ຫງວຽນບົງມາຍແລະງານວາງສະແດງ “ກ້າຢູ່ໃນຊີວິດທີ່ຮຸ່ງເຮືອງ”

(VOVWORLD) -ການເດີນທາງດັ່ງກ່າວໄດ້ຊ່ວຍໃຫ້ທ່ານນາ ງຫວຽນບົງມາຍ ມີໂອກາດໄດ້ພົບປະແລະບັນທຶກບັນດາເລື່ອງລາວຂອງຊີວິດການເປັນຢູ່ທີ່ມີສີສັນຫຼາກຫຼາຍຂອງບັນດາເຜົ່າໃນທຸກແຖບຖິ່ນຂອງ ຫວຽດນາມ
ຫງວຽນບົງມາຍແລະງານວາງສະແດງ “ກ້າຢູ່ໃນຊີວິດທີ່ຮຸ່ງເຮືອງ” - ảnh 1(ນັກຂ່າວ, ທ່ານນາງ ຫວຽນບົງມາຍ)

        ປີ 2022, ນັກຂ່າວ, ທ່ານນາງ ຫວຽນບົງມາຍ ຜູ້ກຳກັບການສະແດງ ໄດ້ປະຕິບັດການເດີນທາງ “99 ວັນແຕ່ເໜືອຮອດໃຕ້ ຫວຽດນາມພ້ອມກັບມາຍ” ດ້ວຍຈຸດປະສົງຄົ້ນຫາແລະຊອກຮູ້ວັດທະນະທຳຂອງ 54 ຊົນເຜົ່າຫວຽດນາມ, ໃນນັ້ນສຸມໃສ່ຊຸດອາພອນ ແລະ ດົນຕີພື້ນເມືອງ. ຜ່ານການເດີນທາງນີ້, ທ່ານນາງ ຫວຽນບົງມາຍໄດ້ສົ່ງສານທີ່ວ່າ “ກ້າຢູ່ໃນຊີວິດທີ່ຮຸ່ງເຮືອງ” ດ້ວຍຄວາມປາດຖະໜາຢາກປະກອບສ່ວນຊຸກຍູ້ປະຊາຄົມ, ພິເສດແມ່ນແມ່ຍິງທີ່ໄດ້ລົບລ້າງຄວາມຄິດອະຄະຕິຂອງສັງຄົມ ແລະ ຄວາມຈຳກັດຂອງຕົນເອງເພື່ອປະຕິບັດຄວາມໄຝ່ຝັນ, ຄວາມມຸ່ງມາດປາດຖະໜາຂອງຕົນ.

        ການເດີນທາງ 99 ວັນແຕ່ເໜືອຮອດໃຕ້ຂອງນັກຂ່າວ, ຜູ້ກຳກັບການສະແດງທ່ານນາງຫງວຽນບົງມາຍໄດ້ເລີ່ມແຕ່ວັນທີ 02 ກຸມພາ 2022 ແລະສິ້ນສຸດລົງໃນວັນທີ 06 ມິຖຸນາ 2022. ທ່ານນາງໄດ້ຂັບລົດໃຫຍ່ຜູ້ດຽວໄປຍັງແຫ່ງຕ່າງໆຂອງ ຫວຽດນາມ, ນັບແຕ່ທິດຕາເວັນຕົກສ່ຽງເໜືອ, ທິດຕາເວັນອອກສ່ຽງເໜືອ, ທິດໃຕ້ພາກກາງຕະຫຼອດຮອດເຂດໄຕງວຽນ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.

        ການເດີນທາງນີ້ຂ້າພະເຈົ້າໄປແຕ່ຜູ້ດຽວ, ບໍ່ມີການໜູນຊ່ວຍໃດເລີຍ. ໃນການເດີນທາງໄປອ້ອມຮອບຫວຽດນາມ, ຂ້າພະເຈົ້າໄດ້ໄປຮອດ 44/63 ແຂວງ, ນະຄອນ, ດ້ວຍໄລຍະທາງຍາວກວ່າ 10.000 , ເພື່ອຊອກຮູ້ກ່ຽວກັບຊີວິດການເປັນຢູ່ຂອງບັນດາເຜົ່າຫວຽດນາມ. ການເດີນທາງຂອງຂ້າພະເຈົ້າແມ່ນໄປຍັງບັນດາເຂດທີ່ມີປັດໄຈກ່ຽວກັບມະນຸດ, ທິວທັດທຳມະຊາດ, ວັດທະນະທຳທີ່ຄົບຊຸດ”.

        ການເດີນທາງດັ່ງກ່າວໄດ້ຊ່ວຍໃຫ້ທ່ານນາງຫວຽນບົງມາຍມີໂອກາດໄດ້ພົບປະແລະບັນທຶກບັນດາເລື່ອງລາວຂອງຊີວິດການເປັນຢູ່ທີ່ມີສີສັນຫຼາກຫຼາຍຂອງບັນດາເຜົ່າໃນທຸກແຖບຖິ່ນຂອງຫວຽດນາມ; ພ້ອມທັງຢື້ຢາມຖາມຂ່າວ, ໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກ.

