“​ສ້າງ” ຜູ້​ຊົມ​ໃຫ້​ແກ່​ສິ​ລະ​ປະ​ພື້ນ​ເມືອງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -ເພື່ອອະນຸລັກຮັກສາບັນດາປະເພດສິລະປະທີ່ເປັນມູນເຊື້ອ, ໄປຄຽງຄູ່ກັບການກໍ່ສ້າງລຸ້ນນັກສິລປິນໜຸ່ມສືບທອດ, ເລື່ອງສ້າງຜູ້ຊົມລຸ້ນໃໝ່ກໍມີຄວາມສຳຄັນບໍ່ແມ່ນໜ້ອຍ. ເພາະສະນັ້ນ, ບັນດາກອງສິລະປະຂອງນະຄອນ ໂຮ່ຈີມິນ ພວມຕັ້ງໜ້ານຳສິລະປະມາສູ່ນັກຮຽນ, ນັກສຶກສາ, ຜ່ານນັ້ນ ຊ່ວຍໃຫ້ໄວໜຸ່ມ ມີຄວາມເຂົ້າໃຈ ແລະ ຮັກມັກສິລະປະພື້ນເມືອງຫຼາຍກວ່າອີກ.
 

ຢູ່ເດີ່ນໂຮງຮຽນມັດທະຍົມຕອນຕົ້ນ ບິ່ງຈິດົງ (ເມືອງ ບິ່ງເຕິນ) ມື້ນີ້ມີຄວາມຄຶກຄື້ນມ່ວນຊື່ນກວ່າທຸກໆມື້. ນັກຮຽນນັບຮ້ອຍຄົນ ພາຍຫຼັງເລີກຮຽນແລ້ວ ໄດ້ພາກັນນັ່ງຊົມລາຍການສະແດງສິລະປະຂັບກາຍເລືອງ “ແທກແຊງ - ລີທົງ” ໂດຍກອງນັກສິລະປິນຂອງໂຮງລະຄອນຂັບກາຍເລືອງ ເຈິ່ນຫືວຈາງ ສະແດງ. ໂດຍໄດ້ປ່ຽນຈາກທຳນອງທີ່ແຂງກະດ້າງມາທຳນອງຈັງຫວະຄຶກຄັກ, ອ່ອນໂຍນ, ຕະຫຼົກເຮຮາ ເຮັດໃຫ້ນ້ອງໆນັກຮຽນມີຄວາມຈູບຈ້າວຫ້າວຫັນ, ເຂົ້າຮ່ວມການພົວພັນແລກປ່ຽນ, ຕອບຄຳຖາມຢ່າງຄຶກຄື້ນມ່ວນຊື່ນ.

“ນ້ອງເຫັນວ່າ ກິດຈະກຳນີ້ມີຄວາມໝາຍທີ່ສຸດ, ທັງໄດ້ຊົມຂັບກາຍເລືອງ, ທັງໄດ້ຟັງການເລົ່າເລື່ອງນິທານອີກດ້ວຍ. ຂອບໃຈອາວອາຫຼາຍໆທີ່ໄດ້ນຳມາເຊິ່ງລາຍການທີ່ມ່ວນ, ເປັນເອກະລັກ ແລະ ມີຄວາມໝາຍນີ້. ຜ່ານນັ້ນ ໄດ້ຊ່ວຍໃຫ້ພວກນ້ອງໄດ້ຮູ້ຕື່ມອີກ່ຽວກັບຮູບແບບສິລະປະສະແດງເທິງເວທີທີ່ເປັນເອກະລັກສະເພາະຂອງຊາດ ຫວຽດນາມ”.

“​ສ້າງ” ຜູ້​ຊົມ​ໃຫ້​ແກ່​ສິ​ລະ​ປະ​ພື້ນ​ເມືອງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ - ảnh 1ການສະແດງສິລະປະພື້ນເມືອງຟຼີ ຈັດຢູ່ທາງໜ້າໂຮງລະຄອນ ນະຄອນ ໂຮ່ຈີມິນ (ພາບ: VOV)
ລາຍການສະແດງສິລະປະຮັບໃຊ້ອະນຸຊົນເຍົາວະຊົນ” ແມ່ນລາຍການນອນໃນໂຄງການ “ລະຄອນສຳລັບນັກຮຽນ” ໂດຍພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ແລະ ບັນດາກອງສິລະປະຂອງນະຄອນ ປະຕິບັດ ເຊິ່ງໄດ້ຈັດຕັ້ງປະຕິບັດມາຢ່າງລຽນຕິດໃນຊຸມປີຜ່ານມາ. ທຸກທິດ, ທຸກເດືອນ, ບັນດາກອງສິລະປະ ຈະຜັດປ່ຽນກັນຈັດລາຍການສະແດງສິລະປະຮັບໃຊ້ນັກຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນບໍລິເວນນະຄອນ. ແຕ່ລະລາຍການຈະດຳເນີນໃນເວລາແຕ່ 45 ນາທີ ຫາ 1 ຊົ່ວໂມງ. ເຖິງວ່າລາຍການດຳເນີນໃນເວລາສັ້ນໆກໍຕາມ, ແຕ່ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນຈາກກອງສິລະປະ. ທ່ານ ຮວ່າຍນາມ, ຫົວໜ້າພະແນກສິລະປະຂອງໂຮງລະຄອນຂັບກາຍເລືອງ ເຈິ່ນຫືວຈາງ ໃຫ້ຮູ້ວ່າ:

