ສືບຕໍ່ຢັ້ງຢືນເຄື່ອງໝາຍແລະ ອິດທິພົນຊື່ສຽງ ຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໃນການແຂ່ງຂັນຊີງລາງວັນຄ້ອນຕີ ແລະ ກ່ຽວຄໍາ ຄັ້ງທີ 7

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 93 ປີ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2023), ຕອນຄໍ່າວັນທີ 3 ກຸມພາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໄດ້ດໍາເນີນພິທີມອບ ລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານກໍ່ສ້າງພັກ (ລາງວັນຄ້ອນຕີ ແລະ ກ່ຽວຄໍາ) ຄັ້ງທີ 7 - ປີ 2022. ເຂົ້າຮ່ວມການແຂ່ງຂັນຊີງລາງວັນຄ້ັງນີ້, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ມີຫຼາຍຜົນງານທີ່ມີຄຸນນະພາບດີ, ເນື້ອໃນສ່ອງແສງໃຫ້ເຫັນຫຼາຍແງ່ມູມ, ຕິດແທດກັບພຶດຕິກຳຕົວຈິງຂອງບັນຫາ ຕ່າງໆໃນວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ.
ສືບຕໍ່ຢັ້ງຢືນເຄື່ອງໝາຍແລະ ອິດທິພົນຊື່ສຽງ ຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໃນການແຂ່ງຂັນຊີງລາງວັນຄ້ອນຕີ ແລະ ກ່ຽວຄໍາ ຄັ້ງທີ 7 - ảnh 1ນັກຂ່າວ ຟານແທັງຮ່າ ຕ່າງໜ້າກຸ່ມຂຶ້ນຮັບລາງວັນ

 ໂດຍເອົາຊະນະ 2000 ຕໍ່ຜົນງານສື່ມວນຊົນ, ຜົນງານ 3 ບົດ ທີ່ມີຫົວຂໍ້ “ຍົກສູງຄຸນນະພາບສະມາຊິກພັກ: ແໜງໜ້ອຍແຕ່ດີ!” ຂອງກຸ່ມນັກຂ່າວ ຟານແທງຮ່າ, ຮວ່າງທິຕວຽດເລ (ສັງກັດ ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ ປະຈໍາ ເຂດພາກກາງ) ແມ່ນ 1 ໃນຈໍານວນ 6 ຜົນງານທີ່ໄດ້ຮັບລາງວັນ A ໃນການແຂ່ງຂັນຊີງລາງວັນຄ້ອນຕີ ແລະ ກ່ຽວຄໍາ ຄັ້ງທີ 7 ປີ 2022. ບົດຂຽນດັ່ງກ່າວໄດ້ຮັບການຕີລາຄາດີເລີດ, ມີເນື້ອໃນກໍ່ສ້າງພັກຢ່າງເລິກເຊິ່ງ ເມື່ອສ່ອງແສງເຖິງການເຄື່ອນໄຫວດຳເນີນ ຊີວິດພັກທຸກຂັ້ນຢ່າງພາວະວິໄສຢູ່ນະຄອນ ດ່າໜັງ. ນັກຂ່າວ ຟານແທັງຮ່າ ແບ່ງປັນວ່າ:

      “ຂ້າພະເຈົ້າມີຂໍ້ສະດວກຫຼາຍຢ່າງໃນການໄປສໍາພາດຫຼາຍຄົນ, ກໍາແໜ້ນ ສະພາບການຕົວຈິງຢູ່ຫຼາຍໜ່ວຍພັກໃນເຂດຊຸມຊົນໄດ້ຢ່າງທັນການ, ສໍາພາດບັນດາພະນັກງານທີ່ພັກບໍານານ, ເລຂາໜ່ວຍພັກເຂດຊຸມຊົນ, ໄດ້ເຂົ້າຮ່ວມ ກອງປະຊຸມປະຈໍາໄລຍະຫຼາຍຄັ້ງຂອງໜ່ວຍພັກຕ່າງໆ ໃນເຂດຊຸມຊົນ. ສໍາຄັນກວ່ານັ້ນແມ່ນ ສະພາບຕົວຈິງຂອງອົງຄະນະພັກນະຄອນ ດ່າໜັງ ໃນວຽກງານຄຸ້ມຄອງສະມາຊິກພັກ ແມ່ນອຸດົມສົມບູນທີ່ສຸດ, ຫາກໍ່ຜ່ານຜ່າການປັບປຸງ ຖັນແຖວພະນັກງານຫຼັກແຫຼ່ງ. ນີ້ແມ່ນອົງຄະນະພັກ ຂອງນະຄອນໃຫຍ່ ມີຄົບທຸກຮູບແບບໜ່ວຍພັກເຂດຊຸມຊົນ, ເຂດອຸດສາຫະກຳ, ຊົນນະບົດ, ຕົວເມືອງ, ພູດອຍ ແລະ ເຂດແຄມທະເລ. ຄະນະພັກນະຄອນດ່າໜັງ ມີມາດຕະການຫຼາຍຢ່າງ, ວິທີເຮັດກໍມີຫົວຄິດປະດິດສ້າງ, ສອດຄ່ອງໃນວຽກງານ ກໍ່ສ້າງພັກ”.