ຫງວຽນບົງມາຍແລະງານວາງສະແດງ “ກ້າຢູ່ໃນຊີວິດທີ່ຮຸ່ງເຮືອງ” - ảnh 2(ຊຸດອາພອນປະຈຳເຜົ່າ ຫວຽດນາມ)

ພາຍຫຼັງການເດີນທາງ, ທ່ານນາງຫວຽນບົງມາຍໄດ້ຈັດງານວາງສະແດງດ້ວຍຫົວຂໍ້ວ່າ “ກ້າຢູ່ໃນຊີວິດທີ່ຮຸ່ງເຮືອງ”. ງານວາງສະແດງປຽບເໝືອນ ການເລົ່າຄືນປຶ້ມບັນທຶກປະຈຳວັນກ່ຽວກັບການເດີນທາງຂອງລາວ, ພ້ອມທັງແນະນຳຊຸດອາພອນປະຈຳເຜົ່າ 55 ຊຸດຂອງ 35 ໃນຈຳນວນ 54 ຊົນເຜົ່າຫວຽດນາມ. ງານວາງສະແດງກໍ່ແນະນຳບາງບົດຂຽນຂອງທ່ານນາງຫວຽນບົງມາຍກ່ຽວກັບວັດທະນະທຳບັນດາເຜົ່າ ກໍ່ຄືເວົ້າຄວາມໃນໃຈໃນການເດີນທາງເປັນເວລາ 99 ວັນນັ້ນ. ນາງມິງແອັງ, ແມ່ນໜຶ່ງໃນບັນດານັກອາສາສະໝັກຂອງງານວາງສະແດງ, ໃຫ້ຮູ້ວ່າ:

        ມີຫຼາຍຄົນມາຊົມຢູ່ງານວາງສະແດງ, ໃນນັ້ນສ່ວນຫຼາຍແມ່ນແຂກຕ່າງປະເທດທີ່ມາຈາກອົດສະຕາລີ, ການາດາ, ມາເລເຊຍ, ຈີນເມື່ອແຂກຕ່າງປະເທດມາຢ້ຽມຊົມ ພວກນ້ອງໄດ້ແນະນຳ, ເລົ່າຄືນເລື່ອງລາວຂອງການເດີນທາງນັ້ນ, ກໍຄືຄວາມໝາຍຂອງການເດີນທາງໃຫ້ທຸກຄົນມີຄວາມເຂົ້າໃຈກວ່າກ່ຽວກັບພາບຖ່າຍແລະວັດທະນະທຳ, ຈຸດຄວາມງາມຂອງບັນດາຊຸດອາພອນປະຈຳເຜົ່າທີ່ແຕກຕ່າງກັນຂອງຊາວຫວຽດນາມ”.

        ມາຢ້ຽມຊົນງານວາງສະແດງ, ອ້າຍຟ້າມຮົ່ງຮ່າ, ຊາວຮ່າໂນ້ຍ, ແບ່ງປັນຄວາມຮູ້ສຶກວ່າ:

        ນີ້ບໍ່ແມ່ນພຽງແຕ່ຖ່າຍຮູບເທົ່ານັ້ນຫາກຍັງມີເລື່ອງລາວຢູ່ເບື້ອງຫຼັງອີກ, ກຳລັງແຮງແຜ່ຫຍາຍຂອງເລື່ອງລາວນັ້ນແມ່ນຍອດຍິ່ງທີ່ສຸດ. ການເດີນທາງນີ້ໄດ້ເກັບໂຮມຂໍ້ມູນກ່ຽວກັບແມ່ຍິງຂອງບັນດາເຜົ່າ ຫວຽດນາມ. ເລື່ອງເກັບໂຮມຂໍ້ມູນທັງໝົດເຫຼ່ານີ້ແມ່ນວຽກງານທີ່ບໍ່ງ່າຍດາຍ, ຢູ່ຫວຽດນາມກໍ່ບໍ່ມີຫຼາຍຄົນເຮັດ”.

        ເຖິງຢ່າງໃດກໍ່ຕາມ, ງານວາງສະແດງນີ້ພຽງແມ່ນການເລີ່ມຕົ້ນ. ນັກຂ່າວ, ຜູ້ກຳກັບການສະແດງທ່ານນາງຫວຽນບົງມາຍ, ໃຫ້ຮູ້ຕື່ມອີກວ່າ:

        ໃນເດືອນສິງຫາຈະມາເຖິງ, ຂ້າພະເຈົ້າຈະເປີດຕົວປຶ້ມ 2 ຫົວ. ປຶ້ມຫົວໜຶ່ງແມ່ນກ່ຽວກັບຊຸອາພອນຂອງຊາວຊົນເຜົ່າແລະອີກປຶ້ມຫົວໜຶ່ງແມ່ນບັນທຶກການເດີນທາງຂອງຕົນເພື່ອແບ່ງປັນຄວາມໃນໃຈ, ກໍຄືແບ່ງປັນສານກ່ຽວກັບການດຳລົງຊີວິດທີ່ຕັ້ງໜ້າຂອງຕົນ. ພາຍຫຼັງສິ້ນສຸດໂຄງການກ່ຽວກັບຊຸດອາພອນຂອງແມ່ຍິງຊົນເຜົ່າ, ຂ້າພະເຈົ້າຈະສືບຕໍ່ເຮັດໂຄງການກ່ຽວກັບດົນຕີພື້ນເມືອງ”.

        ມີຜູ້ອ່ານແລະຜູ້ຕິດຕາມຫຼາຍຄົນໄດ້ ຕິດຕາມການເດີນທາງຂອງນັກຂ່າວ, ຜູ້ກຳກັບການສະແດງທ່ານນາງຫງວຽນບົງມາຍ. ການເດີນທາງດັ່ງກ່າວໄດ້ນຳມາເຊິ່ງສານທີ່ວ່າກ້າມີຊີວິດຈົນຊຸດກົກຊຸດປາຍຂອງຄວາມໄຝ່ຝັນຂອງຕົນ, ພ້ອມທັງປະກອບສ່ວນໂຄສະນາວັດທະນະທຳທີ່ເປັນເອກະລັກສະເພາະຂອງ 54 ຊົນເຜົ່າຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