ລາຍການສິລະປະທົ່ວໂລກໜູນຊ່ວຍນັກສິລະປິນ

(vovworld) - ລາຍການ​ສິລະ​ປະ​ທີ່​ມີ​ຊື່​ສຽງ​ທົ່ວ​ໂລກ “Global Eye“ ຂອງ​ອົງການ​ປອດ​ກຳ​ໄລ  Parallel Contemporsry Art ( PCA) ​ໄດ້​ມາ​ຮອດ ຫວຽດນາມ​ແລ້ວ. ນີ້​ແມ່ນ​ລາຍການ​ໜູນ​ຊ່ວຍ​ບັນດາ​ນັກສິລະ​ປິນຍຸກ​ປະຈຸ​ບັນ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ພື້ນຖານ​ສິລະ​ປະ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຢູ່​ອາຊີ. ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ, “Global Eye“ ປະຕິບັດ​ໂຄງການ “Vietnam Eye“ (ວິ​ໄສ​ທັດ​ກ່ຽວ​ກັບ ຫວຽດນາມ). ​ໂຄງການນີ້​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ ​ແລະ ຍົກ​ສູງ​ລະດັບ​ໃຫ້​ບັນດາ​ນັກ​ສິລະ​ປິນຫວຽດ ນາມ, ຜ່ານ​ການ​​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ແລະ ການຈຳໜ່າຍ​ປື້​ມ.

ລາຍການສິລະປະທົ່ວໂລກໜູນຊ່ວຍນັກສິລະປິນ - ảnh 1
(ຄະນະຈັດຕັ້ງ)
   ລາຍການ​ສິລະ​ປະ​ທົ່ວ​ໂລກ “Global Eye“ ​ເລີ່​ມຕົ້ນຢູ່ ສ​ເກົາຫຼີ​ໃນ​ປີ 2009. ຢູ່​ຫວຽດນາມ, ​ໂຄງການ“Vietnam Eye“ ພວມ​ຢູ່​ໃນ​ໄລຍະ​ເລືອກ​ເຟັ້ນນັກ​ສິລະ​ປິນ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ “Vietnam Eye“. ​ໃນ​ຂອບ​ເຂດ​ໂຄງການ “Vietnam Eye“, ງານ​ວາງສະ​ແດງ “Like a Life“ (ຄື​ດັ່ງ​ການ​ດຳລົງ​ຊີວິດ) ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ, ​​ແນະນຳ​ບັນດາ​ຮູບ​ພາບ​ສິລະ​ປະ​ຂອງ​ສິລະ​ປິນຖ່າຍຮູບ 2 ຄົນ ​ແມ່ນ ຫງວຽນ​ຈຸ​ງ ​ແລະ ຈູ​ຫວຽດຮ່າ. ນັກ​ສິລະ​ປິນ ​ເຈິ່ນ​ເລືອ​ງ, ທີ່​ປຶກສາ​ໂຄງການ​ສິລະ​ປະ “Vietnam Eye“, ​ໃຫ້​ຮູ້​ວ່າ:

     “​ໂຄງການ​ນີ້​ໄດ້​ດຳ​ເນີນ​ຢູ່​ຫຼາຍ​ປະ​ເທດ​ແລ້ວ, ສ່ວນ​ຫຼາຍ​ແມ່ນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ, ​ເຂົາ​ເຈົ້າ​ລົງທຶນ​ເຂົ້າ ​ເພື່ອ​ແນະນຳ​ພື້ນຖານ​ສິລະ​ປະ​ຂອງ​ບັນດາ​ປະ​ເທດ​ນີ້​ອອກ​ສູ່​ໂລກ. ຫວຽດນາມ​ແມ່ນ​ປະ​ເທດ​ທີ 8 ທີ່​ຜັນ​ຂະຫຍາຍ​ໂຄງການ, ຖັດຈາກ ສ​ເກົາຫຼີ, ມາ​ເລ​ເຊຍ, ສິງ​ຄະ​ໂປ, ​ໄທ, ອິນ​ໂດ​ເນ​ເຊຍ… ​ໂຄງການ​ປະກອບສ່ວນ​ພັດທະນາ​ສິລະ​ປະຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ, ສິລະ​ປະຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ​ມີ​ທີ່​ຕັ້ງ​ໃນ​ພາກ​ພື້ນ ​ແລະ ສາກົນ“.

