“ແຫແຫ່ງຄວາມຮັກໃຄ່”, ການເຄື່ອນໄຫວສັງຄົມທີ່ພົ້ນເດັ່ນຂອງກຳມະກອນແຮງງານຫວຽດນາມ

          (vovworld) - ການຫາ​ປາ​ລ້ຽງ​ຊີບ, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​​ທະ​ເລ​ຂອງ​ຊາວ​ປະ​ມົງຫວຽດ​ນາມ​ ນັບ​ລ້ານ​ຄົນ. ພິ​ເສດ​ແມ່ນຊາວ​ປະ​ມົງ​ຢູ່​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ​ ເຄີຍ​ປະ​ສົບ​ກັບ​ຄວາມ​ສ່ຽງ, ໄພ​ທຳ​ມະ​ຊາດ, ໂຈນ​ສະ​ລັກ​ເປັນ​ປະ​ຈຳ. ໂດຍ​ເຂົ້າ​ໃຈ​ໄດ້​ຄວາມ​ຫ​ຍຸ້ງ​ຍາກ​ລຳ​ບາກຂອງ​ຊາວ​ປະ​ມົງ​ເມື່ອ​ອອກ​ທະ​ເລ​ໄປ​ຫາ​ປາແຕ່​ລະ​ເທື່ອ, ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ​ຫວຽດ​ນາມ, ກອງ​ທຶນແຫ່ງ​​ນ້ຳ​ໃຈ​ກຸ​ສົນ​ຂອງ​ໜັງ​ສື​ພິມ​ແຮງ​ງານ ໄດ້​ປຸກ​ລະ​ດົມ​ລາຍ​ການ “ແຫ​ແຫ່ງ​ຄວາມ​ຮັກ​ໃຄ່” ​ເພື່ອ​ຮຽກ​ຮ້ອງ​ກຳ​ມະ​ບານ​ທຸກ​ຂັ້ນ, ສະ​ມາ​ຊິກ​ຊາວ​ໜຸ່ມ, ກຳ​ມະ​ກອນ​, ພາ​ລະ​ກອນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​, ສ່ວນ​ບຸກ​ຄົນ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ, ວັດ​ຖຸ ເພື່ອ​ປະ​ກອບ​ສ່ວນ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຊາວ​ປະ​ມົງ​ເມື່ອ​ຂຸດ​ຄົ້ນ​ສິນ​ທະ​ເລ​, ຊ່ວຍ​ເຂົາ​ເຈົ້າ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ, ອຸ່ນ​ອ່ຽນ​ໃຈ​ຕິດ​ພັນ​ກັບ​ທະ​ເລ.

“ແຫແຫ່ງຄວາມຮັກໃຄ່”, ການເຄື່ອນໄຫວສັງຄົມທີ່ພົ້ນເດັ່ນຂອງກຳມະກອນແຮງງານຫວຽດນາມ - ảnh 1

ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ຊາວ​ປະ​ມົງ​ຫາ​ປາ​ຢູ່​ທະ​ເລ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ

(ພາບ; vietnamnet)

