ໂຄງການວິຈິດສິນ “ດວງດາວເຂດພູດອຍ” ນຳຈິດຕະກຳມາໃຫ້ເດັກນ້ອຍ ຢູ່ເຂດທຸກຍາກ

(VOVWORLD) -  “ດວງດາວເຂດພູດອຍ” (Mountain Star Charity) ແມ່ນໂຄງການທີ່ນຳຈິດຕະກຳມາໃຫ້ເດັກນ້ອຍຢູ່ບັນດາເຂດທີ່ທຸກຍາກ. ໂຄງການດັ່ງກ່າວ ໂດຍນັກຄົ້ນຄວ້າຊາວ ໄຕຫວັນ (ຈີນ) ກົວເຢັນອວຍ, ຈິດຕະກອນ ຫງວຽນເຈື່ອງລິງ ແລະ ບັນດາກຸ່ມຈິດຕະກອນຍຸກປັດຈຸບັນ ຫວຽດນາມ ສ້າງຕັ້ງຂຶ້ນໃນປີ 2014 ພາຍຫລັງການເດີນທາງຢ້ຽມຢາມເຂດພູສູງຂອງແຂວງ ຮ່າຢາງ ຄັ້ງທຳອິດ.

 6 ປີຜ່ານມາ, ໂຄງການວິຈິດສິນ “ດວງດາວເຂດພູດອຍ” ບໍ່ພຽງແຕ່ນຳມາເຊິ່ງຄວາມເບີກບານມ່ວນຊື່ນໃຫ້ພວກເດັກນ້ອຍເທົ່ານັ້ນ ຫາກຍັງໄດ້ເຊື່ອມຕໍ່, ສ້າງຄວາມໃຝ່ຝັນ ໃນທົ່ວທຸກເຂດພາກຂອງປະເທດອີກດ້ວຍ. ບົດຂຽນຂອງນັກຂ່າວ VOV.

ໂຄງການວິຈິດສິນ “ດວງດາວເຂດພູດອຍ” ນຳຈິດຕະກຳມາໃຫ້ເດັກນ້ອຍ ຢູ່ເຂດທຸກຍາກ - ảnh 1 (ພາບປະກອບ/ອິນເຕີແນັດ)

ໂຄງການວິຈິດສິນ “ດວງດາວເຂດພູດອຍ” ໂດຍນັກຄົ້ນຄ້ວາ ກົວເຢັນອວຍ ລິເລີ່ມ, ອຸປະຖຳໃນໄລຍະທີ່ລາວຍັງຄົ້ນຄວ້າ, ປະຕິບັດໂຄງການວິຈິດສິນຢູ່ ຫວຽດນາມ. ກຸ່ມຈິດຕະກອນ ຫວຽດນາມ ພ້ອມກັບລາວໄດ້ຈັດຕັ້ງບັນດາການເຄື່ອນໄຫວ ພາຍໃຕ້ຮູບການໄປແຕ້ມຮູບຕົວຈິງສົມທົບກັບການສອນແຕ້ມໃຫ້ເດັກນ້ອຍຢູ່ທ້ອງຖິ່ນ. ພາຍຫລັງການເດີນທາງໃນແຕ່ລະຄັ້ງ, ເງິນທີ່ຂາຍຮູບແຕ້ມໄດ້ເຂົາເຈົ້າຈະຫັກເອົາ 50 % ໃສ່ກອງທຶນ ແລະ ເພື່ອສືບຕໍ່ຜັນຂະຫຍາຍໂຄງການຢູ່ບັນດາເຂດພາກອື່ນ ຫຼື ໜູນຊ່ວຍປຶ້ມຮຽນ, ອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາບ່ອນທີ່ໂຄງການຜັນຂະຫຍາຍ.

ໄລຍະທຳອິດ, ມີຈິດຕະກອນພຽງແຕ່ເຂົ້າຮ່ວມ 15 ຄົນເທົ່ານັ້ນ, ເປັນຕົ້ນແມ່ນຄູສອນ, ນັກສຶກສາຂະແໜງວິຈິດສິນ, ໂຮງຮຽນຊັ້ນສູງສິລະປະ ຮ່າໂນ້ຍ, ແຕ່ມາຮອດປັດຈຸບັນມີຈິດຕະກອນປະມານ 30 ຄົນຢ່າງເປັນທາງການ. ສ່ວນຫລາຍ, ເຂົາເຈົ້າມີອາຍຸບໍ່ເກີນ 40ປີ. ບັນດາເຂດພາກທີ່ໂຄງການ “ດວງດາວເຂດພູດອຍ” ໄປຜັນຂະຫຍາຍການເຄື່ອນໄຫວນັ້ນ ລ້ວນແຕ່ມີຄວາມຫຍຸ້ງຍາກຂາດເຂີນຫລາຍຢ່າງ ກ່ຽວກັບຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະ ເດັກນ້ອຍເກືອບທັງໝົດຢູ່ບັນດາບ່ອນນັ້ນ ຍັງຂາດຄວາມເຊື່ອໝັ້ນຕົນເອງ, ຍັງບໍ່ທັນມີຄວາມໃຝ່ຝັນຂອງຕົນເອງເທື່ອ. ສະຖານທີ່ທຳອິດຂອງໂຄງການ ແມ່ນບັນດາໂຮງຮຽນປະຖົມຢູ່ແຂວງ ຮ່າຢາງ ຄື: ດົງຮ່າ, ກ໊ວຽດຕ໊ຽນ, ກ໋ວານບະ, ຫລູງກູ໊, ສູງລ່າ…ທຳອິດແມ່ນກຸ່ມຈິດຕະກອນໄດ້ຈັດຕັ້ງການລະຫຼິ້ນເພື່ອສ້າງບັນຍາກາດສ້າງຄວາມລື້ງເຄີຍ, ເລົ່າເລື່ອງເພື່ອແນໃສ່ຊ່ວຍໃຫ້ບັນດາເດັກນ້ອຍມີຄວາມຮູ້ສຶກກ່ຽວກັບຄວາມງາມຂອງເຂດດິນແດນທີ່ຕົນເອງດຳລົງຊີວິດຢູ່, ແນະນຳການນຳໃຊ້ບັນດາວັດຖຸດິບທີ່ມີຢູ່ແລ້ວ ເພື່ອສ້າງເປັນຜະລິດຕະພັນສິລະປະກຳຄື: ແປ້ງສີຈາກໃບໄມ້, ຖ່ານໄຟ…ຈິດຕະກອນ ເຈິ່ນຕ໊ວນລອງ, ສະມາຊິກຂອງໂຄງການ “ດວງດາວເຂດພູດອຍ” ໃຫ້ຮູ້ວ່າ:

“ເມື່ອລະດູຮ້ອນວຽນມາ ພວກນ້ອງນັກຮຽນກໍ່ໄດ້ພັກແລ້ງ ພວກຂ້າພະເຈົ້າຈະໄປ ບ່ອນຫ່າງໄກທີ່ສຸດຂອງເຂດພູດອຍ ແລະ ເຂດທະເລໝູ່ເກາະ ເພື່ອສອນໃຫ້ພວກນ້ອງໄດ້ສຳຜັດກັບວິຈິດສິນ. ພວກຂ້າພະເຈົ້າຊື້ອຸປະກອນການແຕ້ມຮູບ, ປຶ້ມ, ປາກກາ, ຂອງຂວັນມາໃຫ້ພວກນ້ອງ, ສອນພວກນ້ອງແຕ້ມຮູບ.”

ຫວ່າງແລ້ວນີ້, ງານວາງສະແດງ “ເສົ໊າໂດະ” ເນື່ອງໃນໂອກາດສະເຫຼີມສະຫຼອງ 6 ປີແຫ່ງວັນໂຄງການຖືກນຳເຂົ້າສູ່ການເຄື່ອນໄຫວໄດ້ດຳເນີນຢູ່ ຮ່າໂນ້ຍ, ໄດ້ວາງສະແດງພາບແຕ້ມກ່ວາ 50 ແຜ່ນຂອງຈິດຕະກອນໜຸ່ມຍຸກສະໄໝໃໝ່ ຫວຽດນາມ ແລະ ບັນດາຈິດຕະກອນເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງເກາະ ລອງເຊີນ (ແຂວງ ບ່າເຣຍ - ຫວູງເຕົ່າ) ແລະ ຕາແສງ ບ໊າດດ້າຍເຊີນ (ແຂວງ ຮ່າຢາງ) ກ່ວາ 20 ຄົນ. ໄປຄຽງຄູ່ກັບການແຕ້ມຮູບ, ງານວາງສະແດງຍັງໄດ້ວາງສະແດງບັນດາຜະລິດຕະພັນສິລະປະກຳຈັດວາງ. ເຂົ້າຮ່ວມງານວາງສະແດງ, ເພື່ອນ ເທິນແທັງເຮືອງ, ນັກສຶກສາໂຮງຮຽນສິລະປະຊັ້ນສູງ ຮ່າໂນ້ຍ ແບ່ງປັນວ່າ:

 “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ຮູບແຕ້ມຂອງພວກນ້ອງນ້ອຍ, ບັນດາລວດລາຍການແຕ້ມທີ່ໄຮ້ດຽງສາໄດ້, ສະແດງໃຫ້ເຫັນຕົວຕົນຂອງພວກນ້ອງ. ຂ້າພະເຈົ້າມີຄວາມຮູ້ສຶກວ່າ ພວກນ້ອງສາມາດຮັບຮູ້ໄດ້ສິ່ງໃດສິ່ງໜຶ່ງທີ່ບັນດາຈິດຕະກອນໄດ້ສອນໃຫ້.

        ຫລາຍປີມານີ້, ພ້ອມກັບການສອນແຕ້ມຮູບໃຫ້ພວກນ້ອງນ້ອຍ, ຮອດທ້າຍປີ, ໂຄງການ “ດວງດາວເຂດພູດອຍ” ໄດ້ຈັດຕັ້ງງານວາງສະແດງວິຈິດສິນຢູ່ພາຍໃນ, ຕ່າງປະເທດ ແລະ ຢູ່ທ້ອງຖິ່ນທີ່ຜັນຂະຫຍາຍໂຄງການ. ຈິດຕະກອນ ຫງວຽນຊວັນລຸກ ແບ່ງປັນວ່າ:

        “ເດັກນ້ອຍຢູ່ເຂດພູສູງມີສະພາບການດຳລົງຊີວິດຫຍຸ້ງຍາກເປັນພິເສດທີ່ສຸດ ດັ່ງນັ້ນ ພວກນ້ອງຈຶ່ງມີສັນຊາດຕະຍານສູງ. ຍ້ອນສິ່ງດັ່ງກ່າວນີ້ ໄດ້ສ້າງແຫຼ່ງບັນດານໃຈ ກໍ່ຄືເຮັດໃຫ້ຂ້າພະເຈົ້າສັງເກດໄດ້ກ່ຽວກັບຊີວິດການເປັນຢູ່, ຈາກນັ້ນກໍ່ສາມາດປະດິດຄິດແຕ່ງເປັນຮູບພາບອອກມາໄດ້.

        ທີ່ງານວາງສະແດງ, ພາບແຕ້ມຫລາຍແຜ່ນໄດ້ຮັບການສັ່ງຊື້ຈາກບັນດານັກສະສົມວິຈິດສິນຕ່າງປະເທດ. ກຸ່ມຈິດຕະກອນຄາດວ່າ ຈະມຸ່ງໄປເຖິງງານວາງສະແດງສາກົນໃນປີ 2021 ຢູ່ແຂວງ ກຽນຢາງ ດ້ວຍການເຂົ້າຮ່ວມຂອງບັນດາຈິດຕະກອນທີ່ມາຈາກຫລາຍປະເທດຄື: ຫວຽດນາມ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ…ພ້ອມກັບບັນດາການເຄື່ອນໄຫວຊ່ວຍຊູກັນຄື: ເປີດງານປະກວດແຕ້ມຮູບ, ສິດສອນ ແລະ ຕອບ-ຮັບກັບເດັກນ້ອຍ.ຜ່ານການຜັນຂະຫຍາຍເປັນເວລາ 6 ປີ ໂຄງການດັ່ງກ່າວກໍ່ໄດ້ປະກອບສ່ວນໂຄສະນາບັນດາຄວາມງາມວັດທະນະທຳຂອງຫລາຍທ້ອງຖິ່ນໃນທົ່ວປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