      ຈາກພຶດຕິກຳຕົວຈິງຂອງອົງຄະນະພັກນະຄອນ ດ່າໜັງ, ກຸ່ມນັກຂຽນ ແທັງຮ່າ ແລະ ຕວຽດເລ ໄດ້ວິເຄາະ, ໄຈ້ແຍກບົດຮຽນ, ປະສົບການໃນວຽກງານ ຄຸ້ມຄອງສະມາຊິກພັກ ແລະ ສະເໜີກ່ຽວກັບວິທີການ, ມາດຕະການຍົກສູງ ຄຸນນະພາບຂອງສະມາຊິກພັກຄອມມູນິດ ຫວຽດນາມໃຫ້ດີກວ່າອີກ. ນັກຂ່າວ ຟານແທັງຮ່າ ໃຫ້ຮູ້ຕື່ມອີກວ່າ:

     “ສານຕົ້ນຕໍຂອງບົດຂຽນດັ່ງກ່າວແມ່ນ ຢາກປະກອບສຽງເວົ້າສະໜັບສະໜູນ ແຜນນະໂຍບາຍຍົກສູງຄຸນນະພາບ, ກໍາລັງແຮງ ແລະ ລັກສະນະຕໍ່ສູ້ ຂອງພັກຫຼາຍກວ່າອີກ; ເພີ່ມທະວີວຽກງານຄຸ້ມຄອງສະມາຊິກພັກ ແລະ ຍົກສູງຄຸນນະພາບສະມາຊິກພັກໃນສະພາບການໃໝ່ ຕາມເນື້ອໃນຈິດໃຈ: ແໜງໜ້ອຍແຕ່ດີ”.

ໃນແງ່ມູມຂອງອີກບົດໜຶ່ງ, ກຸ່ມນັກຂຽນ ຫງວຽນທຸກຮ່ຽນ, ກາວທິເຟືອງລານ, ເຈິ່ນບ໊າຢຸຍ, ຢູ່ພະແນກວັດທະນະທໍາ - ສັງຄົມ, ວິທະຍຸກະຈາຍສຽງ ຫວຽດນາມ   ໄດ້ຮັບລາງວັນ B ດ້ວຍລາຍການກະຈາຍສຽງພິເສດ ທີ່ພາດຫົວຂໍ້ “ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກ່ັງກ້າສາມາດເພື່ອປະເທດ ຫວຽດນາມ ໝັ້ນຄົງເຂັ້ມແຂງ” ໄດ້ຊ່ວຍໃຫ້ຜູ້ຟັງທົບທວນຄືນລັດຖະນະໂຍບາຍສໍາຄັນຕ່າງໆ ກ່ຽວກັບການດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກ່ັງກ້າສາມາດ ຂອງພັກ, ລັດ ໃນໄລຍະຜ່ານມາ. 

      ຈຸດພິເສດຂອງລາຍການກະຈາຍສຽງນີ້ ແມ່ນມີການເຂົ້າຮ່ວມຂອງ ແຂກຖືກເຊີນ ທີ່ມີຊື່ສຽງຫຼາຍຄົນ - ເຂົາເຈົ້າເປັນນັກການເມືອງ, ນັກຊ່ຽວຊານໃນການສ້າງນະໂຍບາຍ, ນັກຮຽນຮູ້, ນັກປະຫວັດສາດ. ໃນລາຍການກະຈາຍສຽງດັ່ງກ່າວ, ແຂກຖືກເຊີນ ໄດ້ພ້ອມກັນແລກປ່ຽນ ແລະ ສະເໜີມາດຕະການຕ່າງໆເພື່ອແກ້ໄຂຈຸດອຸດຕັນ ໃນນະໂຍບາຍ ເພື່ອໃຫ້ຜູ້ ມີຄຸນສົມບັດ, ມີຄວາມເກ່ັງກ້າສາມາດ ເປັນ ກຳລັງແຮງ ຂອງຊາດຢ່າງແທ້ຈິງ. ນັກຂ່າວ ເຈິ່ນບ໊າຢຸຍ ໃຫ້ຮູ້ວ່າ:

