ເຂົ້າໜຽວກວ້ຍປີ້ງ, ຂອງຫວານທີ່ແຊບທີ່ສຸດໃນໂລກ

(VOVWORLD) - ວັດຖຸດິບເຮັດເຂົ້າໜຽວກວ້ຍປີ້ງ ຫາງ່າຍທີ່ສຸດ, ລວມມີ: ກ້ວຍນ້ຳ, ເຂົ້າໜຽວ, ນ້ຳກະທິ, ຖົ່ວດິນຕຳໃຫ້ແຫຼກ, ນວນໝາກພ້າວຂູດເປັນເສັ້ນ ພ້ອມກັບເຄື່ອງປຸງຈຳນວນໜຶ່ງ.
ເຂົ້າໜຽວກວ້ຍປີ້ງ, ຂອງຫວານທີ່ແຊບທີ່ສຸດໃນໂລກ - ảnh 1ເຂົ້າໜຽວກວ້ຍປີ້ງແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ເຮັດງ່າຍໆ ແຕ່ຖືກປາກທ່ີສຸດ
(ພາບ: thamhiemmekong)

        ຫວ່າງມໍ່ໆມານີ້, ລາຍການ Culinary Journeys (ລາຍການອາຫານ) ໄດ້ອອກອາກາດໃນຊ່ອງໂທລະພາບ CNN International ຂອງ ອາເມລິກາ ເຊິ່ງໄດ້ເລືອກເອົາຂອງຫວານເຂົ້າໜຽວກວ້ຍປີ້ງຂອງ ຫວຽດນາມ ແມ່ນ 1 ໃນຈຳນວນ 9 ຂອງຫວານທີ່ແຊບ ແລະ ໄດ້ຮັບຄວາມນິຍົມທີ່ສຸດໃນໂລກ. ຕາມການພັນລະນາຂອງ CNN ແລ້ວ, ເຂົ້າໜຽວກວ້ຍປີ້ງແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ເຮັດງ່າຍໆ ແຕ່ຖືກປາກທ່ີສຸດ ແລະ ນີ້ແມ່ນຂອງຫວານທີ່ຕ້ອງຊິມເທື່ອໜຶ່ງເມື່ອມາຢ້ຽມຢາມ ຫວຽດນາມ.

        3 ໂມງຕອນບ່າຍ, ຜົວເມຍເອື້ອຍ ຮັ່ງ ໄດ້ຫ້າງຫາກະກຽມຈັດຫາບຮ້ານຂາຍຢູ່ 4 ແຍກຖະໜົນ ຮ່າງເດື່ອງ ແລະ ຮ່າງຈຽວ ຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ຮ້ານໄດ້ຕັ້ງຢູ່ແຄມທາງ ໂດຍມີພຽງແຕ່ເຕົາປີ້ງໃຊ້ຖ່ານ ຍາວປະມານ 1ມ, ໝໍ້ນ້ຳກະທິ, ພ້ອມກັບກ່ອງໃສ່ຖົ່ວດິນຕຳໃຫ້ແຫຼກ, ນວນໝາກພ້າວ ແລະ ຖົງ, ກັບຢາງປລາດສະຕິກ, ພ້ອມກັບໄມ້ສຽບ ເພື່ອໃຫ້ຜູ້ກິນສາມາດ “ທັງໄປທັງກິນ” ໄດ້.

        ໂດຍໄດ້ເປີດຮ້ານຂາຍເປັນເວລາກວ່າ 5 ປີ, ຮ້ານຂອງເອື້ອຍ ຮັ່ງ ແມ່ນຮ້ານຂາຍເຂົ້າໜຽວກວ້ຍປີ້ງທຳອິດທີ່ໄດ້ເປີດຢູ່ ຮ່າໂນ້ຍ. ນີ້ກໍ່ແມ່ນຮ້ານຂອງຫວານທີ່ມີລົດຊາດພິເສດທີ່ສຸດ, ສະນັ້ນ, ຮ້ານຂອງເອື້ອຍໄດ້ດຶງດູດລູກຄ້າຫຼາຍຄົນມາຊື້ເປັນປະຈຳ ດ້ວຍລາຄາ 20.000 ດົ່ງ/ອັນ. ເຈົ້າຂອງຮ້ານທີ່ມີອາຍຸເກືອບ 30 ປີນີ້ແບ່ງປັນວ່າ:

        “ກ່ອນນີ້, ນ້ອງໄປທ່ຽວຢູ່ພາກໃຕ້ ຫວຽດນາມ. ພາຍຫຼັງລອງຊິມ, ນ້ອງມັກລົດຊາດຂອງເຂົ້າໜຽວກວ້ຍປີ້ງທີ່ສຸດ. ຍ້ອນເຫດນັ້ນ, ນ້ອງຫາຍາດຕິພີ່ນ້ອງດຳລົງຊີວິດຢູ່ຢູ່ພາກໃຕ້ນັ້ນ ສອນວິທີເຮັດ ແລະ ຄ່ອຍໆເປີດຮ້ານຂາຍຢູ່ ຮ່າໂນ້ຍ. ແຕ່ລະມື້, ນ້ອງໄດ້ເຮັດເຂົ້າໜຽວກວ້ຍປີ້ງເກືອບ 100 ອັນ, ຮອດເວລາ 9-10 ໂມງຄ່ຳກໍ່ຂາຍໝົດແລ້ວ”.

        ເຂົ້າໜຽວກວ້ຍປີ້ງອາດເວົ້າໄດ້ວ່າແມ່ນຂອງຫວານທີ່ໃໝ່ອ່ຽມສຳລັບຊາວ ຮ່າໂນ້ຍ, ແຕ່ສຳລັບຊາວພາກໃຕ້, ພິເສດແມ່ນປະຊາຊົນເຂດທາງທິດຕາເວັນຕົກພາກໃຕ້, ນີ້ແມ່ນຂອງຫວານທຳມະດາ, ລື້ງເຄີຍແລ້ວ. ວັດຖຸດິບເຮັດເຂົ້າໜຽວກວ້ຍປີ້ງ ຫາງ່າຍທີ່ສຸດ, ລວມມີ: ກ້ວຍນ້ຳ, ເຂົ້າໜຽວ, ນ້ຳກະທິ, ຖົ່ວດິນຕຳໃຫ້ແຫຼກ, ນວນໝາກພ້າວຂູດເປັນເສັ້ນ ພ້ອມກັບເຄື່ອງປຸງຈຳນວນໜຶ່ງ. ເວລາປີ້ງຕ້ອງພິກກັບດ້ານເລື້ອຍໆ, ເຫັນທາງນອກຂອງເຂົ້າໜຽວກອບເຫຼືອງ, ມີກິ່ນຫອມແມ່ນສຸກແລ້ວ. ຕາມເອື້ອຍ ຮັ່ງ ແລ້ວ, ເພື່ອເຮັດຂອງຫວານນີ້ໃຫ້ແຊບ, ດຶງດູດລູກຄ້າ, ຂອດກະກຽມ, ປຸງແຕ່ງວັດຖຸດິບແມ່ນມີຄວາມສຳຄັນທີ່ສຸດ.

        “ນັບແຕ່ຂັ້ນຕອນກະກຽມວັດຖຸດິບ ເຮົາກໍ່ຕ້ອງກະກຽມຢ່າງລອບຄອບທີ່ຖ້ວນ. ຕົວຢ່າງຄື: ເຂົ້າໜຽວຕ້ອງເລືອກເອົາເຂົ້າຫອມເມັດໃຫຍ່, ໝາກກວ້ຍແມ່ນກວ້ຍນ້ຳເລີ່ມສຸກ. ເມື່ອກວ້ຍເລີ່ມສຸກ, ປອກເປືອກອອກແລ້ວລ້າງໃສ່ນ້ຳເກືອ ຫຼັງຈາກນັ້ນເອົາໄປເອືອບກັບນ້ຳຕານ, ເກືອ 30 ນາທີ. ເມື່ອໜຶ້ງເຂົ້າໜຽວເລີ່ມສຸກກໍ່ຕື່ມນ້ຳກະທິ ແລະ ນ້ຳຕານໃສ່ ຫຼັງຈາກນັ້ນກໍ່ເອົາໄມ້ຖູ່ຄົນໃຫ້ເຂົ້າກັນ. ສືບຕໍ່ໜຶ້ງຮອດເວລາເຂົ້າສຸກແລ້ວປະໄວ້ໃຫ້ມັນເຢັນ”.