          ງາ​ນວາງສະ​ແດງ​ຕົ້ນຕໍ​ມີ​ຊື່ວ່າ “Vietnam Eye“, ​ໄດ້​ວາງສະ​ແດງ​ບັນດາ​ຮູບ​ຖ່າຍ​ຂອງ​ບັນດາ​ນັກ​ສິລະ​ປິນຖ່າຍຮູບ​​ທີ່​ມີ​ຊື່​ສຽງ​ໃນຍຸກປະຈຸ​ບັນ ກໍ່​ຄື​ບັນດາ​ນັກ​ສິລະ​ປິນໜຸ່ມ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຂອງ​ຫວຽດນາມ. ຄຽງ​ຂ້າງ​ການ​ເຄື່ອນ​ໄຫວ​ວາງສະ​ແດງ​ຕົ້ນຕໍ, ນັບ​ແຕ່​ເດືອນ 1/2017, ​ໂຄງການ “Vietnam Eye“ ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫ​ວວາງສະ​ແດງ​ຕົ້ນຕໍ, ນັບ​ແຕ່​ນີ້​ເຖິງ​ເດືອນ 1/2017, ​ໂຄງການ “Vietnam Eye“, ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ​ເວທີ​ປາ​ໄສ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ສິລະ​ປິນ ຫວຽດນາມ ​ແລະ ຕ່າງປະ​ເທດ. ນັກ​ສິລະ​ປິນຍຸກ​ປະຈຸ​ບັນ​ທີ່​ດີ​ເດັ່ນ 75 ຄົນ​ຂອງ​ຫວຽດນາມ ຖືກ​ແນະນຳ​ໃນ​ປື້​ມທີ່​ມີ​ຊື່ວ່າ “Vietnam Eye“, ​ໄດ້​ນຳ​ມາ​ໃຫ້​ມະຫາຊົນ​ວິ​ໄສ​ທັດ​ສັງ​ລວມ, ​ເລິກ​ເຊິ່ງ ກ່ຽວ​ກັບ​ບັນດາ​ນັກ​ສິລະ​ປິນຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ. ດ້ານອື່ນ, ຈະ​ມີ​​ຜົນ​ປະດິດ​ແຕ່ງ​ຫຼາຍ​ຢ່າງ​ຂອງ​ບັນດາ​ນັກ​ສິລະ​ປິນ ຫວຽດນາມ​ຖືກ​ເລືອກ​ເຟັ້ນ​ເພື່ອ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັກ​ສິລະ​ປະ Saatchi ຢູ່​ລອນ​ດອນ, ອັງກິດ​ໃນ​ເດືອນ 9/2017. ນີ້​ແມ່ນ​ໂອກາດ​ດີ​ທີ່​ສຸດ​​ເພື່ອໃຫ້​ບັນດາ​ນັກ​ສິລະ​ປິນ ຫວຽດນາມ​ສະ​ແດງ​ຄວາມ​ສາມາດ ​ແລະ ນຳ​ເອົາ​ຜົນ​ການ​ປະດິດ​ແຕ່ງ​ຂອງ​ຕົນ​ອອກ​ຕ່າງປະ​ເທດ, ​ເຊື່ອມ​ຕໍ່​ກັບ​ສິນລະ​ປິນ​ໂລກ.

ລາຍການສິລະປະທົ່ວໂລກໜູນຊ່ວຍນັກສິລະປິນ - ảnh 2
(ທ່ານ Wayne Besant, ຜູ້ອຳນວຍການໃຫຍ່ AIA ຫວຽດນາມ)

