ແຜ່​ກະ​ຈາຍ​ບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ ປີ 2023: ສ້າງ​ຄວາມ​ຊິ້ນ​ເຄີຍ​​ປະ​ຢັດ​ໄຟ​ຟ້າໃຫ້​ແກ່​ໄວ​ໜຸ່ມ

(VOVWORLD) - ເດືອນມີນາຂອງທຸກປີ ແມ່ນເດືອນຍອດສູງໃນການປະຕິບັດການຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກແລະກໍ່ແມ່ນເດືອນທີ່ຂະບວນການຊາວໜຸ່ມອາສາສະໝັກມີຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດ.
ແຜ່​ກະ​ຈາຍ​ບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ ປີ 2023: ສ້າງ​ຄວາມ​ຊິ້ນ​ເຄີຍ​​ປະ​ຢັດ​ໄຟ​ຟ້າໃຫ້​ແກ່​ໄວ​ໜຸ່ມ - ảnh 1ປຸກລະດົມ“ບັ້ນເຄື່ອນໄຫວໂມງໜ່ວຍໂລກ" (ພາບ: qdnd.vn)

ຈຸດເນັ້ນໃນບັນດາເຫດການຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນ ແມ່ນເຫດການຊອກຮູ້ກ່ຽວກັບ ໂມງໜ່ວຍໂລກແບບທາງໄກ ຜ່ານເວັບໄຊຂອງໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ (https://tietkiemnangluong.com.vn/). ການເສັງຈະດຳເນີນແຕ່ວັນທີ 17 – 31 ມີນາ ເຊິ່ງໄດ້ ແລະ ພວມດຶງດູດການເຂົ້າຮ່ວມນັບພັນເທື່ອຄົນ, ພິເສດແມ່ນຊາວໜຸ່ມ. ທ່ານ ຈິ່ງກວັກຫວູ, ຮອງຫົວໜ້າກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

ຜ່ານການເສັງຊອກຮູ້ກ່ຽວກັບໂມງໜ່ວຍໂລກ ແບບທາງໄກ, ພວກຂ້າພະເຈົ້າຫວັງວ່າຈະດຶງດູດການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫຼາຍ. ພິເສດ ຫວັງວ່າ ນັກຮຽນ, ນັກສຶກສາຈະມີຄວາມຮູ້ຕື່ມອີກກ່ຽວກັບຜົນປະໂຫຍດຂອງການປະຢັດໄຟຟ້າ, ປະຢັດພະລັງງານ, ການປົກປັກຮັກສາສິ່ງແວດລ້ອມ. ຈາກນັ້ນ, ກໍ່ປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນພາລະກິດ ແລະ ເປົ້າໝາຍຂອງປະເທດຊາດກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ປະຢັດພະລັງງານໃນໄລຍະຈະມາເຖິງ.

ເດືອນມີນາຂອງທຸກປີ ແມ່ນເດືອນຍອດສູງໃນການປະຕິບັດການຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກແລະກໍ່ແມ່ນເດືອນທີ່ຂະບວນການຊາວໜຸ່ມອາສາສະໝັກມີຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດ. ຫຼາຍປີຜ່ານມາ, ບັ້ນເຄື່ອນໄຫວໂມງໜ່ວຍໂລກຢູ່ ຫວຽດນາມ ກໍ່ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມເປັນຈຳນວນຫຼາຍດ້ວຍຫຼາຍການເຄື່ອນໄຫວປະດິດຄິດສ້າງ, ຜ່ານນັ້ນ ສະຕິ ປະຢັດໄຟຟ້າຂອງໄວໜຸ່ມກໍ່ນັບມື້ນັບໄດ້ເພີ່ມຂຶ້ນສູງ.

ໂດຍແມ່ນນັກສຶກສາ, ນ້ອງເຫັນວ່າ ການຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກ ແມ່ນດີຫຼາຍ, ຍິ່ງໄປກ່ວານັ້ນ ມັນສ້າງຄວາມຊິ້ນເຄີຍໃນການປະຢັດໄຟຟ້າໃຫ້ແກ່ເຮົາ, ເຊິ່ງຈະປະກອບສ່ວນຫຼຸດຜ່ອນຄ່າໃຊ້ຈ່າຍໃນແຕ່ລະປີຂອງນັກສຶກສາ ແລະ ປະກອບສ່ວນບໍ່ໜ້ອຍເຂົ້າໃນການປະຢັດພະລັງງານໃນປັດຈຸບັນ.

ເຖິງວ່າແມ່ນການກະທຳທີ່ງ່າຍດາຍ ນັ້ນແມ່ນມອດໄຟໃນເວລາ 1 ຊົ່ວໂມງ ແຕ່ອາດຈະຊ່ວຍໃຫ້ໜ່ວຍໂລກດີຂຶ້ນກ່ວາເກົ່າ. ນອກຈາກນັ້ນ, ພວກນ້ອງຍັງໂຄສະນາໃຫ້ທຸກຄົນບໍ່ຖິ້ມຂີ້ເຫຍື້ອຢ່າງຊະຊາຍ, ຮັກສາສິ່ງແວດລ້ອມຂຽວສະອາດ ແລະ ສວຍງາມ.

