“ຮ່າໂນ້ຍ 60 ວັນ ແລະຄືນແຫ່ງການສູ້ຮົບ” ຜ່ານຄວາມຊົງຈຳຂອງຜູ້ເຂົ້າຮ່ວມ

(vovworld) - ກ່ອນນີ້ 70 ປີ, ວັນ​ທີ 19/12/ 1946, ໂດຍ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ “ຍອມ​ເສຍ​ສະຫຼະ​ເພື່ອ​ປົກ​ປັກ​ຮັກ​ສາປະ​ເທດ​ຊາດ” ປະ​ຊາ​ຊົນ​ນະ​ຄອນຫຼວງ​ໄດ້​ລຸກ​ຂຶ້ນ​ເພື່ອ​ຕໍ່​ສູ້​ຕ້ານ​ຝ​ລັ່ງ. ບັນ​ດາ​ກອງ​ປ້ອງ​ກັນຕົວ​ໄດ້​ຢືດ​ເອົາ​ເຮືອນ​ແຕ່​ລະຫຼັງ, ຖະ​ໜົນ​ແຕ່​ລະ​ສາຍ​ຈາກ​ສັດ​ຕູ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ໄຊ​ຊະ​ນະ​ຂອງ​ການ​ຕໍ່​ຕ້ານ​ທົ່ວ​ປະ​ເທດ.

“ຮ່າໂນ້ຍ 60 ວັນ ແລະຄືນແຫ່ງການສູ້ຮົບ” ຜ່ານຄວາມຊົງຈຳຂອງຜູ້ເຂົ້າຮ່ວມ - ảnh 1
ພັນ​ເອກ ຫງວຽນ​ຈ້ອງ​ຫ່າມ

