ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ, ແຂວງ ດ້ຽນ​ບຽນ ພັດ​ທະ​ນາຢ່າງວ່ອງ​ໄວ ແລະ ຍືນ​ຍົງ

(VOVWORLD) - ເມື່ອກ່ອນນີ້, ດ້ຽນບຽນ ແມ່ນເຂດດິນແດນແຫ່ງການປະຕິວັດ ຕິດພັນກັບໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954) ທີ່ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ເຮັດໃຫ້ໂລກ ສັ່ນສະເທືອນ”, ໜຶ່ງໃນບັນດາຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຊາດ ຫວຽດນາມ. ປັດຈຸບັນ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດ້ຽນບຽນ ໄດ້ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.
ແຂວງ ດ້ຽນບຽນ ມີ 10 ຫົວໜ່ວຍບໍລິຫານ, ລວມມີ: 1 ນະຄອນ, 1 ເທດສະບານເມືອງ ແລະ 8 ເມືອງ ປະກອບດ້ວຍ 130 ຕາແສງ, ເທດສະບານເມືອງ. ແຂວງ ມີເນື້ອທີ່ທັງໝົດກວ່າ 9.500 ກມ2, ມີປະຊາກອນກວ່າ 630.000 ຄົນ ດ້ວຍ 19 ຊົນເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນ, ໃນນັ້ນ ຊົນເຜົ່າສ່ວນໜ້ອຍ ກວມເອົາເກືອບ 83% . ແຂວງ ດ້ຽນບຽນ ມີທີ່ຕັ້ງຍຸດທະສາດສຳຄັນ ຍ້ອນມີຊາຍແດນຕິດກັບ 2 ປະເທດ ລາວ ແລະ ຈີນ ດ້ວຍຄວາມຍາວເກືອບ 460 ກມ.
ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ, ແຂວງ ດ້ຽນ​ບຽນ ພັດ​ທະ​ນາຢ່າງວ່ອງ​ໄວ ແລະ ຍືນ​ຍົງ - ảnh 1ນະຄອນ ດ້ຽນບຽນ ເບິ່ງຈາກເທິງສູງ (ພາບ: qdnd.vn)

ດ້ຽນບຽນ ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງພັດທະນາດ້ານກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ. ເສດຖະກິດຂອງແຂວງໃນຊຸມປີຜ່ານມາ, ສືບຕໍ່ຮັກສາການເຕີບໂຕໃນລະດັບສູງ. ປີ 2022, ແຂວງດ້ຽນບຽນ ບັນລຸໝາກຜົນຮອບດ້ານໃນທຸກຂົງເຂດ, ມີ 48 ໃນຈຳນວນ 51 ຄາດໝາຍບັນລຸຜົນລື່ນກາຍຄາດໝາຍທີ່ໄດ້ວາງອອກ, ເສດຖະກິດເພີ່ມຂຶ້ນ 10,19%. ໃນການເຄື່ອນໄຫວຢູ່ແຂວງ ດ້ຽນບຽນ ເມື່ອຕົ້ນເດືອນ ເມສາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຮຽກຮ້ອງໃຫ້ທ້ອງຖິ່ນປະຕິບັດການວາງແຜນຜັງ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ເປັນຢ່າງດີ, ຖືນີ້ແມ່ນໜ້າທີ່ການເມືອງສຳຄັນ, ສຳເລັດການສ້າງແຜນຜັງວິໄສທັດຮອດປີ 2050 ໂດຍໄວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

“ສຸມໃສ່ພັດທະນາພື້ນຖານໂຄງລ່າງແບບມີຈຸດສຸມ ເຂົ້າໃນພື້ນຖານໂຄງລ່າງທາງຄົມມະນາຄົມ, ໂທລະຄົມມະນາຄົມ, ໄຟຟ້າ, ໂຄງລ່າງການສຶກສາບຳລຸງສ້າງດ້ານສາທາລະນະສຸກ, ໂຄງລ່າງການປ້ອງກັນເສັ້ນຊາຍແດນ, ແລ້ວສຸມໃສ່ 3 ກຳລັງໜູນ ນັ້ນແມ່ນ: ການບໍລິໂພກອຸປະໂພກ, ການລົງທຶນ, ການສົ່ງອອກ ຕິດພັນກັບວຽກງານນີ້ ແມ່ນຕ້ອງພັດທະນາວິສາຫະກິດ. ທາງແຂວງກໍຊຸກຍູ້ການພັດທະນາວິສາຫະກິດໃຫ້ຫຼາຍກວ່າອີກ. ຢາກພັດທະນາວິສາຫະກິດກໍຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍົກສູງກຳລັງແຮງແກ້ງແຍ້ງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ວິສາຫະກິດ”.

ເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ແຂວງ ດ້ຽນບຽນ ໄດ້ດັດປັບຍຸດທະສາດຂອງບັນດາຂະແໜງເສດຖະກິດ, ໂດຍໃຫ້ບຸລິມະສິດໃນການພັດທະນາຊົນນະບົດ, ປ່າໄມ້, ການທ່ອງທ່ຽວ, ໄຟຟ້ານ້ຳຕົກ, ແຮ່ທາດ, ອຸດສາຫະກຳປຸງແຕ່ງ ແລະ ເສດຖະກິດເຂດດ່ານຊາຍແດນຕາມທິດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ຕິດພັນກຳລັງບົ່ມຊ້ອນ, ທ່າແຮງ, ກາລະໂອກາດພົ້ນເດັ່ນ, ທ່າໄດ້ປຽບຂອງແຂວງໃນການແກ້ງແຍ້ງ. ທ່ານ ເລແທັ່ງໂດ, ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ, ໃຫ້ຮູ້ວ່າ:

“ແຂວງ ດ້ຽນບຽນ ໄດ້ດຶງດູດຫຼາຍວິສາຫະກິດ ແລະ ນັກລົງທຶນ, ພິເສດແມ່ນບັນດານັກລົງທຶນທີ່ມີກຳລັງບົ່ມຊອ້ນ ໄດ້ມາຊອກຮູ້, ສຶກສາ ແລະ ປະຕິບັດບັນດາໂຄງການລົງທຶນ. ພວກຂ້າພະເຈົ້າເປີດສາຍການບິນ ດ້ຽນບຽນ - ຮ່າໂນ້ຍ, ດ້ຽນບຽນ - ນະຄອນ ໂຮ່ຈີມິນ. ນີ້ແມ່ນໂອກາດທີ່ດີທີ່ສຸດເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວກໍຄືດຶງດູດນັກລົງທຶນ. ບາງໂຄງການຈຸດສຸມກໍໄດ້ຍູ້ໄວຄວາມຄືບໜ້າການປະຕິບັດ. ສິ່ງທີ່ໜ້າສົນໃຈແມ່ນໂຄງການບຸກເບີກພື້ນທີ່ເພື່ອຮັບໃຊ້ໂຄງການຍົກລະດັບ ແລະ ຂະຫຍາຍທ່າອາກາດສະຍານ ດ້ຽນບຽນ”.
ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ, ແຂວງ ດ້ຽນ​ບຽນ ພັດ​ທະ​ນາຢ່າງວ່ອງ​ໄວ ແລະ ຍືນ​ຍົງ - ảnh 2ທ່ານ ເລແທັ່ງໂດ, ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ (ພາບ: VOV)

ໃນຂົງເຂດກະສິກຳປ່າໄມ້, ແຂວງ ດ້ຽນບຽນ ໄດ້ສຸມໃສ່ປູກຕົ້ນໄມ້ຊະນິດຕ່າງໆທີ່ມີທ່າແຮງຄື: ມາກກາ, ກາເຟ, ຢາງພາລາ. ພິເສດ, ທາງແຂວງໄດ້ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕິດພັນກັບການສ້າງຊົນນະບົດໃໝ່, ພັດທະນາເຂດປູກຝັງສະເພາະ, ຜະລິດຕະພັນທີ່ມີມູນຄ່າທາງດ້ານເສດຖະກິດສູງ. ທ່ານ ບຸ່ຍມິງຫາຍ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:

“ການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ໄດ້ຜັນຂະຫຍາຍປະຕິບັດບັນດາລະບົບຮ່ວມສຳພັນການຜະລິດ ແລະ ຕິດພັນກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່. ໝາຍຄວາມວ່າ ບັນດາລະບົບຮ່ວມສຳພັນ ໄດ້ສ້າງຕັ້ງເປັນສະຫະກອນຕ່າງໆ, ບັນດາຜະລິດຕະພັນ OCOP (ໜຶ່ງຕາແສງໜຶ່ງຜະລິດຕະພັນ). ບັນດາທ້ອງຖິ່ນໄດ້ເຂົ້າຮ່ວມຢ່າງຂ້ຽວຂາດ ແລະ ມາຮອດປັດຈຸບັນ ມີຫຼາຍຜະລິດຕະພັນ OCOP ໃນກວ່າ 20 ລະບົບຮ່ວມສຳພັນຜະລິດຢ່າງປອດໄພ. ທົ່ງນາໃຫຍ່ທີ່ຜະລິດເຂົ້າສານເປັນສິນພິເສດ ຢູ່ເມືອງ ດ້ຽນບຽນ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ການເຄື່ອນໄຫວກໍໄດ້ດຳເນີນໄປເປັນຢ່າງດີ”.

ແຂວງ ດ້ຽນບຽນ ວາງເປົ້າໝາຍການເຕີບໂຕກວ່າ 10% ໃນປີນີ້. ສຳລັບທາງແຂວງ, ປິນີ້ ແມ່ນປີສຳຄັນທີ່ສຸດ ເພາະວ່າ ຮອດປີ 2024 ແມ່ນປີສະເຫຼີມສະຫຼອງວັນໄຊຊະນະດ້ຽນບຽນຝູ ຄົບຮອບ 70 ປີ, ທາງແຂວງຕ້ອງມີບາດກ້າວພັດທະນາບຸກທະລຸ. ດ້ວຍກຳລັງບົ່ມຊ້ອນຫຼາຍຢ່າງ ແລະ ແຫຼ່ງກຳລັງທີ່ອຸດົມສົມບູນ,ຫຼາຍຮູບຫຼາຍແບບ, ແຂວງ ດ້ຽນບຽນ ໄດ້ມີຄົບເງື່ອນໄຂເພື່ອບັນລຸເປົ້າໝາຍ ຮອດປີ 2030 ກາຍເປັນແຂວງທີ່ມີເສດຖະກິດພັດທະນາດີໃນເຂດພູດອຍພາກເໜືອ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