ແຜ່​ກະ​ຈາຍ​ບັ້ນ​ເຄື່ອນ​ໄຫວໂມງ​ໜ່ວຍ​ໂລກ​ ປີ 2023: ສ້າງ​ຄວາມ​ຊິ້ນ​ເຄີຍ​​ປະ​ຢັດ​ໄຟ​ຟ້າໃຫ້​ແກ່​ໄວ​ໜຸ່ມ - ảnh 2ທ່ານ ຈິ່ງກວັກຫວູ, ຮອງຫົວໜ້າກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳ ແລະ ການຄ້າ (ພາບ: nhandan.vn)

ນັບແຕ່ເວລາປຸກລະດົມ ບັ້ນເຄື່ອນໄຫວໂມງໜ່ວຍໂລກ ມາຮອດປັດຈຸບັນ, ການເຄື່ອນໄຫວທີ່ປະສົບຜົນສຳເລັດທີ່ສຸດຂອງ ບັ້ນເຄື່ອນໄຫວນີ້ໃນທຸກໆປີຍັງແມ່ນເລື່ອງບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງຕ່າງໆໃນໂລກ ໄດ້ພ້ອມກັນ “ມອດໄຟ 1 ຊົ່ວໂມງແຕ່ເວລາ 20 ໂມງ 30 ມາທີ ຫາເວລາ 21 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ ໃນວັນເສົາສຸດທ້າຍຂອງເດືອນມີນາ - ເພື່ອດຶງດູດຄວາມສົນໃຈຂອງປະຊາຊົນໃນທົ່ວໂລກຕໍ່ວິກິດການສິ່ງແວດລ້ອມໃນປັດຈຸບັນ, ພ້ອມທັງຮຽກຮ້ອງໃຫ້ຊອກຫາວິທີການແກ້ໄຂເພື່ອປົກປັກຮັກສາໜ່ວຍໂລກ ແລະ ສ້າງອະນາຄົດທີ່ສົດໄສ, ຍືນຍົງ. ແລະຄວາມໝາຍໃຫຍ່ທີ່ສຸດຂອງເຫດການຍັງແມ່ນການສື່ສານຍົກສູງຄວາມຮັບຮູ້ໃນຊຸມຊົນກ່ຽວກັບລະດັບຄວາມສຳຄັນຂອງການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ ໃນສະພາບການທີ່ຕ້ອງປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານ ຈິ່ງກວັກຫວູ, ຮອງຫົວໜ້າກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ, ກະຊວງອຸດສາຫະກຳ ແລະ ການຄ້າ ຖືວ່າ:

ສານຂອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກທີ່ຢາກສົ່ງໄປຍັງປະຊາຄົມນັ້ນແມ່ນບໍ່ພຽງແຕ່ປະຢັດໄຟຟ້າ, ປະຢັດພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມໃນ 1 ຊົ່ວໂມງເທົ່ານັ້ນ ພວກເຮົາຕ້ອງປະຕິບັດສິ່ງນີ້ໃນຕະຫຼອດໄລຍະ 365 ວັນໃນປີອີກດ້ວຍ. ພວກຂ້າພະເຈົ້າຖືວ່າ ການກະທົບຂອງການສື່ສານໃນ ບັ້ນເຄື່ອນໄຫວໂມງໜ່ວຍໂລກ ຈະໄດ້ຮັບການແຜ່ກະຈາຍໄປຍັງທົ່ວສັງຄົມ ແລະ ວິສາຫະກິດ.

ດ້ວຍຜົນກະທົບ ແລະ ກຳລັງແຜ່ກະຈາຍໃນທົ່ວປະເທດ, ບັ້ນເຄື່ອນໄຫວໂມງໜ່ວຍໂລກ ຈະປະກອບສ່ວນຫັນການປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຂອງ ຫວຽດນາມ ລົງເພື່ອບັນລຸການປ່ອຍອາຍພິດລົງເປັນ “0” (Net Zero) ໃຫ້ປະກົດຜົນເປັນຈິງໃນປີ 2050. ປີ 2022, ພາຍຫຼັງ ການມອດໄຟ 1 ຊົ່ວໂມງເພື່ອໂລກ ຕອບສະໜອງ ບັ້ນເຄື່ອນໄຫວໂມງໜ່ວຍໂລກ, ຫວຽດນາມ ປະຢັດ ໄຟຟ້າໄດ້ 309.000 kWh, ຕົກເປັນມູນຄ່າປະມານ 24,5 ພັນ USD.

ປີນີ້, ບັ້ນເຄື່ອນໄຫວໂມງໜ່ວຍໂລກໄດ້ດຳເນີນໃນວັນທີ 25 ມີນາ. ດ້ວຍເປົ້າໝາຍທີ່ດີງາມຂອງໂຄງການ, ບັ້ນເຄື່ອນໄຫວໂມງໜ່ວຍໂລກ ບໍ່ພຽງແຕ່ແມ່ນເຫດການມອດໄຟທີ່ເປັນສັນຍາລັກເທົ່ານັ້ນ ຫາກຍັງຈະສືບຕໍ່ແຜ່ກະຈາຍເຖິງທຸກອົງການ, ສ່ວນບຸກຄົນ ເພື່ອພ້ອມກັນກະທຳເພື່ອໜ່ວຍໂລກສີຂຽວ, ມີການພັດທະນາແບບຍືນຍົງ ຜ່ານບັນດາການເຄື່ອນໄຫວທີ່ແທດຈິງ ກ່ຽວກັບການປະຢັດພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