        ເຖິງວ່າ​ປີນີ້​ໄດ້​ມີ​ອາ​ຍຸ 95 ປີ​ແລ້ວ​ກໍ່​ຕາມ, ແຕ່​ພັນ​ເອກ ຫງວຽນ​ຈ້ອງ​ຫ່າມ, ອະ​ດີດ​ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ທ​ະຫານເຂດ​ນະ​ຄອນຫຼວງ (ປະ​ຈຸ​ບັນ​ແມ່ນກອງ​ບັນ​ຊາ​ການ​ນະ​ຄອນຫຼວງ ຮ່າ​ໂນ້ຍ) ຍັງ​ຄົງສະ​ຫຼາດຫຼັກ​ແຫຼມ​ຢູ່. ຄວາມ​ຊົງ​ຈຳ​ກ່ຽວ​ກັບ 60 ວັນ ແລະ ຄືນ (19/12/1946 – 17/2/1947) ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຟົດ​ຟື້ນ​ໃນ​ບັນ​ຍາ​ກາດ “ຍອມ​ເສຍ​ສະຫຼະ​ເພື່ອປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ” ຂອງ ຮ່າ​ໂນ້ຍ ໃນ 70 ປີ​ກ່ອນ​ຍັງ​ຄົງ​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ນັກ​ຮົບ​ນະ​ຄອນຫຼວງຢູ່. ພັນ​ເອກ ຫງວຽນ​ຈ້ອງ​ຫ່າມ ​ຈື່​ຈຳ​ວ່າ: ປີ 1946 ລ່າ​ເມືອງ​ຂຶ້ນ ຝ​ລັ່ງ ​ປະ​ຕິ​ເສດ​ສັນ​ຍາ​ເບື້ອງ​ຕົ້ນ​ໃນ​ວັນ​ທີ 6/3/1946; ສົນ​ທິ​ສັນ​ຍາ​ຊົ່ວ​ຄາວ​ວັນ​ທີ 14/9/1946, ພາຍຫຼັງຍົກ​ພົນ​ເຂົ້າ ດ່າ​ນັ້ງ, ໂດ່​ເຊີນ​ ຢ່າງ​ຜິດ​ກົດ​ໝາຍ, ຢືດ​ຄອງ ຫາຍ​ຝ່ອງ, ລ້າງ​ເຊີນ, ​ພວກ​ມັນໄດ້ດຳ​ເນີນ​ການ​ເກາະ​ຜິດ​ຢູ່ຫຼາຍ​ແຫ່ງ​ໃນ​ນະ​ຄອນ ຮ່າ​ໂນ້ຍ. ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ຕໍ່​ສູ້, ທະ​ຫານ ແລະ ປະ​ຊາ​ຊົນ ຮ່າ​ໂນ້ຍ ໂຕ້​ຕອບ​ດ້ວຍ​ຄຳ​ຂວັນ​​ທີ່​ວ່າ “ຄວາມ​ເປັນ​ຕາຍ​ເພື່ອ​ນະ​ຄອນຫຼວງ”. ຕອນ​ເຊົ້າ​ວັນ​ທີ 19/12/1946, ການ​ປະ​ຊຸມ​ຮັບ​ຄຳ​ສັ່ງ​ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ນະ​ຄອນ ຮ່າ​ໂນ້ຍ​ ສຳ​ລັບ​ພະ​ນັກ​ງານ​ປ້ອງ​ກັນ​ຕົວ​ໄດ້​ກາຍ​ເປັນ​ພິ​ທີ​ສາ​ບານ​ຕົວ “ຍອມ​ເສຍ​ສະຫຼະ​ເພື່ອ​ປົກ​ປັກ​ຮັກ​ສານະ​ຄອນຫຼວງ”. ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ງານ​ການ​ປະ​ຕິ​ວັດ, ພັກ, ລັດ​ຖະ​ບານ ແລະ ປະ​ທານ ໂຮ່​ຈີ​ມິນ ໄດ້​ມີ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຢ່າງເໝາະ​ສົມ​ເພື່ອ​ຮັບ​ມື​ກັບ​ສັດ​ຕູ​ທັງ​ພາຍ​ໃນ ແລະ ພາຍນອກ, ພິ​ເສດ​ແມ່ນ​ທະ​ຫານ ຝ​ລັ່ງ. ພັນ​ເອກ ຫງວຽນ​ຈ້ອງ​ຫ່າມ ໃຫ້​ຮູ້​ວ່າ: “ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທານ ໂຮ່​ຈີ​ມິນ​ ໃນ​ຊຸມ​ວັນ​ທຳ​ອິດ​ຂອງ​ການ​ຕໍ່​ຕ້ານ​ແມ່ນມອບ​ໜ້າ​ທີ່​ໃຫ້​ທົ່ວປວງ​ຊົນ​ລຸກ​ຂຶ້ນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ​ພ​ວກ​ຂ້າ​ພະ​ເຈົ້າ​ໄດ້​​ກຽມ​ພ້ອມ​ເພື່ອ​ຮັບ​ມື​ກັບ​ການ​ເກາະ​ຜິດ​ຂອງ​ສັດ​ຕູ. ນັ້ນ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຮີບ​ຮ້ອນ​ທີ່​ສຸດ. ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທານ ໂຮ່​ຈີ​ມິນ​ ແມ່ນຕອບ​ສະ​ໜອງ​ໄດ້​ຄຳ​ຮີບ​ຮ້ອນ​ດັ່ງ​ກ່າວ ແລະ ​ສ້າງເປັນຈິດ​ໃຈ​ເດັດ​ດຽວ​ລຸກ​ຂຶ້ນ​ຕໍ່​ສູ້​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ພວກ​ເຮົາ​ເປັນ​ເຈົ້າ​ການ​​ໃນ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ ເພື່ອຍາດ​ເອົາ​ໄຊ​ຊະ​ນະ”.

        ຮອດ​ເວ​ລາ 20 ໂມງ 03 ນາ​ທີ​ວັນ​ທີ 19/12/1946, ​ໄຟ​ຟ້າທົ່ວ​ນະ​ຄອນ ຮ່າ​ໂນ້ຍ ​ຖືກມອດໄ​ປໃນ​ບາດດຽວ. ​ປືນ​ໃຫຍ່​ຈາກ​ປ້ອມ​ໝັ້ນ ລ໋າງ ຖືກຍິງ​​ເພື່ອ​ເປັນສັນ​ຍານບຸກ​ໂຈມ​ຕີ. ດ້ວຍ​ຄວາມ​ຕັດ​ສິນ​ໃຈ “ຍອມ​ເສຍ​ສະຫຼະ​ເພື່ອ​ປົກ​ປັກ​ຮັກ​ສາປະ​ເທດ​ຊາດ”, ທະ​ຫານ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງ​ໄດ້​ຢືດ​ເອົາ​ເຮືອນ​ແຕ່​ລະຫຼັງ, ຖະ​ໜົນ​ແຕ່​ລະ​​ສາຍ​ຈາກ​ສັດ​ຕູ. ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ເປັນ​ນັກ​ຮົບ​ປົກ​ປັກ​ຮັກ​ສາ​ນະ​ຄອນຫຼວງ, ພັນ​ເອກ ຫງວຽນ​ຈ້ອງ​ຫ່າມ, ຫວນ​ຄືນ​ວ່າ: ເວ​ລາ​ນັ້ນ​ປະ​ຊາ​ຊົນ​​ຜູ້​ໃດກໍ່​ເປັນນັກ​ຮົບ, ເຮືອນ​​ຫຼັງໃດ​ກໍ່​ເປັນ​ປ້ອມ​ໝັ້ນ, ຖະ​ໜົນ​​ຄຸ້ມ​ໃດ​ກໍ່​ເປັນແນວ​ຮົບ​.