          ​ນັບ​ແຕ່​ໃດໆ​ມາ, ການ​ເດີນ​ທາງ​ໄປ​ຫາ​ປາ​ໃນ​ທະ​ເລ​ຂອງ​ຊາວ​ປະ​ມົງ​ຫວຽດ​ນາມ ບໍ່​ພຽງ​ແຕ່​ເພື່ອ​ຫາ​ເງິນ​ລ້ຽງ​ຊີບ​ເທົ່າ​ນັ້ນ, ຫາກນີ້​ຍັງ​ແມ່ນ​ຄວາມ​ຜາ​ສຸກ, ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຂອງ​ເຂົາ​ເຈົ້າ ​ເມື່ອ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ບ້ານ​ເກີດ​ເມືອງນອນ​ອີກ​ດ້ວຍ. ແຕ່​​ຄວາມ​ສຸກ​ອັນ​ເປັນ​ທຳ​ນັ້ນ​ຂອງເຂົາ​ເຈົ້າ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ. ປະ​ຈຸ​ບັນ, ການ​ອອກ​ທະ​ເລໄປ​ຫາ​ປາຂອງເຂົາ​ເຈົ້າ​ແຕ່​ລະ​ເທື່ອ​ ເຕັມ​ໄປ​ດ້ວຍ​​ຄວາມ​ອັນ​ຕະ​ລາຍ, ຄວາມ​ສ່ຽງ, ຊ້ຳ​ບໍ່​ໜຳ​ຕ້ອງ​ເສຍ​ສະຫຼະ​ຊີ​ວິດ​ອີກ​ດ້ວຍ. ເດືອນ 9/2011, ທ່ານ ດັ້ງ​ງອກ​ຕຸ່ງ, ປະ​ທານ​ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ​ຫວຽດ​ນາມ ໄດ້​ມີ​ຂໍ້​ລິ​ເລີ່ມ ປຸກ​ລະ​ດົມ​ກຳ​ມະ​ກອນ, ພາ​ລະ​ກອນ ຜູ້​ອອກ​ແຮງ​ງານ​ໃນ​ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ ຮ່ວມ​ແຮງ​ຮ່ວມໃຈໜູນ​ຊ່ວຍ​ຊາວ​ປະ​ມົງ. ຈາກ​ນັ້ນ, ລາຍ​ການ“ແຫ​ແຫ່ງ​ຄວາມຮັກ​ໃຄ່” ເລີ່​ມ​ໄດ້​ຮັບ​ການ​ປະ​ຕິ​ບັດ, ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ຊາວ​ປະ​ມົງ​, ສະ​ມາ​ຊິກ​ໃນ​ສະ​ມາ​ຊີບ​ຫາ​ປາ ກັບ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ວິ​ສາ​ຫະ​ກິດ, ສ່ວນ​ບຸກ​ຄົນ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ດ້ວຍ​ຮູບ​ການ​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນ​ຊາວ​ປະ​ມົງ. ທ່ານ ເຈິ່ນ​ຢູຍ​ເຟືອງ, ບັນ​ນາ​ທິ​ການ​ໃຫ​ຍ່​ໜັງ​ສື​ພິມ​ແຮງ​ງານ, ຜູ້​ອຳ​ນວຍ​ການກອງ​ທຶນ​ແຫ່ງ​ນ້ຳ​ໃຈ​ກຸ​ສົນ ໜັງ​ສື​ພິມ​ແຮງ​ງານ, ໃຫ້​ຮູ້​ວ່າ:

            “​ໃນ​ເບື້ອງ​ຕົ້ນ, ທ່ານ ຕຸ່ງ ໄດ້ຮຽກ​ຮ້ອງ​ໃຫ້ພະ​ນັກ​ງານ​ໃນ​​ອົງ​ການກຳ​ມະ​ບານ​ສະ​ໜັບ​ສະ​ໜູນ​ຊາວ​ປະ​ມົງ ດ້ວຍ​ຮູບ​ການສົ່ງ​ຂໍ້​ຄວາມ​ສະ​ໜັບ​ສະ​ໜູນ, ທຸກ​ຄົນ​ໃນ​ອົງ​ການ​ກຳ​ມະ​ບານ​ໄດ້​ສົ່ງ​ຂໍ້​ຄວາມ​ສະ​ໜັບ​ສະ​ໜູນ​ຜ່ານ​ປະ​ຕູຖານ 1407, ແຕ່​ລະ​ຂໍ້​ຄວາມ​ມີ​ມູນ​ຄ່າ 14.000 ດົ່ງ ແລະ ໃນ​ຄັ້ງ​ນີ້ໄດ້ຮັບ​ເງິນສະ​ໜັບ​ສະ​ໜູນ​ປະ​ມານ 3 ຕຶ້​ດົ່ງ. ຕໍ່​ມາ​ກໍ່​ມີ​ການ​ເຄື່ອນ​ໄຫວ​ອື່ນ​ອີກຫຼາຍ​ຢ່າງ​”.

