ເພື່ອນມິດສາກົນ, ແຫຼ່ງກຳລັງແຮງດ້ານຈິດໃຈຂອງຫວຽດນາມ ໃນການເຈລະຈາສັນຍາປາຣີ

ໃນຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ປາຣີ, ທີ່ພາ​ໄປ​ເຖິງ​ການ​ເຊັນ​ສັນຍາ​ປາຣີ ​ເມື່ອ​ວັນ​ທີ 27/1/1973 ນັ້ນ, ຄຽງ​ຄູ່​ກັບ​ສິລະ​ປະການ​ເຈລະຈາ​ຂອງ​ຫວຽດນາມ​ແລ້ວ, ຍັງ​ມີ​ການ​ສະໜັບສະໜູນ​ອັນ​ໃຫ່ຍຫຼວງ​ຂອງ​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ໂລກ​ອີກ​ດ້ວຍ. ​ເຊີນ​ທ່ານ​ກັບ​ຄືນ​ສູ່​ອະດີດ​ຕະການ​ຜ່ານ​ຄວາມ​ຊົງ​ຈຳ​ຂອງ​ບັນດາ​ຕົວ​ປະ​ຍານ​, ເຊິ່ງ​ແມ່ນບັນດາ​ເພື່ອ​ນມິດ​ສາ​ກົນຜ່ານ​ບົດ​ຂຽນ​​ທີ່​ມີ​ຫົວ​ຂໍ້​ວ່າ: ​ເພື່ອນ​ມິດສາ​ກົນ, ​ແຫຼ່ງກຳລັງ​ແຮງ​ດ້ານ​ຈິດ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ເຈລະຈາ​ສັນຍາ​ປາຣີ.

ເພື່ອນມິດສາກົນ, ແຫຼ່ງກຳລັງແຮງດ້ານຈິດໃຈຂອງຫວຽດນາມ ໃນການເຈລະຈາສັນຍາປາຣີ - ảnh 1
(ພາບປະກອບ:
vi.wikipedia.org)

  40 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ແຕ່​ທ່ານ Michel Strachinescu ຍັງ​ຄົງ​ຈື່​ຈຳ​ບັນດາ​ເລື່ອງ​ລາວ, ອະນຸສອນ​ຂອງ​ທ່ານກັບ​ບັນດາ​ເພື່ອນ​ມິດຫວຽດນາມ ​ໃນ​ຄະນະ​ຜູ້​ແທນ​ແນວ​ໂຮມ​ແຫ່ງ​ຊາດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ທີ່​ເຄື່ອນ​ໄຫວ​ຢູ່​ຝະລັ່ງ​ ໃນ​ໄລຍະ​ເວລາ​ນັ້ນ. ​ໃນ​ຕະຫຼອດ​ເວລາ 4 ປີ​ເປັນ​ຜູ້​ຂັບ​ລົດ​ໃຫ້​ຄະນະ​ເຈລະ​ຈາ​ຫວຽດນາມ, ​ແຕ່​ລະ​ມື້, ທ່ານ​​​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ ໄດ້​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ, ແບ່ງປັນ​ແນວ​ຄິດ​ຈິດ​ໃຈນຳ​ກັນ, ທ່ານ Michel Strachinescu  ຫວນ​ຄືນ​ວ່າ:

  “ວັນ​ທີ 27/1/1973 ​ແມ່ນ​ວັນ​ທີ່​ພວກ​ຂ້າພະ​ເຈົ້າມີ​ຄວາມ​ພາກ​ພູມ​ໃຈ​ຄື​ກັນ​ກັບ​ບັນດາ​ເພື່ອ​ນສະຫາຍ​ຫວຽດນາມ. ຫວຽດນາມ ​ແມ່ນປະ​ເທດ​ໜ້ອຍ​ແຕ່​ພັດສາມາດບັງຄັບ​ໃຫ້​ປະ​ເທດ​ມະຫາ​ອຳນາດ​ອາ​ເມ​ລິ​ກາ​ ຕ້ອງ​ຍອມ​ຈຳນົນ. ສຳຫຼັບ​ຂ້າພະ​ເຈົ້າ​ແລ້ວ, ປະທານ​ໂຮ່ຈິ​ມິນ​ ແມ່ນ​ແສງ​ສະຫວ່າງ​ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ໂລກ. ​ໃນ​ເວລາ 40 ປີ​ກ່ອນ, ພວກ​ຂ້າພະ​ເຈົ້າ​ໄດ້​ຮ້ອງ​ໂຮ ​ແລະ​ ພ້ອມ​ກັນ​ຈັດ​ງານ​ລ້ຽງ​​ຊົມ​ເຊີຍ​ໄຊຊະນະ​ພ້ອມກັບ​ພວກ​ເພື່ອນ

