ໄວໜຸ່ມຂອງນະຄອນໃນວັນນີ້ - ຫຼໍ່ລ້ຽງຄວາມໃຝ່ຝັນ, ຄາດຫວັງອຸທິດສ່ວນ

(VOVWORLD) -ນະຄອນໂຮ່ຈີມິນໄດ້ຮັບຖືວ່າແມ່ນແຫ່ງລິເລີ່ມບັນດາຂະວນການປະຈັນບານບໍ່ສະເພາະແຕ່ນະຄອນເທົ່ານັ້ນຫາກຍັງໃຫ້ແກ່ທົ່ວປະເທດອີກດ້ວຍ ພ້ອມກັນນັ້ນກໍ່ແມ່ນແຫ່ງຫັນຄວາມຄາດຫວັງຂອງໄວໜຸ່ຫຼາຍລຸ້ນຄົນໃນອະດີດຕະການ ກໍ່ຄືໃນຍຸກປັດຈຸບັນໃຫ້ປາກົດຜົນເປັນຈິງ. ຮ່ວມເດີນທາງພ້ອມກັບການພັດທະນາຂອງນະຄອນ, ສືບທອດມູນເຊື້ອໄວໜຸ່ມ ໄຊງອນ - ເຈິເຫຼີນ - ຢາດິ້ງ, ໄດ້ມີຊາວໜຸ່ມໄວໜຸ່ມຫຼາຍລຸ່ນຄົນໄດ້ຫຼໍ່ລ້ຽງຄວາມໃຝ່ຝັນ ແລະ ໄດ້ເຕີບໃຫຍ່ໃນຫຼາຍຂົງເຂດ ປະກອບສ່ວນແຫຼ່ງຊັບພະຍາກອນມະນຸດ ທີ່ສຳຄັນໃຫ້ແກ່ຄວາມຈະເລີນຮຸ່ງເຮືອງຂອງນະຄອນ ເວົ້າສະເພາະ ຂອງປະເທດຊາດ ເວົ້າລວມ.
ໄວໜຸ່ມຂອງນະຄອນໃນວັນນີ້ - ຫຼໍ່ລ້ຽງຄວາມໃຝ່ຝັນ, ຄາດຫວັງອຸທິດສ່ວນ - ảnh 1ຊາວໜຸ່ມແຂວງຝູເຖາະ ເຮັດອະນາໄມສິ່ງແວດລ້ອມ

