ມາ​ນະ​ພະ​ຍາ​ຍາມ​ຮັດ​ແຄບ​​ຊ່ອງ​ຫວ່າງ ກ່ຽວ​ກັບ​ການ​ສຳ​ຜັດ​ກັບ​ວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ການສຳຜັດກັບວັກຊິນກັນໂຄວິດ - 19 ຢ່າງສະເໝີພາບ ພວມກາຍເປັນບັນຫາຮີບດ່ວນທີ່ຕ້ອງໄດ້ຮັບການແກ້ໄຂຈາກປະຊາຄົມສາກົນ. ໃນສະພາບການທີ່ມີການແບ່ງແຍກເລິກເຊິ່ງລະຫວ່າງບັນດາປະເທດໃນໂລກກ່ຽວກັບອັດຕາປະຊາຊົນທີ່ໄດ້ຮັບການສັກວັກຊິນ, ເລື່ອງບັນລຸໄດ້ຂໍ້ຕົກລົງສາກົນກ່ຽວກັບການຮັບປະກັນກັບວັກຊິນຢ່າງສະເໝີພາບ ກໍ່ຄືບັນດາວິທີການບົ່ງມະຕິ ແລະ ປິ່ນປົວໃຫ້ຜູ້ຕິດໂຄວິດ - 19 ໂດຍໄວ ໄດ້ຮັບຖືວ່າແມ່ນພື້ນຖານເປີດຊ່ອງທາງໃຫ້ແກ່ການຟື້ນຟູເສດຖະກິດທົ່ວໂລກ ແບບຍືນຍົງ.

ມາ​ນະ​ພະ​ຍາ​ຍາມ​ຮັດ​ແຄບ​​ຊ່ອງ​ຫວ່າງ ກ່ຽວ​ກັບ​ການ​ສຳ​ຜັດ​ກັບ​ວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WTO (ພາບ: TTXVN)

ທີ່ການໂອ້ລົມສົນທະນາຄັ້ງທີ 2 ລະຫວ່າງ ອົງການອະນາໄມໂລກ (WHO) ກັບອົງການການຄ້າໂລກ (WTO) ຢູ່ເຊີແນວ ປະເທດ ສະວິດ, ໃນຫວ່າງມໍ່ມານີ້, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WTO ເນັ້ນໜັກວ່າ ການສະໜອງ ແລະ ຜັນຂະຫຍາຍການສັກວັນຊິນກັນໂຄວິດ - 19 ໄດ້ຮັບການຍູ້ໄວ, ແຕ່ສະພາບການຂາດຄວາມສະເໝີພາບກ່ຽວກັບວັກຊິນຍັງແມ່ນສິ່ງທ້າທາຍ. ເພາະສະນັ້ນ, ຕ້ອງກຳນົດບັນດາສິ່ງກີດຂວາງ ແລະ ສະເໜີບັນດາມາດຕະການ ເພື່ອເພີ່ມທະວີການຜະລິດວັກຊິນ ແລະ ຮັດແຄບຊ່ອງວ່າງຄວາມຜິດດ່ຽງທີ່ໃຫຍ່ຫຼວງກ່ຽວກັບອັດຕາຜູ້ໄດ້ສັກວັກຊິນລະຫວ່າງ ບັນດາປະເທດຮັ່ງມີ ແລະ ທຸກຍາກ.

ການສະໜອງ - ຄວາມຕ້ອງການ ແລະ ການຂາດຄວາມສະເໝີພາບ ໃນການແຈກຢາຍວັນຊິນ

ຕາມການສະຖິຕິຈາກ WHO ແລ້ວ, ໃນ 6 ເດືອນທີ່ຜ່ານມາ, ມີວັກຊິນ 1,1 ຕື້ໂດສໄດ້ຮັບການນຳໃຊ້ໃນທົ່ວໂລກ, ຫຼາຍກ່ວາ 45% ເມື່ອທຽບໃສ່ກັບ ເດືອນພຶດສະພາ ແລະສູງທົບ 2 ເທົ່າເມື່ອທຽບໃສ່ກັບເດືອນ ເມສາ. ປັດຈຸບັນ, ໂຄງການ COVAX ໄດ້ສະໜອງວັກຊິນກ່ວາ 134 ລ້ານໂດສ ໃຫ້ແກ່ 136 ພື້ນຖານເສດຖະກິດ. ການເຄື່ອນໄຫວຜະລິດວັກຊິນກໍ່ພວມເພີ່ມຂຶ້ນຫຼາຍພໍສົມຄວນ.