ເພື່ອນມິດສາກົນ, ແຫຼ່ງກຳລັງແຮງດ້ານຈິດໃຈຂອງຫວຽດນາມ ໃນການເຈລະຈາສັນຍາປາຣີ - ảnh 2
(ພາບປະກອບ:hanoimoi.com.vn)

  ໜຶ່ງ​ໃນ​ບັນດາສິ່ງ​ພິ​ເສດສະ​ເພາະ ​ແລະ ​ແມ່ນ​ຄວາມ​ງາມ​​ແຫ່ງນ້ຳ​ໃຈ​ມິດຕະພາບ​ຂອງ​ຂະ​ບວນການ​ປະຊາຊົນ​ໂລກ​ສາມັກຄີ​ກັນ, ສະໜັບ ສະໜູນ​ຫວຽ​ດນາມ ​ແມ່ນ​ການ​ເຕົ້າ​ໂຮມ​ບັນດາ​ກຳລັງ​ການ​ເມືອງ ​ແລະ ມະຫາຊົນ​ບັນດາ​ປະ​ເທດ​ເອີ​ລົບ ​ເວົ້າສະ​ເພາະ ​ແລະ ​ໂລກ​ເວົ້າລວມຢ່າງ​ກ້ວາງ​ຂວາງ ​ແລະ ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ນອກຈາກ​ນັ້ນ​ແລ້ວ, ​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ປາຣີ, ການ​ສະໜັບສະໜູນ​ຂອງ​ວົງ​ການ​ນັກ​ຂ່າວ​ສາກົນ​ກໍ່​ໄດ້​ປະກອບສ່ວນ​ບໍ່​​ແມ່ນໜ້ອຍ​ເຂົ້າ​ໃນ​ຂະ​ບວນການ​ຄັດຄ້ານ​ສົງຄາມ​ຢູ່​ຫວຽດນາມ ​ໃນ​ທົ່ວ​ໂລກ. ທ່ານ​ນາງ Madeleine Riffaud ​​ນັກ​ຂ່າວ​ສາກົນ​ທີ່ໄດ້​ຖ່າຍ​ທຳ​ຟິມ​ເອກະສານທີ່​ມີຄ່າ​ໃນ​ຊຸມ​ວັນ​ອາ​ເມ​ລິ​ກາ ​ນຳໃຊ້​ເຮືອບິນ B52 ​ມາຖິ້ມ​ລະ​ເບີດ​ລົງ​ຮ່າ​ໂນ້ຍ ​ແລະ ຫາຍ​ຟ່ອງ​ ເມື່ອ​ປີ 1972 ອັນໄດ້​ຊ່ວຍ​ກ່າວ​ປະນາມ​ການ​ຕໍ່ສູ້​ບໍ່​ເປັນ​ທຳ​ຂອງ​ອາ​ເມ​ລິ​ກາ ​ແລະ ຊ່ວຍ​ຫວຽດນາມ ​ສະ​ແຫວງ​ຫາ​ການ​ສະໜັບສະໜູນ​ຈາກ​ຫາງ​ສຽງ​ໂລກ​ກໍ່​ຄື​ມີ​ທ່າ​ໄດ້​ປຽບ​​ໃນ​ການ​ເຈລະຈາ​​ສັນຍາ​ປາຣີ ຕື່ມ​ອີກ. ທ່ານ​ນາງ Madeleine Riffaud ​ໃຫ້​ຮູ້​ວ່າ:

   “ນີ້​ແມ່ນ​ເຫດການ​ໃຫ່ຍ​ໃນ​ຊີວິດ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ແມ່ນ​ນັກ​ຂ່າວ​ຕ່າງປະ​ເທດ​ຄົນ​ດຽວ​ທີ່ໄດ້​ຮ່ວມ​ດຳ​ລົງ​ຊີ​ວິດ​ພ້ອມກັບທະຫານ ​ແລະ ປະຊາຊົນ​ຫວຽດນາມ. ຫຼັງ​ຈາກ​ນັ້ນຂ້າພະ​ເຈົ້າ​ໄດ້​ກັບ​ຄືນ​ປາຣີ ​ແລະ ສາຍ​ຟິມ​ເອກະສານຂອງ​ຕົນ​ທາງພາຫະນະ​ສື່​ມວນຊົນ​ໂລກ. ຟິມ​ເອກະ​ສານ​ດັ່ງກ່າວ​ສະ​ແດງໃຫ້​ເຫັນ​ວ່າ ​ເຖິງ​ວ່າ​​ປະສົບ​ກັບ​ຄວາມທຸກ​ຍາກ​ລຳບາກ​ແນວ​ໃດ​ກໍ່ຕາມ ​ແຕ່​ຊາວ​ຫວຽດນາມ ກໍ່​ບໍ່​ຍອມ​ຈຳນົນ, ຍັງ​ຄົງຕໍ່ສູ້​ຈົນ​ເຖິງ​ເວລາ​ໄດ້​ຮັບເອກະລາດ