        ລາຍ​ການ“ແຫ​ແຫ່ງ​ຄວາມຮັກ​ໃຄ່” ໄດ້​ຮັບ​ການ​ໂຄ​ສະ​ນາ​ຢ່າງເລິກ​ເຊິ່ງກວ້າງ​ຂວາງ​ໃນ​ໜັງ​ສື​ພິມ​ແຮງ​ງານ, ເຊິ່ງ​ແມ່ນ​ໜັງ​ສື​ພິມ​ຂອງ​ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ​ຫວຽດ​ນາມ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ພະ​ນັກ​ງານ​ສະ​ມາ​ຊິກ​ກຳ​ມະ​ບານ, ກຳ​ມະ​ກອນ, ພາ​ລະ​ກອນ​ຜູ້​ອອກ​ແຮງ​ງານ ກໍ່​ຄື​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ. ທ່ານ ເຈິ່ນ​ຢູຍ​ເຟືອງ​, ໃຫ້​ຮູ້​ຕື່ມ​ອີກວ່າ:

          “ອົງ​ການ​ຕົ້ນ​ຕໍ່​ທີ່​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ໃຫ້ລາຍ​ການ“ແຫ​ແຫ່ງ​ຄວາມຮັກ​ໃຄ່” ແມ່ນ​ອົງ​ການ​ກຳ​ມະ​ບານ​ຫວຽດ​ນາມ. ຫຼັງ​ຈາກ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ, ທະ​ນາ​ຄານ​ຕ່າງໆ​ເຂົ້າ​ຮ່ວມ. ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ຈັດ​ຕັ້ງ​ໃຫ້​ນັກ​ສຶກ​ສາຫຼື​ນັກ​ຂ່າວ​ໄປ​ຍັງ​ເຂດ​ພາກ, ລົງ​ຕະຫຼາດ ຫຼື​ເຂດ​ຊຸມ​ຊົນ​ເພື່ອ​ຮຽກ​ຮ້ອງ, ຈັດ​ຕັ້ງ​ສັບ​ປະ​ດາ​ສົ່ງ​ຂໍ້​ຄວາມ​ສະ​ໜັບ​ສະ​ໜູນ. ຄາດ​ວ່າ​ໄດ້​ມີ 1 ລ້ານກວ່າ​ຄົນ​ເຂົ້າ​ຮ່ວມ​ລາຍ​ການນີ້”.

          ທ່ານ ຫງວຽນ​ກົງ​ອານ, ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ຕະຫຼາດ​ຮ່​ວາ​ເກື່ອງ, ນະ​ຄອນ​ດ່າ​ນັ້ງ, ແຫ່ງ​ທີ່​ມີ​ພໍ່​ຄ້າ​ຊາວ​ຂາຍ​ນັບ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ​ລາຍ​ການ, ໃຫ້​ຮູ້​ວ່າ:

           “ເມື່ອ​ໄດ້​ຮັບ​ແຜນ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ​ຫວຽດ​ນາມ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ການ​ປະ​ຊຸມ​ໃນ​ຄະ​ນະ​ການ​ນຳ, ບັນ​ດາ​ສະ​ມາ​ຄົມ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ເພື່ອ​ຜັນ​ຂະ​ຫ​ຍາຍ​ແຜນ​ນະ​ໂຍ​ບາຍນີ້ ແລະ​ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະ​ໜັບ​ສະ​ໜູນຢ່າງ​ສຸດ​ຈິດ​ສຸດ​ໃຈຈາກ​ເຂົາ​ເຈົ້າ”.

