ແຜ່ກະຈາຍຄວາມຮັກຢູ່ໂຮງຮຽນແຫ່ງຄວາມຜາສຸກ

(VOVWORLD) - ການເຄື່ອນໄຫວດັ່ງກ່າວໄດ້ດຳເນີນໄປທຸກມື້ໃນສົກຮຽນ, ຊ່ວຍໃຫ້ຄູອາຈານ ແລະ ນັກຮຽນມີຄວາມໃກ້ຊິດກັນ.
ແຜ່ກະຈາຍຄວາມຮັກຢູ່ໂຮງຮຽນແຫ່ງຄວາມຜາສຸກ - ảnh 1(ແຕ່ລະມື້ຢູ່ໂຮງຮຽນປະຖົມ ຮ່າເຂົາ, ໄດ້ເລີ່ມຕົ້ນດ້ວຍບັນຍາກາດທັກທາຍສະບາຍດີລະຫວ່າງຜູ້ອຳນວຍການໂຮງຮຽນ)

ໂດຍເລີ່ມມາຈາກຮູບແບບ “Happy School” ຂອງ UNESCO, ຮູບແບບ “ໂຮງຮຽນແຫ່ງຄວາມຜາສຸກ” ໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຜັນຂະຫຍາຍແຕ່ປີ 2019 ໄດ້ທະວີຄູນອອກສູ່ວົງກວ້າງຢ່າງວ່ອງໄວ ຢູ່ຫຼາຍຮາກຖານການສຶກສາ. ໂດຍອີງໃສ່ 3 ມາດຕະຖານ, ນັ້ນແມ່ນ: ຄວາມຮັກ, ຄວາມປອດໄພ, ຄວາມເຄົາລົບ, ໂຮງຮຽນປະຖົມ ຮ່າເຂົາ, ຢູ່ນະຄອນ ຮະລອງ (ແຂວງ ກວາງນິງ) ໄດ້ບັນລຸຜົນສຳເລັດໃນການສ້າງໂຮງຮຽນແຫ່ງຄວາມຜາສຸກ, ຊ່ວຍໃຫ້ນັກຮຽນມີຄວາມກະຕືລືລົ້ນໃນການໄປໂຮງຮຽນ.

        ນັບແຕ່ສົກຮຽນ 2019 – 2020 ມາຮອດປະຈຸບັນ, ແຕ່ລະມື້ຢູ່ໂຮງຮຽນປະຖົມ ຮ່າເຂົາ, ນະຄອນ ຮະລອງ, ແຂວງ ກວາງນິງ, ໄດ້ເລີ່ມຕົ້ນດ້ວຍບັນຍາກາດທັກທາຍສະບາຍດີລະຫວ່າງຜູ້ອຳນວຍການໂຮງຮຽນ ທ່ານນາງ ຫງວຽນບິກຖຸຍ ແລະ ບັນດາຄູອາຈານໃນໂຮງຮຽນ ກັບນັກຮຽນແຕ່ລະຄົນກ່ອນທີ່ຈະຜ່ານປະຕູເຂົ້າໂຮງຮຽນ. ການເຄື່ອນໄຫວດັ່ງກ່າວໄດ້ດຳເນີນໄປທຸກມື້ໃນສົກຮຽນ, ຊ່ວຍໃຫ້ຄູອາຈານ ແລະ ນັກຮຽນມີຄວາມໃກ້ຊິດກັນ. ວິທີເລີ່ມຕົ້ນມື້ໃໝ່ນີ້ ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານຈິດໃຈໃຫ້ແກ່ນັກຮຽນ. ນ້ອງ ດ່າວຫາຍນາມ, ຟ້າມຮ່ວາງມີ, ນັກຮຽນຫ້ອງປໍ 5, ແບ່ງປັນວ່າ:

        “ໃນຊຸມມື້ມີຝົນຕົກ, ຫຼານເຫັນຜູ້ອຳນວຍການໂຮງຮຽນຢືນຢູ່ລະບຽງໂຮງຮຽນຕ້ອນຮັບພວກຫຼານ. ນັບແຕ່ເວລາຫຼານໄປຮຽນມື້ໃດກໍ່ພົບກັບຄູ. ຕອນເຊົ້າເມື່ອມາໂຮງຮຽນຫຼານໄດ້ແທັກມືກັນ ແລະ ສະບາຍດີຄູ.”

