ. ຫວັງວ່າ, ບັນດາຜູ້ສະໝັກຮັບເລືອກຕັ້ງຈະເຮັດຫລ້ອນໜ້າທີ່ຂອງຕົນຄືໄດ້ໝັ້ນໝາຍກັບຜູ້ມີສິດເລືອກຕັ້ງ, ໃນໄລຍະຈະມາເຖິງນີ້ຈະເອົາໃຈໃສ່ຫຼາຍກວ່າເຖິງການຊ່ວຍໜູນສັງຄົມ, ສາທາລະນະສຸກ, ການສຶກສາຢູ່ເຂດເກາະທີ່ຫ່າງໄກ, ລະດົມກຳລັງໃຈແກ່ທະຫານ, ປະຊາຊົນຢູ່ເກາະ ເຈິ່ນ ຢ່າງທັນການ ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈທຳການຜະລິດ, ຕິດພັນກັບທະເລ, ໝູ່ເກາະ ແລະ ສາມັກຄີກັບກຳລັງປະກອບອາວຸດເພື່ອປົກປັກຮັກສາເຂດທະເທ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.”

ວັນທີ 23 ພຶດສະພາ, ບັນດາສະຖານທີ່ປ່ອນບັດຈະເປີດປະຕູ, ຕ້ອນຮັບຜູ້ມີສິດເລືອກຕັ້ງໄປປ່ອນບັດ. ຜູ້ມີສິດເລືອກຕັ້ງກໍ່ພ້ອມແລ້ວທີ່ຈະເຂົ້າຮ່ວມວັນບຸນໃຫຍ່, ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງໃໝ່ຕໍ່ບັນດາຜູ້ແທນປະຊາຊົນທີ່ໄດ້ເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