        ເຮັດເຂົ້າໜຽວກວ້ຍປີ້ງຕ້ອງມີຫຼາຍຂັ້ນຕອນ, ແຕ່ເພື່ອສ້າງຈຸດພິເສດສະເພາະໃຫ້ແກ່ຂອງຫວານນີ້ ມັນຂຶ້ນກັບກະທິໝາກພ້າວທີ່ໂຮຍໃສ່ກ້ວຍ. ກ່ຽວກັບສິ່ງນີ້, ເອື້ອຍ ຮັ່ງ ແບ່ງປັນວ່າ:

        “ສ່ວນປະກອບສຳຄັນທີ່ສຸດແມ່ນນ້ຳກະທິໝາກພ້າວ, ມັນຕ້ອງເຮັດຈາກໝາກພ້າວສົດ. ຕ້ອງເລືອກໝາກພ້າວແກ່ໜ້ອຍໜຶ່ງ. ເມື່ອຈັບຂຶ້ນມາສັ່ນແລ້ວໄດ້ຍິນສຽງນ້ຳຢູ່ດ້ານໃນ ແລະ ເບິ່ງວ່າມັນໜັກຫຼືບໍ່. ເມື່ອຕົ້ມກະທິຮ້ອນໃຫ້ໃສ່ເກືອ ແລະ ແປ້ງມັນເພື່ອສ້າງຄວາມຂຸ້ນ”.

ເຂົ້າໜຽວກວ້ຍປີ້ງ, ຂອງຫວານທີ່ແຊບທີ່ສຸດໃນໂລກ - ảnh 2ເຂົ້າໜຽວກວ້ຍປີ້ງຈະຕັດເປັນຕ່ອນພໍກິນ
(ພາບ: kinhtedothi.vn)

        ເຂົ້າໜຽວກວ້ຍປີ້ງຈະແຊບກວ່າຖ້າກິນຕອນຮ້ອນໆ. ເມື່ອກິນ, ທຳມະດາເຂົ້າໜຽວກວ້ຍປີ້ງຈະຕັດເປັນຕ່ອນພໍກິນ, ຮວດນ້ຳກະທິໃສ່ໜ້າ, ຢຸບຖົ່ວດິນຕຳໂຮຍໃສ່. ກິ່ນຫອມຂອງໝາກກວ້ຍ ພ້ອມກັບກິ່ນຫອມຂອງນ້ຳກະທິ, ເຮັດໃຫ້ຜູ້ຜ່ານທາງຕ້ອງຢຸດຊື້.

        “ເມື່ອເບິ່ງຂອງຫວານນີ້ຄິດວ່າຈະມັນໆ, ແຕ່ພັດກິນແຊບ. ຂອງຫວານນີ້ມີກິ່ນຫອມ ແລະ ແຊບເຂັ້ມຂຸ້ນດີ. ແຕ່ຕ້ອງກິນຕອນຍັງຮ້ອນໆ ຖ້າປະໃຫ້ເຢັນເຂົ້າດ້ານນອກຈະແຂງ”.

        “ພວກຂ້າພະເຈົ້າບໍ່ເຄີຍກິນຂອງຫວານຄືແນວນີ້ຈັກເທື່ອ, ນັບທັງຢູ່ ດນາກຂອງພວກຂ້າພະເຈົ້າ. ຂອງຫວານນີ້ແຊບແທ້ໆ”.

        ໃນວັນນີ້, ຂອງຫວານນີ້ຈະເຫັນຂາຍຢູ່ຕາມທາງ, ຮ້ານນ້ອຍໆຢູ່ແຄມທາງຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ. ຖ້າມີໂອກາດມາ ຫວຽດນາມ, ພວກເພື່ອນຈົ່ງຊິມຂອງຫວານນີ້ເບິ່ງເດີ້.

ຕອບກັບ

ຂ່າວ/ບົດ​ອື່ນ