        “ມື້ໃດ, ຜູ້ອຳນວຍການໂຮງຮຽນກໍ່ຕ້ອນຮັບພວກລູກຫຼານໃນເວລາມາຮອດໂຮງຮຽນ ແລະ ສົ່ງຕອນພວກຫຼານເລີກຮຽນ. ຫຼານຮູ້ສຶກວ່າ ບັນດາຄູອາຈານມີຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມຮັກແພງພວກຫຼານ. ຫຼານຮູ້ສຶກວ່າ, ແຕ່ລະມື້ ເມື່ອໄປຮຽນກໍ່ມີຄວາມມ່ວນຊື່ນທີ່ສຸດ”.

        ເອື້ອຍ ຫງວຽນບິກຖຸຍ ໄດ້ຮັກສາການຕ້ອນຮັບນັກຮຽນແບບນີ້ຢູ່ບັນດາໂຮງຮຽນທີ່ເອື້ອຍຮັບດຳລົງຕຳແໜ່ງຜູ້ຄຸ້ມຄອງເປັນເວລາກວ່າ 10 ປີແລ້ວ, ກ່ອນທີ່ຈະມີຮູບແບບ “ໂຮງຮຽນແຫ່ງຄວາມຜາສຸກ” ໄດ້ຮັບການຜັນຂະຫຍາຍ. ຖ້າຫາກຜູ້ອຳນວຍການໂຮງຮຽນບໍ່ມາ, ບັນດາສະມາຊິກໃນຄະນະອຳນວຍການໂຮງຮຽນ, ຄູອາຈານຈະເປັນຜູ້ຕ້ອນຮັບນັກຮຽນ. ເອື້ອຍຄູ ຫງວຽນເຮືອງຍູງ, ຄູສອນໂຮງຮຽນປະຖົມ ຮ່າເຂົາ, ໃຫ້ຮູ້ວ່າ:

        “ນີ້ແມ່ນຮູບພາບທີ່ງາມທີ່ດີ, ສ້າງກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າປ່ຽນແປງ, ຮ່ຳຮຽນຕາມ. ແລະພວກຂ້າພະເຈົ້າກໍ່ຢຶດໝັ້ນປ່ຽນແປງໃນແຕ່ລະມື້, ບໍ່ພຽງແຕ່ໃນການສິດສອນເທົ່ານັ້ນ, ຫາກຍັງໃນບັນດາການເຄື່ອນໄຫວລະຫຼີ້ິ້ນ, ຮັບຝັງ, ແບ່ງປັນກັບນັກຮຽນອີກດ້ວຍ”.

ແຜ່ກະຈາຍຄວາມຮັກຢູ່ໂຮງຮຽນແຫ່ງຄວາມຜາສຸກ - ảnh 2 (ປະຈຸບັນ, ທາງໂຮງຮຽນຍັງສືບຕໍ່ມານະພະຍາຍາມຍົກສູງກຳລັງການປະພຶດ ແລະ ຈັນຍາບັນອາຊີບເປັນຄູອາຈານຢ່າງບໍ່ຢຸດຢັ້ງ)

ຢູ່ໂຮງຮຽນປະຖົມ ຮ່າເຂົາ, ໃນຫຼາຍປີຢ່າງລຽນຕິດ ບໍ່ເກີດມີການໃຊ້ຄວາມຮຸນແຮງໃນໂຮງຮຽນ, ບໍ່ມີການກະທຳລະເມີດຈັນຍາບັນຂອງຄູ. ໃນ “ໂຮງຮຽນແຫ່ງຄວາມຜາສຸກ” ນີ້, ຈາກບັນດາພະນັກງານຄຸ້ມຄອງ ຕະຫຼອດຮອດຄູອາຈານ, ນັກຮຽນ ລ້ວນແຕ່ໄດ້ເວົ້າອອກຄວາມຄິດຂອງຕົນ, ມີເງື່ອນໄຂປະດິດຄິດສ້ງ, ເສີມຂະຫຍາຍກຳລັງແຮງສ່ວນບຸກຄົນ.