       “ປະທານໂຮ່ຈີມິນ ເຄີຍເວົ້າວ່າ: ຊາດໜ່ຶງ, ປະເທດໜຶ່ງ ຖ້າບໍ່ຮູ້ນໍາໃຊ້ຜູ້ມີຄວາມເກັ່ງກ້າສາມາດ ນັ້ນແມ່ນຂໍ້ບົກພ່ອງຢ່າງໃຫຍ່ຫຼວງ, ສິ້ນເປືອງຊັບສົມບັດອັນລໍ້າຄ່າຂອງພັກ ແລະ ລັດ ໃນການກໍ່ສ້າງ ແລະ ສ້າງຕັ້ງ. ເພິ່ນຖືວ່າ ການຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກ່ັງກ້າສາມາດ ຕ້ອງປະຕິບັດເປັນປະຈໍາ, ຕໍ່ເນື່ອງ ເໝືືອນດັ່ງຜູ້ເຮັດສວນ ໃສ່ຝຸ່ນ, ພູນດິນ ໃຫ້ຕົ້ນໄມ້ມີຄ່າ”. ຄໍາຕັກເຕືອນຂອງເພິ່ນ ແມ່ນບົດຮຽນອັນລໍ້າຄ່າເພື່ອໃຫ້ ພວກເຮົາມີບາດກ້າວບຸກທະລຸ, ແກ້ໄຂຂໍ້ຕິດຄັດໃນການດຶງດູດ ແລະ ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ. ນີ້ກໍແມ່ນສານເຊິ່ງ ຜູ້ຈັດທໍາລາຍການຢາກຝາກເຖິງມວນຊົນ”.

       ພ້ອມດຽວກັນນັ້ນ, ຕ້ອງເວົ້າເຖິງຜົນງານທີ່ຍາດໄດ້ລາງວັນ C, ນັ້ນແມ່ນສາລະຄະດິກະຈາຍສຽງ "ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ, ເມື່ອຫົວໜ້າຮັບວຽກງານຍາກ" ຂອງກຸ່ມນັກຂ່າວ VOV ປະຈຳເຂດຕາເວັນຕົກສ່ຽງເໜືອ ແລະ ລາງວັນຫົວເລື່ອງ "ຄຳປະຕິຍານຕໍ່ພັກ" ຂອງກຸ່ມນັກຂ່າວໜັງສືພິມເອເລັກໂຕນິກ  VTC News.

ສືບຕໍ່ຢັ້ງຢືນເຄື່ອງໝາຍແລະ ອິດທິພົນຊື່ສຽງ ຂອງນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ໃນການແຂ່ງຂັນຊີງລາງວັນຄ້ອນຕີ ແລະ ກ່ຽວຄໍາ ຄັ້ງທີ 7 - ảnh 2ກຸ່ມນັກຂຽນສາລະຄະດີ "ນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ, ເມື່ອຫົວໜ້າຮັບວຽກງານຍາກ"ຍາດໄດ້ລາງວັນ C
ດ້ວຍປາຍປາກກາ ທີ່ແຫຼມຄົມ, ວິທີສໍາຜັດ ບັນຫາຫຼາຍສົ້ນ, ການສ່ອງແສງຢ່າງພາວະວິໄສ, ບັນດານັກຂ່າວຂອງ ວິທະຍຸກະຈາຍສຽງ ຫວຽດນາມ ແຕ່ລະມື້ຍັງນໍາເອົາບົດຂຽນ ທີ່ມີຄຸນນະພາບ ມາໃຫ້ຜູ້ຟັງ, ຜູ້ອ່ານ , ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານ ປ້ອງກັນ ພື້ນຖານ ແນວຄິດຂອງພັກ, ກໍ່ສ້າງ ແລະ ປັບປຸງພັກເວົ້າສະເພາະ ແລະ ຂະບວນວິວັດແຫ່ງ ການສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ. ລາງວັນຕ່າງໆ ເຊິ່ງເຂົາເຈົ້າຍາດມາໄດ້ໃນການແຂ່ງຂັນຊີງລາງວັນຄ້ອນຕີ ແລະ ກ່ຽວຄໍາ ເວົ້າສະເພາະ ກໍຄືລາງວັນສື່ມວນຊົນອື່ນໆຢູ່ພາຍໃນປະເທດ ແລະ ສາກົນ ເວົ້າລວມ ນັບມື້ນັບປະກອບສ່ວນຢັ້ງຢືນເຄື່ອງໝາຍ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