“ຢາກໃຫ້ພວກນ້ອງມີຄວາມໃກ້ຊິດ, ເຂົ້າເຖິງປະເພດສິລະປະຂັບກາຍເລືອງ ຫຼື ສິລະປະພື້ນເມືອງປະເພດອື່ນໆນັ້ນ, ເວລາສະແດງ, ບັນດານັກສິລະປິນຈະມີການດັດປັບ, ຂະຫຍາຍທຳນອງໄປໜ້ອຍໜຶ່ງ ເມື່ອທຽບໃສ່ການສະແດງໃຫ້ຜູ້ໃຫຍ່ຮັບຊົມ. ເມື່ອສະແດງໃຫ້ແກ່ຫຼານເຍົາວະຊົນ ເຮົາຈະສ້າງເປັນລະຄອນທີ່ມີຄວາມກະທັດລັດກວ່າ ແລະ ເຮັດແນວໃດເພື່ອໃຫ້ພວກຫຼານມີຄວາມຮູ້ສຶກໃກ້ຊິດ ແລະ ເຂົ້າໃຈໄດ້ງ່າຍກວ່າ”.

ບໍ່ພຽງແຕ່ໄປສະແດງຢູ່ບັນດາໂຮງຮຽນມັດທະຍົມເທົ່ານັ້ນ, ລາຍການດັ່ງກ່າວ ຍັງໄດ້ຜັນຂະຫຍາຍປະຕິບັດຢູ່ມະຫາວິທະຍາໄລ, ວິທະຍາໄລຢູ່ນະຄອນ ໂຮ່ຈີມິນ ອີກດ້ວຍ. ໄປຄຽງຄູ່ກັນນັ້ນ, ບັນດາກອງສິລະປະຂອງນະຄອນໂຮ່ຈີມິນ ຍັງຈັດຫຼາຍລາຍການສະແດງສິລະປະຮັບໃຊ້ມະຫາຊົນຮັບຊົມໂດຍບໍ່ເສຍຄ່າຢູ່ໂຮງລະຄອນ ຫຼືສະຖານທີ່ສາທາລະນະຕື່ມອີກ. ຢູ່ໃນການສະແດງແຕ່ຄັ້ງນັ້ນ, ກອງສິລະປະຍັງຈັດງານວາງສະແດງພາບຖ່າຍກ່ຽວກັບແຕ່ລະຕົວລະຄອນ ເພື່ອໃຫ້ຜູ້ຊົມສາມາດຊອກຮູ້ຕື່ມອີກ. ກໍຍ້ອນຄວາມມານະພະຍາຍາມທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍນັ້ນ, ບັນດານັກສິລະປິນ ກໍຄ່ອຍໆດຶງດູດໃຈມະຫາຊົນ, ໂດຍສະເພາະແມ່ນຜູ້ຊົມລຸ້ນໜຸ່ມມາສູ່ບັນດາປະເພດສິລະປະພື້ນເມືອງ. ທ່ານ ຫງວຽນແທັງບິ່ງ, ຮອງຫົວໜ້າຫ້ອງການຈັດຕັ້ງການສະແດງຂອງໂຮງລະຄອນສິລະປະຂັບ ໂບ້ຍ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ມີສັນຍານທີ່ໜ້າຊື່ນຊົມນັ້ນແມ່ນ ຈຳນວນຜູ້ມາຊົມມາເຊຍນັບມື້ນັບຫຼາຍຂຶ້ນ, ໃນນັ້ນ ຄົນລຸ້ນໜຸ່ມກວມເອົາສ່ວນຫຼາຍ. ການລົງທຶນຂອງທາງໂຮງລະຄອນ, ນັບແຕ່ການນຳໂຮງລະຄອນຕະຫຼອດຮອດນັກສິລະປິນແຕ່ລະຄົນ ກໍຄືພາກສ່ວນຕ່າງໆ ລ້ວນແຕ່ຕ້ອງປ່ຽນແປງໃໝ່, ຮັກສາຄຸນຄ່າເດີມ ແຕ່ຕ້ອງນຳມາເຊິ່ງສິ່ງທີ່ໃໝ່ອ່ຽມ ບວກກັບຈິດໃຈຂອງຜູ້ໜຸ່ມເຂົ້າໃນນັ້ນ ເພື່ອໃຫ້ເຮົາສຳຜັດກັບຜູ້ຊົມຜູ້ເຊຍໜຸ່ມໄດ້ຢ່າງງ່າຍດາຍກວ່າ”.

ເລື່ອງອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກທີ່ເປັນມູນເຊື້ອ ແມ່ນສິ່ງທີ່ບໍ່ງ່າຍ ໃນຂະນະທີີ່ຖືກກຳລັງກົດດັນຈາກຫຼາຍຮູບແບບບັນເທິງແບບໃໝ່ທີ່ທັນສະໄໝ. ເລື່ອງ ສ້າງຜູ້ຊົມ ແມ່ນໜ້າທີ່ສຳຄັນເພື່ອຮັກສາມູນເຊື້ອໃຫ້ແກ່ປະເພດສິລະປະພື້ນເມືອງ ຍ້ອນວ່າ ຖ້າຍັງມີຜູ້ຊົມ ກໍຖືວ່າຍັງມີລະຄອນ”./.

ຕອບກັບ

ຂ່າວ/ບົດ​ອື່ນ