“ຮ່າໂນ້ຍ 60 ວັນ ແລະຄືນແຫ່ງການສູ້ຮົບ” ຜ່ານຄວາມຊົງຈຳຂອງຜູ້ເຂົ້າຮ່ວມ - ảnh 2
(ພາບປະກອບ)

        ການ​ຕໍ່​ສູ້​ຢ່າງອົງ​ອາດ​ກ້າ​ຫານຂອງ​ທະ​ຫານ ແລະ ປະ​ຊາ​ຊົນ ຮ່າ​ໂນ້ຍ ໄດ້​ດຶງ​ດູດ​ມະ​ຫາ​ຊົນ​ນະ​ຄອນຫຼວງ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ, ສ້າງ​ເປັນ​ທ່າ​ຮົບ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງ. ໃນ​ກອງ​ທະ​ຫານຍອມ​ເສຍ​ສະຫຼະ​ເພື່ອ​ປົກ​ປັກ​ຮັກ​ສາ​ນະ​ຄອນ​ໃນ​ລະ​ດູ​ໜາວ​ປີ​ນັ້ນ​ບໍ່​ພຽງ​ແຕ່​ມີ​ຜູ້ຊາຍລ້ຳ​ສັນ​ເຂົ້າ​ຮ່ວ​ມເທົ່າ​ນັ້ນ, ຫາກ​ຍັງ​ມີ​ບັນ​ດາລູກ​ສາວ​ເຈົ້າ​ນາຍ​ຂອງ​ນະ​ຄອນ​ອີກ​ດ້ວຍ.

        ພາຍຫຼັງ 10 ວັນ​ແຫ່ງ​ການ​ຕໍ່​ສູ້, ທະ​ຫານ ແລະ ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ​ສາ​ມາດ​ຍາດ​ໄດ້​ສິດກວດ​ກາ​ຖະໜົນຫຼາຍ​ສາຍ. ເພື່ອ​ເປັນ​ເອ​ກະ​ພາບ​ໃນ​ການ​ຊີ້​ນຳ, ນຳ​ພາ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ, ວັນ​ທີ 6/1/1947, ກອງ​ພັນ​ໃຫຍ່​ລະ​ຫວ່າງ​ເຂດ I ໄດ້​ຮັບ​ການ​ສ້າງ​ຕັ້ງ. ຜ່ານ 57 ວັນ ແລະ ຄືນ​ແຫ່ງ​ການ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານເພື່ອ “ກີດ​ຂວາງ​ສັດ​ຕູ”, ວັນ​ທີ 14/2/1947, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ​ໄດ້​ປະ​ຊຸມ​ດ່ວນ, ລາຍ​ງານ​ຕໍ່​ປະ​ທານ ໂຮ່​ຈີ​ມິນ ພ້ອມ​ກັບ​ຄະ​ນະ​ປະ​ຈຳ​ການ​ສູນ​ກາງ ເພື່ອ​ອະ​ນຸ​ຍາດ​ຖອນກອງ​ພັນ​ໃຫຍ່​ນະ​ຄອນຫຼວງ​ອອກນອກ  ພາຍຫຼັງ​ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ. ​ຮ່າ​ໂນ້ຍ​ ສາ​ມາດ​ກີດ​ຂວາງ​ສັດ​ຕູໄດ້​ໃນ​ໄລ​ຍະສອງ​ເດືອນ (19/12/1946-17/2/1947); ຜາບ​ແພ້​ກົນ​ອຸ​ບາຍ​ຕີ​ໄວ, ຊະ​ນະ​ໄວ​ຂອງ​ສັດ​ຕູ; ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ອົງ​ການສຳ​ຄັນ​ຂອງ​ພັກ, ລັດ​ໄດ້​ຮັບ​ການ​ປ້ອງ​ກັນແລະ ຖອນ​​ອອກ​ສູ່​ເຂດ​ຖານ​ທີ່​ໝັ້ນ​ທີ່​ປອດ​ໄພ; ຈາກ​ນັ້ນ​ຊີ້​ນຳ​ການ​ຕໍ່​ຕ້ານ​ໃຫ້​ໄປ​ເຖິງ​ໄຊ​ຊະ​ນະ. ສ້າງສັນ​ຕິ​ພາບຄືນ​ໃໝ່​ໃນ​ປີ 1954.

       

ຕອບກັບ

ຂ່າວ/ບົດ​ອື່ນ