​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ຂອງ ຮ່າ​ໂນ້ຍ

(VOVWORLD) - ແຕ່ວັນທີ 9  12 ພະຈິກ ຜ່ານມາ, ຢູ່ພະລາດວັງທັງລອງ, ຮ່າໂນ້ຍ, ມີຫຼາຍກິດຈະກຳໄດ້ຈັດຂຶ້ນຢ່າງຄຶກຄື້ນມ່ວນຊືນ ໃນຂອບເຂດ Festival ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ ຫວຽດນາມ ປີ 2023. ເຫດການດັ່ງກ່າວໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ  ສົມທົບກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຂຶ້ນເປັນຄັ້ງທຳອິດ. ນີ້ແມ່ນໂອກາດເພື່ອໃຫ້ບັນດາໝູ່ບ້ານອາຊີບຫັດຖະກຳຂອງ ນະຄອນຫຼວງ ໄດ້ໂຄສະນາ, ແນະນຳບັນດາຜະລິດຕະພັນຫັດຖະກຳຂອງຕົນຕໍ່ຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າອີກ.
​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ຂອງ ຮ່າ​ໂນ້ຍ - ảnh 1ໝູ່ບ້ານເຮັດເຄື່ອງປັ້ນດິນເຜົາ ບາດຈ່າງ (ພາບ: Le Phuong)
 
  

ມີທັງໝົດ 42 ແຂວງ, ນະຄອນໃນທົ່ວປະເທດ ໄດ້ເຂົ້າຮ່ວມການວາງສະແດງ, ແນະນຳຜະລິດຕະພັນຢູ່ Festival ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບຫັດຖະກຳ ຫວຽດນາມ ປີ  2023. ໃນນັ້ນ, ເຂດປະດິດຄິດສ້າງໝູ່ບ້ານອາຊີບ ຮ່າໂນ້ຍ ທີ່ມີຂອບຂະໜາດເນື້ອທີ່ກວ່າ 2.000 m2, ລວມມີ 80 ຮ້ານວາງສະແດງ ເຊິ່ງໄດ້ຮັບການອອກແບບເປັນພິເສດ, ເຂັ້ມຂົ້ນໄປດ້ວຍສີສັນພື້ນເມືອງ. ບັນດາຜະລິດຕະພັນຫັດຖະກຳພື້ນເມືອງຂອງບັນດາໝູ່ບ້ານອາຊີບ ຮ່າໂນ້ຍ ໄດ້ນຳມາແນະນຳຢູ່ Festival  ລວມມີ: ເຄື່ອງປັ້ນດິນເຜົາ ບາດຈ່າງ, ແພໄໝ ໝີດຶກ, ເຄື່ອງຖັກແສ່ວ ເທື່ອງຕິນ, ເຄື່ອງເຟິນີເຈີ ແກງເນົ້າ, ຕໍ່ແຮ ຊວັນລາ, ເຄື່ອງຈັກສານ ຝຸວິງ, ພາບຂັດມັນ ຮະຖາຍ, ພາບຝັງໄຂ່ມຸກ ຈວນງໍ້, ກຸບບ້ານຈວງ… ຢູ່ແຕ່ລະຮ້ານ, ບັນດາຜະລິດຕະພັນສິລະປະຫັດຖະກຳໄດ້ວາງສະແດງຢ່າງມີຊີວິດຊີວາ ດ້ວຍຫຼາຍຮູບຫຼາຍສີ ແລະ ຫຼາຍຊະນິດ. ເອື້ອຍ ຕະທູເຮືອງ, ຜູ້ແນະນຳກຸບບ້ານຈວງ, ຢູ່ຕາແສງ ເຟືອງຈູງ, ເມືອງ ແທັງອວາຍ, ຮ່າໂນ້ຍ:

“ພວກຂ້າພະເຈົ້າໄດ້ແນະນຳກຸບບ້ານຈວງ ເປັນສ່ວນຫຼາຍ, ເຊິ່ງມີປະມານ 30 ແບບ, ເປັນຕົ້ນແມ່ນ ກຸບແພໄໝ - ຊະນິດທີ່ໄດ້ຮັບຄວາມນິຍົມທີ່ສຸດໃນປັດຈຸບັນ, ກຸບໃບລານພື້ນເມືອງ, ຫຼືບັນດາຜະລິດຕະພັນທີ່ເປັນເອກະລັກຄື: ກຸບໃບບົວ, ກຸບໃບໂພ, ນອກນັ້ນ ກໍຍັງມີກຸບແບບຕ່າງໆສຳລັບເດັກອີກດ້ວຍ…”

​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ຂອງ ຮ່າ​ໂນ້ຍ - ảnh 2ຮ້ານວາງສະແດງຂອງໝູ່ບ້ານກຸບ ຈວງ (ພາບ: Le Phuong)

ນອກຈາກການເຄື່ອນໄຫວວາງສະແດງ ແລະ ແນະນຳບັນດາຜະລິດຕະພັນ, ແຕ່ລະມື້, ຢູ່ Festival ອະນຸລັກຮັກສາ ແລະ ພັດທະນາອາຊີບ ຫວຽດນາມ 2023, ໃນຊຸມວັນດຳເນີນເຫດການດັ່ງກ່າວ (ແຕ່ວັນທີ 9 – 12 ພະຈິກ), ບັນດານັກສິລະປະການຂອງໝູ່ບ້ານອາຊີບຫັດຖະກຳຂອງ ຮ່າໂນ້ຍ ລ້ວນແຕ່ມີການແນະນຳ ແລະ ອະທິບາຍຂັ້ນຕອນການເຮັດຜະລິດຕະພັນຂອງຕົນ.

ໂດຍເປັນຄັ້ງທຳອິດທີ່ເຂົ້າຮ່ວມ Festival ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ ຫວຽດນາມ 2023, ນັກສິລະປະການດີເດັ່ນ ຟານທິທວ້ນ, ໝູ່ບ້ານແພໄໝ ຟຸ່ງຊ໊າ, ໝີດຶກ, ຮ່າໂນ້ຍ, ໄດ້ເຂົ້າຮ່ວມການຕ່ຳຫູກທໍ່ໄໝດ້ວຍເສັ້ນໃຍບົວ ໂດຍຜ່ານສີມືອັນຄ່ອງແຄ້ວ ແລະ ພິຖີພິຖັນ. ນັກສິລະປະການ ຟານທິທ້ວນ ແບ່ງປັນວ່າ:

ມີຄົນມາຢ້ຽມຊົມ ແລະ ຊື້ເຄື່ອງເປັນຈຳນວນຫຼາຍ. ນີ້ແມ່ນກຳລັງໜູນສຳລັບນັກສິລະປະການຄືພວກຂ້າພະເຈົ້າ ເພື່ອສືບຕໍ່ສຸມຈິດສຸມໃຈກັບການເຮັດບັນດາຜະລິດຕະພັນພື້ນເມືອງນີ້. ໝູ່ບ້ານອາຊີບແຕ່ລະແຫ່ງ ຈະມີຜະລິດຕະພັນທີ່ແຕກຕ່າງກັນ, ເມື່ອເຂົ້າຮ່ວມງານວາງສະແດງນີ້ ກໍແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າໄດ້ແຂ່ງຂັນ, ປະດິດຄິດສ້າງ, ຮຽນຮູ້ເຊິ່ງກັນ ແລະ ກັນ ເພື່ອຜະລິດອອກບັນດາຜະລິດຕະພັນທີ່ດີທີ່ສຸດ, ເຂັ້ມຂົ້ນໄປດ້ວຍຄຸນຄ່າວັດທະນະທຳຂອງອາຊີບ, ຂອງໝູ່ບ້ານ ແລະ ພິເສດແມ່ນ ແນະນຳບັນດາຜະລິດຕະພັນທີ່ໄດ້ເຮັດມາຈາກທຳມະຊາດຮ້ອຍສ່ວນຮ້ອຍ”.

​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ຂອງ ຮ່າ​ໂນ້ຍ - ảnh 3ຮ້ານວາງສະແດງຂອງໝູ່ບ້ານອາຊີບ ຕໍ່ແຮ ຊວັນລາ (ພາບ: Le Phuong)

ບັນດາກິດຈະກຳທີ່ດຳເນີນໃນງານ Festival ໄດ້ດຶງດູດຄວາມສົນໃຈຈາກມະຫາຊົນເປັນຈຳນວນຫຼາຍ. ເອື້ອຍ ໂດ້ທູລຽນ, ຢູ່ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່າມີຜະລິດຕະພັນຫຼາກຫຼາຍຊະນິດ. ຂ້າພະເຈົ້າໄດ້ຊື້ເຄື່ອງຫັດຖະກຳພື້ນເມືອງຫຼາຍຢ່າງ ແລະ ກໍມີຄວາມເຂົ້າໃຈເພີ່ມເຕີມກ່ຽວກັບຫຼາຍໝູ່ບ້ານອາຊີບຂອງ ຫວຽດນາມ ເວົ້າລວມ. ຜ່ານບັນດາກິດຈະກຳວາງສະແດງ, ຂ້າພະເຈົ້າເຫັນວ່າ ບັນດານັກສິລະປະການ ມີຄວາມສຸດຈິດສຸດໃຈກັບການອະນຸລັກຮັກສາໝູ່ບ້ານອາຊີບພື້ນເມືອງທີ່ສຸດ”.

ເມື່ອກ່ອນນີ້, ບັນດາຜະລິດຕະພັນໝູ່ບ້ານອາຊີບ ພຽງແຕ່ໄດ້ນຳມາແນະນຳຢູ່ງານຕະຫຼາດນັດ, ງານວາງສະແດງຜະລິດຕະພັນທີ່ມີຂອບຂະໜາດກາງ ແລະ ນ້ອຍ. ໃນງານ Festival ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ ຫວຽດນາມ 2023, ການໂຄສະນາຜະລິດຕະພັນຫັດຖະກຳໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ກວ່າ, ມີແບບມີແຜນ ແລະ ມີຈຸດເດັ່ນຫຼາຍຢ່າງ ອັນໄດ້ນຳມາເຊິ່ງປະສິດທິຜົນທີ່ດີ. ທ່ານ ຫງວຽນແມ້ງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ຜ່ານງານ Festival, ພວກຂ້າພະເຈົ້າໄດ້ມີການແລກປ່ຽນ, ປຶກສາຫາລືຕາມຫົວຂໍ້ຕ່າງໆ ແລະ ເຊັນສັນຍາຮ່ວມມືກັບບັນດາອົງການສາກົນ, ເພື່ອເຮັດແນວໃດຈະຊຸກຍູ້ວຽກງານການຄົ້ນຄວ້າ, ອະນຸລັກຮັກສາບັນດາໝູ່ບ້ານອາຊີບຫັດຖະກຳຂອງນະຄອນຫຼວງ ຮ່າໂນ້ຍ. ຂ້າພະເຈົ້າຫວັງວ່າ ງານ Festival ຈະກາຍເປັນເຫດການຈັດຂຶ້ນທຸກໆປີ ເພື່ອຊຸກຍູ້ບັນດາໝູ່ບ້ານອາຊີບ, ບັນດານັກສິລະປະການພັດທະນາຈາກ 2 ຝາມື ແລະ ຢູ່ບ້ານເກີດເມືອງນອນຂອງຕົນ”.

ງານ Festival ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ ຫວຽດນາມ ປີ 2023 ແມ່ນໂອກາດເພື່ອໃຫ້ບັນດາໝູ່ບ້ານອາຊີບ ຮ່າໂນ້ຍ ເວົ້າສະເພາະ ແລະ ບັນດາໝູ່ບ້ານອາຊີບໃນທົ່ວປະເທດເວົ້າລວມ, ແລກປ່ຽນບົດຮຽນປະສົບການຜະລິດດຳເນີນທຸລະກິດ, ຊ່ວຍໂຄສະນາຜະລິດຕະພັນຂອງບັນດານັກສິລະປະການ ເຖິງຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າອີກ. ຜ່ານນັ້ນ, ກໍສືບຕໍ່ຍົກສູງຄຸນຄ່າທາງດ້ານວັດທະນະທຳ, ເສດຖະກິດ, ການດໍາລົງຊີວິດ - ສັງຄົມຂອງໝູ່ບ້ານ ແລະ ອາຊີບຫັດຖະກຳພື້ນເມືອງໃນວິວັດທະນາການພັດທະນາລວມຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