         ​ໃນ​ປີ 2012, ກອງ​ທຶນແຫ່ງນ້ຳ​ໃຈ​ກຸ​ສົນ ຂອງ​​ໜັງ​ສື​ພິມ​ແຮງ​ງານ ​ລະ​ດົມ​ເງິນ​ຂອງ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດໄດ້ 28,9 ຕຶ້​ດົ່ງ ແລະ ໄດ້​ສົ່ງ 13,87 ຕຶ້​ດົ່ງ​ ເຖິງ​ບັນ​ດາ​ຊາວ​ປະ​ມົງ​ທີ່​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ​ເມື່ອ​ໄປ​ຫາ​ປາ​ໃນ​ທະ​ເລ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ຄຽງ​ຂ້າງ​ນັ້ນ, ກອງ​ທຶນ​ຍັງ​ຈັດ​ຕັ້ງ​ການ​ສະ​ແດງ​ສິ​ລະ​ປະ, ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ສົ່ງ​ຂໍ້​ຄວາມ​ສະ​ໜັບ​ສະ​ໜູນ​ອີກ​ດ້ວຍ. ຈຳ​ນວນ​ເງິນ​ໄດ້​ຮັບ​ຈາກ​ການ​ສະ​ແດງ, ກອງ​ທຶນ​ກໍ່​ໄດ້​ໜູນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຢູ່​ບັນ​ດາ​ແຂວງກວາງ​ຫງາຍ, ຟູ໋​ອຽນ, ບິ່ນ​ທ້ວນ, ບິ່ນດິ້ງ, ກວາງ​ນາມ… ເພື່ອ​ຊື້​ອຸ​ປະ​ກອນ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ດິນ​ຕໍ່​ແຜ່ນ​ກັບ​ກ່ຳ​ປັ່ນ​ຢູ່ນອກ​ຝັ່ງ​ທະ​ເລ, ກໍ່​ສ້າງ​ເຮືອນ​ໃຫ້​ບັນ​ດາ​ຊາວ​ປະ​ມົງ​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ ແລະ ໜູນ​ຊ່ວຍ​ໃຫ້ຊາວ​ປະ​ມົງ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ. ທ່ານ ເຈິ່ນ​ຢູຍ​ເຟືອງ, ໃຫ້​ຮູ້​ວ່າ:

         “ວັດ​ຖຸ​ອຸ​ປະ​ກອນໃຫ​ຍ່​ສຸດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໜູນ​ຊ່ວຍ​ໃຫ້​ຊາວ​ປະ​ມົງ​ແມ່ນ​ກ່ຳ​ປັ່ນ​ລຳ​ໜຶ່ງ​ທີ່​ມີ​ມູນ​ຄ່າ​ປະ​ມານ 3 ຕຶ້​ດົ່ງ, ສ່ວນ​ກ່ຳ​ປັ່ນ​ຈຳ​ນວນ​ໜຶ່ງ ທີ່ພວກ​ຂ້າ​ພະ​ເຈົ້າ​ໜູນ​ຊ່ວຍ 50% ແມ່ນ​ປະ​ມານ 1 ຕຶ້​ດົ່ງ. ນັບ​ແຕ່​ປີນີ້, ພວກ​ຂ້າ​ພະ​ເຈົ້າ​ຫັນ​ໄປ​ສູ່​ຮູບ​ການ​ໜູນ​ຊ່ວຍ​ອື່ນ, ນັ້ນ​ແມ່ນ​ໜູນ​ຊ່ວຍ​ດ້ວຍ​​ການປະ​ກັນ​ໄພ. ພວກ​ຂ້າ​ພະ​ເຈົາ​ຊື້​​ບັດປະ​ກັນ​ຊີ​ວິດ ແລະ ຊື້​ປະ​ກັນ​ໄພໃຫ້​ກ່ຳ​ປັ່ນ ເພື່ອ​ໃຫ້​ຊາວ​ປະ​ມົງ​​ມີ​ຄວາມອູ່ນ​ອ່ຽນ​ໃຈ. ຖ້າ​ຫາກ​ກ່ຳ​ປັ່ນ​​ລຳ​ໜຶ່ງຖືກ​ປະ​ສົບ​ເຄາະ​ຮ້າຍ, ລະ​ດັບ​ປະ​ກັນ​ໄພ​ຈະ​ແມ່ນ 500 ລ້ານ​ດົ່ງ​/ລຳ”​.

          ລາຍ​ການ“ແຫ​ແຫ່ງ​ຄວາມຮັກ​ໃຄ່ ເພື່ອ​ຊາວ​ປະ​ມົງ​ໃນ​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ” ອີກ​ເທື່ອ​ໜຶ່ງ​ໄດ້​ຢັ້ງ​ຢືນ​ມູນ​ເຊື້ອ​ສາ​ມັກ​ຄີ, ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະກັນ​ຂອງ​ຊາວ​ຫວຽດ​ນາມ. ນີ້​ກໍ່​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ກຳ​ມະ​ກອນ​ຊາວ​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ​ນັບ​ລ້ານ​ຄົນ ທີ່​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບສະ​ມາ​ຊີບ​ຫາ​ປາ ແລະ ຊາວ​ປະ​ມົງ ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດທະ​ເລ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ​ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ.         

ຕອບກັບ

ຂ່າວ/ບົດ​ອື່ນ