        ຕາມເອື້ອຍ ຫງວຽນບິກຖຸຍ ແລ້ວ, ໂຮງຮຽນແຫ່ງຄວາມຜາສຸກ ກ່ອນອື່ນໝົດແມ່ນຕ້ອງເລີ່ມມາຈາກຄວາມຮັກແພງ, ມີສະພາບແວດລ້ອມຮ່ຳຮຽນທີ່ດີ, ເຮັດວຽກຢ່າງມ່ວນຊື່ນ, ສະດວກສະບາຍ. ສິ່ງສຳຄັນທີ່ສຸດແມ່ນຜູ້ນຳໜ້າຕ້ອງເປັນແບບຢ່າງ, ປ່ຽນແປງຈິນຕະນາການ ບົນຈິດໃຈ “ຄວາມຮັກ, ຄວາມປອດໄພ, ຄວາມເຄົາລົບ”. ເອື້ອຍ ຫງວຽນບິກຖຸຍ, ຖືວ່າ:

        “ເພື່ອໃຫ້ມີຄວາມໃກ້ຊິດ ແລະ ເຂົ້າໃຈພວກຫຼານກວ່າ ແມ່ນຕ້ອງມີການກະທຳ. ສະນັ້ນ, ສະຕິຄວາມຮູ້ຂອງຜູ້ອຳນວຍການໂຮງຮຽນມີການປ່ຽນແປງ, ບັນດາຄູອາຈານອື່ນກໍ່ປ່ຽນແປງຕາມ. ປ່ຽນແປງຈາກວິວັດການສິດສອນ, ຕະຫຼອດຮອດການຕີລາຄາ ແລະ ສະຕິຄວາມຮັບຮູ້ຂອງບັນດາຄູອາຈານ. ໝາກຜົນທີ່ຍາດມາໄດ້ພາຍຫຼັງປະຕິບັດຮູບແບບ “ໂຮງຮຽນແຫ່ງຄວາມຜາສຸກ” ແມ່ນພວກຫຼານມີຄວາມຜາສຸກ, ບັນດາຫ້ອງຮຽນຜາສຸກ ແລະ ໂຮງຮຽນແຫ່ງຄວາມຜາສຸກ”.

        ສຳລັບບັນດາຜູ້ປົກຄອງແລ້ວ, ເລື່ອງລູກຂອງຕົນໄດ້ຮ່ຳຮຽນໃນໂຮງຮຽນທີ່ເຕັມໄປດ້ວຍຄວາມຜາສຸກ, ມີການເຄົາລົບ ແລະ ມີຄວາມປອດໄພ ໄດ້ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈເມື່ອສົ່ງລູກໄປໂຮງຮຽນ. ບັນດາຜູ້ປົກຄອງນັກຮຽນຂອງໂຮງຮຽນປະຖົມ ຮ່າເຂົາ, ໃຫ້ຮູ້ວ່າ:

        “ມື້ໃດລູກຂອງຂ້າພະເຈົ້າກໍ່ຢາກໄປໂຮງຮຽນ. ນີ້ແມ່ນໂຮງຮຽນທີ່ມີຄວາມປອດໄພ, ໃກ້ຊິດສະໜິດສະໜົມກັບນັກຮຽນ. ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈເມື່ອສົ່ງລູກໄປໂຮງຮຽນ”.

        “ວຽກງານນີ້ຕ້ອງທະວີຄູນອອກສູ່ບັນດາໂຮງຮຽນອື່ນ ເພື່ອສ້າງກຳລັງໜູນໃຫ້ແກ່ພວກລູກໄປໂຮງຮຽນໃນແຕ່ລະມື້”.

        ປະຈຸບັນ, ທາງໂຮງຮຽນຍັງສືບຕໍ່ມານະພະຍາຍາມຍົກສູງກຳລັງການປະພຶດ ແລະ ຈັນຍາບັນອາຊີບເປັນຄູອາຈານຢ່າງບໍ່ຢຸດຢັ້ງ, ເອົາໃຈໃສ່ເຖິງການປ່ຽນແປງໃໝ່, ປະດິດຄິດສ້າງໃນການສິດສອນ ແລະ ຮໍ່າຮຽນ, ຮັບປະກັນຄວາມປອດໄພທາງດ້ານຮ່າງກາຍ ແລະ ຈິດໃຈໃຫ້ແກ່ຄູອາຈານ ແລະ ນັກຮຽນ, ນຳມາເຊິ່ງສະພາບແວດລ້ອມແຫ່ງການຮ່ຳຮຽນ ແລະ ເຮັດວຽກຢ່າງເບີກບ່ານມ່ວນຊື່ນ, ສະດວກສະບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