     ສັນຍາ​ປາຣີ ກໍ່​ແມ່ນ​ເລື່ອງ​ລາວ​ອັນ​ມະຫັດສະຈັນ​ກ່ຽວ​ກັບ​ວິ​ວັດ​ການ​ຊອກ​ຫາ​ສັນຕິພາບ​ຄືນ​ໃໝ່, ນີ້​ກໍ່​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້​ຜູ້​ຖ່າຍ​ທຳ​ຮູບ​ເງົາຊາວ​ຝະລັ່ງ Daniel Roussel ຜະລິດ​ຮູບ​ເງົາເອກະສານ​ “ສັນຍາ​ປາຣີ“. ນັກ​ຖ່າຍ​ທຳ​ຮູບ​ເງົາ Daniel Roussel  ​ແບ່ງປັນ​ວ່າ:

   “ຂ້າພະ​ເຈົ້າຢາກ​ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ມຸ້ງ​ຫວັງ​ສັນຕິພາບ​ໄດ້​ຮັບ​ໄຊຊະນະ​ຄື​ແນວ​ໃດ. ສັນຍາ​ປາຣີ ​​ທີ່​ລົງ​ນາມ​ເມື່ອ​ວັນ​ທີ 27/1/1973 ​ແມ່ນ​ເລື່ອງ​ລາວ​ອັນ​ມະຫັດສະຈັນ, ​ແມ່ນ​ໝາກຜົນ​ແຫ່ງ​ວິວັດ​ການ​ເຈລະຈາລະຫວ່າງ 4 ຝ່າຍ​ໃນ​ຕະຫຼອດ​ໄລຍະ​ເວລາ​ເກືອບ 5 ປີ. ​ໃນ​ຈຸດ​ເວລາ​ນັ້ນ, ບັນດາ​ເພື່ອ​ນມິດຊາວ​ຝະລັ່ງ, ຜູ້​ຮັບ​ໃຊ້​ຄະນະ, ຜູ້​ຂັບ​ລົດ, ຜູ້​ປ້ອງ​ກັນ, ​ໜ່ວຍ​ການ​ແພດ…​ ນັບ​ຮ້ອຍໆ​ຄົນ​ ໄດ້​ຊ່ວຍ​ເຫຼືອ​ຄະນະ​ຜູ້​ແທນ​ຫວຽດນາມ ​​ຄື​ດັ່ງໃນ​ຄອບຄົວ​ດຽວ​ກັນ​ຢ່າງ​ແທ້​ຈິງ”.

    ການ​ຕໍ່ສູ້ຍາດ​ເອົາ​ເອະ​ລາດ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​​ໄລຍະ​ນີ້ ​ໄດ້​ກາຍ​ເປັນ​ສຽງ​ເວົ້າ​ທີ່ເປັນ​ທຳ, ​ເພື່ອ​ມະ​ໂນ​ທຳ, ຄຸນ​ນະ​ທາດ​ຂອງ​ມະນຸດ, ມີ​ຄຸນຄ່າ​​ໃນ​ການປຸກລຸກ​ມວນ​ມະນຸດ​ຜູ້​ກ້າວໜ້າ. ຍ້ອນ​ເຫດ​ນັ້ນ, ບໍ່​ມີ​ແຫ່ງ​ໃດ ​ແລະ ​​ບໍ່​ມີໄລຍະ​ເວລ​າໃດ​ໃນ​ປະຫວັດສາດ​ໂລກ, ຂະ​ບວນການ​ສາມັກຄີ​ສາກົນ​ເພື່ອ​ປະ​ເທດ​ໜຶ່ງ ພັດ​ມີ​ກຳລັງ​ແຮງ​ຄື​ແນວ​ນັ້ນ. ສຳລັບ​ຫວຽດນາມ ​ແລ້ວ, ຍາມ​ໃດ, ການສະໜັບສະໜູນ​ຂອງ​ບັນດາ​ເພື່ອ​ນມິດສາ​ກົນກໍ່​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ທີ່​ມີຄ່າ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

ຕອບກັບ

ຂ່າວ/ບົດ​ອື່ນ