ປະ​ສິດ​ທິ​ຜົນ​ຂອງ​ຮູບ​ແບບ​ລ້ຽງ​ກຸ້ງ​ກ້າມ

(VOVWORLD) -    ຮູບແບບລ້ຽງກຸ້ງກ້າມໃນບໍລິເວນຕາແສງແທັ້ງໝີ, ເມືອງວີງແທັງ, ນະຄອນເກິ່ນເທີໄດ້ຊ່ວຍປະຊາຊົນຫຼາຍຄົນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ນີ້ໄດ້ຮັບຖືວ່າແມ່ນຮູບແບບພັດທະນາເສດຖະກິດຄອບຄົວຊາວກະສິກອນນຳມາເຊິ່ງມູນຄ່າສູງ, ມີລາຍຮັບສູງກວ່າແຕ່ 3 – 4 ເທົ່າເມື່ອທຽບໃສ່ກັບການປູກເຂົ້າໃນເມື່ອກ່ອນ.
ປະ​ສິດ​ທິ​ຜົນ​ຂອງ​ຮູບ​ແບບ​ລ້ຽງ​ກຸ້ງ​ກ້າມ - ảnh 1ລາຍຮັບຈາການລ້ຽງກຸ້ງກ້າມແຕ່ 70 - 100 ລ້ານດົ່ງ/ເຮັກຕາ/ປີ

ຮູບແບບລ້ຽງກຸ້ງກ້າມ ໂດຍຂະແໜງກະສິກຳ ນະຄອນເກິ່ນເທີ ຜັນຂະຫຍາຍໃນບໍລິເວນຕາແສງແທງ້ໝີ, ເມືອງ ວິງແທັງ ແຕ່ປີ 2016 ມາຮອດປັດຈຸບັນ ດ້ວຍເນື້ອທີ່ກວ້າງກ່ວາ 20 ເຮັກຕາ. ການລ້ຽງກຸ້ງກ້າມ ໄດ້ຮັບຖືວ່າມີສະມັດຕະພາບສູງກ່ວາຫຼາຍ ເມື່ອທຽບໃສ່ກັບການລ້ຽງກຸ້ງທຳມະດາ. ນອກຈາກການນຳໃຊ້ຫົວອາຫານກຸ້ງແລ້ວ ຜູ້ລ້ຽງກຸ້ງອາດຈະນຳໃຊ້ເຂົ້າສານໝາກພ້າວແຫ້ງເປັນອາຫານໃຫ້ກຸ້ງ ເພື່ອຫຼຸດຜ່ອນຄ່າຫົວອາຫານໃນການລ້ຽງກຸ້ງ. ຍິ່ງໄປກ່ວານັ້ນ, ກຸງກ້າມ ສາມາດປັບຕົວໃຫ້ແທດເໝາະກັບເງື່ອນໄຂປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຊຶມເຂົ້າ ຢູ່ເທດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ດ້ວຍເນື້ອທີ່ລ້ຽງກຸ້ງກ້າມກ່ວາ 1 ເຮັກຕາທີ່ໃກ້ຈະຮອດລະດູການສົ່ງອອກ, ລຸງ ຫງວຽນເລຈຸງ, ຢູ່ ຕະແສງແທັງໝີ ໄດ້ແບ່ງປັນວ່າ ນັບແຕ່ເວລາປ່ຽນມາເປັນຮູບແບບລ້ຽງກຸ້ງກ້າມນີ້, ລາຍຮັບສະເລ່ຍຕໍ່ປີຂອງຄອບຄົວລຸງ ບັນລຸໄດ້ກ່ວາ 100 ລ້ານດົ່ງ, ເພີ່ມຂຶ້ນທົບ 3 ເທົ່າເມື່ອທຽບໃສ່ກັບການປູກເຂົ້າ.

ນັບແຕ່ເມື່ອຂະແໜງອຸດສາຫະກຳ ນະຄອນເກິ່ນເທີ ໄດ້ຈັດການຝຶກອົບຮົມ, ຖ່າຍທອດເຕັກນິກລຸ້ຽງກຸ້ງກ້າມແຕ່ປີ 2016, ມາຮອດປັດຈຸບັນ, ເສດຖະກິດຄອບຄົວ ລຸງ ເລວັນຟຽມ ຢູ່ຕາແສງ ແທັງໝີ ກໍ່ມີຄວາມເປັນປົກກະຕິ. ແຕ່ລະປີ, ຄອບຄົວລຸງ ສ້າງລາຍຮັບມາໄດ້ ປະມານ 200 ລ້ານດົ່ງ, ພາຍຫຼັງຫັກຄ່າໃຊ້ຈ່າຍຕ່າງໆໃນການລ້ຽງ ກໍ່ມີກຳໄລແຕ່ 70 – 100 ລ້ານດົ່ງ/ປີ. ລຸງ ເລວັນຟຽມ ແບ່ງປັນວ່າ:

ການລ້ຽງກຸ້ງຜູ້ ຂອງຂ້າພະເຈົ້າໃນປັດຈຸບັນ ກໍ່ບັນລຸໄດ້ສິດທິຜົນ, ໄລຍະທີ່ຜ່ານມາ, ຂ້າພະເຈົ້າປູກເຂົ້າ ແຕ່ລາຄາບໍ່ເປັນປົກກະຕິ, ປັດຈຸບັນລ້ຽງກຸ້ງລາຄາກໍ່ດີຂຶ້, ແຕ່ປີນີ້ລາຄາຂອງກຸ້ງບໍ່ໄດ້ດີປານໃດ. ດັ່ນັ້ນ, ພໍ່ແມ່ປະຊາຊົນມີຄວາມຕ້ອງການວ່າ ລັດຈະລົງທຶນແນວໃດເພື່ອໃຫ້ກຸ້ງມີລາຄາທີ່ສູງກ່ວາ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ.

ປັດຈຸບັນ ຕະແສງແທັງໝີ ສ່ວນຫຼາຍປູກເຂົ້າ, ລ້ຽງປາຈາ, ສ່ວນເນື້ອທີ່ລ້ຽງກຸ້ງປະມານເກືອບ 21 ເຮັກຕາ. ໃນໄລຍະຈະມາເຖິງ, ຕະແສງແທັງໝີ ຈະເປີດກ້ວາງເນື້ອທີ່ລ້ຽງກຸ້ງກ້າມສົມທົບກັບການປູກເຂົ້າ. ການລ້ຽງກຸ້ງກ້າມ ສະຫຼັບກັບການປູກເຂົ້າໃນນາ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດເທົ່ານັ້ນ ຫາກຍັງເຮັດໃຫ້ປ່ຽນແປງຄວາມຊີນເຄີຍໃນການຜະລິດແບບດັ້ງເດີມ, ຜະລິດອອກຜະລິດຕະພັນປອດສານພິດ. ພ້ອງທັງ, ການປູກລ້ຽງສະຫຼັບກັນນັ້ນ ກໍຍັງສ້າງຄວາມກົມກຽວກັນໃນສະພາບແວດລ້ອມແຫ່ງການເຕີບໂຕລະຫວ່າງ ກຸ້ງ ແລະ ຕົ້ນເຂົ້າ, ຫຼຸດຜ່ອນພະຍາດ, ສວຍໃຊ້ເນື້ອທີ່, ນຳໃຊ້ອາຫານທີ່ຍັງເຫຼືອ ເພີ່ມເຕີມ ເຊິ່ງກັນແລະກັນ. ໄປຄຽງຄູ່ກັນນັ້ນ, ຕາແສງຍັງເຊື່ອມຕໍ່ກັບບັນດາວິສາຫະກິດເພື່ອຊອກຫາສົ້ນອອກຢ່າງມີສະຖຽນລະພາບໃຫ້ແກ່ກຸ້ງ. ທ່ານ ຫງວຽນກ໊ວກຮຸຍ, ພະນັກງານສົ່ງເສີມກະສິກຳຕາແສງແທັງໝີ ໃຫ້ຮູ້ວ່າ:

ຜົນກຳປະມານ 70 – 100 ລ້ານດົ່ງ/ເຮັກຕາ/ປີ, ກຳໄລຈາກເຂົ້າກໍ່ໄດ້ຕື່ມອີກ 18 – 22 ລ້ານດົ່ງ. ຍອດກຳໄລປີໜຶ່ງ, ໃນເນື້ອທີ່ 1 ເຮັກຕາ ຂອງການລ້ຽງກຸ້ງ ແລະ ປູກເຂົ້າ ບັນລຸໄດ້ປະມານ 130 ລ້ານດົ່ງ, 140 ລ້ານດົ່ງ.

ຂະແໜງກະສິກຳ ນະຄອນເກິ່ນເທີ ຈະຖືຮູບແບບການລ້ຽງກຸ້ງກ້າມຢູ່ ຕາແສງແທັງໝີ ເປັນຮູບແບບທີ່ຈະໄດ້ຮັບການທະວີຄູນໃນວົງກ້ວາງໃຫ້ແກ່ບັນດາເມືອງຕ່າງໆ. ໃນນັ້ນ, ທາງທ້ອງຖິ່ນຈະເອົາໃຈໃສ່ເຖິງການຈັດສັນ ເຂດລ້ຽງກຸ້ງ, ຮາກຖານຜະລິດກຸ້ງພັນທີ່ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ມາຍນາມ, ຮອງຫົວໜ້າສູນການບໍລິການກະສິກຳ ນະຄອນເກິ່ນເທີ ໃຫ້ຮູ້ວ່າ:

ມາຮອດປັດຈຸບັນ, ອາດເຫັນໄດ້ວ່າ ການລ້ຽງກຸ້ງນຳມາເຊິ່ງປະສິດທິຜົນສູງກ່ວາເມື່ອທຽບໃສ່ກັບການປູກເຂົ້າ. ຕາມແຜນນະໂຍບາຍຂອງຂະແໜງກະສິກຳ, ພວກຂ້າພະເຈົ້າໄດ້ເລີ່ມຫັນໄປຍັງການລ້ຽງສິນໃນນ້ຳ, ປູກຕົ້ນໄມ້ກິນໝາກ ຫຼັງຈາກນັ້ນຈິ່ງຮອດການປູກເຂົ້າ. ພວກຂ້າພະເຈົ້າຍັງຮັກສາຮູບແບບນີ້ຢູ່ ຕະແສງແທັງໝີ, ເມືອງ ວິງແທັງ ແລ້ວຈະຄ່ອຍໆທະວີຄູນຮູບແບບນີ້ຢູ່ເມືອງເກີດໍ ແລະ ເມືອງ ທົດໜົດ.

ໃນໄລຍະເບື້ອງຕົ້ນ, ຮູບແບບລ້ຽງກຸ້ມກ້າມ ຢູ່ຕາແສງ ແທັງໝີ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ ແລະ ຜົນກຳໄລສູງໃຫ້ແກ່ປະຊາຊົນ. ຮູບແບບການ Start up ລ້ຽງກຸ້ງກ້າມ ໄດ້ສ້າງການຫາເງິນລ້ຽງຊີບແບບຍືນຍົງໃຫ້ແກ່ປະຊາຊົນ, ຊ່ວຍໃຫ້ຂະແໜງກະສິກຳ ແຂວງ ເກິ່ນເທີ ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