​ໂຄງການ​ສິລະ​ປະ “Vietnam Eye“ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສະພາ​ອັງ​ກິດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ລາຊະ​ອານາຈັກ​ ອັງກິດ​ປະຈຳ​ຫວຽດນາມ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ອີ​ຕາ​ລີ ປະຈຳ​ຫວຽດນາມ ພ້ອມ​ກັບ​ບາງ​ອົງການ​ຂອງ​ ຫວຽດນາມ ​ແລະ ອັງກິດ. ທ່ານ Giles Lever, ເອກ​ອັກຄະ​ລັດຖະທູດ​ລາຊະ​ອານາຈັກ​ ອັງກິດ​ປະຈຳ​ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“​ໃນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງສອງ​ລັດຖະບານ, ພວກ​ຂ້າພະ​ເຈົ້າ​ບຸລິ​ມາ​ສິດ​ໜູນ​ຊ່ວຍ ​ແລະ ​ແລກປ່ຽນ​ບັນດາ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ວັດທະນະທຳ, ສິລະ​ປະ, ​ໃນ​ນັ້ນ​ມີ​ງານ​ວາງສະ​ແດງ​ສິລະ​ປະ. ​ໂຄງການ​ຢູ່​ຫວຽດນາມ​ຄັ້ງ​ນີ້​ ໄດ້​ຊ່ວຍ​ໃຫ້​ບັນດາ​ນັກ​ສິລະ​ປິນຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ​ ມີ​ໂອກາດ​ໄດ້​ເຊື່ອມ​ຕໍ່​ກັບ ສິລະ​ປະຍຸກ​ປະຈຸ​ບັນ​ຢູ່​ໃນ​ໂລກ, ​ແນະນຳ​ກັບ​ມະຫາຊົນ​ໂລກ​ບັນດາ​ຜົນ​ການ​ປະດິດ​ແຕ່ງ​ຂອງ​ຕົນ.“

    ທ່ານ Wayne Beasant, ຜູ້ອຳນວຍການ​ໃຫຍ່ ປະກັນ​ຊີວິດ AIA ຈຳກັດ​ຢູ່ ຫວຽດນາມ. ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ປະຕິບັດ​ໂຄງການ “Vietnam Eye“,​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຕໍ່​ຄຸນຄ່າ​ສິລະ​ປະ, ສິລະ​ປະ​ແມ່ນ​ກະ​ແຈ​ເພື່ອ​ສາມາດ​ຊ່ວຍ​ໃຫ້​ມະຫາຊົນ​ມີ​ຫົວຄິດ​ປະດິດ​ສ້າງ ​ກໍ່​ຄື​ມີ​ຄວາມ​ສຳນຶກ​ຫຼາຍ​ກວ່າ. ດ້ານ​ອື່ນ​ສິລະ​ປະ​ກໍ່​ມີ​ຜົນ​ສະທ້ອນ​ຢ່າງ​ຕັ້ງໜ້າ​ເຖິງ​ປະຊາ​ຄົມ, ​ໃນ​ນັ້ນ​ມີ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ວັດທະນະທຳ, ສັງຄົມ, ພວກ​ຂ້າພະ​ເຈົ້າ​ໄດ້​ມານະ​ພະຍາຍາມ​ປະກອບສ່ວນ​ໃຫ້​ສັງຄົມ​ກໍ່​ຄື​ການ​ພັດທະນາ​ດ້ານ​ອື່ນໆ​ຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ສິລະ​ປະ.“

      ມາ​ຮອດ​ປະຈຸ​ບັນ, ລາຍການ​ສິລະ​ປະ​ທົ່ວ​ໂລກ “Global Eye“​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ 28 ຄັ້ງ, ຈຳໜ່າຍ​ປື້​ມ 8 ​ເຫຼັ້ມ​ກ່ຽວ​ກັບ​ສິລະ​ປະຍຸກ​ປະຈຸ​ບັນ​ຢູ່​ຫຼາຍ​ປະ​ເທດ​ອາຊີ. ມີ​ນັກສິລະ​ປິນຫຼາຍຄົນ​ຢູ່​ບັນດາ​ປະ​ເທດ​ໃນ​ໂລກ​ໄດ້​ມີ​ຊື່​ສຽງ​ຈາກ​ລາຍການ​ນີ້. ມາ​ຮອດ​ປະຈຸ​ບັນ, ຈຳນວນ​ແຂກ​ມາ​ຢ້ຽມຢາມ​ຢູ່​ງານ​ວາງສະ​ແດງ​ແມ່ນ​ 3 ລ້ານ​ກວ່າ​ຄົນ. ​ໂຄງການ “Vietnam Eye“, ບໍ່​ພຽງ​ແຕ່​ໜູນ​ຊ່ວຍ​ໃຫ້​ບັນດາ​ນັກ​ສິລະ​ປິນຫວຽດນາມ, ພັດທະນາ​ພື້ນຖານ​ສິລະ​ປະ ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ໂຄສະນາ, ​ແນະນຳສິລະ​ປະ​ຫວຽດນາມຢູ່​ພາກ​ພື້ນ ​ແລະ ສາກົນ​ອີກ​ດ້ວຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