  ເມື່ອເວົ້າເຖິງລຸ້ນໄວໜຸ່ມ, ໃນຄຳພິໄນກຳຂອງ ປະທານ ໂຮ່ຈີມິນ ເພິ່ນໄດ້ເຄີຍສັ່ງສອນ ແລະ ຕັກເຕືອນຊາວໜຸ່ມໄວໜຸ່ມ ຕ້ອງກາຍເປັນບັນດາຜູ້ທີ່ມີຄຸນສົມບັດສິນທຳປະຕິບັດ ແລະ ທັງມີວິຊາສະເພາະ ເພື່ອສືບທອດພາລະກິດ ກໍ່ສ້າງສັງຄົມນິຍົມ. ຄຳສັ່ງສອນດັ່ງກ່າວໄດ້ຖືກໄວໜຸ່ມທົ່ວປະເທດ ເວົ້າລວມ ກໍ່ຄືໄວໜຸ່ມນະຄອນ ໂຮ່ຈີມິນເວົ້າສະເພາະ ຍາມໃດກໍ່ຈົດຈຳ. ໃນແຕ່ລະໄລຍະທາງແຫ່ງການພັດທະນາຂອງນະຄອນ, ໄວໜຸ່ມນະຄອນ ໂຮ່ຈີມິນ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມວຽກງານທີ່ຫຫຍຸ້ງຍາກ ພ້ອມກັນແບກຫາບໜ້າທີ່ຮັບຜິດຊອບໃນການສ້າງສາ ແລະ ປົກປັກຮັກສານະຄອນ. ໃນໄລຍະຕໍ່ຕ້ານກໍ່ແມ່ນບັນດາການເດີນຂະບວນປະທ້ວງຄັດຄ້ານສົງຄາມ ຕ້ານພວກລ່າເມືອງຂຶ້ນ ແລະ ຈັກກະພັດທີ່ເຕັມໄປດ້ວຍບັນຍາກາດປະຕິວັດຂອງໄວໜຸ່ມ. ຮອດໄລຍະທີ່ປະເທດຊາດໄດ້ທ້ອນໂຮມເຂົ້າກັນເປັນເອກະພາບ, ໄວໜຸ່ມໄດ້ຫ້າວຫັນ ເຂົ້າຮ່ວມບັນດາຂະບວນການອອກແຮງງານທຳການຜະລິດ, ບຸກເບີກພື້ນທີ່, ກໍ່ສ້າງບັນດາເຂດເສດຖະກິດໃໝ່, ເຮັດທາງຄົມມະນາຄົມ,  ກໍ່ສ້າງບັນດາໂຮງຈັກໂຮງງານນິຄົມກະເສດ... ໄວໜຸ່ມນະຄອນຍັງນຳໜ້າໃນການກໍ່ຮ່າງສ້າງຕົວ ປະກອບສ່ວນພ້ອມກັບນະຄອນສ້າງບັນດາຜົນງານອັນໃຫຍ່ຫຼວງ ມີຄວາມໝາຍປະຫວັດສາດໃນກິດຈະການປ່ຽນແປງໃໝ່. ເຖິງວ່າຢູ່ໃນວຽກງານຂະແໜງໃດກໍ່ຕາມ, ໄວໜຸ່ມນະຄອນຍາມໃດກໍ່ມີຄວາມຄາດຫວັງຢາກອຸທິດສ່ວນປະກອບເຮື່ອແຮງຂອງຕົນ ເພື່ອກໍ່ສ້າງນະຄອນໃຫ້ນັບມື້ນັບສວຍງາມ. ຮອງສາດສະດາຈານ ປອ ເລມິງຈ໊ຽດ ສັງກັດມະຫາວິທະຍາໄລໄຊງອນ ແລະ ຮ້ອຍຕີ ເລຮ່າວ  ສັງກັດກອງບັນຊາການນະຄອນ ໂຮ່ຈີມິນເຊິ່ງແມ່ນສອງໃນຈຳນວນ  14 ແບບຢ່າງພົນລະເມືອງໜຸ່ມທີ່ດີເດັ່ນຂອງນະຄອນ ໂຮ່ຈີມິນ ປີ 2021 ແບ່ງປັນວ່າ:

   “ຂ້າພະເຈົ້າກໍ່ແມ່ນອ້າຍຄູແມ່ນພະນັກງານຄຸ້ມຄອງ, ດັ່ງນັ້ນຂ້າພະເຈົ້າຈະພະຍາຍາມກາຍເປັນແບບຢ່າງໃຫ້ແກ່ບັນດາເພື່ອນນັກຮຽນນັກສຶກສາ, ລູກສິດຂອງຂ້າພະເຈົ້າສືບຕໍ່ສູ້ຊົນ ແລະ ປະກອບສ່ວນກໍ່ສ້າງນະຄອນໃຫ້ນັບມື້ນັບ ສວຍງາມກວ່າເກົ່າ”.

   “ກະໂຕຂ້າພະເຈົ້າເອງໄດ້ຮັບ ແລະ ເຮັດສຳເລັດທຸກໜ້າທີ່ ບໍ່ມີວັນຄິດວ່າເຮົາຈະບັນລຸໄດ້ບັນດາຜົນງານເຊັ່ນນີ້.ເຮົາໄດ້ເຮັດວຽກງານທຸກຢ່າງດ້ວຍຫົວໃຈຂອງຕົນ ເພື່ອຮັບໃຊ້ປະຊາຊົນ.”

