ແຮງ​ໃຈ​ຊ່ວຍ​ໃຫ້​ຊາວ​ໜຸ່ມ ແຂວງ ເຊີນ​ລາ ເລີ່ມ Startup

(VOVWORLD) - ການ startup ບໍ່ແມ່ນເລື່ອງທີ່ແປກໃໝ່ໃນໝູ່ສະມາຊິກຊາວໜຸ່ມອີກແລ້ວ, ແຕ່ເພື່ອສ້າງໄດ້ຮູບແບບສະຕາດອັບ (start up) ນັ້ນ, ແຫຼ່ງທຶນແມ່ນສິ່ງສວມບົດບາດສຳຄັນ. ຢູ່ ເຊີນລາ, ແຕ່ລະປີ ມີນັບສິບຮູບແບບ, ແນວຄວາມຄິດ start up ໄດ້ຜັນຂະຫຍາຍ ຍ້ອນແຫຼ່ງທຶນກູ້ຢືມບຸລິມະສິດຈາກໂຄງການ ວັນບຸນປະຢັດມັດທະຍັດ - ເພື່ອອະນາຄົດສີຂຽວ. ຜ່ານນັ້ນ, ກໍຊ່ວຍໃຫ້ຊາວໜຸ່ມ start up ພັດທະນາເສດຖະກິດຄອບຄົວ, ຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນປະຕິບັດເປົ້າໝາຍຫຼຸດອັດຕາຜູ້ທຸກຍາກແບບຍືນຍົງ, ການຄ້ຳປະກັນຊີວິດສັງຄົມ ແລະ ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ.

ໂດຍກຳເນີດ ແລະ ເຕີບໂຕຢູ່ເຂດຊົນນະບົດ ແລະ ກໍແມ່ນເສົາຫຼັກຂອງຄອບຄົວ, ອ້າຍ ລໍ່ວັນດຶກ, ອາຍຸ 37 ປີ ຢູ່ບ້ານ ພຽງຫົວນາ, ຕາແສງ ເມື່ອງຈາຍ, ເມືອງ ເມື່ອງລາ, ແຂວງ ເຊີນລາ, ຍາມໃດກໍພະວ້າພະວັງຊອກຫາທິດທາງພັດທະນາເສດຖະກິດຄອບຄົວ. ອ້າຍ ດຶກ ຮູ້ສຶກໂຊກດີເມື່ອໄດ້ກູ້ຢືມ 100 ລ້ານດົ່ງ ຈາກ ດ້ວຍອັດຕາດອກເບ້ຍບຸລິມະສິດໂຄງການວັນບຸນປະຢັດມັດທະຍັດ - ເພື່ອອະນາຄົດສີຂຽວ ຂອງທະນາຄານນະໂຍບາຍສັງຄົມ, ເດືອນ ສິງຫາ 2021, ອ້າຍ ດຶກ ກໍມີຄວາມກ້າກັ່ນລົງທຶນລ້ຽງກະຊັງປາ 6 ກະຊວງແບບຖາວອນ ແທນໃຫ້ສອງກະຊັງທີ່ເຮັດດ້ວຍໄມ້ໄຜ່ຄືເມື່ອກ່ອນ.

ແຮງ​ໃຈ​ຊ່ວຍ​ໃຫ້​ຊາວ​ໜຸ່ມ ແຂວງ ເຊີນ​ລາ ເລີ່ມ Startup - ảnh 1ກະຊັງປາຂອງຄອບຄົວອ້າຍດຶກ (ພາບ: VOV)

“ເມື່ອກ່ອນນີ້, ຂ້າພະເຈົ້າພຽງແຕ່ເຮັດໄຮ່ເຮັດສວນປູກມັນຕົ້ນເທົ່ານັ້ນ, ແຕ່ເມື່ອທະນາຄານນະໂຍບາຍ ໃຫ້ກູ້ຢືມທຶນ 100 ລ້ານດົ່ງນັ້ນ, ຂ້າພະເຈົ້າໄດ້ລົງທຶນລ້ຽງປາກະຊັງເຫຼັກ. ເມື່ອກ່ອນ, ຂ້າພະເຈົ້າໄດ້ລ້ຽງປາໃນກະຊັງໄມ້ໄຜ່ ແຕ່ບໍ່ບັນລຸປະສິດທິຜົນປານໃດ, ແລ້ວມາຕອນນີ້ ໄດ້ຫັນໄປລ້ຽງໃນກະຊັງເຫຼັກ ແມ່ນໃຫ້ປະສິດທິຜົນສູງກວ່າ. ຢູ່ບໍລິເວນບ້ານ ມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມສະດວກໃນການລ້ຽງປາ ຍ້ອນມີສາຍນ້ຳຂຽວໃສ, ສິ່ງແວດລ້ອມກໍສະອາດຫຼາຍ”. 

ເພື່ອສະດວກໃນການບົວລະບັດ ແລະ ທຶນໄດ້ໝູນວຽນຢ່າງວ່ອງໄວ, ອ້າຍ ດຶກ ເລືອກລ້ຽງປາຊະນິດແນວພັນດຽວລ້ວນໆຄື ປານິນ, ປາຈ່າມດຳ / ປາກິນຫຍ້າ ແລະ ປາເຄິງ. ຕາມ ອ້າຍດຶກ ແລ້ວ, ການລ້ຽງປາກະຊັງບໍ່ເສຍແຮງບົວລະບັດຫຼາຍ ແລະ ສາມາດນຳໃຊ້ສິ່ງເສດເຫຼືອຈາກຜະລິດຕະພັນກະເສດເປັນອາຫານໃຫ້ປາໄດ້, ການປ້ອງກັນພະຍາດກໍບໍ່ສັບສົນ, ສະນັ້ນ ຜູ້ໃດກໍສາມາດລ້ຽງໄດ້.

“ເຮົາສາມາດນຳໃຊ້ລຳຕົ້ນສາລີ, ຕົ້ນກວ້ຍ ຫຼືວ່າ ຜະລິດຕະພັນທາງການກະເສດ ເພື່ອລ້ຽງປາ, ມື້ໜຶ່ງເກືອ 2 ຄາບ ແລະ ສາມາດຍາດເວລາຫວ່າງເພື່ອເກືອປາ, ສ່ວນຫຼາຍແມ່ນຕອນເຊົ້າ ແລະ ຕອນຄ່ຳ. ມີຫຼາຍວິທີເພື່ອປ້ອງກັນພະຍາດໃຫ້ປາ ເປັນຕົ້ນແມ່ນ ໃສ່ປູນຜົງອ້ອມກະຊັງ ຫຼື ໃຊ້ຢາຕ້ານເຊື້ອປົນກັບຫົວອາຫານ ແລ້ວເກືອໃຫ້ປາກິນ”.

ຍ້ອນມີປະສົບການລ້ຽງປາມາກ່ອນ, ບວກກັບຄວາມດຸໝັ່ນຂະຫຍັນພຽນ, ຮັກມັກການຮຽນຮູ້, ອ້າຍ ດຶກ ທັງເຮັດທັງທອດຖອນບົດຮຽນ. ໃນໄລຍະ 20 ເດືອນ ນັບແຕ່ມື້ກູ້ຢືມທຶນ start up, ອ້າຍ ດຶກ ກໍສົ່ງຂາຍໄດ້ 2 ງວດແລ້ວ ດ້ວຍຜົນການຜະລິດກວ່າ 10 ໂຕນ ສຳລັບປາທັງ 3 ຊະນິດ, ນຳມາເຊິ່ງມູນຄ່າເສດຖະກິດກວ່າ 100 ລ້ານດົ່ງ (ກວ່າ 4.200 ໂດລາສະຫະລັດ) ແລະ ສ້າງລາຍຮັບປະມານ 50 ລ້ານດົ່ງ (ປະມານ 2.100 ໂດລາສະຫະລັດ). ປັດຈຸບັນ, ອ້າຍກໍເລີ່ມກ້າວເຂົ້າສູ່ລະດູການທີ 3 ເຊິ່ງຄາດວ່າຈະກຸ້ມທຶນໃນໄວໆນີ້. ເມືຶ່ອຕີລາຄາກ່ຽວກັບຮູບແບບດຳເນີນທຸລະກິດທີ່ມີປະສິດທິຜົນຂອງອ້າຍ ດຶກ, ອ້າຍ ແລ່ວວັນບິ່ງ, ເລຂາຄະນະພັກຕາແສງ ເມື່ອງຈາຍ, ເມືອງເມື່ອງລາ, ແຂວງ ເຊີນລາ ໃຫ້ຮູ້ວ່າ:

“ສະມາຊິກຊາວໜຸ່ມ ລໍ່ວັນດຶກ ມີຄວາມກ້າກັ່ນ, ເປັນເຈົ້າການລົງທຶນ, ກູ້ຢືມທຶນຈາກໂຄງການວັນບຸນປະຢັດມັດທະຍັດ - ເພື່ອອະນາຄົດສີຂຽວ, ໃນເບື້ອງຕົ້ນ ໄດ້ເພີ່ມລາຍຮັບໃຫ້ແກ່ຄອບຄົວ. ຮູບແບບດັ່ງກ່າວແມ່ນມີຄວາມສາມາດບົ່ມຊ້ອນ ແລະ ສາມາດທະວີຄູນໄດ້ ເພື່ອໃຫ້ສະມາຊິກຊາວໜຸ່ມຄົນອື່ນໆຮຽນຮູ້ ແລະ ພັດທະນາເສດຖະກິດຄອບຄົວ”.

ແຮງ​ໃຈ​ຊ່ວຍ​ໃຫ້​ຊາວ​ໜຸ່ມ ແຂວງ ເຊີນ​ລາ ເລີ່ມ Startup - ảnh 2ນອກຈາກລ້ຽງປາກະຊັງແລ້ວ, ອ້າຍດຶກຍັງລ້ຽງງົວນຳອີກ (ພາບ: VOV)

ໂດຍໝູນໃຊ້ທ່າແຮງຈາກອ່າງນ້ຳ, ປັດຈຸບັນ, ປະຊາຊົນຢູ່ຕາແສງ ເມື່ອງຈາຍ ໄດ້ຍູ້ແຮງອາຊີບລ້ຽງປາກະຊັງທຸກຊະນິດ ດ້ວຍກວ່າ 220 ກະຊັງ, ເປີດຫຼາຍກາລະໂອກາດພັດທະນາເສດຖະກິດ.

ພ້ອມກັບການລ້ຽງປາກະຊັງ, ຄອບຄົວອ້າຍ ລໍ່ວັນດຶກ ຍັງປູກສາລີ, ມັນຕົ້ນໃນເນື້ອທີ່ເກືອບ 2 ເຮັດຕາ ແລະ ສົມທົບກັບການລ້ຽງສັດລ້ຽງ, ສັດປີກ, ແຕ່ລະປີສ້າງລາຍຮັບໄດ້ກວ່າ 100 ລ້ານດົ່ງ (ປະມານ 4.200 ໂດລາສະຫະລັດ). ສຳລັບບຸກຄົນທີ່ໜຸ່ມແໜ້ນຄື ລໍ່ວັນດຶກ, ການສ້າງຮູບແບບ start up, ກໍ່ຮ່າງສ້າງຕົວແມ່ນມີຄວາມໝາຍສຳຄັນຍິ່ງໃນການກຳນົດຄຸນນະພາບຊີວິດການເປັນຢູ່. ແຫຼ່ງທຶນກູ້ຢືມບຸລິມະສິດ ແມ່ນຂໍ້ກຸນແຈ, ແມ່ນກຳລັງໜູນຊຸກຍູ້ນ້ຳໃຈ start up ຂອງຊາວໜຸ່ມ.

“ເພື່ອມີເງິນລົງທຶນ 100 ລ້ານດົ່ງ ແມ່ນສິ່ງທີ່ຍາກຫຼາຍສຳລັບພວກຂ້າພະເຈົ້າ. ແຕ່ດຽວນີ້, ທາງທະນາຄານນະໂຍບາຍ ໄດ້ໃຫ້ກູ້ຢືມທຶນ, ພວກຂ້າພະເຈົ້າຮູ້ສຶກດີໃຈ ແລະ ຂອບໃຈທາງທະນາຄານຫຼາຍໆ. ຈາກແຫຼ່ງທຶນທີ່ໄດ້ກູ້ຢືມນັ້ນ, ໄດ້ຊ່ວຍໃຫ້ຄອບຄົວພວກຂ້າພະເຈົ້າມີກຳລັງໜູນເພີ່ມເຕີມເພື່ອພັດທະນາເສດຖະກິດ”.

ຮູບແບບ start up ຂອງຊາວໜຸ່ມ ລໍ່ວັນດຶກ ເຖິງວ່າພວມພັດທະນາຢູ່ໃນຂອບຂະໜາດນ້ອຍກໍຕາມ, ແຕ່ໃນເບື້ອງຕົ້ນກໍຢັ້ງຢືນໄດ້ວ່າ ນະໂຍບາຍສິນເຊື່ອມີບົດບາດຕັດສິນໃນການສ້າງຕັ້ງ ແລະ ທະວີຄູນຮູບແບບ start up ໃນຊາວໜຸ່ມ. ຮູບແບບລ້ຽງປາກະຊັງ ທັງເສີມຂະຫຍາຍໄດ້ກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນ, ທັງເປີດທິດທາງພັດທະນາແບບຍືນຍົງແມ່ນ້ຳດາ./.

ຕອບກັບ

ຂ່າວ/ບົດ​ອື່ນ