ຕາມບໍລິສັດຄົ້ນຄ້ວາ Airfinity ແລ້ວ, ມີວັກຊິນກ່ວາ 1 ຕື້ໂດສ ໄດ້ຮັບການຜະລິດໃນ ເດືອນ ມິຖຸນາ ທີ່ຜ່ານມາ, ອັນໄດ້ຍົກຍອດຈຳນວນສະມັດຕະພາບໃນທົ່ວໂລກໃນກາງເດືອນກໍລະກົດ ຂຶ້ນເຖິງ 3,8 ຕື້ໂດສ. ເຖິງຢ່າງໃດກໍຕາມ, ໃນຈຳນວນວັກຊິນ 1,1 ຕື້ໂດສ ທີ່ໄດ້ຮັບການນຳໃຊ້ໃນເດືອນມິຖຸນາ, ມີພຽງແຕ່ 1,4% ໄດ້ສົ່ງໄປເຖິງມືຊາວ ອາຟຼິກກາ, ກວມເອົາ 17% ປະຊາກອນທົ່ວໂລກ, ແລະ ມີພຽງແຕ່ 0,24% ໄດ້ສົ່ງໄປໃຫ້ປະຊາຊົນຢູ່ບັນດາປະເທດທີ່ມີລາຍຮັບຕ່ຳ.

ທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ເນັ້ນໜັກວ່າ ເປົ້າໝາຍທົ່ວໂລກແມ່ນ ສັກວັກຊິນຢ່າງໜ້ອຍສຸດໃຫ້ 10% ປະຊາກອນຂອງທຸກປະເທດໃນເດືອນກັນຍາ 2021, ຢ່າງໜ້ອຍສຸດ 40% ໃນທ້າຍປີນີ້ ແລະ 70% ໃນກາງເດືອນປີ 2022. ນີ້ແມ່ນບັນດາຂີດໝາຍສຳຄັນເຊິ່ງທົ່ວໂລກຕ້ອງພ້ອມກັນບັນລຸໄດ້ ເພື່ອດັບມອດໂລກລະບາດໂຄວິດ - 19. ໂລກ ພວມຕ້ອງການວັກຊິນຢ່າງໜ້ອຍສຸດ 11 ຕື້ໂດສ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍດັ່ງກ່າວ. ຫົວຫນ້າອົງການ WHO ໄດ້ເນັ້ນໜັກເຖິງການແບ່ງປັນວັກຊິນຢ່າງຮີບດ່ວນ ແມ່ນສຳຄັນທີ່ສຸດ ເພື່ອລົບລ້າງຊ່ອງຫ່ວາງການສະໜອງໃນປັດຈຸບັນ, ແຕ່ວ່າ ນີ້ຍັງແມ່ນວິທີການຊົ່ວຄາວ. ສ່ວນໃນໄລຍະຍາວ, ໂລກຕ້ອງເປີດກວ້າງຂອບຂະໜາດການຜະລິດເພື່ອເພີ່ມທະວີຈຳນວນວັກຊິນ. ສິ່ງນີ້ອາດຈະໄດ້ຮັບການປະຕິບັດດ້ວຍວິທີການລົບລ້າງບັນດາສິ່ງກີດຂວາງສຳລັບການເປີດກວ້າງຂອບຂະໜາດການຜະລິດ.

ໃນຂະນະນັ້ນ, ທ່ານຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາໂລກ WIPO Daren Tang ກໍ່ຍອມຮັບວ່າ ການແຈກຢາຍວັກຊິນກັນໂຄວິດ - 19 ໃນປັດຈຸບັນ ແມ່ນບໍ່ມີຄວາມສະໝ່ຳສະເໝີ. ການຜະລິດວັກຊິນ ຕ້ອງໄດ້ຮັບການດຳເນີນຢູ່ທຸກທະວີບ ເພື່ອໃຫ້ໂລກອາດຈະພ້ອມກັນຜ່ານຜ່າໂລກລະບາດໂຄວິດ - 19, ປົກປ້ອງຊີວິດການເປັນຢູ່ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະພື້ນຖານເສດຖະກິດຂອງບັນດາປະເທດ, ພ້ອມທັງອີກຄັ້ງໜຶ່ງອະນຸຍາດໃຫ້ການຄ້າ, ແນວຄວາມຄິດ ແລະ ມະນຸດສາມາດເຄື່ອນໄຫວໄປມາໃນທົ່ວໂລກ. ການເປີດກວ້າງຂອບຂະໜາດການຜະລິດວັກຊິນທົ່ວໂລກກໍ່ຈະມີຄວາມສຳຄັນ ເພື່ອແກ້ໄຂບັນດາໂລກລະບາດໃນອະນາຄົດ.

ເລື່ອງແກ້ໄຂບັນຫາຕິດຄັດໃນລະບົບສະໜອງ

ເລື່ອງນັບມື້ນັບສະໜອງວັກຊິນຫຼາຍກ່ວາອີກໃຫ້ໂລກ ແມ່ນສັນຍານທີ່ໜ້າປະເອີບໃຈ, ແຕ່ສະພາບການຂາດຄວາມສະເໝີພາບໃນການສຳຜັດກັບວັກຊິນກັນໂຄວິດ - 19 ລະຫວ່າງບັນດາປະເທດຮັ່ງມີ ແລະ ທຸກຍາກ ແມ່ນສາຍເຫດເຮັດໃຫ້ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນຂຶ້ນຕື່ມ. ເລື່ອງສຳຜັດກັບວັກຊິນຢ່າງມີຄວາມສະເໜີພາບ ແມ່ນເຫດຜົນຫຼັກທີ່ພາໄປເຖິງການຟື້ນຟູເສດຖະກິດຕາມຮູບຕົວອັກສອນ K, ໃນນັ້ນ ບັນດາພື້ນຖານເສດຖະກິດທີ່ກ້າວໜ້າ ແລະ ບາງພື້ນຖານເສດຖະກິດຕ່າງໆພວມບືນຕົວໄປທາງໜ້າ, ສ່ວນທີ່ເຫຼືອແມ່ນຖືກຖອຍຫຼັງໃນສະພາບການຄວາມທຸກຍາກອຶດຫິວ ແລະ ວ່າງງານເພີ່ມຂຶ້ນ.

ເຖິງຢ່າງໃດກໍຕາມ, ເພື່ອແກ້ໄຂບັນຫາຕິດຄັດຂອງລະບົບສະໜອງແມ່ນຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປັດຈຸບັນ, ຕ້ອງມີການຮ່ວມມືສາກົນຫຼາຍກ່ວາອີກ. ການສະໜອງວັກຊິນກັນໂຄວິດ - 19 ບໍ່ພຽງແຕ່ຮຽກຮ້ອງວັດຖຸດິບໃຫຍ່ທີ່ສຸດແບບບໍ່ເຄີຍມີມາກ່ອນເທົ່ານັ້ນ, ຫາກຍັງແມ່ນບັນດາວັດຖຸດິບຕ່າງໆຄື ແກ້ວ ເພື່ອຜະລິດຫຼອດບັນຈຸ ແລະ ຢາງເພື່ອຜະລິດຝາ, ໃນສະພາບການທີ່ການສະໜອງທົ່ວໂລກພວມຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19.

ໃນສະພາບການບັນດານັກຊ່ຽວຊານລ້ວນແຕ່ໃຫ້ຂໍ້ສັງເກດກ່ຽວກັບການສັກວັກຊິນຢ່າງສະໜ່ຳສະເໝີໃນທົ່ວໂລກ ອາດຈະສາມາດກູ້ເອົາຊີວິດອິນຊີຂອງຫຼາຍໆຄົນ ແລະ ຊຸກຍູ້ການຟື້ນຟູພື້ນຖານເສດະກິດທົ່ວໂລກ , ບັນດານັກຊ່ຽວຊານຍັງຖືວ່າ ເລື່ອງຮັດແຄບຊ່ອງຫວ່າງກ່ຽວກັບການສຳຜັດກັບວັກຊິນໃນທົ່ວໂລກ, ຍູ້ແຮງການຮ່ວມມືໃນການແບ່ງປັນຊັບສິນທາງປັນຍາວັກຊິນ ຈະແມ່ນກຸນແຈ ເພື່ອດັບມອດໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