ປ່ຽນແປງໃໝ່ແລະດັດປັບໃຫ້ແທດເໝາະກັບການເບິ່ງແຍງດູແລໃຫ້ເດັກໃນສະພາບເກີດໂລກລະບາດ

(VOVWORLD) -ໂລກລະບາດໂຄວິດ-19 ພວມມີການຜັນແປທີ່ສັບສົນໃນວົງກວ້າງເຮັດໃຫ້ການເຄື່ອນໄຫວເບິ່ງແຍງດູແລເດັກໃນໂອກາດນີ້ຖືກຈຳກັດ.
ປ່ຽນແປງໃໝ່ແລະດັດປັບໃຫ້ແທດເໝາະກັບການເບິ່ງແຍງດູແລໃຫ້ເດັກໃນສະພາບເກີດໂລກລະບາດ - ảnh 1(ອຳນາດການປົກຄອງນະຄອນ ຫາຍເຢືອງ  ມອບຂອງຂວັນໃຫ້ເດັກຢູ່ເຂດແຍກຕົວ, ຈຳກັດບໍລິເວນຢູ່ນະຄອນ ຫາຍເຢືອງ)

ວັນເດັກສາດົນ 01 ມິຖຸນາ 2021 ຖືກກັບຈຸດເວລາໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ. ເຖິງວ່າບໍ່ໄດ້ຈັດການເຄື່ອນໄຫວເຕົ້າໂຮມກັນລະຫຼິ້ນຍ້ອນໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ຈາກຂັ້ນສູນກາງ ແລະ ລົງຮອດທ້ອງຖິ່ນລ້ວນແຕ່ມີການປ່ຽນແປງໃໝ່ຢ່າງແທດຈິນການເບິ່ງແຍງດູແລເດັກ, ໂດຍສະເພາະແມ່ນພວກເດັກທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກຢູ່ເຂດແຍກຕົວຍ້ອນໂຄວິດ-19. ຜ່ານນັ້ນ, ປະກອບສ່ວນສ້າງບັນຍາກາດທີ່ອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງໃນວັນເດັກສາກົນ ແລະ ຮັບປະກັນຄວາມປອດໄພໃນວຽກງານປ້ອງກັນ, ຕ້ານໂລກລະບາດ.

        ວັນເດັກສາກົນປີ 2021 ແມ່ນພິເສດທີ່ສຸດສຳລັບເດັກຫຼາຍຄົນຢູ່ເຂດແຍກຕົວ, ຈຳກັດບໍລິເວນຢູ່ນະຄອນ ຫາຍເຢືອງ. ມີເດັກນັບຮ້ອຍຄົນຢູ່ນະຄອນນີ້ຕ້ອນຮັບວັນເດັກສາກົນ 01 ມິຖຸນາ ໃນ 12 ເຂດຈຳກັດບໍລິເວນ.

        ເອື້ອຍ ຫງວຽນທູຈາງ ຢູ່ຖະໜົນ ຟ້າມຮົ່ງທ໊າຍ, ນະຄອນ ຫາຍເຢືອງ ໃຫ້ຮູ້ວ່າ: ປີນີ້, ຍ້ອນຢູ່ໃນເຂດຖືກຈຳກັດບໍລິເວນ ສະນັ້ນເອື້ອຍ ຈາງ ພຽງແຕ່ຮຽກການຊ່ວຍເຫຼືອຈາກກຳລັງເວນຍາມຊື້ຂອງກິນ ແລະ ຂອງຂວັນນ້ອຍໆເພື່ອມອບໃຫ້ລູກຂອງຕົນ.

        “ພວກເດັກຖືກເສຍປຽບຍ້ອນບໍ່ໄດ້ໄປເຖິງເຂດລະຫຼິ້ນໃນໂອກາດນີ້, ບໍ່ໄດ້ຈັດການເຄື່ອນໄຫວຟົດຟື້ນຢູ່ນອກ, ຫາກພຽງແຕ່ຫຼິ້ນໃນເຮືອນເທົ່ານັ້ນ. ຂ້າພະເຈົ້າຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໂດຍໄວເພື່ອໃຫ້ພວກເດັກໄດ້ລະຫຼິ້ນຢ່າງມ່ວນຊື່ນ”

        ແບ່ງປັນກ່ຽວກັບຄວາມເສຍປຽບຂອງເດັກໃນວັນບຸນເດັກສາກົນ 01 ມິຖຸນາ, ອຳນາດການປົກຄອງນະຄອນ ຫາຍເຢືອງ ໄດ້ແຕ່ງຕັ້ງຄະນະໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດານັກຮຽນເຊິ່ງແມ່ນລູກເຕົ້າຂອງກຳມະກອນ, ພາລະກອນຜູ້ອອກແຮງງານທີ່ພວມຢູ່ເຂດແຍກຕົວລວມໝູ່… ເອື້ອຍ ຫງວຽນເລ້ຈີ, ເລຂາຄະນະຊາວໜຸ່ມນະຄອນ ຫາຍເຢືອງ ໃຫ້ຮູ້ວ່າ, ກຳລັງຊາວໜຸ່ມອາສາສະໝັກໄດ້ແບ່ງປັນ, ລະດົມກຳລັງໃຈເປັນປະຈຳ, ເອົາໃຈໃສ່, ໜູນຊ່ວຍນັບແຕ່ຄາບເຂົ້າ, ຕະຫຼອດຮອດຄວາມມຸ່ງມາດປາດຖະໜາຢາກຊື້ໜັງສືພິມ, ປື້ມໃຫ້ແ່ກເດັກ.

        “ພວກຂ້າພະເຈົ້າກໍ່ໄດ້ເຮັດຂອງຂວັນມອບໃຫ້ພວກເດັກ, ມີບັນດາຄຳອວຍພອນ, ບັດອວຍພອນ ໂດຍພະນັກງານຄະນະຊາວໜຸ່ມ, ກອງເຍົາວະຊົນອະນຸຊົນເຮັດ ແລະ ຝາກຝັງນ້ຳໃຈຄວາມຮັກແພງ, ຄຳລະດົມກຳລັງໃຈ ຂອງບັນດາພະນັກງານຊາວໜຸ່ມ, ກໍຄືນັກຮຽນຢູ່ນອກເຂດແຍກຕົວທີ່ຢາກສົ່ງເຖິງພວກເດັກ”.

ປ່ຽນແປງໃໝ່ແລະດັດປັບໃຫ້ແທດເໝາະກັບການເບິ່ງແຍງດູແລໃຫ້ເດັກໃນສະພາບເກີດໂລກລະບາດ - ảnh 2(ການເຄື່ອນໄຫວ “ແລກຂີ້ເຫຍື້ອເອົາຂອງຂວັນ”)

ໂລກລະບາດໂຄວິດ-19 ພວມມີການຜັນແປທີ່ສັບສົນໃນວົງກວ້າງເຮັດໃຫ້ການເຄື່ອນໄຫວເບິ່ງແຍງດູແລເດັກໃນໂອກາດນີ້ຖືກຈຳກັດ. ແຕ່ດ້ວຍຈິດໃຈ “ເພື່ອພວກນ້ອງທີ່ຮັກແພງ”, ສະພາກອງເຍົາວະຊົນ, ອະນຸຊົນນະຄອນ ເກິນເທີ ໄດ້ສ້າງຫຼາຍລາຍການ ແລະ ປ່ຽນແປງໃໝ່ວິທີເຄື່ອນໄຫວເພື່ອເບິ່ງແຍງດູແລໃຫ້ພວກເດັກຮັບມືກັບສະພາບໂລກລະບາດຄືໃນປະຈຸບັນ. ພົ້ນເດັ່ນແມ່ນການເຄື່ອນໄຫວ “ແລກຂີ້ເຫຍື້ອເອົາຂອງຂວັນ”. ການເຄື່ອນໄຫວນີ້ໄດ້ຮັບການຜັນຂະຫຍາຍນັບແຕ່ກາງເດືອນ ພຶດສະພາ, ຢູ່ເມືອງ ນິງກ່ຽວ, ນະຄອນ ເກິນເທີ. ນ້ອງ ຫວູຈ້ອງຕ່ວານ, ນັກຮຽນຫ້ອງມໍ 4, ໂຮງຮຽນປະຖົມ ກ໊າຍເຄ໊ 1, ເມືອງ ນິງກ່ຽວ ມີຄວາມເບີກບານໃຈເມື່ອໄດ້ຮັບຂອງຂວັນເຊິ່ງແມ່ນບັນດາອຸປະກອນການຮຽນທີ່ຈຳເປັນໃຫ້ແກ່ສົກຮຽນໃໝ່, ໄດ້ແບ່ງປັນວ່າ:

        “ນ້ອງມີຄວາມເບີກບານໃຈຫຼາຍຍ້ອນໄດ້ຮັບຄວາມເອົາໃຈໃສ່, ພໍ່ແມ່ກໍ່ຫຼຸດຜ່ອນຄວາມລຳບາກ, ບໍ່ຕ້ອງຊື້ເຄື່ອງໃຫ້ນ້ອງຕື່ມອີກ. ຈາກຂອງຂວັນນີ້ ນ້ອງຈະມານະພະຍາຍາມຮ່ຳຮຽນ, ປີນີ້ນ້ອງເປັນນັກຮຽນດີ, ປີຕໍ່ໄປນ້ອງຈະມານະພະຍາຍາມເປັນນັກຮຽນເກັ່ງ”.

        ເພື່ອຊ່ວຍເຫຼືອທາງດ້ານວັດຖຸໃຫ້ພວກເດັກຫຼາຍກວ່າອີກ, ສະພາກອງເຍົາວະຊົນ, ອະນຸຊົນ ໄດ້ສົມທົບກັນ, ຂົນຂວາຍບັນດາແຫຼ່ງກຳລັງສັງຄົມຮ່ວມແຮງຮ່ວມໃຈເຂົ້າຮ່ວມການຊ່ວຍເຫຼືອເດັກທີ່ປະສົບກັບຄວາມຫຍຸ້ງຍາກ. ພິເສດ, ສະພາກອງເຍົາວະຊົນ, ອະນຸຊົນ ໄດ້ປະຕິບັດ “ຖ້ຽວລົດແຫ່ງຄວາມໄຝ່ຝັນ” ຄືນໃໝ່, ເຊິ່ງແມ່ນຮູບແບບທີ່ລື້ງເຄີຍສຳລັບພວກເດັກຢູ່ເຂດຫ່າງໄກຊອກຫຼິກໃນຕະຫຼອດ 1 ກວ່າປີຜ່ານມາ. ຕາມອ້າຍ ເຟືອງເຕິນດາດ, ຮອງຫົວໜ້າສູນໜູນຊ່ວຍນັກຮຽນ, ນັກສຶກສານະຄອນ ເກີນເທີ ແລ້ວ, ເພື່ອໃຫ້ແທດເໝາະກັບສະພາບການໃໝ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, “ຖ້ຽວລົດແຫ່ງຄວາມໄຝ່ຝັນ” ໄດ້ປ່ຽນແປງໃໝ່ວິທີການເຄື່ອນໄຫວ.

        “ລາຍການ “ຖ້ຽວລົດແຫ່ງຄວາມໄຝ່ຝັນ” ໄດ້ປ່ຽນແປງວິທີການເຄື່ອນໄຫວດ້ວຍຮູບແບບແມ່ນມອບ ໃຫ້ເດັກແຕ່ລະຄົນ ໂດຍກົງແລະ ແບ່ງປັນໃຫ້ພວກນ້ອງຜ່ານເຄືອຂ່າຍບັນດາສະມາຄົມນັກສຶກສາ, ກອງນັກສຶກສາ. ຜ່ານນັ້ນຍັງປະກອບສ່ວນຊ່ວຍສຶກສາໃຫ້ພວກນ້ອງກ່ຽວກັບສະຕິປ້ອງກັນຕົວ, ປະຕິບັດຂໍ້ກຳນົດ 5 ຂໍ້”

        ສຳລັບບັນດານ້ອງນ້ອຍ, ວັນເດັກສາກົນ 01 ມິຖຸນາ ແລະ ຍາມພັກແລ້ງປີນີ້ແມ່ນພິເສດທີ່ສຸດ, ໂດຍສະເພາະແມ່ນພວກເດັກພວມຢູ່ໃນໄລຍະຖືກແຍກຕົວ, ຖືກຈຳກັດບໍລິເວນຍ້ອນໂລກລະບາດ. ເຖິງວ່າປີນີ້ບໍ່ໄດ້ລະຫຼິ້ນຄືດັ່ງຄອງຄອຍກໍ່ຕາມ, ແຕ່ແນ່ນອນວ່າ ພວກນ້ອງໄດ້ຮູ້ວ່າ ຕົນເອງພວມປະກອບສ່ວນເຂົ້າໃນໄຊຊະນະລວມໃນການຕໍ່ສູ້ກັບໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