ພິເສດນະຄອນ ໂຮ່ຈີມິນ ຫາກໍ່ຜ່ານຜ່າໄລຍະທີ່ຮ້າຍແຮງທີ່ສຸດຂອງໂລກລະບາດ ໂຄວິດ - 19. ໃນການປ້ອງກັນ ແລະ ຕ້ານໂລກລະບາດທີ່ດ້ວຍຄວາມລຳບາກນັ້ນ ການປະກອບສ່ວນຂອງໄວໜຸ່ມ ໄດ້ເປັນຂີດໝາຍຢ່າງຈະແຈ້ງ ໃນຈິດໃຈຂອງຊາວນະຄອນ. ເພື່ອນ ເຈິ່ນດັ່ງວັນຕ່າຍ ອາຍຸ 18 ປີ ເຊິ່ງແມ່ນໜຶ່ງໃນບັນດາພົນລະເມືອງໜຸ່ມທີ່ດີເດັ່ນຂອງນະຄອນ ໄດ້ຕັ້ງໜ້າເຂົ້ົ້າຮ່ວມວຽກງານປ້ອງກັນຕ້ານໂລກລະບາດໂຄວິດ- 19 ໃຫ້ຮູ້ວ່າ:

 “ນ້ອງຄິດວ່າບັນດາການປະກອບສ່ວນຂອງຕົນໄດ້ໜູນຊ່ວຍສ່ວນໃດສ່ວນໜຶ່ງບັນດາແພດໝໍໃນແນວໜ້າ ກໍ່ຄືກຳລັງປ້ອງກັນຕ້ານໂລກລະບາດ. ເມື່ອໄດ້ຮັບການເຊີດຊູເປັນພົນລະເມືອງໜຸ່ມທີ່ດີເດັ່ນຂອງນະຄອນ,  ນ້ອງດີໃຈ ແລະ ມີຄວາມສຸກ. ນີ້ກໍ່ແມ່ນກຳລັງໜູນ ເພື່ອໃຫ້ນ້ອງບຸກບືນຂຶ້ນອຸທິດສ່ວນຊ່ວຍໃຫ້ແກ່ກິດຈະການສ້າງສານະຄອນ”.

 ບັນດາວຽກງານຂອງໄວໜຸ່ມນະຄອນໃນໄລຍະທີ່ຜ່ານມາກໍ່ແມ່ນວິທີ ເພື່ອໃຫ້ເຂົາເຈົ້າສະແດງຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ນະຄອນທີ່ໃສ່ຊື່ຂອງລຸງ ໂຮ່. ທ່ານ ຟານວັນໝາຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ:

 “ດ້ວຍຄວາມໃຝ່ຝັນອັນແຮງກ້າ ຄວາມຄາດຫວັງຢາກອຸທິດສ່ວນ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນ, ຊາວໜຸ່ມໄວໜຸ່ມນະຄອນ ຍາມໃດກໍ່ສະແດງໃຫ້ເຫັນແຈ້ງ ຈິດໃຈຕະລຸມບອນ ມີຄຸນນະທາດຜ່ານຜ່າຄວາມຫຍຸ້ງຍາກ ມີຫົວຄິດປະດິດສ້າງ ໃນການຮ່ຳຮຽນອອກແຮງງານ ແລະ ຕໍ່ສູ້. ຊາວນະຄອນ ໂຮ່ຈີມິນ ບໍ່ມີວັນທີ່ຈະຫຼົງລືມບັນດາແບບຢ່າງໄວໜຸ່ມຊາວໜຸ່ມທີ່ດີເດັ່ນ ມີການອຸທິດສ່ວນໃຫ້ແກ່ນະຄອນ”.

ໄວໜຸ່ມດ້ວຍບັນດາຄວາມໃຝ່ຝັນແລະ ຄວາມຄາດຫວັງໄດ້ຮັບເອົາພູມປັນຍາຂອງມວນມະນຸດ, ມີການອອກແຮງງານປະດິດຄິດສ້າງ ແລະ ອຸທິດສ່ວນໃຫ້ແກ່ສັງຄົມ. ແນ່ນອນວ່າບັນດາພົນລະເມືອງໜຸ່ມຂອງນະຄອນ ໂຮ່ຈີມິນ ໃນວັນນີ້ ດ້ວຍຄວາມກະຕືລືລົ້ນ ພ້ອມກັບເຈດຈຳນົງຄວາມຄາດຫວັງຢາກອຸທິດສ່ວນໃຫ້ແກ່ຊີວິດ ຈະສ້າງນະຄອນໃຫ້ນັບມື້ນັບພັດທະນາ ກາຍເປັນຕົວທີ່ຂະຫຍັນຂັນເຄື່ອນ ປະດິດຄິດສ້າງ ແລະ ບືນຕົວຂຶ້ນໃນທຸກດ້ານຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